ງານບຸນ Ada ຂອງຊາວເຜົ່າ ປາໂກ

(VOVWORLD) -ງານບຸນ Ada ແມ່ນບຸນເຂົ້າໃຫມ່ ແລະ ກໍ່ແມ່ນງານບຸນໃຫຍ່ ແລະ ສຳຄັນທີ່ສຸດໃນປີຂອງຊາວເຜົ່າ ປາໂກແລ້ວ. ງານບຸນໄດ້ຮັບການຈັດຕັ້ງຂຶ້ນໃນວັນທີ 6 ເດືອນ11 ໄລ່ຕາມຈັນທະປະຕິທິນ, ເພາະວ່າ ຕາມຄວາມສຳນຶກຂອງຊາວເຜົ່າ ປາໂກ ນັ້ນແມ່ນມື້ສັນວັນດີ ແລະ ໂຊກດີທີ່ສຸດໃນປີ. ງານບຸນ Ada ລວມມີ ທັງພິທີການ ແລະ ງານບຸນ   ມີຄວາມໝາຍແມ່ນ ສົມມະນາຄຸນເທວະດາຟ້າແຖນ, ພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ. ງານບຸນ Ada ສະແດງໃຫ້ເຫັນການເຫລື້ອມໃສ, ຄວາມງາມດ້ານວັດທະນະທຳຂອງຊາວເຜົ່າ ປາໂກ. ບົດຂຽນຂອງນັກຂ່າວ ໂຕຕວນ ທີ່ມີຫົວຂໍ້ວ່າ: ງານບຸນ  Ada  ຂອງຊາວເຜົ່າ ປາໂກ
ງານບຸນ  Ada  ຂອງຊາວເຜົ່າ ປາໂກ - ảnh 1 ງານບຸນ Ada

ຮອດໄລຍະທ້າຍປີ, ເມື່ອເຂົ້າໄຮ່ສຸກເຫລືອງ, ອາກາດໃນຍາມນີ້ເລີ່ມຫນາວເຢັນ ກໍ່ແມ່ນຈຸດເວລາໝູ່ບ້ານຂອງຊາວເຜົ່າ ປາໂກ ຫ້າງຫາກະກຽມໃຫ້ແກ່ງານບຸນ Ada ເພື່ອສົມມະນາຄຸນເທວະດາຟ້າແຖນ ທີ່ໄດ້ຊ່ວຍໃຫ້ລະດູການກ່ຽວກັບໄດ້ຮັບຜົນດີ. ຄອບຄົວໃດໃນບ້ານກໍ່ລ້ວນແຕ່ກະກຽມບັນດາເຍື່ອງອາຫານແຊບນົວທີ່ສຸດ, ທຸກຄົນກະກຽມຊຸດອາພອນທີ່ສວຍງາມເພື່ອຕ້ອນຮັບແຂກ. ຊາວເຜົ່າ ປາໂກ ຖືເປັນສຳຄັນງານບຸນບູຊາ ພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮົບຜົນດີ, ເພາະວ່າ ເຂົາເຈົ້າເຊື່ອໝັ້ນຕໍ່ບັນດາເທວະດາທີ່ເລິກລັບ, ພິເສດ ແມ່ນເທວະດາເຂົ້າໄດ້ນຳມາໃຫ້ຄວາມຢູ່ເຢັນເປັນສຸກ, ຄວາມອີ່ມໜຳສຳລານໃຫ້ແກ່ເຜົ່າຕົນ. ງານບຸນ Ada ກໍ່ໄດ້ເອີ້ນວ່າແມ່ນບຸນເຂົ້າໃຫມ່ ແມ່ນໂອກາດເພື່ອໃຫ້ທຸກຄົນໃນວົງຕະກູນເຕົ້າໂຮມກັນ, ນັ້ນແມ່ນການສະແດງໃຫ້ເຫັນຮີດຄອງປະເພນີທີ່ເປັນມູນເຊື້ອຂອງຊາວເຜົ່າ ປາໂກ. ທ່ານ ໂຮ່ວັນໂດ, ຊາວເຜົ່າ ປາໂກ ໃຫ້ຮູ້ວ່າ:

        “ບໍ່ວ່າລູກເຕົ້າຜູ້ໃດໄປທຳມາຫາກິນຢູ່ແດນໄກ, ເມື່ອຮອດງານບຸນ Ada ກໍ່ລ້ວນແຕ່ຕ້ອງກັບຄືນບ້ານ. ປະຊາຊົນເຜົ່າ ປາໂກ ເຕົ້າໂຮມຢ່າງຄົບຫນ້າຄົບຕາ, ນັ່ງດື່ມເຫລົ້າ, ໂອ້ລົມນຳກັນ ແລະ ທົບທວນຄືນສະພາບການໃນປີຜ່ານມາໄດ້ທຳມາຫາກິນຄືແນວໃດ, ບັນລຸໄດ້ສິ່ງໃດແດ່, ສິ່ງໃດຍັງບໍ່ທັນບັນລຸໄດ້ ເພື່ອປີຫນ້າຈະທຳມາຫາກິນໄດ້ຮັບຜົນດີກວ່າ.”

        ກ່ອນທີ່ງານບຸນໄດ້ຮັບການຈັດຕັ້ງຂຶ້ນ, ບັນດາເຈົ້າກົກເຈົ້າເຫລົ່າໃນບ້ານ ໄດ້ປຶກສາຫາລືແຜນການປະຕິບັດຄືແນວໃດ, ບັນຫາແຂກຖືກເຊີນ, ການຕ້ອນຮັບແຂກ, ກະກຽມບັນດາເຄື່ອງບູຊາຕາມ ປະເພນີ. ແລະ ຍັງມີວຽກຫນຶ່ງອີກທີ່ສຳຄັນ ນັ້ນແມ່ນ ການຄັດເລືອກຜູ້ທີ່ມີອິດທິພົນຊື່ສຽງເພື່ອບັນຊາງານບຸນ. ເມື່ອທຸກວຽກງານໄດ້ຮັບການປຶກສາຫາລືເປັນເອກະພາບແລ້ວ, ບັນດາເຈົ້າກົກເຈົ້າເຫລົ່າ ໄດ້ແບ່ງວຽກແບ່ງງານໃຫ້ບັນດາຄອບຄົວໃນແຕ່ລະວົງຕະກຸນເພື່ອກະກຽມທຸກສິ່ງທຸກຢ່າງໃຫ້ແກ່ງານບຸນ. ທຳມະດາ  ຜູ້ຊາຍແມ່ນກະກຽມບັນດາສັດລ້ຽງຮັບໃຊ້ບັນດາພິທີບູຊາ, ແມ່ຍິງຫາຊັບສິ່ງຂອງໃນປ່າຄື: ຫນໍ່ໄມ້ໄຜ່, ໄມ້ເຮ້ຍ, ໃບໄມ້ປ່າ,ຍອດຫວາຍ..ເພື່ອປຸງແຕ່ງບັນດາເຍື່ອງອາຫານພື້ນເມືອງ. ທ່ານນາງ ອາວຽດທິຍີ, ຊາວເຜົ່າ ປາໂກ ຢູ່ ເມືອງ ອາເລືອຍ, ແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ:

        “ງານບຸນຕົ້ນຕໍຂອງເຜົ່າ ປາໂກ ແມ່ນບຸນ Ada. ໃນງານບຸນບູຊາ Ada ຕ້ອງມີເຄື່ອງບູຊາເທວະດາຟ້າແຖນຄື: ເຂົ້າຫລາມ, ປີ້ງໄກ່, ຊີ້ນໝູ, ນົກ, ປາ, … ບາງເທື່ອງານບຸນດຳເນີນໃນເວລາສອງສາມມື້ ແຕ່ຕ້ອງກະກຽມກ່ອນນັ້ນເປັນອາທິດ.”

        ຈາກໃບໄມ້ປ່າບາງປະເພດນັ້ນ ແມ່ຍິງຊາວເຜົ່າ ປາໂກ ໄດ້ນຳໃຊ້ເພື່ອປຸງແຕ່ງບັນດາເຍື່ອງອາຫານພື້ນເມືອງທີ່ແຊບນົວຂອງເຜົ່າຕົນຄື: Peng, Clum, Cloar ຫລື Aquat.. ຕາມຄວາມສຳນຶກຂອງຊາວເຜົ່າ ປາໂກ ແລ້ວ, ຈຸດເວລາເພື່ອຈັດບຸນເຂົ້າໃຫມ່, ບູຊາເທວະດາ ແມ່ນໃນຍາມເຊົ້າ, ເພາະວ່າ ເວລານັ້ນ ອາກາດປອດໂປ່ງກວ່າ. ງານບຸນເລີ່ມຟົດຟື້ນເມື່ອແຂກຖືກເຊີນມາເຖິງ. ໃນບ້ານ, ຄອບຄົວໃດກໍ່ຕ້ອງກະກຽມ  ພາເຂົ້າ 3 ພາບູຊາເພື່ອສົມມະນາຄຸນບັນດາເທວະດາຟ້າແຖນຄື: ເທວະດາພູ, ເທວະດາເຂົ້າ, ເທວະດາສາລີ…. ທ່ານ ໂຮ່ວັນແຫ້ງ, ເຈົ້າກົກເຈົ້າເຫລົ່າຊາວເຜົ່າ ປາໂກ ໃຫ້ຮູ້ວ່າ: ສຳລັບເທວະດາພູ ຕ້ອງບູຊາສັດໃຫຍ່ ມີມູນຄ່າສູງຄື: ຄວາຍ ຫລື ແບ້. ສຳລັບເທວະດາເຂົ້າ, ເຄື່ອງບູຊາ ຕ້ອງແມ່ນໝູ, ໄກ່, ເປັດ, ປາ.. ເພື່ອສົມມະນາຄຸນບັນດາເທວະດາທີ່ໄດ້ດົນບັນດານໃຫ້ດິນຟ້າອາກາດອຳນວຍຄວາມສະດວກ, ເຂົ້າເຕັມສາງ, ການລ້ຽງໄກ່ລ້ຽງໝູກໍ່ໃຫຍ່ໄວ, ຊາວບ້ານມີສຸຂະພາບແຂງແຮງ ບໍ່ເຈັບເປັນ. ໃນພິທີບູຊາເທວະດາ, ນອກຈາກຈັດບັນດາພາເຂົ້າບູຊາເທວະດາຟ້າແຖນແລ້ວ, ແຕ່ລະຄອບຄົວຍັງກະກຽມບັນດາພາເຂົ້າເພື່ອເຊີນແຂກ ແລະ ພີ່ນ້ອງໃນວົງຕະກູນ, ປະຊາຊົນຢູ່ບ້ານອື່ນມາຮ່ວມງານ.

ງານບຸນ  Ada  ຂອງຊາວເຜົ່າ ປາໂກ - ảnh 2 ຊາວເຜົ່າ ປາໂກ ເຂົ້າຮ່ວມງານບຸນAda 

ພາຍຫລັງພິທີບູຊາ, ຊາວເຜົ່າ ປາໂກໄດ້ຈັດ ການລະຫລິ້ນພື້ນເມືອງ, ການຮ້ອງລຳທຳເພງ ດ້ວຍບັນດາທຳນອງເພງພື້ນເມືອງທີ່ປະດິດແຕ່ງເອງຄື: ຈາເຈີບ, ບາບອຍ, ກາເລີຍ... ບັນດາວາດຟ້ອນ, ການເຕັ້ນລຳທຳເພງພ້ອມກັບສຽງຂອງບັນດາເຄື່ອງດົນຕີ, ກອງ, ຄ້ອງດັງກ້ອງກັນວານໄປ ຍິ່ງດຶງດູດຊາວບ້ານ ແລະ ປະຊາຊົນຢູ່ບ້ານອື່ນມາຮ່ວມມ່ວນຊື່ນໃນງານບຸນ.

ສຽງປະກອບ

ງານບຸນບາງເທື່ອແກ່ຍາວເຖິງ 2-3 ມື້ ໄດ້ສະແດງໃຫ້ເຫັນຄວາມຮັກ, ຄວາມປະເອີບໃຈຂອງຊາວເຜົ່າ ປາໂກ ໃນການດຳລົງຊີວິດ.  ບັນດາພິທີກຳໃນງານບຸນນີ້ ເປັນການສະແດງໃຫ້ເຫັນຄວາມງາມສີສັນວັດທະນະທຳຂອງຊາວເຜົ່າ ປາໂກ. ເຖິງວ່າ ປະຈຸບັນ ຊີວິດໄດ້ມີການປ່ຽນແປງຫລາຍຢ່າງແລ້ວກໍຕາມ, ແຕ່ຮີດຄອງປະເພນີໃນງານບຸນ Ada ຍັງຄົງຮັກສາໄວ້ໄດ້, ສ້າງຄວາມດູດດື່ມຕໍ່ນັກທ່ອງທ່ຽວເມື່ອມາຢ້ຽມຢາມ, ຊອກຮູ້ກ່ຽວກັບເຜົ່າ ປາໂກ ແລະ ປະກອບສ່ວນເຮັດໃຫ້ຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຄົມບັນດາເຜົ່າຫວຽດນາມ ອຸດົມສົມບູນຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ