ຄວາມອ່ອນຊ້ອຍໃນການຂັບກ້ຽວກັນຂອງຊາວເຜົ່າ ຢ້າວແທງອີ

(VOVWORLD) - ຂັບກ້ຽວ ແມ່ນອາານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອຊາຊົນເຜົ່າ ຢ້າວແທອີ ໃນໂອກາດລະດູບານໃໝ່ວຽນມາ.
ຄວາມອ່ອນຊ້ອຍໃນການຂັບກ້ຽວກັນຂອງຊາວເຜົ່າ ຢ້າວແທງອີ - ảnh 1 ຊາວເຜົ່າ ຢ້າວແທງອີ ຍັງຮັກສາບັນດາຮີດຄອງປະເພນີໄວ້ຢູ່

ລະດູບານໃໝ່່, ລະແຫ່ງການຂັບກ້ຽວກັນຂອງຄູ່ບ່າວສາແລະ ແມ່ນລະດູຂອງຊາເຜົ່າຢ້າວ ຢູ່ຕາແສງ ບັ່ງກ໋າ, ເມືອງ ຮວ່າງໂບ່, ແຂວງ ກວ໋າງນິງ ໄປອກຫາຄູ່ ໂດຍຜ່ານການຂັບຮ້ອງເປັນຂົຕໍ່. ບົດຂຽນ ຄວາມອ່ອນຊ້ອຍໃນການຂັບກ້ຽວກັນຂອງຊາວເຜົ່າ ຢ້າວແທອີ ອງນັກຂ່າວ ວູ໋ມ່ຽນ.

          ນັ້ນແມ່ນເນື້ອຮ້ອງທຳນອງເພງທີ່ເຊື້ອເຊີນຢ່າງຈິງໃຈຂອງອ້າຍບ່າວຊາວເຜົ່າຢ້າວແທງອີ  ເມື່ອຊວນຍິງສາວເປັນເພື່ອນຮ່ວມທາງໄປງານບຸນລະດູບານໃໝ່ ຢູ່ບ້ານ ບັ່ງກ໋າ, ເມືອງ ຮວ່າງໂບ່, ແຂວງ ກວ໋າງນິງ. ງານບຸນໃນບ້ານຖືກຈັດຕັ້ງດ້ວຍຂອບຂະໜາດໃຫຍ່ທີ່ສຸດໃນຕົ້ນລະດູບານໃໝ່ ເມື່ອອາກາດອົບອຸ່ນ ແລະ ກໍແມ່ນເວລາທີ່ວຽກໄຮ່ການນາໄດ້ສຳເລັດເປັນທີ່ຮຽບຮ້ອຍ, ສະນັ້ນ ບ່າວສາວໃນບ້ານ ກໍມີເວລາໄປງານບຸນຫຼາຍກວ່າ. ບຸນບ້ານ ບັ່ງກ໋າ ໄດ້ດຶງດູດແຂກທ່ອງທ່ຽວນັບພັນໆຄົນທີ່ມາຈາກທຸກສາລະທິດມາຊີມເຂົ້າໜົມກູ່, ເຂົ້າໜຽວຫ້າສີ, ຈິບຈອກເຫຼົ້າ, ພິເສດແມ່ນ ຊົມບ່າວສາວ ບັ່ງກ໋າ ແກວ່ງໝາກຄອນ ແລະ ຂັບກ້ຽວກັນ.

          ບັນດາທຳນອງຂັບກ້ຽວກັນ  ແຕ່ດົນນານມາແລ້ວ ໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກພິເສດສະເພາະຂອງຊາວເຜົ່າ ຢ້າວແທງອີ . ນີ້ແມ່ນທຳນອງການຂັບກ້ຽວຖາມຕອບລະຫວ່າງຍິງຊາຍທີ່ເຂັ້ມຂຸ້ນໄປດ້ວຍລັກສະນະພື້ນເມືອງ ເຊິ່ງຊາວເຜົ່າ ຢ້າວແທງອີ ໄດ້ນຳໃຊ້ເຂົ້າໃນຫຼາຍໂອກາດເຊັ່ນ: ພິທີສູ່ຂໍ, ງານແຕ່ງດອງ, ພິທີອວຍພອນ ຜູ້ຊາຍໄດ້ເຕີບໃຫຍ່ເຖິງກະສຽນແລ້ວ, ບຸນບ້ານຖືກຈັດຂຶ້ນ ເພື່ອພາວະນາຂໍໃຫ້ດິນຟ້າອາກາດອຳນວຍຄວາມສະດວກ, ລະດູເກັບກ່ຽວໄດ້ຮັບຜົນດີ. ໃນບັນດາເຫດການທີ່ສຳຄັນນັ້ນ, ການຂັບກ້ຽວກັນປຽບເໝືອນດັ່ງຄຳໝາກໃບພູເປີດສາກເລື່ອງລາວ ແລະ ຕາມປົກກະຕິແລ້ວ ຈະມີຄຳສະເພາະຕາມບັນດາຫຼັກການທີ່ກຳນົດ ເຊິ່ງບໍ່ສາມາດປ່ຽນແປງໄດ້.

          ຕອນໜຶ່ງຂອງບົດຂັບກ້ຽວ: ມີຊາຍຜູ້ໜຶ່ງຢູ່ຝັ່ງນັ້ນຂອງແມ່ນ້ຳ / ອ້າຍແນມເຫັນມັງກອນຢູ່ໃຕ້ນ້ຳ / ກຳລັງລອຍໄປມາເພື່ອເອົນ້ຳ / ມາພົ່ນ້ຳໃຫ້ປະຊາຊົນ / ທັໂລມະນຸດ ແລະ ພອນສະຫວັນ/ລ້ວນແຕ່ໄດຮັບ / ໄດ້ຊົມໃຊ້ ລ້ວນແຕ່່ມີຄວາມອີ່ສຳານ / ມັງກອນໄດ້ພົ່ນ້ຳຢ່າງລົ້ນເຫຼືອ / ປະຊາຊົນພວກເຮົຊົມຊື່ນດີໃຈເປັນຢ່າງຍິ່ງ.

ບໍ່ວ່າເວລາໃດ ຊາວເຜົ່າ ຢ້າວແທງອີ ກໍສາມາດຂັບກ້ຽວກັນຄື: ເມື່ອໄປໄຮ່ໄປສວນ, ໄປງານບຸນ ຫຼື ບັນດາຄຳທັກທາຍສະບາຍດີກັນໃນແຕ່ລະມື້ ໂດຍຊາວເຜົ່າ ຢ້າວແທງອີ ໄດ້ປະດິດແຕ່ງເປັນບັນດາບົດຂັບກ້ຽວທີ່ເປັນຫນ້າທີ່ດຶງດູດໃຈທີ່ສຸດ. ປົກກະຕິແລ້ວ ເນື້ອຮ້ອງທຳນອງບົດຂັບກ້ຽວກັນຂອງຊາວເຜົ່າ ຢ້າວແທງອີ ແມ່ນຈິງໃຈ, ລຽບງ່າຍແຕ່ເຕັມໄປດ້ວຍຄວາມໝາຍຫຼາຍຢ່າງ, ພິເສດແມ່ນຍາມບ່າວສາວຂັບກ້ຽວກັນເພື່ອຊອກຄູ່. ບັນດາຄຳຂັບກ້ຽວທີ່ອ່ອນຊ້ອຍນັ້ນ ໄດ້ເຮັດໃຫ້ບ່າວສາວຊາວເຜົ່າ ຢ້າວແທງອີ ມີອາລົມຈິດຄວາມຮັກນຳກັນ. ແລະຈາກສິ່ງດັ່ງກ່າວ ກໍມີຫຼາຍເລື່ອງຄວາມຮັກໄດ້ແຕກໜໍ່ຈໍ່ດອກ, ມີບ່າວສາວຫລາຍຄູ່ເປັນຜົວເມຍ ແລະ ຢູ່ນຳກັນຢ່າງມີຄວາມຜາສຸກ. ນັກສິລະປະການ ເຈືອງ ທິ ກູຍ ເລົ່າຄືນວ່າ:

ກ່ອນີ້ ມີຫຼາຍຄົນຂັບກ້ຽວກັນ, ແລ້ວກາຍເປັນຜົວເມຍກັນ. ເຫັນພວກອ້າຍບ່າວຂັບຖາມກັນ, ເຮົມັກເຮົາກໍຕອບ. ບໍ່ວ່າເຮັດຫຍັງກໍຄິດເຖິງຂັບກ້ຽວກັນ, ສະນັ້ນ ມັນຈຶ່ງຝັງເລິກໃນໃຈເຮົາ ທີ່ບໍ່ອາດລືມໄດ້. ຍາມໃດກໍຄິດວ່າ ຈະເຮັດແນວໃດເພື່ອໃຫ້ເຮົຮູ້ຂັບກ້ຽວຫຼາຍແບບ ເພື່ອໄປຂັບຖາມຕອບກັບຊາວໜຸ່ມ, ຖ້າເຮົຊະນະ ເຮົມີຄວາມມ່ວນຊື່ນທີ່ສຸດ.

ຄວາມອ່ອນຊ້ອຍໃນການຂັບກ້ຽວກັນຂອງຊາວເຜົ່າ ຢ້າວແທງອີ - ảnh 2 ປະຈຸບັນ, ມີຊາວເຜົ້າຢ້າວແທງອີ 6 ຄົນໄດ້ຮັບນາມມະຍົດເປັນນັກສິລະປະການ

ກ່ອນຈະຂັບກ້ຽວກັນຕາມ ປົກກະຕິແລ້ວ ຊາວເຜົ່າ ຢ້າວແທງອີ ຈະຂັບຮ້ອງດັງກ້ອງກັງວານ, ສຽງຂຶ້ນລົງຕາມຈັງຫວະ, ຟັງແລ້ວເປັນຕາອອນຊອນ. ຫຼັງຈາກນັ້ນ ແມ່ນຂັບຄວາມໃນໃຈ, ກະຊິບບອກກັນເບົາໆ. ນັກສິລະປະການ ດັ້ງແທງເລືອງ, ອາຍຸ 75 ປີ, ຍັງຈື່ ທຳນອງ ຂັບກ້ຽວຫຼາຍແບບ. ນັກສິລະປະການ ດັ້ງແທງເລືອງ ໃຫ້ຮູ້ວ່າ: ປະຊາຊົນເກືອບທັງໝົດຢູ່ ຕາແສງ ບັ່ງກ໋າ ແມ່ນຊາວຊົນເຜົ່າ ຢ້າວແທງອີ , ແຕ່ປັດຈຸບັນ ບໍ່ມີເທົ່າໃດຄົນທີ່ສາມາດຂັບກ້ຽວແບບດັ້ງເດີມໄດ້.

ດຽວນີ້ ໄວໜຸ່ມບໍ່ຮູ້ຂັບກ້ຽວ. ກ່ອນນີ້ ແມ່ນຕ່າງກັນຫຼາຍ. ໃຜທີ່ຍັງບໍ່ທັນໄດ້ຜົວໄດ້ເມຍ, ໃນຕົ້ນລະດູບານໃໝ່ ຈຸດປະສົງແມ່ນໄປເພື່ອຊອກຮູ້ເຊິ່ງກັນ ແລະ ກັນ. ມີແຕ່ໄປຂັບເທົ່ານັ້ນ, ແຕ່ວັນ 1 ເຖິງວັນເພັງ (ໄລ່ຕາມຈັນທະປະຕິທິນ). ໃຜມີເວລາຫວ່າງແມ່ນໄປເຫຼິ້ນ ແລະ ຂັບ້ອງ. ຍ້ອນຊາວເຜົ່າພວກຂ້າພະເຈົ້າມັກລະອາຍ. ເມື່ອເຫັນຜູ້ສາວງາມ ຂ້າພະເຈົ້າຮູ້ສຶກຮັກແທ້, ແຕ່ບໍ່້າເວົ້າ, ແຕ່ຖ້າພາກເຊື່ອມສານເຂົ້າປະໂຫຍກຂັບກ້ຽວແລ້ວ ພັດກ້າເວົ້າໄດ້. ຈຸດພິເສດແມ່ນຄືແນວນັ້ນ. ເມື່ອຂ້າພະເຈົ້າມີອຍຸ 16 17 ປີ ກໄດ້ໄປຂັບກ້ຽວແລ້ວ.

          ໃນຊຸມປີມໍ່ໆມານີ້, ການຂັບກ້ຽວຂອງຊາວເຜົ່າ ຢ້າວແທງອີ ຢູ່ ບັ່ງກ໋າ ໄດ້ນຳເຂົ້າຮັບໃຊ້ໃຫ້ແຂກທ່ອງທ່ຽວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເພື່ອຮັກສາ ແລະ ໂຄສະນາເຜີຍແຜ່ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຢ້າວແທງອີ ເຖິງນັກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ