ຂັບຜູ້ໄທ ທຳນອງເພງພື້ນເມືອງຂອງຊາວເຜົ່າຜູ້ໄທ

(VOVWORLD)-ຂັບຜູ້ໄທ ແມ່ນບັນດາບົດເພງພື້ນເມືອງດ້ວຍທຳນອງທີ່ຈັບອົກຈັບໃຈ ຖືກເກັບຮັກສາແບບປາກຕໍ່ປາກ ຫຼື ຈົດກ່າຍຈາກເຊັ່ນຄົນນີ້ສູ່ເຊັ່ນຄົນອື່ນ. ຂັບຜູ້ໄທ ໄດ້ປາກົດມີໃນທຸກໆວັນ ແລະ ແມ່ນສິ່ງທີ່ຂາດບໍ່ໄດ້ໃນຊີວິດທາງດ້ານຈິດໃຈຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ. ຂັບຜູ້ໄທ ແມ່ນການຂັບຮ້ອງທີ່ນຳໃຊ້ຈັງຫວະດົນຕີເພື່ອສະແດງເນື້ອໃນຂອງກາບກອນ. ກາບກອນບົດໜຶ່ງເລື່ອງລາວເລື່ອງໜຶ່ງ ດ້ວຍກາບກອນ ກໍ່ແມ່ນບົດເພງບົດໜຶ່ງ. ຂັບຜູ້ໄທມີຫຼາຍປະເພດຂຶ້ນກັບແຕ່ລະເນື້ອໃນຫົວເລື່ອງ ເຊິ່ງມີຊື່ເອີ້ນແຕກຕ່າງກັນ
ຂັບຜູ້ໄທ ທຳນອງເພງພື້ນເມືອງຂອງຊາວເຜົ່າຜູ້ໄທ - ảnh 1ນັກສິລະປະການດີເດັ່ນ ຮ່າທິບິກ

     ຊາວເຜົ່າຜູ້ໄທສາມາດຂັບຜູ້ໄທ ຢູ່ບໍ່ວ່າແຫ່ງໃດ ຈາກໃນເຮືອນຕະຫຼອດທົ່ງໄຮ່ທທົ່ງນາ ໃນເວລາກ່ອມລູກ ຫຼື ໃນງານບຸນ ຂັບຮ້ອງເພື່ອຕ້ອນຮັບລະດູບານໃໝ່ ອວຍພອນເຂົ້າເຮືອນໃໝ່, ອວຍພອນອາຍຸຍືນ ຫຼື ຂັບຮ້ອງເພື່ອນຳສົ່ງຜູ້ທີ່ໄດ້ລ່ວງລັບໄປສູ່ສຸຄະຕິພົບ. ນັກສິລະປະການດີເດັ່ນ ຮ່າທິບິກ ຊາວເຜົ່າຜູ້ໄທ ຢູ່ຕາແສງ ນ່າຟອນ ເມືອງ ມາຍເຈົາ ແຂວງ ຮວ່າບິ່ງ ໃຫ້ຮູ້ວ່າ:

      “ທຳນອງເພງຂັບຜູ້ໄທໄດ້ມີມາແຕ່ດົນນານ ຖືກສືບທອດຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນ. ລາຍການຂັບຜູ້ໄທ ແມ່ນຍ້ອງຍໍສັນລະເສີມຊົນນະບົດ, ຊາວເຜົ່າຜູ້ໄທ ພັນລະນາຮູບພາບທົ່ງໄຮ່ທົ່ງນາ, ຄວາມງາມຂອງໝູ່ບ້ານ. ໃນລາຍການສະແດງສິລະປະວັນນະຄະດີຂອງໝູ່ບ້ານກໍ່ລ້ວນແຕ່ມີ ຂັບຜູ້ໄທ. ພວກຂ້າພະເຈົ້າກໍ່ໄດ້ສ້າງຕັ້ງສະໂມສອນຂັບຜູ້ໄທ ເຊິ່ງມີສະມາຊິກ 30 ຄົນ ທັງຊາຍ ແລະ ຍິງ ແລະ ທຸກໆເກນອາຍຸ”.

     ໃນຈຳນວນບັນດາທຳນອງເພງຂັບຜູ້ໄທ ເບິ່ງຄືວ່າຂັບກ້ຽວບ່າວສາວ, ຂັບກ່ອມລູກ, ຂັບຕ້ອນຮັບລະດູບານໃໝ່, ຂັບກາບກອນກໍ່ແມ່ນສິ່ງທີ່ແຜ່ຫຼາຍກກວ່າໝູ່. ຂັບຜູ້ໄທ ກໍ່ເຄີຍປະສານກັບສຽງຂຸ່ຍສຽງແຄນ ສຽງຂັບຮ້ອງບາດຂຶ້ນບາດລົງ ປະສານກັບສຽງຂຸ່ຍສຽງແຄນທີ່ອ່ອນຊ້ອຍກໍ່ໄດ້ສ້າງເປັນສຽງທີ່ເປັນເອກະລັກ ແລະ ເປັນໜ້າຈັບໃຈ. ລຸງ ຮ່າວັນແຊ່ມ ຊາວເຜົ່າຜູ້ໄທ ຢູ່ເມືອງ ມາຍເຈົາ ແຂວງ ຮວ່າບິ່ງ ເລົ່າສູ່ຟັງວ່າ:

    “ຂັບຜູ້ໄທ ແມ່ນທຳນອງເພງທີ່ເປັນເອກະລັກ ປະສານກັບສຽງຂຸ່ຍສຽງແຄນ. ຂັບຜູ້ໄທໃນງານດອງ  ແມ່ນຂັບຮ້ອງດ້ວຍເນື້ອໃນຢື້ຢາມຖາມຂ່າວກັນ ສ່ວນຂັບກ້ຽວກໍ່ມີຂັບກ້ຽວຍິງຊາຍ ຫຼື ຊາຍກັບຊາຍ ແລະ ຍິງກັບຍິງ. ຂັບຜູ້ໄທກໍ່ຈັດຂຶ້ນຢູ່ຫຼາຍແຫ່ງ, ຂັບຜູ້ໄທເມືອງ ມາຍເຈົາ ກໍ່ມີຄວາມແຕກຕ່າງກັບຂັບຜູ້ໄທ ແຂວງ ເຊີນລາ”.

      ໃນທຸກວັນນີ້ ບັນດາທ້ອງຖິ່ນທີ່ມີພໍ່ແມ່ພີ່ນ້ອງເຜົ່າຜູ້ໄທດຳລົງຊີວິດຢູ່ນັ້ນ ກໍ່ມີຄວາມເອົາໃຈໃສ່ອະນຸລັກ ຮັກສາເສີມຂະຫຼາຍຄຸນຄ່າປະເພດສິລະປະນີ້. ທ່ານ ຮ່າວັນເງິນ ຮອງເລຂາຄະນະພັກ ປະທານຄະນະກຳມະການປະຊາຊົນຕາແສງ ນ່າຟອນ ເມືອງ ມາຍເຈົາ ແຂວງ ຮວ່າບິ່ງ ໃຫ້ຮູ້ວ່າ:

     “ຕາແສງ ນ່າຟອນ ມີຄວາມເອົາໃຈໃສ່ ອະນຸລັກຮັກສາມໍລະດົກວັນທະນະທຳ ບໍ່ເປັນວັດຖຸຂອງຊາວທ້ອງຖິ່ນ. ປີນີ້ໂຄງການແປດ ຂຶ້ນກັບໂຄງການແຫ່ງຊາດພັດທະນາເສດຖະກິດ ສັງຄົມຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ໜູນຊ່ວຍຕາແສງມີໂຄງການອະນຸລັກຮັກສາສີສັນວັດທະນະທຳ. ພວກຂ້າພະເຈົ້າກໍ່ໄດ້ໃຫ້ການສ້າງຕັ້ງສະໂມສອນສອງແຫ່ງ  ໃນນັ້ນໜຶ່ງແຫ່ງ ແມ່ນຂັບຜູ້ໄທ ເພື່ອຮັກສາສີສັນວັດທະນະທຳພື້ນເມືອງຂອງຊາວເຜົ່າຜູ້ໄທ”

     .ຖ້າຫາກວ່າສິລະປະຂອງຊາວເຜົ່າມົ້ງ ມີຊື່ສຽງດ້ວຍວາດຟ້ອນແຄນ, ຊາວເຜົ່າໄຕ່ ມີສະໂມສອນຂັບແທນນັ້ນ ຂັບຜູ້ໄທ ຊ້ຳພັດແມ່ນປະເພດດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າຜູ້ໄທ. ສຳລັບພໍ່ແມ່ພີ່ນ້ອງເຜົ່າຜູ້ໄທແລ້ວ, ທຳນອງເພງຂັບເຜົ່າຜູ້ໄທ ຕິດພັນກັບຈຸດວັດທະນະທຳພື້ນເມືອງ ແລະ ມີຄວາມໝາຍຢ່າງໃຫຍ່ຫຼວງທີ່ສຸດໃນຊີວິດທາງດ້ານຈິດໃຈຂອງປະຊາຊົນ. 

ຕອບກັບ

ຂ່າວ/ບົດ​ອື່ນ