ຂັ້ນໄດ 9 ຂັ້ນ - ຂົວເຊື່ອມຕໍ່ວັດທະນະທຳຂອງຊາວເຜົ່າໄຕ່, ເຜົ່ານຸ່ງ

(VOVWORLD) -ເຮືອນຮ້ານທີ່ເປັນປະເພນີ ແລະ ຂັ້ນໄດ ແມ່ນຄວາມງາມທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄຕ່ ແລະເຜົ່ານຸ່ງ. ບັນດາຂັ້ນໃນຂັ້ນໄດຊ້ອນແຝງທາງດ້ານວັດທະນະທຳແລະບັນດາຮີດຄອງປະເພນີຂອງເຜົ່າໄຕ່ ແລະເຜົ່ານຸ່ງ
ຂັ້ນໄດ 9 ຂັ້ນ - ຂົວເຊື່ອມຕໍ່ວັດທະນະທຳຂອງຊາວເຜົ່າໄຕ່, ເຜົ່ານຸ່ງ - ảnh 1ຂັ້ນໄດ ແມ່ນສິ່ງມີຄວາມຜູກພັນກັບຊີວິດຂອງຊາວເຜົ່າໄຕ, ເຜົ່ານຸ່ງ

     ເມື່ອກ່ອນນີ້ມີສັດຮ້າຍຫຼາຍປະເພດດັ່ງນັ້ນພໍ່ແມ່ພີ່ນ້ອງເຜົ່າໄຕ່ ແລະເຜົ່ານຸ່ງຕ້ອງເຮັດເຮືອນສູງທັງເປັນການຫຼີກລ້ຽງສັດຮ້າຍທັງເຢັນສະບາຍແລະແທດເໝາະກັບຫຼັກອະນາໄມ. ເຊື່ອມຕໍ່ລະຫວ່າງໜ້າດິນແລະເຮືອນຮ້ານກໍ່ແມ່ນຂັ້ນໄດໄມ້. ລຸງ ຢ໊າວັນວຸ ຢູ່ເມືອງເຈິໂດ່ນ ແຂວງບັກກ້ານໃຫ້ຮູ້ວ່າ:

   “ຂັ້ນໄດຂຶ້ນເຮືອນຮ້ານຂອງຊາວເຜົ່າໄຕ່ ແລະ ເຜົ່ານຸ່ງຖືກກຳນົດມາແຕ່ສະໄໝປູ່ຍ່າຕາຍາຍເມື່ອກ່ອນນີ້ແລ້ວ,ຖ້າຫາກເປັນເຮືອນຮ້ານກໍ່ຕ້ອງມີຂັ້ນໄດແລະ ຈຳນວນຂັ້ນໃນຂັ້ນໄດກໍ່ຕ້ອງເປັນເລກຄີກຄືມີ 7 ຂັ້ນຫຼື 9 ຂັ້ນ ສ່ວນຈຳນວນຂັ້ນດ້ວຍເລກຖ້ວນແມ່ນຕ້ອງຄະລຳ”.

   ຂັ້ນໄດ 9 ຂັ້ັ້ນກໍ່ແມ່ນວັດຖຸຊັກຈູງ ແມ່ນໄມ້ວັດແທກແຕ່ລະບາດກ້າວຍ່າງຂອງເດັກຕະຫຼອດຮອດຄາວເຕີບໃຫຍ່. ເດັກຄົນໜຶ່ງຂຶ້ນຂັ້ນໄດດ້ວຍວິທີຂອງຕົນເອງກໍ່ແມ່ນໄລຍະທາງບືນຕົວຂຶ້ນເພື່ອກາຍເປັນຜູ້ໃຫຍ່. ຂັ້ນໄດ 9 ຂັ້ນ ກໍ່ແມ່ນຫຼັກຖານພະຍານສຳລັບພິທີສົ່ງລູກສາວໄປຢູ່ເຮືອນຜົວ. ນັກຄົ້ນຄວ້າວັດທະນະທຳພື້ນເມືອງເຢືອງແຊັກໃຫ້ຮູ້ວ່າ:

    “ໃນມື້ຈັດງານດອງ,ຮອດເວລາລູກສາວອອກະຕູກັບໄປຢູ່ເຮືອນຜົວນັ້ນຊາວເຜົ່າໄຕ່ ເຜົ່ານຸ່ງກໍ່ເອີ້ນວ່າລົງພື້ນດິນ.ເວລານັ້ນປູ່ຍາຕາຍາຍພໍ່ແມ່ ຍາດພີ່ນ້ອງຈະມາຈັບຂັ້ນໄດເພື່ອລູກສາວລົງພື້ນດິນເພື່ອສົ່ງລູກສາວໄປຢູ່ເຮືອນຜົວ. ເພາະສະນັ້ນບັນດາຂັ້ນໃນຂັ້ນໄດກໍ່ປຽບເໝືອນຫຼັກຖານພະຍານສຳລັບບັນດາບາດກ້າວຍ່າງສຳລັບນາງສາວເຜົ່າໄຕ່ ເຜົ່ານຸ່ງເມື່ອອອກຈາກເຮືອນຂອງພໍ່ແມ່ໄປຢູ່ເຮືອນຜົວ”.

    ນອກຈາກຈຸດປະສົງຮັບໃຊ້ການໄປມາແລ້ວ, ໃນຊີວິດທາງດ້ານຈິດວິນຍານຂອງຊາວເຜົ່າໄຕ່ ແລະ ເຜົ່ານຸ່ງ ກໍຍັງມີຄວາມສຳນຶກວ່າ ຂັ້ນໄດຮັບຂວັນ ຫຼືເອີ້ນວ່າ ຂັ້ນໄດຂວັນ. ເຂົາເຈົ້າມີຄວາມສຳນຶກວ່າ ມະນຸດມີສອງສ່ວນນັ້ນແມ່ນຮ່າງກາຍ ແລະ ຂວັນ. ຮ່າງກາຍ ແລະຂວັນຍາມໃດກໍ່ໄປຄຽງຄູ່ນຳກັນ ແຕ່ບາງຄັ້ງສ່ວນຂວັນສາມາດອອກຈາກຮ່າງກາຍໄປທ່ຽວຫຼີ້ນ, ດັ່ງນັ້ນຮ່າງກາຍຂອງຄົນຈະກິນດື່ມບໍ່ປົກກະຕິ ເກີດພະຍາດໂລກໄຂ້. ຢາກເອີ້ນຂວັນກັບມາກໍ່ຕ້ອງເຊື້ອເຊີນໝໍພອນມາທຳພິທີບາສີສູ່ຂັວນ. ນັກຄົ້ນຄ້າວັດທະນະທຳພື້ນເມືອງ ເຢືອງແຊັກ ໃຫ້ຮູ້ວ່າ: ໃນຈິດວິນຍານຂອງຊາວເຜົ່າໄຕ່ແລະເຜົ່ານຸ່ງ,  ຂັ້ນໄດ 7 ຂັ້ນ ຫຼື 9 ຂັ້ນແມ່ນການສະແດງໃຫ້ເຫັນຈຳນວນຂວັນ ກໍ່ໄດ້ຮັບຖືວ່າແມ່ນສາຍເຊື່ອມຕໍ່ຄວາມເປັນ ແລະ ຄວາມຕາຍຂອງມະນຸດ. ນັກຄົ້ນຄ້າວັດທະນະທຳພື້ນເມືອງເຢືອງແຊັກໃຫ້ຮູ້ຕື່ມອີກວ່າ:

     “ສຳລັບພິທີບາສີສູ່ຂັວນກໍ່ຕ້ອງຕ້ອນຮັບໝໍພອນມາທຳພິທີ. ເມື່ອທຳພິທີບາສີສູ່ຂວັນເພື່ອແກ້ຊວຍກໍ່ເຄີຍເອົາຮ່າງຕົ້ນກ້ວຍມາເຮັດເປັນຂັ້ນໄດໝາຍຄວາມເພື່ອໃຫ້ພົນທະຫານຂອງໝໍພອນຂຶ້ນສະຫວັນຮັບເອົາຂັວນມະນຸດກັບມາ”.

              ໃນທຸກວັນນີ້ ຊາວເຜົ່າໄຕ່ ແລະເຜົ່ານຸ່ງກໍ່ໄດ້ປັບປຸງເຮືອນຂອງຕົນເຮັດແນວໃດເພື່ອແທດເໝາະກັບເງື່ອນໄຂທຳມະຊາດແລະຊີວິດອອກແຮງງານທຳການຜະລິດກະສິກຳແຕ່ກໍ່ຍັງຄົງບໍ່ລືມຮັກສາຄວາມເປັນເອກະລັກສະເພາະທີ່ມີມາແຕ່ດົນນານ. ຍ້ອນເຫດນີ້ເອງໄດ້ສ້າງເປັນສີສັນສະເພາະຂອງຊາວເຜົ່າໄຕ່ ແລະເຜົ່ານຸ່ງເຊິ່ງຖືກສະແດງອອກຜ່ານສິລະປະຖາປັດຕະຍະກຳເຮືອນຮ້ານແລະພິເສດແມ່ນຮູບພາບຂັ້ນໄດ 9 ຂັ້ນ

ຕອບກັບ

ຂ່າວ/ບົດ​ອື່ນ