ກອນເລື່ອງວັນນະກຳ - ວັດທະນະທຳທີ່ເປັນເອກະລັກສະເພາະ ຂອງຊາວເຜົ່າເອເດ

(vovworld) - ກອນເລື່ອງວັນນະກຳຂອງ​ຊາວ​ເຜົ່າ​ເອ​ເດ, ແມ່ນ​ຜະ​ລິດ​ຕະ​ພັນ​ຂອງ​ຊົນ​ເຜົ່າ​ໄຕ​ງວຽນ​, ນີ້​ແມ່ນ​ບັນ​ດາ​ເລື່ອງ​ຍາວ, ມີສຳຜັດ​ອັກສອນ, ມີທຳນອງ, ຊ້ຳ​ບໍ່​ໜຳ​ຍັງ​ໄດ້​ຮັບ​ການ​ພັນ​ລະ​ນາຫຼື​ວາດ​ພາບ​ດ້ວຍ​ການເຄື່ອນ​ເໜັງ​, ການ​ກະ​ທຳ. ຊົນ​ເຜົ່າ​ເອ​ເດ​ ມີ​ຊື່​ສຽງ​ດ້ວຍກອນເລື່ອງ​ Dam San ​ແລະ Xinh Nha

ກອນເລື່ອງວັນນະກຳ - ວັດທະນະທຳທີ່ເປັນເອກະລັກສະເພາະ ຂອງຊາວເຜົ່າເອເດ - ảnh 1

ປື້ມກອນເລື່ອງວັນນະກຳຂອງຊົນເຜົ່າໄຕງວຽນ

(ພາບ: ອິນເຕີແນດ)

        ​ກອນເລື່ອງ​ Dam San ຂອງ​ຊາວ​ເຜົ່າ​ເອ​ເດ ຢູ່​ບັນ​ດາ​ແຂວງ ໄຕ​ງວຽນ, ແມ່ນ​ວັນນະກຳ​ທີ່ມີ​ຄວາມລຶ້ງ​ເຄີຍ​ຂອງເຂົາ​ເຈົ້າ. ບົດ​ກອນເລື່ອງ​ Dam San ​ເລົ່າ​ເລື່ອງ​ກ່ຽວ​ກັບ​ວິ​ລະ​ຊົນ​ Dam San ທີ່​ໄດ້​ຕໍ່​ສູ້​ຕ້ານ​ຄືນ​ປະ​ເພ​ນີຫຼ້າຫຼັງ ​ແລະ ກາຍ​ເປັນເຈົ້າ​ກົກ​ເຈົ້າ​ເຫຼົ່າ. ຕາມ​ປະ​ເພ​ນີ​ຂອງ​ເຜົ່າ​ເອ​ເດ ​​ແລ້ວ, Đam San ​ຕ້ອງປະແຟນ​ຂອງ​ຕົນ​ແມ່ນ​ນາງ H BiaĐiêt K lưt  ເພື່ອ​ເອົາ​ເມຍ 2 ຄົນ ຕາມການ​ຈັດ​ວາງ​ຂອງ​ພໍ່ປູ່, ນັ້ນ​ແມ່ນນາງ H Nhi ແລະ H Bhi. ​ແຕ່​ບໍ່​ຍອມ​ປະ​ຕິ​ບັດ​ຕາມ​ປະ​ເພ​ນີຫຼ້າຫຼັງ​ນັ້ນ, Dam San ໄດ້​​ຂຶ້ນໄປແດນ​ສະ​ຫວັນ​ເພື່ອ​ຮ້ອງ​ຟ້ອງ, ແລະ ກຽມ​ພ້ອມ​ຜ່ານ​ຜ່າ​ການ​ທົດ​ສອບ​ນາໆ​ປະ​ການ, ນັບ​ທັງ​ເລື່ອງ​​ຢາກ​ເອົາ​ເທພະ​ອາ​ທິ​ເປັນ​ເມຍ​​ເພື່ອຄັດ​ຄ້ານ​ການ​ສົມລົດ​ແບບ​ພັນ​ທະ​ນີ້. ສ່ວນ​​ກອນ​ເລື່ອງ Xinh Nha ແມ່ນ​ເລື່ອງ​ລາວ​ກ່ຽວ​ກັບ​ວິ​ລະ​ຊົນ​ໄຕ​ງວຽນ​ຜູ້​ໜຶ່ງ​ທີ່​ໄດ້​ຕໍ່​ສູ້​ຕ້ານ​ພວກຄົນບໍ່​ດີ ດ້ວຍ​ກຳ​ລັງ​ແຮງ​ຂອງ​ຕົນ, ​ນຳ​ມາ​ເຊິ່ງ​ຄວາມ​ສະ​ຫງົບ​ສຸກ​ໃຫ້​ແກ່​ປະຊາຊົນ​ໃນໝູ່​ບ້ານ. ພ້ອມກັບ​​ກອນ​ເລື່ອງ Dam San, ​ກອນ​​​ເລື່ອງ Xinh Nha ກໍ່​ຖືກ​ພິມ​ເປັນ​ປື້ມ​ວັນ​ນະ​ຄະ​ດີ ເພື່ອ​ສິດ​ສອນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ. ນັກ​ຄົ້ນ​ຄ້​ວາ Linh Nga Nie Kdam, ໃຫ້​ຮູ້​ວ່າ:

        “ກອນເລື່ອງວັນນະກຳ​ໂດຍ​ຊາວ​ເຜົ່າ​ເອ​ເດ ເປັນ​ຜູ້​ແຕ່ງ​ເອງ​ມາ​ແຕ່​ດົນ​ນານ​ແລ້ວ. ມີ​ບາງເລື່ອງ​​ຍາວ​​ເຖິງ​ພັນ​ໜ້າ, ດ້ວຍ​ຕົວ​ລະຄອນນັບ​ຮ້ອຍ​ຄົນ, ​ທັງ​ຢູ່​ແດນ​ສະຫວັນ, ​ຢູ່ເທິງ​ໜ້າດິນ, ​ໃຕ້​ດິນ ​ແລະ ​ຢູ່ໃຕ້​ນ້ຳ ກອນ​ເລື່ອງ​ຖືກ​ແຕ່ງ​ດ້ວຍວິທີ​ສຳ​ຜັດ​ອັກສອນ. ​ແລະ​ ຖືກສະ​ແດງພ້ອມ​ກັບດົນຕີ່​, ດ້ວຍ​ທຳນອງ​ຂຶ້ນ​ລົງທີ່​ແຕກ​ຕ່າງ​ກັນ. ຜ່ານ​ກອນ​ເລື່ອງ​ເລົ່າ​ນັ້ນ, ສາມາດ​ເຫັນ​ໄດ້ຊີວິດ​ຂອງ​ຊາວ​ເຜົ່າ​ເອ​ເດ ດ້ວຍ​ບັນດາຮີດຄອງ​ປະ​ເພນີ​ຂອງ​ເຂົາ​ເຈົ້າ.

        ກອນ​ເລື່ອງ​ວັນນະກຳ​ຂອງ​ຊົນ​ເຜົ່າ​ເອ​ເດ ໂດຍ​ປະ​ຊາ​ຊົນ​ແຕ່ງ​ເອງ ​ແລະ ຍື່ນ​ຍົງ​ຄົງ​ຕົວ​ຜ່ານ​ການ​ເລົ່າ​ຂານ​ກັນ​ມາ ຫຼື ຜ່ານ​ເອກະສານ. ມີ​ບາງ​ເລື່ອງ​ຕ້ອງ​ເລົ່າ​ໃນ 1-2 ຄືນ ​ແຕ່​ກໍ່​ມີ​ບາງ​ເລື່ອງ​ຕ້ອງ​ເລົ່າ​ໃນ 4-5 ວັນ ​ແລະ ຄືນ​ຈຶ່ງ​ໝົດ, ​ໂດຍ​ອີງ​ຕາມ​ຄວາມ​ສຳນຶກ, ຄວາມ​ສະ​ດຸ້ງ​ໃຈ​ຂອງ​ຜູ້​ເລົ່າ. ດັ່ງ​ນັ້ນ​ພ້ອມ​ກັບ​ກອນ​ເລື່ອງ​ວັນນະກຳ, ຊາວ​ເຜົ່າ​ເອ​ເດ ຍັງ​ມີຂັບ​ຂານ ຫຼື​ຂັບ​ເລົ່າ​ເລື່ອງ. ນັກ​ຄົ້ນ​ຄ້ວາ Linh Nga Nie Kdam, ໃຫ້​ຮູ້​ຕື່ມວ່າ:

        “ກ່ອນ​ນີ້, ດ້ວຍ​ເງື່ອນ​ໄຂ​ດຳລົງ​ຊີວິດກະ​ແຈກ​ກະຈາຍ, ດັ່ງ​ນັ້ນ​ການ​ຂັບຂານ, ​ເລົ່າ​ເລື່ອງ​ແມ່ນ​ຮູບ​ການ​ໜຶ່ງ​ດຽວ​ເພື່ອ​ຮັບ​ໃຊ້​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ປະຊາ​ຄົມ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ໄຕ​ງວຽນ, ​ໃນ​ນັ້ນ​ມີ​ຊົນ​ເຜົ່າ​ເອ​ເດ. ​ໃນ​ຊຸມ​ມື້​ຝົນຕົກ​ບໍ່​ໄປ​ເຮັດ​ໄຮ່​ໄດ້, ຫຼື​ໃນ​ຊຸມ​ວັນ​ບຸນ​ພາຍຫຼັງ​ຍາມ​ເກັບ​ກ່ຽວ ​ແລະ ​ໃນ​ງານ​ບຸນ​ຕ່າງໆ ​ເຂົາ​ເຈົ້າເຄີຍ​ຂັບ​ຂານ, ​ເລົ່າ​ເລື່ອງ​ວັນນະກຳນີ້. ຊ້ຳບໍ​ໜຳ, ​ໃນ​ຍາມ​ເກັບ​ກ່ຽວ​ເຂົ້ານາ​ໄຮ່, ​ເຂົາ​ເຈົ້າ​ກໍ່​ເຊີນ​ນັກສິລະ​ປະການມາ​ຂັບ​ຮ້ອງ​ເພື່ອ​ໃຫ້​ທຸກ​ຄົນ​ທັງ​ອອກ​ແຮງ​ງານ, ທັງຮັບ​ຟັງອີກ“.

ກອນເລື່ອງວັນນະກຳ - ວັດທະນະທຳທີ່ເປັນເອກະລັກສະເພາະ ຂອງຊາວເຜົ່າເອເດ - ảnh 2

ຊາວເຜົ່າເອເດຂັບຂານ, ເລົ່າເລື່ອງວັນນະກຳ

(ພາບ: ອິນເຕີແນດ)

        ນັກ​ສິລະ​ປະການ​ຂັບ​ຂານ, ​ເລົ່າ​ເລື່ອງວັນນະກຳ ​​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ຊາວ​ເຜົ່າ​ເອ​ເດ ​ເພາະວ່າ​ຕາມ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ແລ້ວ, ​ເຂົາ​ເຈົ້າແມ່ນ​ຜູ້​ທີ່​ມີ​ຄວາມ​ສາມາດ​ພິ​ເສດໂດຍ​ເທວະ​ດາ​ດົນ​ບັນດານ​ໃຫ້. ​​ແມ່ນ​ນັກ​ສິລະ​ປະການ​ສັງ​ລວມ, ທັງ​ແຕ່ງ​ກອນ​ເລື່ອງ, ທັງ​ເປັນຜູ້​ກຳກັບ​ການສະ​ແດງ, ທັງ​ເປັນ​ຜູ້​ສະ​ແດງ ​ແລະ ສາມາດຂັບ​ຂານ​​ເປັນສຽງ​ຂອງ​ຜູ້ຍິງ, ຜູ້​ຊາຍ, ຍັກ, ​ເທວະ​ດາ​ໄດ້... ​ເຂົາ​ເຈົ້າ​ກໍ່ເປັນ​ຜູ້​ວິຈານ​ຕົວ​ລະຄອນ​ຫຼື​ເນື້ອ​ໃນ​ກອນ​ເລື່ອງອີກ.

​ເພື່ອ​ອະນຸລັກ​ຮັກສາ​ສິລປະ​ຂັບ​ຂານ, ​ເລົ່າ​ເລື່ອງ​ວັນນະກຳ​ໄຕ​ງວຽນ ​ເວົ້າ​ລວມ, ​ແລະ ກອນ​ເລື່ອງ​ວັນນະກຳ​ຂອງ​ເອ​ເດ ​ເວົ້າ​ສະ​ເພາະ. ໃນ​ປີ 2007 , ກະຊວງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ສະ​ສົມ​ບັນດາກອນ​ເລື່ອງ​ວັນນະກຳ, ​ທຳນອງ​ຂັບ​ຂານ, ​ເລົ່າ​ເລື່ອງ​ວັນນະກຳ​ຂະໜາດ​ໃຫຍ່​ ​ແລະ ຈະຫັນແຫຼ່ງ​ເອກະສານ​ອັນ​ລ້ຳຄ່າ​ນີ້​ເປັນ​ດີ​ຈີ​ຕອນ​. ຂະ​ແໜງ​ວັດທະນະທຳ, ​ແຫ່ງ​ທີ່​ມີ​ຊາວ​ເຜົ່າ​ເອ​ເດ ​ດຳລົງ​ຊີວິດ​ນັ້ນ ກໍ່​ດຳ​ເນີນ​ການ​ສະຖິຕິ, ​ແບ່ງ​ປະ​ເພດ, ພ້ອມ​ທັງ​ຕັ້ງໜ້າ​ຟື້ນ​ຟູ​ງານ​ບຸນ​ຕ່າງໆ, ສ້າງ​ສະພາບ​ແວດ​ລ້ອມ​​ເພື່ອ​​ໃຫ້ການຂັບ​ຂານ, ​ເລົ່າ​ເລື່ອງ​ວັນນະກຳພັດທະນາ​. ​​ແຕ່​ລະ​ວັນ, ເມື່ອ​ສຽງ​ຂັບຂານ, ​ເລົ່າ​ເລື່ອງ​ວັນນະກຳ​ດັງ​ກ້ອງ​ກັງວານ​ໃນ​ເຮືອນ​ຍາວ​ຂອງ​ຊົນ​ເຜົ່າ​ເອ​ເດ, ມັນ​ຈະ​ຊືມ​ເລິກ​ເຂົ້າ​ຈິດ​ໃຈ​ຂອງ​ປະຊາ​ຄົມ​ຊາວ​ເຜົ່າ​ເອ​ເດ, ​ເພື່ອ​ໃຫ້​ລຸ່ນໜຸ່ມ​ກໍ່​ສາມາດ​ຂັບ​ຂານ, ​ເລົ່າ​ເລື່ອງ​ວັນນະ​ກຳ​ໄດ້, ​ເຮັດ​ໃຫ້ປະ​ເພດ​ວັດທະນະທຳ​ນີ້​ຍື່ນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ​ໃນ​ປະຊາ​ຄົມ​ຊາວ​ເຜົ່າ​ເອ​ເດ.


ຕອບກັບ

ຂ່າວ/ບົດ​ອື່ນ