ພັກປະຊາຊົນປະຕິວັດລາວ ມີຄວາມເຊື່ອໝັ້ນຕໍ່ຖັນແຖວການນຳຊຸດໃໝ່ຂອງ ພັກກອມມູນິດ ຫວຽດນາມ

(VOVWORLD) -ໃນສາຍພົວພັນສາກົນ, ບໍ່ມີສາຍພົວພັນໃດທີ່ພິເສດ, ໜຽວແໜ້ນ, ບໍລິສຸດຜຸດຜ່ອງ ແລະ ຫາຍາກຄືກັບສາຍພົວພັນ ລະຫວ່າງ ຫວຽດນາມ - ລາວ. ໃນຊຸມວັນຕົ້ນປີ 2021 ນີ້, ຫວຽດນາມ ແລະ ລາວ ພ້ອມກັນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ຫາກໍ່ສຳເລັດລົງຢ່າງຈົບງາມ ແລະ ຫວຽດນາມ ກໍພວມກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ກອມມູນິດ ຫວຽດນາມ ໃນຊຸມວັນຈະມາເຖິງ (25/01- 02/02/2021). ເນື່ອງໃນໂອກາດນີ້, ນັກຂ່າວ VOV ໄດ້ມີການແລກປ່ຽນກັບທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ກ່ຽວກັບເຫດການສຳຄັນນີ້. ຕໍ່ໄປ, ເຊີນທ່ານຕິດຕາມຮັບຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ