ຮັກສາທຳນອງເພງຂັບແຈ່ວ - ສິລະປະພື້ນເມືອງເຂັ້ມຂົ້ນສີສັນຊາດ

(VOVWORLD) -ງານມະໂຫລານສິລະປະຂັບແຈ່ວທົ່ວປະເທດປີ 2022 ຫາກໍ່ຖືກອັດລົງຢູ່ແຂວງຮ່ານາມພາຍຫຼັງດຳເນີນເປັນເວລາ 14 ວັນ. 27 ບົດລະຄອນຂັບແຈ່ວ ທີ່ເຂົ້າຮ່ວມງານມະໂຫລານແມ່ນ 27 ທຳນອງເພງຂັບແຈ່ວກ່ຽວກັບຄວາມສັດຊື່ ຄວາມປານີດ ແລະ ສຸດຈະລິດຂອງໝູ່ບ້ານຂັບແຈ່ວ ຫວຽດນາມ. ຜ່ານງານມະໂຫລານສິລະປະຂັບແຈ່ວໄດ້ຖືກຍົກສູງຂຶ້ນສູ່ລະດັບສູງໃໝ່ ມີລັກສະນະຄຸນຄ່າຊີວິດຕົວຈິງແລະແນວຄິດຢ່າງເລິກເຊິ່ງ. 
ຮັກສາທຳນອງເພງຂັບແຈ່ວ - ສິລະປະພື້ນເມືອງເຂັ້ມຂົ້ນສີສັນຊາດ - ảnh 1ລາຍການສະແດງສິລະປະໃນພິທີອັດງານມະໂຫລານສິລະປະຂັບແຈ່ວທົ່ວປະເທດປີ 2022

     ຜ່ານຂະບວນວິວັດແຫ່ງການສ້າງຕັ້ງແລະ ຂະຫຍາຍຕົວເປັນເວລາຍາວນານສິລະປະຂັບແຈ່ວໄດ້ເຂົ້າສູ່ຊີວິດວັດທະນະທຳແລະຈິດໃຈ, ກາຍເປັນໜຶ່ງໃນບັນດາປະເພດສິລະປະພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ ຫວຽດນາມ

  ງານມະໂຫລານສິລະປະຂັບແຈ່ວທົ່ວປະເທດປີ 2022 ໄດ້ດຶງດູດການເຂົ້າຮ່ວມຂອງນັກສະແດງສິລະປິນເກືອບ 1.500 ຄົນທີ່ມາຈາກ 16 ກອງສິລະປະຂັບແຈ່ວອາຊີບຈາກສູນກາງລົງຮອດທ້ອງຖິ່່ນ. ຕາມການຕີລາຄາຂອງສະພາກຳມະການໃຫ້ຄະແນນ, ທີ່ງານມະໂຫລານຄັ້ງນີ້ ມີຫຼາຍບົດລະຄອນຂັບແຈ່ວບັນລຸຄຸນນະພາບກ່ຽວກັບເນື້ອໃນ ແລະສິລະປະອັນໄດ້ດຶງດູດມວນຊົນຢ່າງຫຼວງຫຼາຍ, ພິເສດມີຫຼາຍບົດລະຄອນທີ່ໃໝ່ອ່ຽມສ້າງຄວາມປະທັບໃຈເປັນພິເສດໃຫ້ແກ່ກັບຜູ້ຊົມອັນໄດ້ຊ່ວຍໃຫ້ເຂົາເຈົ້າຮູ້ສຶກເຖິງຄວາມລະອຽດອ່ອນຂອງສິລະປະຂັບແຈ່ວ. ທ່ານຮອງສາດສະດາຈານ -ປອເຈິ່ນຈີ໊ຈັກ ປະທານສະພາສິລະປະງານມະໂຫລານຂັບແຈ່ວທົ່ວປະເທດ 2022 ຕີລາຄາວ່າ:

   “ການປະດິດຄິດສ້າງ ບົນເວທີສະແດງຂອງງານມະໂຫລານຂັບແຈ່ວຄັ້ງນີ້ ແມ່ນບັນດາກິດຈະກຳຄວາມປານີດ, ຄຸນສົມບັດແລະເຂັ້ມຂົ້ນໄປດ້ວຍສີສັນຂັບແຈ່ວພື້ນເມືອງມີລັກສະນະປ່ຽນແປງໃໝ່,ຫຼາຍຮູບຫຼາຍສີອຸດດົມສົມບູນແລະດູດດື່ມ. ເນື້ອໃນຂອງບັນດາບົດລະຄອນຂັບແຈ່ວ ໄດ້ເຮັດໃຫ້ຜູ້ຊົມຮູ້ສຶກໄດ້ບຸກບືນຂຶ້ນໃນຊີວິດ ຂຶ້ນໄປສູ່ການສ້າງໃຫ້ຕົນເອງດ້ວຍບັນດາຄຸນທາດທີ່ດີອຸທິດສ່ວນຄວາມເກັ່ງກ້າສາມາດໃຫ້ແກ່ປະເທດຊາດແລະເດັດດ່ຽວຕິໜິຕິຊົມບັນດາແນວຄິດເຫັນແກ່ຕົວ ແລະ ຕ່ຳຊ້າ”.

ປີນີ້ລາງວັນບົດລະຄອນຂັບແຈ່ວດີເດັ່ນແມ່ນໄດ້ແກ່ບົດລະຄອນ “ດິນຕໍ່ແຜ່ນແລະທະເລ” ຂອງໂຮງລະຄອນສິລະປະພື້ນເມືອງແທັງຮວ໊າ. ນີ້ແມ່ນບົດລະຄອນເຂັ້ມຂົ້ນໄປດ້ວຍຂີດໝາຍໃນຊີວິດປັດຈຸບັນ.ນອກຈາກລາງວັນດີເດັ່ນໃຫ້ແກ່ບົດລະຄອນ “ດິນຕໍ່ແຜ່ນແລະທະເລ” ກໍ່ຍັງມີລາງວັນຜູ້ແຕ່ງບົດລະຄອນດີເດັ່ນແມ່ນໄດ້ແກ່ ຫງວຽນດັງເຈືອງອະດີດນັກຮົບທະຫານເຮືອໝູ່ເກາະເຈື່ອງຊາເຊິ່ງທ່ານໄດ້ຝັກໃຝ່ແນວຄວາມຄິດໃຫ້ແກ່ບົດລະຄອນນີ້ເປັນເວລາຫຼາຍປີ. ໃນຂະນະນັ້ນມີ 6 ບົດລະຄອນໄດ້ຮັບລາງວັນຄຳທີ່ງານມະໂຫລານກໍ່ລ້ວນແຕ່ຕິດພັນກັບບັນດາຫົວເລື່ອງປະຫວັດສາດຫຼືພື້ນເມືອງ.ພ້ອມກັນນັ້ນກໍ່ມີຫຼາຍບົດລະຄອນມີລົມຫາຍໃຈຂອງຍຸກສະໄໝ. ທ່ານຮອງລັດທະມົນຕີກະຊວງວັດທະນະທຳກິລາແລະທ່ອງທ່ຽວ ຫວຽດນາມຕະກວາງດົງ ເນັ້ນໜັກວ່າງານມະໂຫລານຄັ້ງນີ້ ເພື່ອແນໃສ່ຈຸດປະສົງຄົ້ນພົບບັນດາການປະດິດຄິດສ້າງໃໝ່ ໃນການອອກແຮງງານທາງດ້ານສິລະປະຂັບແຈ່ວ, ຈາກນັ້ນຊອກຫາບັນດາບົດຮຽນອັນລ້ຳຄ່າວິທີແກ້ໄຂທີ່ດີເພື່ອປະກອບສ່ວນກໍ່ສ້າງແລະພັດທະນາພື້ນຖານສິລະປະຂັບແຈ່ວ ຫວຽດນາມ.  ທ່ານຮອງລັດຖະມົນຕີ ຕະກວາງດົງເນັ້ນໜັກວ່າ:

 “ງານມະໂຫລານສິລະປະຂັບແຈ່ວທົ່ວປະເທດປີ 2022 ກໍ່ແມ່ນຫຼັກຖານຢັ້ງຢືນລະອຽດໃນການຜັນຂະຫຍາຍປະຕິບັດບັນດາທັດສະນະໜ້າທີ່ມະຕິຂອງພັກກ່ຽວກັບການຟື້ນຟູພັດທະນາວັດທະນາທຳຊາວຫວຽດນາມ. ງານມະໂຫລານກໍ່ແມ່ນໂອກາດເພື່ອໃຫ້ອົງການຄຸ້ມຄອງລັດ, ບັນດາສະມາຄົມອາຊີບລົງເລິກຂະແໜງວາງກຳນົດບັນດາຍຸດທະສາດພັດທະນາເວທີສະແດງຫວຽດນາມເວົ້າລວມແລະ ສິລະປະບົນເວທີຂັບແຈ່ວເວົ້າສະເພາະ. ສິ່ງທີ່ໃຫຍ່ຫຼວງທີ່ສຸດທີ່ພວກເຮົາໄດ້ມາຈາກງານມະໂຫລານຄັ້ງນີ້ ແມ່ນຄວາມໃຝ່ຝັນຄວາມເມົາມົວທາງດ້ານສິລະປະພື້ນເມືອງພວມປາກົດຂຶ້ນໃນຈິດໃຈຂອງນັກສິລະປິນນັກສະແດງທຸກໆຄົນ. ມໍລະດົກສິລະປະຂັບແຈ່ວຍັງຄົງຝັງເລິກໃນຈິດໃຈຂອງຜູ້ນິຍົມສິລະປະ”. 

  ເດືອນຕຸລາປີ 2021 ກະຊວງວັດທະນະທຳກິລາແລະທ່ອງທ່ຽວຫວຽດນາມໄດ້ສ້າງເອກະສານມໍລະດົກສິລະປະຂັບແຈ່ວເພື່ອຍື່ນສະເໜີຕໍ່ Unescoຮັບຮອງແມ່ນມໍລະດົກວັດທະນະທຳໂລກ. ງານມະໂຫລານສິລະປະຂັບແຈ່ວທົ່ວປະເທດປີ 2022 ແມ່ນໂອກາດເພື່ອເຊີດຊູໂຄສະນາຄຸນຄ່າທີ່ເປັນເອກະລັກຂອງສິລະປະຂັບແຈ່ວທັງນີ້ກໍ່ເປັນການຮັກສາແປວໄຟແຫ່ງຄວາມຮັກສິລະປະຂັບແຈ່ວໃຫ້ຍືນຍົງຄົງຕົວບົນເວທີສະແດງສິລະປະ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ