ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກຂອງສິລະປະ ຂັບຊວານ - ມໍລະດົກບໍ່ເປັນວັດຖຸຂອງມວນມະນຸດ

(VOVWORLD) -ວັນທີ 8 ທັນວາ ປີ 2017 ຂັບຊວານ ແຂວງ ຝູເຖາະ ໄດ້ຮັບການເຊີດຊູຈາກອົງການ Unensco  ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ໄລຍະທາງ 6 ປີ ຈາກມໍລະດົກວັດທະນະທຳບໍ່ເປັນວັດຖຸ ຄວນໄດ້ຮັບການປົກປ້ອງຢ່າງຮີບດ່ວນ ຕະຫຼອດຮອດມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ ໄດ້ເປັນການຢັ້ງຢືນ ຄວາມມານະພະຍາຍາມອະນຸລັກຮັກສາ ເສີມຂະຫຍາຍມໍລະດົກຂັບຊວານ ຂອງອຳນາການປົກຄອງ ແລະ ປະຊາຊົນຢູ່ແຫ່ງນີ້
ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກຂອງສິລະປະ ຂັບຊວານ - ມໍລະດົກບໍ່ເປັນວັດຖຸຂອງມວນມະນຸດ - ảnh 1ລາຍການສະແດງຂັບຊວານຢູ່ແຂວງຝູເຖາະ

      ໂດຍໄດ້ກຳເນີດຂຶ້ນໃນຄອບຄົວທີ່ພໍ່ປູ່ ແລະ ແມ່ຍາຍ ແລະ ແມ່ລ້ວນແຕ່ມີຄວາມຜູກພັນກັບສິລະປະຂັບຊວານ. ດັ່ງນັ້ນນັບແຕ່ຄາວຍັງນ້ອຍ ສອງອ້າຍນ້ອງ ບຸ່ຍຫວຽດຮ່າວ ແລະ ບຸ່ຍຍືກວິ່ງ ໄດ້ລື້ງເຄີຍກັບສິລະປະ ຂັບຊວານ ແລະ ຂັບຊວານ ໄດ້ເຊື່ອມເລິກເຂົ້າໃນຈິດໃຈ ແລະ ກາຍເປັນຄວາມຮັກ ແລະ ຄວາມເມົາມົວຂອງສອງອ້າຍນ້ອງ.

        “ລູກຮຽນຂັບຊວານ ແຕ່ຄາວມີອາຍຸ 5 ປີ ລູກໄດ້ຮັບການຖ່າຍທອດຈາກປູ່ຍ່າ ແລະ ແມ່. ລູກຊົມຊອບຂັບຊວານທີ່ສຸດ ແລະ ໄດ້ໄປສະແດງຢູ່ຫຼາຍບ່ອນຮັບໃຊ້ຜູ້ຊົມ”.

       “ຢູ່ເຮືອນ ລູກກໍ່ມີແມ່ ມີປູ່ຍ່າ ແລະ ມີທັງອ້າຍຂອງລູກ ກໍ່ລ້ວນແຕ່ເຂົ້າຮ່ວມໃນກອງສິລະປະຂັບຊວານ. ລູກກໍ່ຊົມຊອບຂັບຊວານທີ່ສຸດ”.

      ເພື່ອອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຂັບຊວານ, ແຂວງ ຝູເຖາະ ໄດ້ເອົາໃຈໃສ່ເຖິງການຖ່າຍທອດ ແລະ ອະນຸລັກຮັກສາມໍລະດົກ. ມາຮອດປັດຈຸບັນທາງແຂວງໄດ້ກໍ່ສ້າງນັກສິລະປະການ ສືບທອດໄດ້ຫຼາຍກວ່າ 100 ຄົນ. ຢູ່ບັນດາໝູ່ບ້ານຂັບຊວານບູຮານ ກໍ່ປາກົດມີນັກສິລະປະການສາມລຸ້ນຄົນ ຄືນັກສິລະປະການອາຍຸສູງ, ນັກສິລະປະການລຸ້ນສືບທອດ ແລະ ໄວໜຸ່ມທີ່ເຕັມໄປດ້ວຍແງ່ຫວັງ. ປີກາຍນີ້ແຂວງ ຝູເຖາະ ກໍ່ໄດ້ມີນັກສິລະປະການ ຂັບຊວານ ຕື່ມອີກ 13 ຄົນ ເຊິ່ງໄດ້ຮັບນາມມະຍົດນັກສິລະປະການດີເລີດຈາກປະທານປະເທດ. ນັກສິລະປະການດີເລີດ ຫງວຽນທິບຽນ ແລະ ບຸ່ຍທິເລືອງ ສັງກັດກອງສິລະປະ ຂັບຊວານ ອານຖຸ່ຍ ຕາແສງ ເຟື້ອງເລົາ ນະຄອນ ຫວຽດຈີ່ ແບ່ງປັນວ່າ:

     “ຂ້າພະເຈົ້າດີໃຈທີ່ສຸດ ບໍ່ພຽງແຕ່ເຮົາເທົ່ານັ້ນ, ທຸກໆຄົນໃນກອງສິລະປະຂັບຊວານ ກໍ່ດີໃຈຄືກັນ ເພາະວ່າໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ”.

     “ພວກຂ້າພະເຈົ້າໄດ້ຮັບການຢັ້ງຢືນ ແມ່ນນັກສິລະປະການຂັບຊວານ, ຍ້ອນເຫດນີ້ເອງ ກໍ່ຕ້ອງຕັດສິນໃຈຖ່າຍທອດ ແລະ ຮັກສາບໍ່ໃຫ້ມໍລະດົກນີ້ສູນຫາຍໄປ”.

     ແຂວງ ຝູເຖາະ ໄດ້ນຳສິລະປະຂັບຊວານ ມາສູ່ຊຸມຊົນ ເພື່ອເສີມຂະຫຍາຍບົດບາດຂອງຊຸມຊົນໃນການຮັກສາທຳນອງເພງຂັບຊວານ ທີ່ມີແຕ່ສະໄໝລາດຊະວົງຮຸ່ງ. ປັດຈຸບັນມີ 34 ສະໂມສອນຂັ້ນແຂວງ ດ້ວຍສະມາຊິກຫຼາຍກວ່າ 1.500 ຄົນເພີ່ມຂຶ້ນ 23 ເທົ່າ ເມື່ອທຽບໃສ່ໄລຍະກອນທີ່ຂັບຊວານໄດ້ຮັບການຮັບຮອງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຄວນໄດ້ຮັບການປົກປ້ອງຢ່າງຮີບດ່ວນ ເມື່ອປີ 2011. ນາງ ຟ້າມທິບິກ ສັງກັດສະໂມສອນຂັບຊວານ ສະມາຄົມຜູ້ອາຍຸສູງ ຕາແສງ ມິງດ່າຍ  ເຕິນເຊີນ ແຂວງ ຝູເຖາະ ໃຫ້ຮູ້ວ່າ:

     “ເມື່ອຍັງບໍ່ທັນໄດ້ເຂົ້າຮ່ວມສະໂມສອນ ຂັບຊວານ ເຮົາກໍ່ເຫັນວ່າ ຂັບຊວານ ແມ່ນອັນໃດອັນໜຶ່ງທີ່ເຮົາຍັງບໍ່ທັນໄດ້ເຂົ້າໃຈ ກ່ຽວກັບກັບຄວາມງາມໃນສິລະປະເພດນີ້. ແຕ່ເມື່ອກາຍເປັນສະມາຊິກໃນສະໂມສອນ ເຮົາກໍ່ເຫັນວ່າທຳນອງເພງ ແມ່ນເຂັ້ມຂົ້ນໄປດ້ວຍລັກສະນະວັດທະນະທຳມະນຸດ ແລະ ພັນລະນາເຖິງການດຳລົງຊີວິດ ການຜະລິດຂອງປະຊາຊົນໃນຍຸກສະໄໝ ລາດຊະວົງຮຸ່່ງ. ນັບແຕ່ນັ້ນເປັນຕົ້ນມາຂັບຊວານ ໄດ້ຮັບການຖະນຸຖະໜອມ ແລະ ຮັກສາໄວ້”.

      ເພື່ອໃຫ້ຂັບຊວານຍັບເຂົ້າໃກ້ກັບໄວໜຸ່ມຫຼາຍກວ່າ, ແຂວງ ຝູເຖາະ ໄດ້ຮັກສາຂະບວນການຂັບຊວານ ໃນໂຮງຮຽນເປັນຢ່າງດີ. ບໍ່ພຽງແຕ່ນຳຂັບຊວານເຂົ້າໃນໂຮງຮຽນ ຜ່ານຊົ່ວໂມງຮຽນດົນຕີ ພ້ອມກັບບັນດາການເຄື່ອນໄຫວນອກລະບົບເທົ່ານັ້ນ ທາງແຂວງຍັງຈັດຕັ້ງງານແຂ່ງຂັນງານສະແດງຂັບຊວານ ອີກດ້ວຍ. ນ້ອງ ຫງວຽນເຈົາແອັງ ແລະ ເອື້ອຍຄູ ຫງວຽນທິຕວຽດມາຍ ສັງກັດໂຮງຮຽນປະຖົມ ຢາເກິມ ນະຄອນ ຫວຽດຈີ່ ແບ່ງປັນວ່າ:

      “ ແຕ່ລະມື້ ແຕ່ລະຊົ່ວໂມງ ເຄື່ອນໄຫວນອກໂມງຮຽນ ຫຼື ໃນສະໂມສອນຂັບຊວານ ພວກລູກກໍ່ລ້ວນແຕ່ໄດ້ຮຽນ ແລະ ໄດ້ສະແດງຂັບຊວານ”.

       “ການຖ່າຍທອດຂັບຊວານ ໄດ້ຖືກນຳເຂົ້າເອກະສານສຶກສາຂັ້ນທ້ອງຖິ່ນ ເພື່ອນຳເຂົ້າລັກສູດການສຶກສາສາມັນນັບແຕ່ປີ 2018. ຂ້າພະເຈົ້າຫວັງວ່າ ສິລະປະຂັບຊວານ ຈະໄດ້ຮັບການຜັນຂະຫຍາຍຄຸນຄ່າຢູ່ບັນດາໂຮງຮຽນໃນທົ່ວແຂວງ”.

        ສ່ວນທ່ານ ຫງວຽນດັກຖຸ໋ຍ ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ຝູເຖາະ ໃຫ້ຮູ້ວ່າ:

      “ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າສືບຕໍ່ແຜນອະນຸລັກຮັກສາສິລະປະຂັບຊວານຂອງແຂວງ ຝູເຖາະ ໃນນັ້ນສຸມໃສ່ບັນດາຂົງເຂດພື້ນຖານ ຄື ສືບຕໍ່ສ້າງເຂດອະນຸລັກຮັກສາມໍລະດົກວັດທະນະທຳ; ສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວຖ່າຍທອດ; ຟື້ນຟູບັນດາພິທີກຳປະເພນີທີ່ກ່ຽວຂ້ອງເຖິງຂັບຊວານ...”

       ໜ້າທີ່ອະນຸລັກຮັກສາເສີມຂະຫຍາຍຄຸນຄ່າມໍລະດົກຂັບຊວານ ຕິດພັນກັບການເຫຼື້ອມໃສໄຫວ້ບູຊາ ເຈົ້າຊີວິດຮຸ່ງ ເຊິ່ງແຂວງ ຝູເຖາະ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນໃນຊຸມປີທີ່ຜ່ານມາ. ຈາກເດີ່ນສາລາທີ່ເກົ່າແກ່ຢູ່ບັນດາໝູ່ບ້ານໃນປັດຈຸບັນ ຂັບຊວານ ໄດ້ ແລະ ພວມດັງກ້ອງກັງວານໄປທົ່ວມທຸກແຫ່ງ ຢູ່ດິນແດນແຫ່ງບັນພະບູລຸດ ຜູກຮັດວົງຄະນາຍາດ ແລະ ແຜ່ກະຈາຍຄວາມງາມຂອງປະເພດສິລະປະພື້ນເມືອງທີ່ເປັນເອກະລັກຂອງ ຫວຽດນາມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ