ລາງວັນໂຮ່ຈີມິນຕິດພັນກັບກິດຈະການສ້າງສາແລະພັດທະນາປະເທດຊາດ

(VOVWORLD) -ລາງວັນໂຮ່ຈີມິນແມ່ນລາງວັນທີ່ມີຄຸນຄ່າທີ່ສຸດເຊິ່ງລັດ ຫວຽດນາມໄດ້ມອບໃຫບັນດານັກປະພັນກຸ່ມນັກປະພັນ ຂອງບັນດາກິດຈະກຳວິທະສາດເຕັກນິກວັນນະຄະດີສິລະປະດີເດັ່ນເປັນພິເສດສາມາດສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ ແລະ ຍາວນານໃນຊີວິດສັງຄົມ. ລາງວັນນີ້ໄດ້ມອບ 5 ປີເທື່ອໜຶ່ງແມ່ນແຫຼ່ງລະດົມກຳລັງໃຈ ສົ່ງເສີມບັນດານັກຄົ້ນຄວ້າວິທະຍາສາດເຕັກນິກ, ບັນດາຜູ້ປະດິດຄິດແຕ່ງວັນນະຄະດີສິລະປະໄດ້ອຸທິດສ່ວນໃຫ້ແກ່ພາລະກິດສ້າງສາປະເທດຊາດນັບມື້ນັບຫຼາຍຂຶ້ນ
ລາງວັນໂຮ່ຈີມິນຕິດພັນກັບກິດຈະການສ້າງສາແລະພັດທະນາປະເທດຊາດ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກມອບລາງວັນໂຮ່ຈິມິນໃຫ້ແກ່ສາດສະດາຈານ ປອ ວິທະຍາສາດ ຫງວຽນກວາງຮົ່ງ

      ໃນຈຳນວນບັນດາກິດຈະກຳທີ່ໄດ້ຮັບລາງວັນໂຮ່ຈີມິນກ່ຽວກັບວິທະຍາສາດແລະເຕັກໂນໂລຊີເຊິ່ງຫາກໍ່ຈັດຂຶ້ນໃນເດືອນພະຈິກປີ 2022 ຢູ່ ຮ່າໂນ້ຍ, ເປັນໜ້້າສົນໃຈມີກິດຈະກຳວັດຈະນານຸກົມໜັງສືຫວຽດເດີມ ຂອງສາດສະດາຈານປອວິທະຍາສາດຫງວຽນກວາງຮົ່ງ. ນີ້ແມ່ນກິດຈະກຳໃຫຍ່ທີ່ສຸດນັບແຕ່ກ່ອນເປັນຕົ້ນມາ ກ່ຽວກັບວັດຈະນານຸກົມໜັງສືຫວຽດເດີມ.ວັດຈະນານຸກົມເຫຼັ້ມນີ້ບໍ່ພຽງແຕ່ມີຕົວໜັງສືຫວຽດເດີມເທົ່ານັ້ນຫາກຍັງແມ່ນສາງຮ່ອງຮອຍທາງດ້ານປະຫວັດສາດແລະວັດທະນະທຳຫວຽດນາມ. ດ້ວຍຄຳອະທິບາຍແລະສົມມຸດເພື່ອເຮັດແຈ້ງຄວາມໝາຍໃຫ້ແກ່ບັນດາຕົວໜັງສືຫວຽດເດີມນັ້ນ ຜູ້ອ່ານສາມາດເຫັນໄດ້ເຖິງບັນດາບົດປະພັນທີ່ມີຊື່ສຽງຂອງບັນດານັກປະພັນທີ່ມີຊື່ສຽງຄືຫງວຽນຈ໊າຍ, ຫງວຽນຢູ, ຫງວຽນຂວຽນ, ໂຮ່ຊວນເຮືອງ... ພ້ອມກັບບັນດາບົດປະພັນຄຳຮ້ອຍແກ້ວດ້ວຍບັນດາຄຸນຄ່າແນວຄິດໃຫຍ່ຂອງປູ່ຍ່າຕາຍາຍປະໄວ້ໃຫ້ ຕະຫຼອດຮອດບັນດາຮີດຄອງປະເພນີວັດທະນະທຳ. ແນະນນຳກ່ຽວກັບວັດຈະນານຸກົມເຫຼັ້ມນີ້ ສາດສະດາຈານ ປອ ຫງວຽນກວາງຮົ່ງໃຫ້ຮູ້ວ່າ:

    “ນີ້ແມ່ນກິດຈະກຳຄົ້ນຄວ້າຕົວໜັງສືຫວຽດເດີມ  ອັນໄດ້ຊ່ວຍໃຫ້ພວກເຮົາມີຄວາມລື້ງເຄີຍກັບຕົວໜັງສືຫວຽດເດີມ. ຜູ້ໃດຢາກຮຽນຕົວໜັງສືຫວຽດເດີມກໍ່ສາມາດໃຊ້ເພື່ອຮຽນ. ສິ່ງທີ່ສຳຄັນແມ່ນຈາກວັດຈະນານຸກົມເຫຼັ້ມນີ້ ກໍ່ສາມາດຊອກຮູ້ບັນດາໜັງສືຫວຽດເດີມໃນເອກະສານໜັງສືຫວຽດເດີມເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້ລຸ້ນປັດຈຸບັນ. ຕົວໜັງສືຫວຽດເດີມແມ່ນມໍລະດົກວັດທະນະທຳຂອງຊາດ ຕິດພັນກັບສາງວັດທະນະທຳຂອງຊາດ”.

      ພ້ອມກັບການຮັບລາງວັນໂຮ່ຈີມິນໃນຂົງເຂດວິທະຍາສາດແລະເຕັກໂນໂລຊີຄັ້ງທີ 6 ນີ້ ກໍ່ຍັງມີກິດຈະກຳ “ກ່ຽວກັບການປະຕິວັດຫວຽດນາມໃນຍຸກປັດຈຸບັນ” ປະກອບດ້ວຍ 1.100 ກວ່າໜ້າ, ຮວບຮວມຫຼາຍກວ່າ 60 ບົດຂຽນຂອງອະດີດສາດສະດາຈານຫງວຽນດຶກບິ່ງ. ບັນດາບົດຂຽນໄດ້ຕິດພັນກັບຂະບວນວິວັດວິແຫ່ງການຄົ້ນຄວ້າວິທະສາສາດ, ນຳພາວຽກງານແນວຄິດ,  ວັດທະນະທຳແລະ ວິທະຍາສາດສຶກສາຂອງພັກ, ເຕື້ອງເຖິງບບັນດາເນື້ອໃນທີ່ແຕກຕ່າງກັນແຕ່ກໍ່ໄດ້ຢັ້ງຢືນແລະປົກປ້ອງເສັ້ນທາງປະຕິວັດຫວຽດນາມໃນຍຸກປັດຈຸບັນ. ພ້ອມກັນນັ້ນກິດຈະກຳກໍ່ຕຳໜິວິຈານແລະປະຕິເສດບັນດາຖ້ອຍທຳນອງເສກສັນປັ້ນແຕ່ງບິດເບືອນຄວາມຈິງແລະປະຕິເສດລັດທິມາກ - ເລນິນແນວຄິດໂຮ່ຈີມິນປະກອບສ່ວນສຳຄັນເຂົ້າໃນການຕໍ່ສູ້ແນວຄິດທິດສະດີ ປົກປັກຮັກສາພື້ນຖານແນວຄິດຂອງພັກ. ພາຍຫຼັງພິທີມອບລາງວັນໂຮ່ຈີມິນກ່ຽວກັບວິທະຍາສາດແລະເຕັກໂນໂລຊີ, ຄາດວ່າວັນທີ 15 – 16 ທັນວາຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍຈະດຳເນີນພິທິມອບລາງວັນໂຮ່ຈີມິນກ່ຽວກັບວັດນະຄະດີສິລະປະໃຫ້ແກ່ບັນດາຜູ້ທີ່ມີຊຶ່ສຽງໃນພື້ນຖານວັນນະຄະດີສິລະປະຫວຽດນາມ.ໃນນັ້ນມີນັກປະພັນດົນຕີວັນກີ໊ (1928 - 2020) ດ້ວຍບັນດາບົດປະພັນ: ບົດກາບກອນ “ກ່ອມລູກ”, ບົດເພງ “ກ້າວຂຶ້ນຊາວໜຸ່ມຍຸກສະໄໝ ໂຮ່ຈີມິນ”, “ຮ່າໂນ້ຍຍາມລະດູບານໃໝ່”           ຕີລາຄາກ່ຽວກັບບັນດາບົດປະພັນຂອງນັກດົນຕີວັນກີ໊,ສາດສະດາຈານ ເຢືອງວຽດອ໊າ ຖືວ່າ:

      “ບົດປະພັນທັງໝົດຂອງວັນກີ໊ ກໍ່ລ້ວນແຕ່ເລີ່ມມາຈາກຫົວໃຈຄວາມຮູ້ສຶກອັນອົບອຸ່ນຂອງນັກດົນຕີ. ບົດດົນຕີຂອງວັນກີ໊ ແມ່ນມີລັກສະນະທຳນອງຈັບໃຈອ່ອນຫວານເຂັ້ມຂຸ້ນໄປດ້ວຍຄວາມຮັກແພງ”.

       ລາງວັນໂຮ່ຈີມິນເຊິ່ງແມ່ນລາງວັນອັນສູງສົ່ງທີ່ສຸດຂອງລັດຫວຽດນາມ ແມ່ນແຫຼ່ງລະດົມກຳລັງໃຈການສົ່ງເສີມຢ່າງໃຫຍ່ຫຼວງ  ຊຸກຍູ້ບັນດາຜູ້ເຮັດວຽກງານວິທະຍາສາດບັນດານັກປະພັນສິລະປິນນັກປັນຍາຊົນມານະພະຍາຍາມປະດິດຄິດສ້າງຫຼາຍຂຶ້ນເພື່ອມີບັນດາກິດຈະກຳບົດປະພັນທີ່ດີເດັ່ນ ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສັງຄົມໃຫ້ແກ່ປະເທດຊາດ, ນຳມາເຊິ່ງຄຸນຄ່າທາງດ້ານຈິດໃຈຢ່າງໃຫຍ່ຫຼວງໃຫ້ແກ່ວົງຄະນາຍາດ

ຕອບກັບ

ຂ່າວ/ບົດ​ອື່ນ