“ປະເທດຂອງຂ້ອຍ” - ງານວາງສະແດງທີ່ເປັນເອກະລັກ ສົມທົບກັບການແຜ່ພາບເຕັກນິກດີຈີຕອນ.

(VOVWORLD) -ໃນອາທິດທີ່ຜ່ານມາ ມີຜະລິດຕະພັນຈິດຕະກຳກວ່າ 80 ແຜ່ນໄດ້ນຳມາ ວາງສະແດງທີ່ງານວາງສະແດງ “ປະເທດຂອງຂ້ອຍ”  ໂດຍຫໍພິພິທະພັນວິຈິດສິນ ຫວຽດນາມ ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີ ແຫ່ງວັນຊາດ ຫວຽດນາມ 2 ກັນຍາ. ພິເສດບັນດາຜະລິດຕະພັນຈິດຕະກຳ ຍັງໄດ້ນຳໃຊ້ ເຕັກນິກຈິດຕະກຳທີ່ເຄື່ອນເໜັງ ແລະ ຖືກແຜ່ພາບອັນໄດ້ຊ່ວຍໃຫ້ຜູ້ຊົມມີ ວິທີ ເຂົ້າເຖິງໃໝ່ເປັນເອກະລັກສຳລັບບັນດາຜະລິດຕະພັນຈິດຕະກຳ
“ປະເທດຂອງຂ້ອຍ” - ງານວາງສະແດງທີ່ເປັນເອກະລັກ ສົມທົບກັບການແຜ່ພາບເຕັກນິກດີຈີຕອນ. - ảnh 1ຜະລິດຕະພັນຈິດຕະກຳ ນຳໃຊ້ ເຕັກນິກຈິດຕະກຳທີ່ເຄື່ອນເໜັງ ແລະ ຖືກແຜ່ພາບອັນໄດ້ຊ່ວຍໃຫ້ຜູ້ຊົມມີ ວິທີ ເຂົ້າເຖິງໃໝ່

    ຜະລິດຕະພັນ ຈິດຕະກຳ 80 ແຜ່ນທີ່ນຳມາວາງສະແດງທີ່ງານວາງສະແດງ “ປະເທດຂອງຂ້ອຍ” ແມ່ນຂອງຈິດຕະກອນທີ່ມີຊື່ສຽງຫຼາຍຄົນ. ຈາກບັນດາທັດຊະນີຍະພາບທີ່ ງົດງາມມີຊື່ສຽງຄື ອ່າວຮະລອງ ໃນແຂວງ ກວ໋າງນິງ, ທັດຊະນີຍະພາບ ດ່າລາດ ໃນແຂວງ ເລີມດົ່ງ, ດົ່ງວັນ ໃນແຂວງ ຮ່າຢາງ, ແມ່ນໍ້າເຮືອງ ໃນແຂວງ ເທື່ອທຽນເຫວ້, ນໍ້າຕົກຕາດບ໋ານຢົກ ໃນແຂວງ ກາວບັ່ງ ຕະຫຼອດຮອດບັນດາ ຮູບພາບທີ່ລື້ງເຄີຍຄືຄຸ້ມຖະໜົນເກົ່າ, ແຖວກົກໄມ້ໄຜ່, ເສັ້ນທາງ ໃນ ໝູ່ບ້ານ ຈາກເຂດພູດອຍທາງພາກເໜືອ ຕະຫຼອດຮອດເຂດພູພຽງເຂດແຄມທະເລ ກໍ່ລ້ວນແຕ່ສະແດງໃຫ້ເຫັນຢ່າງມີຊີີວິດຊີວາ. ທ່ານນາງ ເວືອງເລໝີຫອກ   ຮອງຫົວໜ້າພະແນກວາງແຜນການສຶກສາ ຫໍພິພິທະພັນວິຈິດສິນ ຫວຽດນາມ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າຫວັງວ່າດ້ວຍສະຖານທີ່ງາມເຊັ່ນນີ້ຢູ່ ຮ່າໂນ້ຍ, ບໍ່ພຽງແຕ່ ມວນຊົນຢູ່ ຮ່າໂນ້ຍເທົ່ານັ້ນຫາກຍັງມີແຂກທ່ອງທ່ຽວຕ່າງປະເທດ ເມື່ອມາແຫ່ງນີ້ ຈະໄດ້ຮັບຊົມປະເທດຊາດຂອງຕົນ ຜ່ານບັນດາຮູບພາບສິລະປະຢູ່ທີ່ນີ້. ໃນ ຈຳນວນຮູບພາບ 31 ແຜ່ນນີ້ ພວກຂ້າພະເຈົ້າຍັງແຜ່ພາບບາງຮູບພາບ ດ້ວຍຂະໜາດບໍ່ໃຫຍ່ ແຕ່ການແຕ້ມຢ່າງລະອຽດລະອໍ ເມື່ອນຳມາສາຍ ພວກເຮົາຈະເຫັນໄດ້ເຖິງປະສິດທິຜົນທາງດ້ານຈັກຂຸສຳຜັດ”

      ຕາມທ່ານ ດິງຫວຽດເຟືອງ ຜູ້ອໍານວຍການບໍລິສັດຫຸ້ນສ່ວນໃຫ້ຄໍາປຶກສາ ແລະ ວິທີແກ້ໄຂເຕັກໂນໂລຊີ 3 ມິຕິ ARTເຊິ່ງແມ່ນຫົວໜ່ວຍຮ່ວມງານ ຂອງຫໍພິພິທະພັນວິຈິດສິນ ຫວຽດນາມ, ບັນດາຜະລິດຕະພັນທີ່ນໍາມາ ວາງສະແດງ ແມ່ນພາບງຽບ ແລະ ເຄື່ອນ. ພາຍຫຼັງທີ່ໄດ້ຮັບຊົມພາບແຕ້ມເຄົ້າ ຢູ່ຫ້ອງວາງສະແດງທຳອິດແລ້ວ ຜູ້ຊົມສາມາດຍ່າງເຂົ້າຫ້ອງທາງໃນ ເພື່ອຮັບຊົມ ບັນດາຮູບພາບທີ່ໄດ້ນຳໃຊ້ເຕັັກນິກຈິດຕະກຳເຄື່ອນເໜັງ. ທ່ານ ດິງຫວຽດເຟືອງ ໃຫ້ຮູ້ວ່າ:

     “ທາງບໍລິສັດພວກຂ້າພະເຈົ້າສົມທົບກັບຫໍພິພິທະພັນວິຈິດສິນ ສ້າງສິ່ງທີ່ ໃໝ່ອ່ຽມກ່ຽວກັບບັນດາຜະລິດຕະພັນສິລະປະກຳຂອງບັນດາຈິດຕະກອນທີ່ມີ ຊື່ສຽງ ຢູ່ ຫວຽດນາມ. ທຳອິດແມ່ນຫັນຜະລິດຕະພັນເປັນດີຈີຕອນ, ທີສອງແມ່ນ ຄົ້ນຄວ້າທາງດ້ານສິລະປະຂອງຜະລິດຕະພັນຈິດຕະກໍາ ແລະ ສະພາບກໍາເນີດ ຂອງຜະລິດຕະພັນກໍ່ຄືພາສາສິລະປະ”.     

       ຕີລາຄາສູງວິທີທີ່ໃໝ່ອ່ຽມຂອງຫໍພິພິທະພັນວິຈິດສິນ ຫວຽດນາມ, ຈິດຕະກອນ ໂດ໊ດຶກ  ຜູ້ມີຜະລິດຕະພັນຈິດຕະກໍາທີ່ນໍາມາວາງສະແດງ ໃຫ້ຮູ້ວ່າ:

       “ເປັນໜ້າຈັບໃຈທີ່ສຸດ ບັນດາຮູບແຕ້ມທີ່ຖືກແຜ່ພາບ ເປັນໜ້າດຶງດູດໃຈ. ທີໜ່ຶງ ແມ່ນການສຳຜັດທີ່ໃໝ່ອ່ຽມ ແຕ່ຍັງເຫັນແຈ້ງຮູບພາບນັ້ນຫຼາຍກວ່າເກົ່າ, ສາມາດສໍາຜັດກັບທຸກໆຄົນດີກວ່າ”.

      ຍ້ອນນໍາໃຊ້ເຕັກໂນໂລຊີດີຈີຕອນ ທັດຊະນີຍະພາບຂອງປະເທດຊາດ ຈາກພາກເໜືອລົງຮອດພາກໃຕ້ ໄດ້ປາກົດຂຶ້ນຢ່າງມີຊີວິດຊີວາ ໃນບໍລິເວນຖືກ ຈໍາກັດຂອງຫໍພິພິທະພັນ. ມີເພື່ອນໜຸ່ມຫຼາຍຄົນໄດ້ສະແດງຄວາມປະທັບໃຈ ຕໍ່ທັດຊະນີຍະພາບທີ່ມີຊີວິດຊີວາຜ່ານບັນດາຜະລິດຕະພັນຈິດຕະກໍາ ສົມທົບ ກັບການແຜ່ພາບເຕັກນິກດີຈີຕອນ. ຜູ້ມາຊົມງານວາງສະແດງຄົນໜ່ຶງ ເປີດເຜີຍວ່າ:  

       “ຂ້າພະເຈົ້າຮູ້ສຶກວ່ານີ້ແມ່ນງານວາງສະແດງສິລະປະທີ່ໃກ້ຊິດຕິດແທດກັບ ໄວໜຸ່ມ. ດ້ວຍງານວາງສະແດງພິເສດ ແລະ ໃໝ່ອ່ຽມເຊັ່ນນີ້ ຂ້າພະເຈົ້າເຫັນວ່ານີ້ ແມ່ນຄວາມພະຍາຍາມຂອງບັນດາຫົວໜ່ວຍຈັດຕັ້ງ ເພື່ອນຳບັນດາຄຸນຄ່າ ທາງດ້ານສິລະປະຂອງຍຸກປັດຈຸບັນມາສູ່ພວກຂ້າພະເຈົ້າ”.   

      ການໝູນໃຊ້ເຕັກໂນໂລຊີໄດ້ສະແດງໃຫ້ເຫັນວ່າ ບັນດາຄຸນຄ່າທີ່ມີມາແຕ່ ດົນນານ ຍາມໃດກໍ່ເປັນພື້ນຖານ ແລະ ເປັນແຫຼ່ງບັນດານໃຈໃຫ້ແກ່ ການພັດທະນາ, ຫັນປ່ຽນ ແລະ ເຊື່ອມໂຍງສາກົົນຂອງ ວັດທະນະທຳ ຫວຽດນາມ. ນີ້ແມ່ນວິທີການແກ້ໄຂ ແລະ ທິດກ້າວເດີນໃໝ່ໃນການວາງສະແດງ ໂຄສະນາຜະລິດຕະພັນວິຈິດຕະກໍາ ເຊິ່ງບໍ່ຖືກຈຳກັດຍ້ອນບໍລິເວນ, ເວລາ, ເງື່ອນໄຂຮັກສາຜະລິດຕະພັນ.

ຕອບກັບ

ຂ່າວ/ບົດ​ອື່ນ