ປຶ້ມດີຈີຕອນແຜ່ຂະຫຍາຍກວ້າງກວ່າຄວາມຮັກອ່ານປຶ້ມ

(VOVWORLD) -ການພັດທະນາຂອງອຸປະກອນເອເລັກໂຕນິກອັດສະລິຍະໄດ້ສ້າງຄວາມຊິນເຄີຍອ່ານປຶ້ມແບບໃໝ່ຂອງຜູ້ອ່ານ. ແທນທີ່ໄປໃສກໍ່ຈັບປຶ້ມເພື່ອອ່ານເມື່ອມີເວລາຫວ່າງ, ຫຼາຍຄົນໄດ້ຫັນໄປສູ່ອ່ານປຶ້ມດີຈີຕອນຫຼືເອີ້ນວ່າປຶ້ມເອເລັກໂຕນິກຫຼືອ່ານທາງອອນລາຍໃນລະບົບອິນເຕີເນັດ. ຜົນປະໂຫຍດນີ້ໄດ້ເປີດທ່າອ່ຽງໃໝ່ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງກວ່າຂະບວນການອ່ານປຶ້ມຢູ່ ຫວຽດນາມ.
ປຶ້ມດີຈີຕອນແຜ່ຂະຫຍາຍກວ້າງກວ່າຄວາມຮັກອ່ານປຶ້ມ - ảnh 1ປຶ້ມດີຈີຕອນແຜ່ຂະຫຍາຍຢ່າງກວ້າງຂວາງ

     ໃນຍາມມີເວລາຫວ່າງ ນາງຫງວຽນທິແອວັງ ພາລະກອນເວນຍາມຢູ່ເມືອງ ຮວ່ານກ໊ຽມຮ່າໂນ້ຍ ເຄີຍເປີດໂທລະສັບມືຖືເພື່ອອ່ານເລື່ອງສັ້ນຫຼືອ່ານຂ່າວໃນແຕ່ລະວັນ. ການອ່ານປຶ້ມ, ໜັງສືພິມ ບໍ່ພຽງແຕ່ຊ່ວຍນາງໄດ້ອັບເດດຄວາມຮູ້ໃໝ່ຫຼາຍຢ່າງໃນຊີວິດປະຈຳວັນເທົ່ານັ້ນ ຫາກຍັງຊ່ວຍວຽກງານຂອງນາງຍິ່ງຟົດຟື້ນຫຼາຍຂຶ້ນ. ເມື່ອເລີກການ, ນາງກັບເມືອເຮືອນ ກໍ່ຍັງຄົງຮັກສາການອ່ານປຶ້ມພ້ອມກັບລູກເຕົ້າ. ນາງແອວັງຍາມໃດກໍ່ເຊື່ອວ່າເພື່ອໃຫ້ເດັກເມົາມົວແລະນິຍົມອ່ານປຶ້ມນັ້ນ ພໍ່ແມ່ກໍ່ຕ້ອງເປັນແບບຢ່າງ. ນາງແອວັງໃຫ້ຮູ້ວ່າ:

  “ເຮົາມັກອ່ານໜັງສືພິມເພື່ອຮູ້ຂ່າວກ່ຽວກັບການສຶກສາແລະສຸຂະພາບ. ເມື່ອກັບເຮືອນໃນຍາມຕອນຄ່ຳຈຶ່ງມີເວລາອ່ານປຶ້ມພ້ອມກັບລູກເຕົ້າ.ເຮົາມັກຊື້ປຶ້ມໃຫ້ແກ່ລູກເຕົ້າ ຄືປຶ້ມຊອກຮູ້ກ່ຽວກັບວິທະຍາສາດ,ຊອກຮູ້ທຳມະຊາດຢູ່ອ້ອມຂ້າງ”.

    ການອ່ານປຶ້ມທາງອຸປະກອນເອເລັກໂຕນິກອັດສະລິຍະຄືໂທລະສັບມຶຖື, ໄອແພດ ນັບມື້ນັບເປັນສິ່ງທີ່ແຜ່ຫຼາຍໃນຊຸມປີມໍ່ໆມານີ້. ບໍ່ວ່າໃນເວລາໃດທີ່ເປັນເວລາຫວ່າງຄືໃນເວລາລໍຖ້າລົດບັດ, ເວລາເຄື່ອນຍ້າຍລະຫວ່າງແຂວງຕໍ່ແຂວງຫຼືໃນເວລາພັກຕອນທ່ຽງ ຜູ້ອ່ານພຽງແຕ່ສາມາດອ່ານປຶ້ມຫຼືອັບເດດຂ່າວຫຼ້າສຸດຢູ່ຕາມເວັບໄຊ. ຕາມນາງຫງວຽນມິນຮັ່ງຢູ່ ເມືອງດົ໊ງດາຮ່າໂນ້ຍແລ້ວ ປຶ້ມດີຈີຕອນບໍ່ພຽງແຕ່ສ້າງຄວາມສະດວກໃຫ້ແກ່ຜູ່ຊົມໃຊ້ເທົ່ານັ້ນ ຫາກຍັງປະຢັດຄ່າໃຊ້ຈ່າຍຊື້ປຶ້ມ ເປັນຕົ້ນແມ່ນນັກຮຽນນັກສຶກສາຜູ້ມີລາຍຮັບຕ່ຳໃນສັງຄົມອີກດ້ວຍ. ນາງຮັ່ງໃຫ້ຮູ້ວ່າ:

     “ໃນເມື່ອຍາດແຍ່ງເວລາຫວ່າງ, ບໍ່ມີເວລາຫຼາຍຄືເມື່ອຂີ່ລົດບັດ ນ້ອງກໍ່ຈັບໂທລະສັບມືຖືໃນມືກໍ່ສາມາດນຳໃຊ້ປຶ້ມດີຈີຕອນຢ່າງສະດວກສະບາຍກວ່າ. ຕາມແຕ່ລະວີທີນຳໃຊ້ ຈຸດປະສົງ ແລະສະພາວະທີ່ແຕກຕ່າງກັນນ້ອງຈະເລືອກເຟັ້ນໃຫ້ແກ່ຕົນວິທີອ່ານປຶ້ມທີ່ແທດເໝາະທີ່ສຸດ”.

    ໂດຍກຳແໜ້ນທ່າອ່ຽງຄວາມຊິນເຄີຍອ່ານປຶ້ມແບບໃໝ່, ໃນຊຸມປີມໍ່ໆມານີ້ ວັນບຸນປຶ້ມຫວຽດນາມຄືວັນທີ 21 ເມສາໄດ້ຖືກຈັດຂຶ້ນໃນແຕ່ລະປີທາງລະບົບອິນເຕີເນັດດ້ວຍລະຫັດ Book.365.vn. ຢູ່ທີ່ນີ້ຜູ້ອ່ານສາມາດຊອກຫາອ່ານປຶ້ມຕ່າງໆທີ່ຕົນຊົມຊອບໃນຈຳນວນປຶ້ມນັບພັນຫົວ. ທ່ານຫງວຽນງວຽນ ຫົວໜ້າກົມພິມຈຳໜ່າຍ, ການພິມແລະການຈຳໜ່າຍ ກະຊວງຖະແຫຼງຂ່າວແລະສື່ສານ ຮອງປະທານສະມາຄົມພິມຈຳໜ່າຍຫວຽດນາມຖືວ່າ:

    “ຂ້າພະເຈົ້າຄິດວ່າປຶ້ມດີຈີຕອນແມ່ນທ່າອ່ຽງທີ່ຕ້ອງເປັນໄປໃນຍຸກສະໄໝເຕັກໂນໂລຊີປັດຈຸບັນ. ພວກເຮົາພວມປະຕິບັດການຫັນເປັນດີຈີຕອນແລະສ້າງເສດຖະກິດດີຈີຕອນ  ດັ່ງນັ້ນເປັນທີ່ຈະແຈ້ງແລ້ວວ່າ ໃນທຸກຂົງເຂດລ້ວນແຕ່ມີການຫັນປ່ຽນ. ໃນຊຸມປີທີ່ຜ່ານມາ ລະດັບການພັດທະນາຂອງປຶ້ມດີຈີຕອນແມ່ນສູງທີ່ສຸດຢູ່ບັນດາປະເທດ ມີການຈຳໜ່າຍທາງເອເລັກໂຕນິກຂະຫຍາຍຕົວ”.

      ອີກຈຸດໜຶ່ງທີ່ເປັນພິເສດຂອງປຶ້ມດີຈີຕອນ ນັ້ນແມ່ນຜູ້ອ່ານກໍ່ສາມາດຍົກອອກຄຳຄິດເຫັນ, ຂໍ້ສັງເກດ, ຄຳວິຈານ ຫຼືໃຫ້ຄະແນນຕໍ່ປຶ້ມທີ່ຕົນໄດ້ອ່ານ. ຈາກນັ້ນຜູ້ອ່ານກໍ່ຍັງສາມາດແນະນຳປຶ້ມຕ່າງໆທີ່ຕົນຊົມຊອບທາງສື່ສັງຄົມ, ຜ່ານການເສັງຊອກຫາທູດວັດທະນະທຳການອ່ານຫຼືໃນບັນດາລາຍການສະເພາະຂອງສຳນັກພິມ. ທ່ານຟ້າມກວັກຮຸ່ງ ຫົວໜ້າກົມຫໍສະໝຸດກະຊວງວັດທະນະທຳກິລາແລະທ່ອງທ່ຽວຫວຽດນາມໃຫ້ຮູ້ວ່າ:

   “ປີກາຍນີ້ກໍ່ໄດ້ມີການເຂົ້າຮ່ວມຂອງນັກສຶກສາຫຼາຍກວ່າໜຶ່ງລ້ານຄົນໃນທົ່ວປະເທດ, ແຕ່ໃນປີນີ້ແນ່ນອນວ່າຈະດຶງດູດໄດ້ຫຼາຍກວ່າອີກເພື່ອແຜ່ກະຈາຍວັດທະນະທຳການອ່ານໃນໝູ່ນັກຮຽນນັກສຶກສາ ຊ່ວຍໃຫ້ເຂົາເຈົ້າໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງຜ່ານບັນດາແຜນການເຄື່ອນໄຫວ, ລະດັບທັກສະ ແລະ ດ້ວຍຄວາມເມົາມົວອ່ານປຶ້ມເພື່ອຖ່າຍທອດວັດທະນະທຳການອ່ານໃນວົງຄະນາຍາດໄດ້ດີກວ່າ”.

      ຜ່ານອຸປະກອບເອເລັກໂຕນິກອັດສະລິຍະ ຜູ້ອ່ານກໍ່ສາມາດເຂົ້າເຖິງ ແລກປ່ຽນກັບນັກປະພັນທີ່ຕົນເອງຊົມຊອບ, ສາມາດອັບເດດບັນດາປຶ້ມໃໝ່ໃກ້ຈະພິມຈຳໜ່າຍຫຼືສະແດງຄຳຄິດເຫັນ, ຄຳວິຈານກ່ຽວກັບປຶ້ມທີ່ຕົນພວມອ່ານ. ຄຸນປະໂຫຍດນີ້ໄດ້ເປີດທ່າອ່ຽງໃໝ່ ແລະພວມແຜ່ຂະຫຍາຍຢ່າງກວ້າງຂວາງກວ່າຂະບວນການອ່ານປຶ້ມຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ