ບຸນເຕັ້ນລຳ - ຈຸດວັດທະນະທຳທີ່ເປັນເອກະລັກ ຂອງວົງຄະນາຍາດຊາວເຜົ່າຢ້າວຕ່ຽນ

(VOVWORLD) - ຢູ່ແຂວງເຊີນລາ, ຊາວເຜົ່າຢ້າວຕ່ຽນສ່ວນຫຼາຍແມ່ນດຳລົງຢູ່ເມືອງໝົກເຈົາ, ວັນໂຮ່ ແລະຝູ່ອຽນ.ກໍ່ເຊັ່ນດຽວກັນກັບວົງຄະນາຍາດຊາວເຜົ່າຢ້າວຕ່ຽນແລະບາງກຸ່ມເຜົ່າຢ້າວອື່ນໆຢູ່ ຫວຽດນາມ, ຊາວເຜົ່າຢ້າວຕ່ຽນຢູ່ທີ່ນີ້ຍັງຄົງສາມາດຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກ,ໃນນັ້ນຕ້ອງເວົ້າເຖິງບຸນເຕັ້ນລຳ.
ບຸນເຕັ້ນລຳ - ຈຸດວັດທະນະທຳທີ່ເປັນເອກະລັກ ຂອງວົງຄະນາຍາດຊາວເຜົ່າຢ້າວຕ່ຽນ - ảnh 1ພາເຂົ້າບູຊາຂອງຊາວເຜົ່າຊາວຢ້າວຕ່ຽນ, ຢູ່ ພຽງລວງ, ເມືອງມົກເຈົາ, ແຂວງເຊີນລາ (ພາບ: VOV)
 
 

 ບຸນເຕັ້ນລຳແມ່ນງານບຸນໃຫຍ່ທີ່ສຸດຂອງຊາວເຜົ່າຢ້າວຕ່ຽນຢູ່ຕາແສງຟຽງລວງ ເມືອງໝົົກເຈົາແຂວງເຊີນລາ. ນີ້ແມ່ນວັນບຸນເຕັດຂອງວົງຕະກຸນແຕ່ພັດມີຄວາມໝາຍຂອງທັງວົງຄະນະນາຍາດຂອງໝູ່ບ້ານ, ດັ່ງນັ້ນກ່ອນທີ່ຈະຈັດຕັ້ງນັ້ນ, ບັນດາເຄື່ອງຂອງບູຊາຕ້ອງກະກຽມຢ່າງລອບຄອບຖີ່ຖ້ວນ, ຕາມລະບຽບການແລ້ວບຸນເຕັ້ນລຳຂອງຊາວເຜົ່າຢ້າວຕ່ຽນຢູ່ຕາແສງຟຽງລວງເມືອງໝົກເຈົາຖືກຈັດຢູ່ເຮືອນຂອງຫົວໜ້າວົງຕະກຸນແຫ່ງໄຫວ້ບູຊາບັນພະບູລຸດຂອງວົຕະກຸນ. ເພື່ອກະກຽມໃຫ້ບຸນເຕັ້ນລຳຢ່າງອຸດົມສົມບູນ, ຄອບຄົວຂອງຫົວໜ້າວົງຕະກຸນຕ້ອງກະກຽມສະບຽງອາຫານແລະບັນດາເຄື່ອງຂອງທີ່ຈຳເປັນເພື່ອຖວາຍບູຊາແລະຮັບໃຊ້ບັນດາຜູ້ມາຮ່ວມ. ທ່ານຫຼີຈ້ອງຊິງຢູ່ ຟຽງລວງໃຫ້ຮູ້ວ່າ:

  “ເຄື່ອງຂອງບູຊາປະກອບດ້ວຍເຂົ້າໜົມໝາກໄມ້ ແລະໝູໂຕໜຶ່ງ. ປັດຈຸບັນເຄື່ອງຂອງບູຊາກໍ່ຂຶ້ນກັບການຈັດຕັ້ງກະກຽມຂອງວົງຄະນາຍາດຊຸມຊົມຖ້າຫາກວ່າຢູ່ຫັ້ນມີຫຼາຍຄົນຫຼືໃນວົງຕະກຸນມີຫຼາຍຄົນນັ້ນກໍ່ຕ້ອງເຮັດດ້ວຍຂອບຂະໜາດໃຫຍ່ ຖ້າວ່າມີໜ້ອຍຄົນກໍ່ເຮັດຂອບຂະໜາດນ້ອຍ”.

  ສຳລັບວົງຕະກຸນຫຼີຫົວໜ້າວົງຕະກຸນຍັງກະກຽມເຈ້ຍສາ ເພື່ອໃຫ້ໝໍພອນ, ຜູ້ອາຍຸສູງຫຼືຜູ້ມີອິດທິພົນຊື່ສຽງໃນບ້ານປະດັບປະດາຢູ່ບ່ອນໄຫວ້ບູຊາ. ໝໍພອນຈະຕັດເຈ້ຍສາເປັນຮູບດວງຕາເວັນ ປາ ມ້າແລະ ໝາ ແລ້ວກໍ່ຕິດໃສ່ແທ່ນບູຊາ. ທ່ານຫຼີຈ້ອງຊິງໃຫ້ຮູ້ຕື່ມອີກວ່າ:

   “ເນື້ອໃນການໄຫວ້ບູຊາແມ່ນເພື່ອສົມມະນາຄຸນບັນດາບັນພະບູລຸດໃນນັ້ນມີບັນພະບູລຸດຂອງວົງຕະກຸນຂອງເຮົາເອງຈາກຄົນລຸ້ນກ່ອນໆປະໄວ້ໃຫ້. ສະເພາະແທ່ນບູຊາແມ່ນມີຢູ່ເຮືອນຂອງຫົວໜ້າວົງຕະກຸນເທົ່ານັ້ນ. ສ່ວນຄອບຄົວຕ່າງໆໃນວົງຕະກຸນກໍ່ມີແທ່ນບູຊາແຕ່ເຮັດນ້ອຍເທົ່ານັ້ນ, ຮອດຍາມຈັດບຸນເຕັ້ນລຳກໍ່ເຕົ້າໂຮມຢູ່ເຮືອນຂອງຫົວໜ້າວົງຕະກຸນ”.

ບຸນເຕັ້ນລຳ - ຈຸດວັດທະນະທຳທີ່ເປັນເອກະລັກ ຂອງວົງຄະນາຍາດຊາວເຜົ່າຢ້າວຕ່ຽນ - ảnh 2ການທຳພິທີບູຊາຂອງຊາວເຜົ່າຢ້າວຕ່ຽນ, ທັງເຕັ້ມທັງອ່ານກະວີ

       ນອກຈາກການທຳຄວາມສະອາດເຮັດອະນາໄມປະດັບປະດາແທ່ນບູຊາແລະກະກຽມບັນດາເຄື່ອງຂອງບູຊາໃນວັນບຸນເຕັ້ນລຳຂອງຊາວເຜົ່າ ຢ້າວຕ່ຽນ ຢູ່ ຟຽງລວງນັ້ນກໍ່ຕ້ອງມີຕົ້ນໂຊກຕົ້ນລາບນັ້ນແມ່ນສິ່ງຂາດບໍ່ໄດ້ໃນວັນບຸນເຕັ້ນລຳ. ທ່ານເລວັນວິງຮອງຫົວໜ້າ ສູນວັດທະນະທຳພື້ນເມືອງເມືອງໝົກເຈົາໃຫ້ຮູ້ວ່າ:

“ຕົ້ນໂຊກຕົ້ນລາບແມ່ນເພື່ອໃຊ້ເປັນສັນຍາລັກໃຫ້ແກ່ປີໃໝ່ ລະດູການຜະລິດໄດ້ຮັບຜົນດີ, ຕົ້ນລາບແມ່ນເຮັດໃນຄ່ຳຄືນວັນທີ 29 ບຸນເຕັດ ຕົ້ນລາບນີ້ແມ່ນເປັນສັນຍາລັກໃຫ້ແກ່ວັດຖຸເຄື່ອງຂອງມີຫຼວງຫຼາຍ, ລະດູການຜະລິດໄດ້ຮັບຜົນດີ”.

ບຸນເຕັ້ນລຳຖືກຈັດຂຶ້ນດ້ວຍຄວາມຫວັງພາວະນາໃຫ້ມີຄວາມໂຊກດີສຸຂະພາບແຂງແຮງຄອບຄົວແລະວົງຕະກຸນມີຄວາມຜາສຸກແລະປອດໄພ. ເວລາຈັດວັນບຸນກໍ່ຕ້ອງເລືອກເອົາມື້ສັນວັນດີແທດເໝາະກັບອາຍຸຂອງເຈົ້າຂອງວົງຕະກຸນ. ທ່ານຫຼີຈ້ອງຊິງໃຫ້ຮູ້ຕື່ມອີກວ່າ:

  “ວັນບຸນເຕັ້ນລຳຂອງພວກຂ້າພະເຈົ້າກໍ່ເຄີຍເອີ້ນວ່າວັນບຸນພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ ແຕ່ມີບາງວົງຕະກຸນກໍ່ບໍ່ຈັດຕັ້ງວັນບຸນນີ້. ສຳລັບພວກຂ້າພະເຈົ້າແລ້ວກໍ່ຢາກຮັກສາສີສັນວັດທະນະທຳຂອງເຜົ່າຕົນຄື ຈັດຕັ້ງໃນສາມປີເທື່ອໜຶ່ງ”.

   ວັນບຸນເຕັ້ນລຳແມ່ນພິທີໄຫວ້ບູຊາ ບັນພະບູລຸດຂອງເຜົ່າຢ້າວແນໃສ່ສົມມະນາຄຸນຂອງບັນພະບູລຸດແລະບັນດາເທວະດາຟ້າແຖນ ທ່ານຫຼີວັນວິງຮອງຫົວໜ້າສູນວັດທະນະທຳພື້ນເມືອງເມືອງໝົກເຈົາຖືວ່າ:

 “ວັນບຸນເຕັ້ນລຳແມ່ນມີຄວາມສັກສິດທີ່ສຸດ ມັນພາວະນາໃຫ້ປີໜຶ່ງລະດູການຜະລິດໄດ້ຮັບຜົນດີ ສອງສາມປີກໍ່ຈະຈັດຕັ້ງເທື່ອໜຶ່ງຢູ່ເຮືອນຂອງຫົວໜ້າວົງຕະກຸນຂະນະທີ່ລະດູການຜະລິດໃນປີຜ່ານມາໄດ້ຮັບຜົນດີ, ລູກຫຼານໃນວົງຕະກຸນທຸກໆຄົນຈະເຕົ້າໂຮມກັນຢູ່ເຮືອນຂອງຫົວໜ້າວົງຕະກຸນໃນວັນທີ 29 ຂອງບຸນເຕັດເພື່ອກະກຽມວັດຖຸເຄື່ອງຂອງຄືເຂົ້າໜົມໝູ ໄກ່ ເຫຼົ້າເພື່ອໃນຄ່ຳຄືນວັນທີ 29 ຂອງບຸນເຕັດຈະດຳເນີນພິທີໄຫວ້ບູຊາອວຍພອນໃຫ້ປີໃໝ່ ລະດູການຜະລິດໄດ້ຮັບຜົນດີ”.

ວັນບຸນເຕັ້ນລຳແມ່ນຈຸດເວລາເພື່ອເຕົ້າໂຮມທຸກໆຄົນໃນວົງຕະກຸນເຂົາເຈົ້າໄດ້ພົບປະກັນອວຍພອນກັນນີ້ກໍ່ແມ່ນວັນມ່ວນຊື່ນຂອງທັງວົງຄະນາຍາດ.  ເຖິງວ່າຂອບຂະໜາດບໍ່ໃຫຍ່ ແລະບໍ່ມີຫຼາຍຄົນຢູ່ເຜົ່າອື່ນໆ ຮູ້ຈັກເຖິງກໍ່ຕາມແຕ່ສຳລັບວົງຄະນາຍາດເຜົ່າຢ້າວຕ່ຽນຢູ່ ຟຽງລວງພັດມີຄວາມໝາຍຫຼາຍຢ່າງແມ່ນການເຊື່ອມຕໍ່ວົງຄະນະຍາດໃຫ້ໝັ້ນຄົງໜັກແໜ້ນນັບແຕ່ໃດໆມາ. 

ຕອບກັບ

ຂ່າວ/ບົດ​ອື່ນ