ນຳບັນດານັກວິລະຊົນ ກາຍເປັນຕົວລະຄອນໃນເວທີສະແດງ - ການເຂົ້າເຖິງປະຫວັດສາດໃໝ່

(VOVWORLD) -ໃນແຕ່ລະອາທິດ ຢູ່ແຕ່ລະກຸ່ມຫ້ອງຮຽນ, ພວກນ້ອງນັກຮຽນໄດ້ເລືອກເອົາແບບຢ່າງຊາວໜຸ່ມ ເຍົາວະຊົນທີ່ເປັນນັກວິລະຊົນທີ່ໄດ້ຮັບຄວາມນິຍົມຊົມຊອບ ໃຫ້ກາຍເປັນຕົວລະຄອນ ເພື່ອວາດພາບເຖິງບັນດາເລື່ອງລາວປະຫວັດສາດຂອງຊາດ ຜ່ານລາຍການສະແດງຕໍ່ໜ້າທົ່ວໂຮງຮຽນ ໃນເວລາຮ່ວມຊີວິດ. ນີ້ກໍ່ແມ່ນໜຶ່ງໃນບັນດາວິທີການໃໝ່ ເຊິ່ງແມ່ນວິທີສົມທົບລະຫວ່າງ ການສອນປະຫວັດສາດກັບວັນນະຄະດີ ເຊິ່ງໂຮງຮຽນຫຼາຍແຫ່ງຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ຜັນຂະຫຍາຍໃນໄລຍະທີ່ຜ່ານມາ. ການເຂົ້າເຖິງປະຫວັດສາດໃໝ່ນີ້ ໄດ້ຊ່ວຍໃຫ້ພວກນ້ອງນັກຮຽນສາມາດເຂົ້າໃຈງ່າຍ ສາມາດຈົດຈຳປະຫວັດສາດແຫ່ງການຕໍ່ສູ້ ກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດຂອງປູ່ຍ່າຕາຍາຍ ເມື່ອກ່ອນນີ້.
ນຳບັນດານັກວິລະຊົນ ກາຍເປັນຕົວລະຄອນໃນເວທີສະແດງ - ການເຂົ້າເຖິງປະຫວັດສາດໃໝ່ - ảnh 1ພາບປະກອບ

    ພວກນ້ອງນັກຮຽນຫ້ອງ ມໍ4 ໂຮງຮຽນມັດທະຍົມຕອນຕົ້ນ ຕື໊ລຽນ ເມືອງ ເຕິຍໂຮ່ ຮ່າໂນ້ຍ ໄດ້ເລືອກເອົາຕົວລະຄອນນາງ ຫວໍທິເສົາ ເພື່ອທຳການສະແດງ. ທັງສະແດງທັງພາກລາຍການ ເລື່ອງລາວກ່ຽວກັບນັກວິລະຊົນຍິງຂອງຊາດ ໄດ້ປະກົດຂຶ້ນຢ່າງມີຊີວິດຊີວາ  ພ້ອມທັງສ້າງຄວາມປະທັບໃຈຢ່າງເລິກເຊິ່ງ. 

    “ເມື່ອກ່ອນນີ້ລູກກໍ່ໄດ້ຮູ້ຈັກກ່ຽວກັບນາງ ຫວໍທິເສົາ ພາຍຫຼັງທີ່ໄດ້ຮັບຊົມການສະແດງລະຄອນ ກໍ່ຄືລາຍການສະແດງສິລະປະວັນນະຄະດີຢູ່ໂຮງຮຽນ ລູກກໍ່ສາມາດເຂົ້າໃຈຕື່ມອີກ ກ່ຽວກັບສິ່ງທີ່ວ່າ ນາງ ເສົາ ແມ່ນນັກວິລະຊົນທີ່ຍັງໜຸ່ມແໜ້ນ, ມີຄວາມອົງອາດກ້າແກ່ນ”.

    “ເມື່ອລູກອ່ານປຶ້ມ ກໍສາມາດວາດນຶກໃນສະໝອງເທົ່ານັ້ນ. ແຕ່ເມື່ອໄດ້ຮັບຊົມການສະແດງລະຄອນບົນເວທີສະແດງກໍ່ສາມາດຮູ້ສຶກວາດພາບໄດ້ຢ່າງງ່າຍດາຍກວ່າ ອັນໄດ້ເຮັດໃຫ້ຄວາມຮັກປະເທດຊາດຄວາມຮັກປະຫວັດສາດເລິກເຊິ່ງຂຶ້ນຕື່ມ”.

      ບໍ່ພຽງແຕ່ຈັດຕັ້ງການຮ່ວມຊີວິດ ນອກລະບົບຢ່າງເປັນປະຈຳ ເພື່ອໃຫ້ນັກຮຽນຊອກຮູ້ກ່ຽວກັບຕົວລະຄອນປະຫວັດສາດ ທີ່ຕົວເອງຊົມຊອບ ພ້ອມທັງສວມບົດຕົວລະຄອນ ແລ້ວກໍ່ທຳການສະແດງຕໍ່ໜ້າທົ່ວໂຮງຮຽນ ໃນຕອນເຊົ້າວັນຈັນ ເຊິ່ງແມ່ນຕອນເຄົາລົບທຸງຊາດ, ໂຮງຮຽນມັດທະນົມຕອນຕົ້ນຕື໊ລຽນ ຍັງຂົນຂວາຍພວກນ້ອງນັກຮຽນ ຊອກຫາປຶ້ມທີ່ດີທີ່ມ່ວນ ກ່ຽວກັບປະຫວັດສາດ ເພື່ອໃຫ້ພວກນ້ອງສາມາດເຂົ້າໃຈຫຼາຍກວ່າ ກ່ຽວກັບວິຊາຮຽນ ກໍ່ຄືຂະບວນວິວັດແຫ່ງການປົດປ່ອຍປະເທດຊາດ ຂອງປູ່ຍ່າຕາຍາຍເມື່ອກ່ອນນີ້. ເອື້ອຍຄູ  ເຈິ່ນທິແທັງຮວາ ຫົວໜ້າຄະນະອຳນວຍການໂຮງຮຽນ ມັດທະຍົມຕອນຕົ້ນ ຕື່໊ລຽນ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າກໍ່ໄດ້ດຳເນີນດ້ວຍຫຼາຍຮູບການຄື ສ້າງເວທີສະແດງ, ແຂ່ງຂັນອອກແບບໜ້າປົກປຶ້ມ... ປະສານເຂົ້າໃນບັນດາຊົ່ວໂມງຮຽນສອນວິຊາວັນນະຄະດີ, ປະຫວັດສາດ. ພວກນ້ອງກໍ່ໄດ້ສວມບົດເຂົ້າຕົວລະຄອນຕ່າງໆອີກ. ໂດຍຜ່ານບັນດາການເຄື່ອນໄຫວດັ່ງກ່າວ ພວກຂ້າພະເຈົ້າກໍ່ຢາກສຶກສາອົບອົບຮົມໃຫ້ແກ່ພວກນ້ອງ ກ່ຽວກັບມູນເຊື້ອຮັກຊາດ  ມູນເຊື້ອມັກການຮ່ຳຮຽນ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ ທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ. ພວກຂ້າພະເຈົ້າມີຄວາມຫວັງວ່າ ພວກນ້ອງນັກຮຽນເຊິ່ງແມ່ນລຸ້ນຄົນເດີນຕາມຫຼັງຍາມໃດກໍ່ຮູ້ເຄົາລົບນັບຖືຄົນລຸ້ນກ່ອນໆ ແລະ ພວກນ້ອງສູ້ຊົນເພື່ອສືບທອດມູນເຊື້ອຂອງປູ່ຍ່າຕາຍາຍ ກາຍເປັນບັນດາພົນລະເມືອງທີ່ດີຂອງປະເທດຊາດ”.

     ສຳລັບຕອນເຄົາລົບທຸງຊາດເມື່ອຕົ້ນອາທິດໃນທົ່ວໂຮງຮຽນ ຫຼື ການຮ່ວມຊີວິດຂອງຫ້ອງຮຽນໃນທ້າຍອາທິດ, ພວກນ້ອງນັກຮຽນຂອງໂຮງຮຽນມັດທະຍົມຕອນຕົ້ນ ເວິນໂຮ່  ເມືອງ ຮາຍບ່າຈຶງ ກໍ່ໄດ້ເຂົ້າຮ່ວມການອ່ານປຶ້ມ ແລະ ແນະນຳບັນດາເລື່ອງລາວໃນຕູ້ປຶ້ມແບບຢ່າງຊາວໜຸ່ມເຍົາວະຊົນທີ່ເປັນນັກວິລະຊົນ.  ນາງ ເລທິເລິມ ຫົວໜ້າຄະນະອຳນວຍການໂຮງຮຽນ ມັດທະຍົມຕອນຕົ້ນ ເວິນໂຮ່ ຖືວ່າ ແຕ່ລະເລື່ອງລາວກ່ຽວກັບບັນດາຕົວລະຄອນປະຫວັດສາດ ບໍ່ພຽງແຕ່ແມ່ນບົດຮຽນທີ່ມີຄວາມໝາຍເທົ່ານັ້ນ ຫາກຍັງເປັນການກະຕຸກຊຸກຍູ້ພວກນ້ອງມີຄວາມຕື່ນຕົວໃນການອ່ານ ແລະ ຊອກຮູ້ປຶ້ມ. ນາງ ເລທິເລິມ ເວົ້າວ່າ : (ເທບ)

       “ແຕ່ລະກຸ່ມຫ້ອງຮຽນຈະເລືອກເອົາບົດປະພັນບົດໜຶ່ງເພື່ອແນະນຳ. ພວກນ້ອງນັກຮຽນເອງກໍ່ເລືອກເອົາຕາມໃຈ ແລະ ສ້າງເປັນລະຄອນດ້ວຍຕົນເອງ.ທາງໂຮງຮຽນ ພຽງແຕ່ໜູນຊ່ວຍວຽກງານກະກຽມຊຸດອາພອນເທົ່ານັ້ນ. ລະຄອນແຕ່ລະເລື່ອງກໍ່ລ້ວນແຕ່ສົ່ງບັນດາຂໍ້ມູນຂ່າວສານທີ່ຈຳເປັນເຖິງພວກນ້ອງນັກຮຽນ. ບາງເທື່ອພວກເອື້ອຍຄູ ອ້າຍຄູຈະແນະນຳພວກນ້ອງນັກຮຽນ ເພື່ອກຳແໜ້ນເນື້ອໃນຂອງເລື່ອງລາວ ແລະ ພິເສດແມ່ນມູນເຊື້ອຂອງຊາດ ຫວຽດນາມ".

      ຕາມນັກຄົ້ນຄວ້າວັດທະນະທຳ ຫງວຽນກ໊ວກເວື້ອງ ແລ້ວ ບັນດາລາຍການພົບປະແລກປ່ຽນຕົວຈິງ ດ້ວຍບັນດາຕົວລະຄອນປະຫວັດສາດ, ການສ້າງຕົວລະຄອນເປັນນັກວິຊົນໃນເວທີສະແດງ ຈະຊ່ວຍເຊື່ອມຕໍ່ຄົນລຸ້ນປັດຈຸບັນກັບຄົນລຸ້ນກ່ອນຢ່າງມີຊີວິດຊີວາ. ນັກຄົ້ນຄວ້າວັດທະນະທຳ ຫງວຽນກ໊ວກເວື້ອງ ໃຫ້ຮູ້ວ່າ :

     “ເມື່ອອ່ານກ່ຽວກັບຊີວິດຂອງຄົນລຸ້ນກ່ອນໆເຊັ່ນນັ້ນ ນັກຮຽນຈະຕອງຄົ້ນຄິດໄກກວ່າຈາກຊີວິດປະຈຳວັນຂອງຕົນ. ຫຼັງຈາກນັ້ນ ຈະຕັ້ງຄຳຖາມທີ່ວ່າ ເຮົາຈະຕ້ອງມີຊີວິດຄືແນວໃດ ຫຼື ເຮົາສາມາດເຮັດໄດ້ຫຍັງໃຫ້ແກ່ຜູ້ອື່ນ”.

    ການຝຶກຝົນຫຼໍ່ຫຼອມໃຫ້ພວກນ້ອງນັກຮຽນກ່ຽວກັບຄວາມຊິນເຄີຍອ່ານປຶ້ມ ເປັນຕົ້ນແມ່ນເລື່ອງລາວກ່ຽວກັບບັນດາບຸກຄົນທີ່ມີຊື່ສຽງໃນປະຫວັດສາດ ການສວມບົດເຂົ້າໃນບັນດາແບບຢ່າງເຍົາວະຊົນທີ່ເປັນນັກວິລະຊົນ ຈະສາມາດເຂົ້າໃຈເລິກກ່ຽວກັບຄຸນຄ່າຂອງບັນດາເລື່ອງລາວປະຫວັດສາດ ນີ້ກໍ່ແມ່ນວິທີສຶກສາອົບຮົມທາງດ້ານປະຫວັດສາດທີ່ແທດເໝາະກັບໄວໜຸ່ມໃນວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ