ນັກສິລະປະການດີເລີດ ເກີຕ໊ຽວ ຮັກສາສຽງຄ້ອງໃຫ້ແກ່ໝູ່ບ້ານ

(VOVWORLD) -ໃນສະພາບການພັດທະນາເສດຖະກິດຕະຫຼາດ, ຂົງເຂດວັດທະນະທຳຄ້ອງເຕິຍງວຽນເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດໂດຍUnescoໄດ້ຖືກຮັບຮອງຍາມໃດກໍ່ປະເຊີນໜ້າກັບຄວາມສ່ຽງຖືກສູນຫາຍໄປ.ຕໍ່ໜ້າສະພາບຄວາມເປັນຈິງດັ່ງກ່າວຢູ່ໝູ່ບ້ານໜຶ່ງທີ່ຫ່າງໄກສອກຫຼີກຂຶ້ນກັບເມືອງຢີລິງແຂວງເລິມດົ່ງ, ເຈົ້າເຫຼົ່າເກີຕ໊ຽວຊາວເຜົ່າກະຮໍເຖິງວ່າໄດ້ມີອາຍຸສູງສຸຂະພາບອ່ອນເພຍແລ້ວກໍ່ຕາມ ແຕ່ເຈົ້າເຫຼົ່າຍັງຄົງຖ່າຍທອດການຕີຄ້ອງໃຫ້ໄວໜຸ່ມ
ນັກສິລະປະການດີເລີດ ເກີຕ໊ຽວ ຮັກສາສຽງຄ້ອງໃຫ້ແກ່ໝູ່ບ້ານ - ảnh 1ເຈົ້າເຫຼົ່າ ເກີຕ໊ຽວ (ຢືນຢູ່ກາງ) ໃນລາຍການສະແດງຄ້ອງ

     ເຈົ້າເຫຼົ່າ ເກີຕ໊ຽວ ປີນີ້ອາຍຸ 71 ປີ ໃຫ້ຮູ້ວ່າຕົ້ນເອງກໍ່ຕ້ອງສະຫຼະເວລາໃນຍາມພັກແລ້ງປີນີ້ ເພື່ອຊ່ວຍພວກລູກຫຼານສ້າງຄວາມລື້ງເຄີຍກັບກັບຈັງຫວະແລະ ສຽງກັງວານຂອງຄ້ອງ.                    

      ເຈົ້າເຫຼົ່າເກີຕ໊ຽວ ໄດ້ເລີ່ມຊອກຮູ້ ແລະຮຽນວິທີຕີຄ້ອງນັບແຕ່ຄາວມີອາຍຸ 14 ປີ.ຄາວນັ້ນເມື່ອຟັງຢູ່ໝູ່ຼ່ບ້ານໃດມີງານບຸນເຖິງວ່າຢູ່ໄກປານໃດກໍ່ຕາມ ລຸງກໍ່ພະຍາຍາມໄປຫາເພື່ອຮັບຟັງແລະຮຽນຕາມ. ຍ້ອນຄວາມເມົາມົວຢ່າງໃຫຍ່ຫຼວງນັ້ນລຸງໄດ້ກຳແໜ້ນຈັງຫວະສຽງກັງວານຂອງຄ້ອງ.ກ່ອນນີ້ 20 ປີ ເມື່ອເຫັນວ່າສຽງຄ້ອງຂອງໝູ່ບ້ານຕົນຄ່ອຍໆຖືກຫຼົງລືມ, ລຸງໄດ້ຂົນຂວາຍທຸກໆຄົນຈົ່ງຮັກສາສຽງຄ້ອງລຸງໄດ້ແນະນຳຜູ້ໃຫຍ່ ແລະໄດ້ເປີດຊຸດຮຽນຕີຄ້ອງໃຫ້ແກ່ພວກລູກຫຼານໃນເຂດ. ເຈົ້າເຫຼົ່າເກີຕ໊ຽວເວົ້າວ່າ:

     “ໃນຊຸມວັນທຳອິດກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເພາະວ່າບໍ່ມີໃຜບໍ່ມີຄວາມສົນໃຈ. ເຂົາເຈົ້າຫຼິ້ນເກມທາງອິນເຕີເນັດ, ດັ່ງນັ້ນກໍ່ມີບໍ່ເທົ່າໃດຄົນສົນໃຈເຖິງຄ້ອງເພາະສະນັ້ນເຮົາກໍ່ຕ້ອງອະທິບາຍໂຄສະນາແນະນຳກ່ຽວກັບປະຫວັດຄວາມເປັນມາຂອງຄ້ອງ. ຂ້າພະເຈົ້າພວມເລັ່ງໃສ່ຖ່າຍທອດບອກສອນໃຫ້ພວກລູກຫຼານໃນຍາມພັກແລ້ງປີນີ້ ເມື່ອມີເວລາຫວ່າງກໍ່ຮຽກບັນດາຜູ້ຄົນຊຸດຮຽນກ່ອນໆມາຝຶກແອບຄືນແຕ່ລະເດືອນສອງສາມເທື່ອເພື່ອຮັກສາບໍ່ໃຫ້ຫຼົງລືມ”.

      ດ້ວຍຄວາມມານະພະຍາຍາມແລະຖ່າຍທອດຢ່າງສຸດອົກສຸດໃຈຂອງເຈົ້າເຫຼົ່າເກີຕ໊ຽວ, ມາຮອດປັດຈຸບັນຕາແສງດິງຫຼາກໄດ້ມີຫຼາຍກວ່າ 200 ຄົນສາມາດຕີຄ້ອງໄດ້ດີໃນນັ້ນມີຫຼາຍກວ່າ 30 ຄົນແມ່ນສະມາຊິກສັງກັດສະໂມສອນຄ້ອງຢູ່ທ້ອງຖິ່ນ. ຕາມທ່ານ ເມີຮິວງວຽນ ເລຂາໜ່ວຍພັກບ້ານເຢະຕາແສງດິງຫຼາກກໍ່ຍ້ອນຄວາມສຸດຈິດສຸດໃຈຂອງເຈົ້າເຫຼົ່າເກີຕ໊ຽວນີ້ເອງໄດ້ສ້າງພະລັງຊີວິດຊຸກຍູ້ວົງຄະນາຍາດຊາວເຜົ່າກະຮໍຢູ່ແຫ່ງນີ້ ພ້ອມກັນມານະພະຍາຍາມຮ່ຳຮຽນເສີມຂະຫຍາຍມໍລະດົກວັດທະນະທຳຄ້ອງຂອງຕົນ.  ທ່ານ ເມີຮິວງວຽນ ເວົ້າວ່າ:

     “ເຈົ້າເຫຼົ່າເກີຕ໊ຽວໄດ້ຖ່າຍທອດວິທີຕີຄ້ອງຢ່າງສຸດໃຈ. ພວກຂ້າພະເຈົ້າໄດ້ເຫັນສິ່ງດັ່ງກ່າວແລະພະຍາຍາມຮ່ຳຮຽນເປັນຢ່າງດີເພື່ອກຳແໜ້ນແລະເຂົ້າໃຈທຸກໆບົົດຕີຄ້ອງ. ພວກນ້ອງນັກຮຽນມັດທະຍົມຕອນຕົ້ນ ຕອນປາຍໃນນັ້ນກໍ່ມີລູກສາວເຮົານັບທັງເມຍຂອງເຮົາກໍ່ໄປຮຽນແລະຫວັງວ່າໃນພາຍພາກໜ້າຈະປະກອບສ່ວນຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຜົ່າກະຮໍ”.

       ຕາມທ່ານເຈືອງກວັກເຟືອງຮອງປະທານຄະນະກຳມະການປະຊາຊົນຕາແສງດິງຫຼາກ,ກໍ່ຍ້ອນການປະກອບສ່ວນຢ່າງໃຫຍ່ຫຼວງຂອງເຈົ້າເຫຼົາ ເກີຕ໊ຽວນີ້ເອງ, ແຕ່ລະປີບັນດາຊຸດຮຽນຕີຄ້ອງຢູ່ທ້ອງຖິ່ນໄດ້ຖືກຮັກສາໄວ້ຢ່າງສະເໝີ. ໃນສອງປີລຽນຕິດຄື 2018 ແລະ 2019 ຕາແສງດິງຫຼາກໄດ້ຈັດການພົບປະແລກປ່ຽນວັດທະນະທຳຄ້ອງສອງຄັ້ງຢ່າງສຳເລັດຜົນ. ໝາກຜົນເຫຼົ່ານີ້ກໍ່ມີການປະກອບສ່ວນສຳຄັນຂອງເຈົ້າເຫຼົ່າເກີຕ໊ຽວ. ທ່ານເຈືອງກວັກເຟືອງໃຫ່້ຮູ້ວ່າ:

     “ເຈົ້າເຫຼົ່າເກີຕ໊ຽວແມ່ນຜູ້ໜຶ່ງທີ່ມີອິດທິພົນໃນວົງຄະນາຍາດ ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການອະນຸລັກຮັກສາວັດທະນະທຳຄ້ອງເຂດເຕິຍງວຽນ. ຕາແສງດິງຫຼາກກໍ່ໄດ້ກຳນົດທິດຈະສືບຕໍ່ຮັກສາຈຸດວັດທະນະທຳພື້ນເມືອງອື່ນໆຄືຊຸດອາພອນປະຈຳເຜົ່າ, ໝູ່ບ້ານອາຊີບຕົ້ມເຫົ້າໄຫ, ໝູ່ບ້ານອາຊີບເຮັດເຄື່ອງຈັກສານ. ນີ້ແມ່ນວຽກງານທີ່ມີຄວາມສະດວກທີ່ສຸດຍ້ອນວ່າມີການປະສານສົມທົບລະຫວ່າງວັດທະນະທຳຄ້ອງກັບ ບັນດາໝູ່ບ້ານອາຊີບອັນໄດ້ສ້າງໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງຍົກສູງລາຍຮັບ”.

         ດ້ວຍການປະກອບສ່ວນຢ່າງຕັ້ງໜ້າໃນການຮັກສາອະນຸລັກວັດທະນະທຳຄ້ອງ, ເຈົ້າເຫຼົ່າເກີຕ໊ຽວໄດ້ຮັບໃບຍ້ອງຍໍຫຼາຍໃບຈາກເມືອງຢີລິງແລະແຂວງເລີມດົ່ງ. ປີກາຍນີ້ເຈົ້າເຫຼົ່າເກີຕ໊ຽວໄດ້ຮັບນາມມະຍົດນັກສິລະປະການດີເລີດຈາກທ່ານປະທານປະເທດຍ້ອນໄດ້ມີການອຸທິສ່ວນເຂົ້າໃນການຮັກສາແລະ ເສີມຂະຫຍາຍມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງເຜົ່າຕົນ.    ນັກສິລະປະການດີເລີດ ເກີຕ໊ຽວກໍ່ແມ່ນໜຶ່ງໃນ 31 ບຸກຄົນທີ່ຫາກໍ່ໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ ຍ້ອນມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດໃນປີ 2022. ລຸງຍັງເປັນຕົວແບບທີ່ກ້າວໜ້າຂອງແຂວງເລີມດົງທີ່ເຂົ້າຮ່ວມກອງປະຊຸມຍ້ອງຍໍ ຊົມເຊີຍຕົວແບບທີ່ກ້າວໜ້າໃນທົ່ວປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11/06/1948 - 11/06/2023)

ຕອບກັບ

ຂ່າວ/ບົດ​ອື່ນ