ງານປະກວດຂັບລຳທຳເພງພື້ນເມືອງເຊື່ອມຕໍ່ບັນດາແມ່ນ້ຳ ໂຄສະນາບັນດາທຳນອງເພງພື້ນເມືອງພາກກາງຫວຽດນາມ

(VOVWORLD) -ງານປະກວດຂັບລຳທຳເພງພື້ນເມືອງເຊື່ອມຕໍ່ບັນດາແມ່ນ້ຳເຂດຕອນເໜືອພາກກາງປີ 2022 ຫາກໍ່ຈັດຂຶ້ນຢູ່ແຂວງເທື່ອທຽນເຫວ້. ນີ້ແມ່ນເຫດການວັດທະນະທຳທີ່ເປັນເອກະລັກນອນໃນຂອບເຂດງານບຸນລະດູໃບໄມ້ຫຼົ່ນ - Festival ເຫວ້ 2022 ປະກອບສ່ວນອະນຸລັກໂຄສະນາບັນດາທຳນອງເພງພື້ນເມືອງພາກກາງຫວຽດນາມ
ງານປະກວດຂັບລຳທຳເພງພື້ນເມືອງເຊື່ອມຕໍ່ບັນດາແມ່ນ້ຳ ໂຄສະນາບັນດາທຳນອງເພງພື້ນເມືອງພາກກາງຫວຽດນາມ - ảnh 1ງານປະກວດຂັບລຳທຳເພງພື້ນເມືອງເຊື່ອມຕໍ່ບັນດາແມ່ນ້ຳເຂດຕອນເໜືອພາກກາງປີ 2022 ຫາກໍ່ຈັດຂຶ້ນຢູ່ແຂວງເທື່ອທຽນເຫວ້

     ງານປະກວດຂັບລຳທຳເພງພື້ນເມືອງເຊື່ອມຕໍ່ບັນດາແມ່ນ້ຳໄດ້ເຕົ້າໂຮມຄະນະສິລະປະມະຫາຊົນ 6 ຄະນະດ້ວຍຈຳນວນນັກສິລະປະການ, ສິລະປິນ, ນັກສະແດງ, ນັກເສບດົນຕີ 240 ຄົນຂອງບັນດາແຂວງຄື ຮ່າຕິ໊ງແທັງຮວ໊າເງະອານກວ໋າງບິ່ງກວ໋າງຈິແລະທື່ອທຽນເຫວ້. ທ່ານຟານແທັງຫ໋າຍຫົວພະແນກວັດທະນະທຳ ກິລາແຂວງເທື່ອທຽນເຫວ້ ທັງເປັນຫົວໜ້າຄະນະຈັດຕັ້ງງານປະກວດໃຫ້ຮູ້ວ່າ:

    “ງານປະກວດຂັບລຳທຳເພງພື້ນເມືອງເຊື່ອມຕໍ່ບັນດາແມ່ນ້ຳໂດຍກະຊວງວັດທະນະທຳກິລາແລະທ່ອງທ່ຽວຈັດຕັ້ງສອງປີເທື່ອໜຶ່ງ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງແນໃສ່ກຳນົດຄຸນຄ່າທີ່ເປັນເອກະລັກແລະສີສັນຍືນຍົງຂອງບັນດາປະເພດຂັບລຳ, ຟ້ອນແລະດົນຕີພື້ນເມືອງຂອງບັນດາທ້ອງຖິ່ນ. ສືບຕໍ່ຜົນສຳເລັດຂອງບັນດາງານປະກວດຄັ້ງກ່ອນໆ, ງານປະກວດປີນີ້ແມ່ນໂອກາດທີ່ດີເພື່ອໃຫ້ບັນດານັກສິລະປະການ, ສິລະປິນນັກເສບດົນຕີສະແດງຄວາມເກັ່ງກ້າສາມາດແລະຄວາມງາມທາງດ້ານສິລະປະພື້ນເມືອງໂດຍຜ່ານບັນດາທຳນອງເພງພື້ນເມືອງວາດຟ້ອນແລະບົດດົນຕີຕ່າງໆ”.

    ມາຮ່ວມງານປະກວດ, ຄະນະສິລະປະກອນແຕ່ລະຄະນະໄດ້ສະແດງສິລະປະດ້ວຍເວລາ 35 ນາທີ ເຊິ່ງລວມມີລາຍການຂັບລຳ, ສະແດງດົນຕີແລະຟ້ອນລຳຕາມແນວຄວາມຄິດທາງດ້ານເນື້ອໃນໂຄງສ້າງລາຍການຮັບປະກັນມີສອງປະເພດສິລະປະຂຶ້ນໄປທ່ານຫງວຽນແທັງຫ໋າຍຫົວໜ້າສູນວັດທະນະທຳຮູບເງົາ ແຂວງເທື່ອທຽນເຫວ້ ໃຫ້ຮູ້ວ່າ:

    “ຮູບການສະແດງຂອງງານປະກວດຄັ້ງນີ້ ແມ່ນເຂັ້ມຂົ້ນໄປດ້ວຍສີສັນຂອງເພງພື້ນເມືອງ, ດົນຕີແລະວາດຟ້ອນພື້ນເມືອງທີ່ເປັນເອກະລັກສະເພາະຂອງ 6 ແຂວງຕອນເໜືອພາກກາງໃນນັ້ນມີຂັບຫວີຢ່ຳ, ຂັບລຳບິ່ງຈິທຽນແລ້ວກໍ່ ຂັບຮໍຊົງໝາ, ຂັບຮໍຄວານເລະຖຸ໋ຍ, ຂັບຮໍເຫວ້...”

ຄະນະຈັດຕັ້ງໄດ້ມອບ 8 ຫຼຽນຄຳໃຫ້ແກ່ 8 ລາຍການສະແດງທີ່ດີເດັ່ນໃນງານປະກວດ,  ນອກຈາກນັ້ນກໍ່ຍັງມີ 12 ລາຍການອື່ນໄດ້ຮັລຫຼຽນເງິນໃນງານປະກວດຄັ້ງນີ້. ບັນດາລາຍການສະແດງທີ່ດີເດັ່ນກໍ່ຖືກບັນດານັກສິລະປິນທຳການສະແດງຮັບໃຊ້ຜູ້ຊົມໃນຄ່ຳຄືນອັດງານປະກວດວັນທີ 30 ກໍລະກົດ.ປີນີ້ຫຼຽນຄຳໝູ່ຄະນະໄດ້ແກ່ສອງຫົວໜ່ວຍນັ້ນແມ່ນສູນວັດທະນະທຳແຂວງເງະອານ ແລະ ສູນວັດທະນະທຳ - ຮູບເງົາແຂວງເທື່ອທຽນເຫວ້. ດ້ວຍຄວາມເກັ່ງກ້າສາມາດ ແລະ ຄວາມສຸມຈິດສຸມໃຈຂອງຕົນ ບັນດານັກສິລະປະການ, ສິລະປິນ, ນັກສະແດງ, ນັກເສບດົນຕີ ໄດ້ນຳບັນດາລາຍການສິລະປະທີ່ມີຄຸນນະພາບສູງແລະດູດດື່ມມາຮັບໃຊ້ມວນຊົນ. ທ່ານເລືອງດຶກຖັງ ຮອງຫົວໜ້າກົມວັດທະນະທຳຮາກຖານກະຊວງວັດທະນະທຳກິລາແລະທ່ອງທ່ຽວຕີລາຄາວ່າ:

    “ງານປະກວດຂັບລຳທຳເພງພື້ນເມືອງເຊື່ອມຕໍ່ບັນດາແມ່ນ້ຳກໍ່ແມ່ນໂອກາດເພື່ອໃຫ້ຜູ້ຊົມ ແລະ ແຂກທ່ອງທ່ຽວມາຈາກສາລະທິດ ມາຊົມລາຍການສະແດງສິລະປະທີ່ມີຊີວິດຊີວາໂດຍປະສານສົມທົບລະຫວ່າງສິລະປະພື້ນເມືອງ ແລະ ທັນສະໄໝແລະໄດ້ເຫັນປະຈັກຕາບັນດາລາຍການສະແດງສິລະປະທີ່ດູດດື່ມຂອງວັດທະນະທຳເຫວ້ ແລະບັນແຂວງຕອນເໜືອຂອງພາກກາງ. ສຽງຂັບລຳທຳເພງພື້ນເມືອງມີເນື້ອໃນຍ້ອງຍໍສັນລະເສີນຄວາມງາມຄວາມຮັກບ້ານເກີດເມືອງນອນ ແລະປະເທດແນະນຳແລະເຊີດຊູບັນດາປະເພດວັດທະນະທຳສິລະປະພື້ນເມືອງຂອງແຕ່ລະທ້ອງຖິ່ນ.ງານປະກວດໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມທັງຫຼາຍ”.

    ງານປະກວດຂັບລຳທຳເພງພື້ນເມືອງເຊື່ອມຕໍ່ບັນດາແມ່ນ້ຳ ໄດ້ປະກອບສ່ວນກຳນົດທິດການເຄື່ອນໄຫວວັດທະນະທຳສິລະປະວັນນະຄະດີຢູ່ບັນດາທ້ອງຖິ່ນ. ພ້ອມກັນນັ້ນກໍ່ໂຄສະນາຈຸດທີ່ດີເດັ່ນທາງດ້ານວັດທະນະທຳຂອງບັນດາແຂວງຕອນເໜືອພາກກາງໃຫ້ແກ່ບັນດາເພື່ອນມິດແລະແຂກທ່ອງທ່ຽວທັງຢູ່ໃກ້ ແລະໄກ.

ຕອບກັບ

ຂ່າວ/ບົດ​ອື່ນ