ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ - ແຫ່ງເຕົ້າໂຮມ ພູມປັນຍາ ແລະ ຫົວຄິດປະດິດຄິດສ້າງ

(VOVWORLD) - ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ແມ່ນການເຄື່ອນໄຫວປະຈຳປີ ແນໃສ່ຫັນຄຳໝັ້ນສັນຍາກັບອົງການ Unesco ໃຫ້ປາກົດຜົນເປັນຈິງ ຂະນະທີ່ ຮ່າໂນ້ຍ ເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດຄິດສ້າງ.ໂດຍຖັດຈາກສັບປະດາລິເລີ່ມປະດິດຄິດສ້າງປີ 2021 ຢ່າງສຳເລັດຜົນ, ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ປີ 2022 ທີ່ຈັດຂຶ້ນແຕ່ວັນທີ 11 ຫາ 20 ພະຈິກ ສືບຕໍ່ຢັ້ງຢືນແຫຼ່ງກຳລັງປະດິດຄິດສ້າງຂອງ ຮ່າໂນ້ຍໂດຍຜ່ານເຊື່ອມຕໍ່ບັນດານັກສິລະປິນ ນັກອອກແບບປະດິດຄິດສ້າງ ນັກຊ່ຽວຊານໃນຫຼາຍຂົງເຂດທີ່ແຕກຕ່າງກັນ. 
ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ - ແຫ່ງເຕົ້າໂຮມ ພູມປັນຍາ ແລະ ຫົວຄິດປະດິດຄິດສ້າງ - ảnh 1ກິດຈະກຳທີ່ເປັນສັນຍາລັກຂອງງານບຸນ
 
 

ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ 2022 ໄດ້ເຕົ້າໂຮມ 25 ເຂດປະດິດຄິດສ້າງທາງດ້ານສິລະປະ ດ້ວຍເກືອບ 50 ກິດຈະກຳຊ່ວຍແຂກເຂົ້າມາຢ້ຽມຊົມ ສາມາດຕິດຕໍ່ພົວພັນຄົ້ນຫາພາຍໃຕ້ຮູບການງານວາງສະແດງ ສິລະປະຈັດສັນ, ການໂອ້ລົມສົນທະນາ, ສະແດງສິລະປະ... ຈາກນັ້ນຈະມີການສັງເກດໃໝ່ອ່ຽມກ່ຽວກັບນະຄອນຫຼວງ ຮ່າໂນ້ຍ ປະດິດຄິດສ້າງ. ງານບຸນປີນີ້ມີຫົວຂໍ້ “ປະດິດຄິດສ້າງ ແລະ ເຕັກໂນໂລຊີ” ແມ່ນເຂດວັດທະນະທຳ ຖືກຈັດສັນເປັນໜ້າປະທັບໃຈ ດ້ວຍບັນດາຜະລິດຕະພັນອອກແບບຫຼາກຫຼາຍສີສັນ ພ້ອມກັບບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ດີເດັ່ນ ໂດຍບັນດານັກສິລະປະການຜູ້ນິຍົມວັດທະນະທຳນະຄອນຫຼວງທຳການສະແດງ. ຢູ່ບໍລິເວນອ້ອມໜອງ ຮວ່ານກ໊ຽມ ບັນດາເຂດວາງສະແດງຖືກຈັດສັນຢ່າງສະຫຼັບກັນ ອັນໄດ້ພາຜູ້ຊົມຄົ້ນຫາບັນດາການປະດິດຄິດສ້າງ ຫຼາຍຮູບຫຼາຍສີ ແລະ ເປັນເອກະລັກ. ຜູ້ມາຊົມບາງຄົນເປີດເຜີຍວ່າ:

 “ນອກຈາກໄດ້ຢ້ຽມຊົມບັນດາວັດຖຸພັນທີ່ນຳມາວາງສະແດງຢູ່ທີ່ນີ້, ຂ້າພະເຈົ້າຍັງສາມາດຮູ້ຈັກດີກ່ຽວກັບຕົ້ນກຳເນີດຂອງຊຸດເສື້ອຍາວ ກໍ່ຄືຮູບພາບຊຸດເສື້ອຍາວ ຮູບພາບຊາດ ຫວຽດນາມ. ເມື່ອກ້າວເຂົ້າເຂດປະເພນີນີ້ ຂ້າພະເຈົ້າຮູ້ສຶກວ່າມີຄວາມສະຫງົບສຸກ. ການນຸ່ງຊຸດເສື້ອຍາວ ແລະ ໄດ້ຍ່າງໃນບໍລະເວນນີ້ ກໍ່ເຮັດໃຫ້ຄົນເຮົາຮູ້ສຶກໄດ້ເຊື່ອມຕົວເຂົ້າກັບວັດທະນະທຳທີ່ເປັນເອກະລັກຂອງ ຫວຽດນາມ”. 

 “ຂ້າພະເຈົ້າເຫັນວ່າ ຢູ່ເຂດນີ້ມີການປະສານສົມທົບລະຫວ່າງປັດໄຈທັນສະໄໝ ແລະ ພື້ນເມືອງ.ສຳລັບລະບົບແສງສະຫວ່າງ ແລະ ການຈັດສັນແມ່ນທັນສະໄໝ ແລະ ລະອຽດອ່ອນ”.

ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ແນໃສ່ຫັນຄຳໝັ້ນສັນຍາກັບ Unesco ກ່ຽວກັບການສ້າງນະຄອນປະດິດຄິດສ້າງ ໃນຂົງເຂດການອອກແບບດ້ວຍບັນດາໂຄງການ  ແລະ ແຜນການດຳເນີນງານໄລຍະຍາວ ແລະ ວິໄສທັດ ຂໍ້ລິເລີ່ມສ້າງນະຄອນປະດິດຄິດສ້າງໃຫ້ປາກົດຜົນເປັນຈິງ.ທ່ານ ກຣິດສະຕຽນ ມານຮາ ຫົວໜ້າຜູ້ຕາງໜ້າ Unesco ປະຈຳ ຫວຽດນາມ ຖືວ່າ:

“ນັບແຕ່ຄາວກາຍເປັນສະມາຊິກຂອງເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ Unesco ໃນຂົງເຂດການອອກແບບປີ 2019, ຮ່າໂນ້ຍ ໄດ້ເປີດ ກວ້າງວິໄສທັດຢ່າງບໍ່ຢຸດຢັ້ງ ເພື່ອກາຍເປັນນະຄອນປະດິດຄິດສ້າງຂອງ ອາຊີຕາເວັນອອກສຽງໃຕ້ ແລະ ໄດ້ສ້າງຂະແໜງອຸດສາຫະກຳວັດທະນະທຳທີ່ຂະຫຍັນຂັນເຄື່ອນ ໂດຍຜ່ານບັນດາຂໍ້ລິເລີ່ມກວມລວມ ແລະຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ. ນີ້ແມ່ນເຫດຜົນທີ່  Unesco ພາກພູມໃຈ ຂະນະທີ່ໄດ້ຮ່ວມແຮງຮ່ວມໃຈກັບການນຳນະຄອນຮ່າໂນ້ຍຈັດຕັ້ງງານບຸນອອກແບບປະດິດຄິດສ້າງ”.

ຢູ່ໃນໂລກນີ້ຍາກທີ່ຈະຫາໄດ້ນະຄອນຫຼວງຂອງປະເທດໃດທີ່ມີການປະສານສົມທົບຫຼາຍຄຸນຄ່າປະຫວັດສາດວັດທະນະທຳ ຄືນະຄອນຫຼວງ ຮ່າໂນ້ຍ ດ້ວຍສາງມໍລະດົກວັດທະນະທຳທີ່ອຸດົມສົມບູນ ຫຼາຍຮູບຫຼາຍແບບ ເຊິ່ງລວມມີຮ່ອງຮອຍສະຖານ 5.922 ແຫ່ງ,  ມໍລະດົກວັດທະນະທຳບໍ່ເປັນວັດຖຸ 1.973 ຢ່າງ ແລະ 1.350 ໝູ່ບ້ານອາຊີບຫັດຖະກຳ. ຮ່າໂນ້ຍ ໄດ້ ແລະ ພວມມີທ່າແຮງບົ່ມຊ້ອນຢ່າງພຽງພໍ ເພື່ອກາຍເປັນສູນເຕົ້າໂຮມຊຸກຍູ້ການປະດິດຄິດສ້າງວັດທະນະທຳ, ສ້າງບັນດາຜະລິດຕະພັນ ແລະ ການບໍລິການອຸດສາຫະກຳວັດທະນະທຳທີ່ທີຄຸນນະພາບມີກຳລັງແກ້ງແຍ້ງສູງຢູ່ພາຍໃນປະເທດ ກໍ່ຄືພາກພື້ນ ແລະ ສາກົນ. ທ່ານ ໂດ໊ດິ່ງຮົ່ງ ຫົວໜ້າພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ເນັ້ນໜັກວ່າ:

“ນະຄອນຮ່າໂນ້ຍ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງ ເພື່ອຊຸກຍູ້ການອອກແບບປະດິດຄິດສ້າງ ໃນບັນດາໂຄງການພັດທະນາວັດທະນະທຳເສດຖະກິດສັງຄົມຂອງນະຄອນຫຼວງ ແລະ ປະເທດຊາດ. ເປັນໜ້າສົນໃຈແມ່ນການໃຫ້ບຸລິມະສິດຜັນຂະຫຍາຍໂຄງການເປົ້າໝາຍຂອງນະຄອນ ຮ່າໂນ້ຍ ກ່ຽວກັບການບູລະນະປະຕິສັງຂອນ ແລະ ເສີມຂະຫຍາຍຄຸນຄ່າບັນດາປູຊະນີຍະສະຖານໃນບໍລິເວນ ຮ່າໂນ້ຍ, ບັນດາໂຄງການ, ກິດຈະກຳວັດທະນະທຳຈຸດສຸມ; ທາງນະຄອນກໍ່ພວມຕັ້ງໜ້າມີຫົວຄິດປະດິດສ້າງໃນການຜັນຂະຫຍາຍປະຕິບັດມະຕິ ກ່ຽວກັບພັດທະນາອຸດສາຫະກຳວັດທະນະທຳ ໃນບໍລິເວນ ຮ່າໂນ້ຍ ໄລຍະ 2021 - 2025, ກຳນົດທິດເຖິງປີ 2030 ວິໄສທັດເຖິງປິ 2045”. 

ໂດຍຜ່ານເຫດການຈັດງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ 2012, ຮ່າໂນ້ຍ ມີຄວາມຫວັງໃຫ້ປະຊາຊົນທຸກທົ່ວໜ້າ ຮ່ວມແຮງຮ່ວມໃຈກໍ່ສ້າງ ຮ່າໂນ້ຍ - ນະຄອນຫຼວງປະດິດຄິດສ້າງຂອງ Unesco; ນຳ ຮ່າໂນ້ຍ ກາຍເປັນນະຄອນຫຼວງປະດິດຄິດສ້າງຂອງພາກພື້ນອາຊີຕາເວັນອອກສຽງໃຕ້, ແລະ ເປັນແຫ່ງເຕົ້າໂຮມພູມປັນຍາ ແລະ ຫົວຄິດປະດິດສ້າງໃນໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ