ກາວບັ່ງຮັກສາ ແລະ ອະນຸລັກບັນດາທຳນອງເພງພື້ນເມືອງ

(VOVWORLD) - ແຂວງກາວບັ່ງມີສາງທຳນອງເພງພື້ນເມືອງຢ່າງມະຫານສານຂອງບັນດາເຜົ່າຄືເຜົ່າໄຕ່ ນຸ່ງມົ້ງແລະຢ້າວ. ນີ້ແມ່ນບັນດາມໍລະດົກເຊິ່ງເປັນການໂຮມຍອດຍິ່ງຈາກພູມປັນຍານັບແຕ່ໃດໆມາເຊິ່ງມີຄຸນຄ່າທາງດ້ານວັດທະນະທຳປະຫວັດສາດ, ວັດທະນະທຳມະນຸດຢ່າງເລິກເຊິ່ງຊຶ່ງຕ້ອງການໄດ້ຮັບຄວາມເອົາໃຈໃສ່ອະນຸລັກ ເສີມຂະຫຍາຍຄຸນຄ່າແລະຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງ. ສະມາຄົມອະນຸລັກທຳນອງເພງພື້ນເມືອງບັນດາເຜົ່າແຂວງກາວບັ່ງໄດ້ ແລະພວມມານະພະຍາຍາມເຄື່ອນໄຫວເພື່ອເປົ້າໝາຍຮັກສາແລະອະນຸລັກ ບັນດາທຳນອງເພງພື້ນເມືອງໃນສາງວັດທະນະທຳບັນດາເຜົ່າໃນບໍລິເວນ
ກາວບັ່ງຮັກສາ ແລະ ອະນຸລັກບັນດາທຳນອງເພງພື້ນເມືອງ - ảnh 1ການສອນຂັບແທນໃນໂຮງຮຽນສາມັນ

      ສະມາຄົມອະນຸລັກທຳນອງເພງພື້ນເມືອງບັນດາເຜົ່າແຂວງກາວບັ່ງໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2011 ມາຮອດປັດຈຸບັນໄດ້ມີ 10 ສະມາຄົມ ຢູ່ເມືອງເທດສະບານແລະຍອດຈຳນວນສະມາຊິກໃນສະມາຄົມເກືອບ 2.200 ຄົນ. ສິລະປິນດີເລີດ ຮວ່າງກີມເຕ໊ ຮອງປະທານສະມາຄົມໃຫ້ຮູ້ວ່າສະມາຄົມໄດ້ມີສາຂາສະມາຄົມຢູ່ທຸກໆຕາແສງເທດສະບານໃນແຂວງໃນເບື້ອງຕົ້ນກໍ່ສາມາດຕອບສະໜອງຄວາມຕ້ອງການຄວາມຸ່ງຫວັງໄດ້ຊົມວັດທະນະທຳປະຊາຊົນບັນດາເຜົ່າໃນບໍລິເວນ. ສິລະປິນດີເລີດ ຮວ່າງກີມເຕ໊ວ ໃຫ້ຮູ້ວ່າ:

      “ທຳອິດເມື່ອໄດ້ສ້າງຕັ້ງສະໂມສອນອະນຸລັກທຳນອງເພງພື້ນເມືອງ, ພວກຂ້າພະເຈົ້າຄິດວ່າຈະຕັ້ງຊື່ໃຫ້ສະໂມສອນແມ່ນສະໂມສອນຂັບແທນພິນຕິ໊ງແຕ່ເມື່ອເຫັນວ່າໃນແຂວງກໍ່ມີຫຼາຍທຳນອງເພງພື້ນເມືອງຂອງບັນດາເຜົ່າສ່ວນໜ້ອຍ, ພາຍຫຼັງໄດ້ປຶກສາຫາລືນຳກັນ ພວກຂ້າພະເຈົ້າກໍ່ໄດ້ຕົກລົງໃສ່ຊື່ວ່າສະມາຄົມອະນຸລັກທຳນອງເພງພື້ນເມືອງບັນດາເຜົ່າແຂວງກາວບັ່ງ”.

      ໃນຊຸມປີທີ່ຜ່ານມາ, ສະມາຄົມຍັງຈັດຕັ້ງການຄົ້ນຄວ້າເກັບກຳປັບປຸງເພງພື້ນເມືອງນັບ 10 ບົດຂອງບັນດາເຜົ່າເຊິ່ງປະກອບດ້ວຍທຳນອງເພງພື້ນເມືອງຫຼາຍປະເພດ. ບັນດາສະມາຊິກໃນສະໂມສອນຕ່າງໆຍັງຊອກຮູ້, ປະພັນຫຼືແຕ່ງຄຳໃໝ່ ຂອງຫຼາຍກວ່າ 160 ບົດເພງ ແລະ ບັນດາຜະລິດຕະພັນສິລະປະເຊິ່ງປະຊາຊົນມີຄວາມຊົມຊອບ ແລະ ເຜີຍແຜ່ຢ່າງກວ້າງຂວາງ. ສິລະປິນດີເລີດ
ຮວ່າງກີມເຕ໊ວ ໃຫ້ຮູ້ຕື່ມອີກວ່າ:

      “ສະມາຊິກສະມາຄົມໄດ້ຂຶ້ນແຜນການຝຶກແອບອາທິດລະ 2 – 3 ຕອນເພື່ອພ້ອມກັນທົບທວນຄືນ ບັນດາບົດເພງເກົ່າພ້ອມທັງຝຶກແອບບົດເພງໃໝ່.  ມີທຳນອງເພງພື້ນເມືອງຄົບທຸກປະເພດຄື ຂັບສະລີ, ຂັບເລືອນພິເສດແມ່ນຂັບແທນພິນຕິ໊ງເອື້ອຍນ້ອງມາຝຶກແອບກໍ່ມີຄວາມຫ້າວຫັນທີ່ສຸດ.

           ພ້ອມກັບຄວາມເປັນເຈົ້າການສ້າງບັນດາລາຍການສິລະປະວັນນະຄະດີ, ງານແຂ່ງຂັນຂັບຮ້ອງເພງພື້ນເມືອງກໍ່ສາມາດຕອບສະໜອງຄວາມຕ້ອງການທາງດ້ານວັດທະນະທຳຂອງປະຊາຊົນເທື່ອລະກ້າວ. ຄະນະປະຈຳສະມາຄົມອະນຸລັກເພງພື້ນເມືອງບັນດາເຜົ່າແຂວງກາວບັ່ງໄດ້ຊີ້ນຳບັນດານັກສິລະປິນ, ນັກສິລະປການທີ່ມີຄວາມກະຕືລືລົ້ນເປີດບັນດາຊຸດຮຽນເສບພິນຕິ໊ງແລະຂັບຮ້ອງເພງພື້ນເມືອງໃຫ້ແກ່ນັກຮຽນປະມານ 600 ຄົນປະກອບສ່ວນສ້າງຂະບວນການວັດທະນະທຳສິລະປະວັນນະຄະດີມະຫາຊົນຢ່າງກວ້າງເລິກໃນບໍລະເວນນາງຈູທິຄວຽນຢູ່ຄຸ້ມບ້ານ 4 ນາມຟອງນະຄອນກາວບັ່ງແຂວງກາວບັ່ງສະມາຊິກສະມາຄົມດັ່ງກ່າວກໍ່ມີຄວາມຫ້າວຫັນໃນການສະແດງສິລະປະຢູ່ຖະໜົນຍ່າງກີມດົ່ງ ທີ່ແຂວງກາວບັ່ງ. ນາງຈູທິຄວຽນ ຢູ່ຄຸ້ມບ້ານ 4 ນາມຟອງ ນະຄອນກາວບັງໃຫ້ຮູ້ວ່າ:

      “ຂ້າພະເຈົ້າຮູ້ເສບພິນຕິ໊ງແຕ່ດົນນາມາແລ້ວ ຄືແຕ່ຄາວເປັນນັກສືກສາຮຽນໂຮງຮຽນສ້າງຄູ, ປັດຈຸບັນໄດ້ພັກບຳນານແລ້ວ ຂ້າພະເຈົ້າຈຶ່ງມີເວລາຫວ່າງເພື່ອຝຶກແອບ. ແຕ່ລະເທື່ອເມື່ອສະມາຄົມມີຊົ່ວໂມງຝຶກແອບຂ້າພະເຈົ້າກໍ່ໄດ້ມາແອບພ້ອມກັບເອື້ອຍນ້ອງແມ່ຍິງ. ມາຮອດປັດຈຸບັນຂ້າພະເຈົ້າກໍ່ສາມາດເສບເຄື່ອງດົນຕີແລະຂັບຮ້ອງເປັນຢ່າງດີແລ້ວ. ຂ້າພະເຈົ້າຊົມຊອບຕໍ່ປະເພດສິລະປະຂັບແທນພິນຕິ໊ງ. ຂ້າພະເຈົ້າຫວັງວ່າ ສະມາຄົມອະນຸລັກເພງພື້ນເມືອງຈະນັບມື້ນັບຂະຫຍາຍຕົວ ເພື່ອປະກອບສ່ວນອະນຸລັກຮັກສາບັນດາທຳນອງເພງພື້ນເມືອງບັນດາເຜົ່າຂອງແຂວງຕົນ”.

     ເພງພື້ນເມືອງ ວາດຟ້ອນພື້ນເມືອງ ແລະບັນດາປະເພດສິລະປະພື້ນເມືອງກໍ່ໄດ້ຖືກສ້າງຂຶ້ນເປັນຮູບປະທຳໃນຊີວິດອອກແຮງງານ, ການເຄື່ອນໄຫວສາສະໜາຮ່ວມຊີວິດຊຸມຊົນຂອງບັນດາເຜົ່າສ່ວນໜ້ອຍເຊິ່ງໄດ້ຕິດພັນກັບຊີວິດແລະຈິດໃຈການເຫຼື້ອມໃສຂອງພໍ່ແມ່ປະຊາຊົນ. ການຮັກສາເຜີຍແຜ່ຖ່າຍທອດແລະເສີມຂະຫຍາຍບັນດາຄຸນຄ່າທີ່ເປັນເອກະລັກຂອງເພງພື້ນເມືອງວາດຟ້ອນພື້ນເມືອງຂອງບັນດາເຜົ່າສ່ວນໜ້ອຍໃນແຂວງກາວບັ່ງ ໄດ້ປະກອບສ່ວນຍົກສູງລະດັບຄວາມຮັບຮູ້ ແລະຄວາມເອກອ້າງທະນົງໃຈຂອງປະຊາຊົນໃນການອະນຸລັກແລະເສີມຂະຫຍາຍຄຸນຄ່າວັດທະນະທຳອັນເປັນປະເພນີຂອງບັນດາເຜົ່າຢູ່ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ