ການອະນຸລັກຮັກສາວົງດົນຕີ 8 ປະເພດຢູ່ເຂດບ້ານນາພາກເໜືອ

(VOVWORLD) -ເຄື່ອງດົນຕີພື້ນເມືອງປະເພດຕ່າງໆຄື ກອງ, ພິນ, ຂຸ່ຍ… ນັບແຕ່ໃດໆມາ ໄດ້ຕິດພັນກັບບັນດາງານບຸນ ຫຼື ບຸນເຕັດ ຢູ່ທ້ອງຖິ່ນຕ່າງໆ. ໃນສະພາບການເຊື່ອມໂຍງສາກົນ, ຄວາມເປັນຫ່ວງກ່ຽວກັບດົນຕີພື້ນເມືອງ ຖືກສູນຫາຍ ບັນດາເຄື່ອງດົນຕີຖືກຫຼົງລືມນັ້ນ, ບັນດານັກສິລະປະການໃນເມືອງ ຝູຊວຽນ ນະຄອນຮ່າໂນ້ຍ ພວມພະຍາຍາມຮັກສາ ແລະ ຖ່າຍທອດການເສບເຄື່ອງດົນຕີ 8 ປະເພດ ແລະ ກອງໃນງານບຸນພື້ນເມືອງ. 
ການອະນຸລັກຮັກສາວົງດົນຕີ 8 ປະເພດຢູ່ເຂດບ້ານນາພາກເໜືອ - ảnh 1ທ່ານ ໂງວັນດ໊າຍ ສັງກັດກອງດົນຕີ 8 ປະເພດບ້ານ ຈີຈີ໋ ພວມເປົ່າຂຸ່ຍ

      ວົງດົນຕີ 8 ປະເພດແມ່ນຮູບການດົນຕີໃນພິທີກຳອັນເປັນປະເພນີຂອງຊາວ ຫວຽດນາມ ຢູ່ພາກເໜືອ. ແຕ່ປາງກ່ອນກໍ່ເຄີຍນຳໃຊ້ໃນບັນດາງານບຸນ, ພິທີບູຊາຢູ່ສາລາບ້ານ ແລະ ງານສົບ. ຜູ້ຫຼິ້ນດົນຕີ 8 ປະເພດ ຖືກຈັດຕາມກອງ ຫຼື ເອີ້ນວ່າກອງດົນຕີ 8 ປະເພດ                 

      ນັກສິລະປະການ ຫວູກວ໋າງຫຼຽນ ປີນີ້ອາຍຸ 86 ປີແລ້ວ ແຕ່ໃນຕະຫຼອດ 60 ປີທີ່ຜ່ານມາ ຍັງຄົງເມົາມົວກັບການຮັກສາຖ່າຍທອດດົນຕີ 8 ປະເພດ ແລະ ກອງໃນງານບຸນປະເພນີໃຫ້ແກ່ໄວໜຸ່ມ ແລະ ຊາວບ້ານ ຈີຈີ໋ ຕາແສງ ຈີ໊ຈຸງ ເມືອງ ຝຸຊງຽນ ຮ່າໂນ້ຍ. ນັກສິລະປະການ ຫວູກວ໋າງຫຼຽນ ໃຫ້ຮູ້ວ່າ:

      “ບ້ານຂ້າພະເຈົ້າກໍ່ປະກອບອາຊີບເຮັດເສື້ອໃບຕານ ພວກຜູ້ເຖົ້າຂີ່ເຮືອໄປ ເຫວ້ ຂາຍເສື້ອໃບຕານ. ເມື່ອຢູ່ພະລັງຊະວັງ ເຫວ້ ມີງານບຸນ, ບັນດາຜູ້ເຖົ້າກໍ່ຢູ່ຫັ້ນເພື່ອຮັບຟັງດົນຕີໃນພະລາດຊະວັງ. ບັນດາຜູ້ເຖົ້າໄດ້ກັບຄືນເມືອເພື່ອຊອກຫາຕົ້ນໄມ້ໄຜ່ເພື່ອເຮັດຂຸ່ຍ, ໝາກພ້າວເພື່ອເຮັດຊໍ, ຫຼືວ່າຈະໃຊ້ກະປ໋ອງນ້ຳນົມເພື່ອເຮັດຊໍກໍ່ໄດ້. ປັດຈຸບັນຂ້າພະເຈົ້າຍັງເກັບຮັກສາເຄື່ອງດົນຕີປະເພດເຫຼົ່ານີ້”.

      ແຕ່ຫຼາຍປີມານີ້ ຮອດໂອກາດຈັດງານບຸນ, ພິທີໄຫວ້ບູຊາ, ພິທີສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຊາວບ້ານ ຈີຈີ໋ ຕາແສງ ຈີ໊ຈຸງ ກໍ່ໄດ້ເຕົ້າໂຮມກັນຫຼິ້ນດົນຕີ 8 ປະເພດຢູ່ສາລາບ້ານ. ທ່ານ ຫວູກວ໋າງຫຼຽນ ໃຫ້ຮູ້ຕື່ມອີກວ່າ:

      “ວົງດົນຕີພື້ນເມືອງມີເຄື່ອງດົນຕີ 8 ປະເພດ ຈຶ່ງກາຍເປັນດົນຕີ 8 ສຽງ. ນັກເສບດົນຕີແຕ່ລະຄົນກໍ່ມີເຄື່ອງດົນຕີແຕກຕ່າງກັນ ແຕ່ຖືກເອົາຂຸ່ຍເປັນມາດຖານ, ເຄື່ອງດົນທັງໝົດກໍ່ຕ້ອງຫຼິ້ນຕາມສຽງຂຸ່ຍ ຈຶ່ງສາມາດປະສານສຽງໄດ້”.

      ໃນຫຼາຍປີທີ່ຜ່ານມາ ບັນດານັກສິລະປະການເມືອງ ຝູຊງຽນ ໃນນັ້ນມີບ້ານ ຈີຈີ໋ ຕາແສງ ຈີ໊ຈຸງ ໄດ້ເປີດຊຸດຮຽນເສບເຄື່ອງດົນຕີໂດຍບໍ່ເກັບຄ່າ ໃຫ້ແກ່ບໍ່ວ່າຜູ້ໃດທີ່ມີຄວາມເມົາມົວກັບປະເພດສິລະປະນີ້. ທ່ານ ໂງວັນດ໊າຍ ສັງກັດກອງດົນຕີ 8 ປະເພດບ້ານ ຈີຈີ໋ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າກໍ່ຮຽນນຳອ້າຍຄູ ຫຼຽນ ເຖິງ 5 - 6 ປີ ຈຶ່ງສາມາດເສບເຄື່ອງດົນຕີໄດ້ແຕ່ 2 - 3 ປະເພດ. ທຳອິດກໍ່ຕ້ອຮຽນເປົ່າຂຸ່ຍ. ສີຊໍກໍ່ຕ້ອງແອບແຕ່ 2 - 3 ປີ ຈຶ່ງສາມາດຫຼິ້ນໄດ້, ພິທີໄຫວ້ບູຊາໃນພະລາດຊະວັງກໍ່ແມ່ນປະເພດນີທີ່ມີມາແຕ່ດົນນານ ຖ້າຫາກຜູ້ໃດມີຄວາມນິຍົມ ແລະ ເຂົ້າໃຈດົນຕີ ຈຶ່ງສາມາດເຫັນໄດ້ເຖິງຄວາມສຳຄັນຂອງດົນ”.

     ຕາມທ່ານ ຫວູກວ໋າງຢຸ໊ງ ນັກຄົ້ນຄວ້າວັດທະນະທຳພື້ນເມືອງ ສັງກັດສະຖາບັນຄົ້ນຄວ້າວັດທະນະທຳ (ສະຖາບັນບັນດິດວິທະຍາສາດ ສັງຄົມ ຫວຽດນາມ) ບັນດານັກສິລະປະການກໍ່ແມ່ນຖັນແຖວຜູ້ຖ່າຍທອດບັນດາມໍລະດົກອັນປະເສີດເລີດລ້ຳ ຂອງເຜົ່າຕົນໃຫ້ແກ່ລຸ້ນລູກລຸ້ນຫຼານ. ຈາກນັ້ນຊ່ວຍຍົກສູງລະດັບຄວາມຮັບຮູ້ຂອງທຸກໆຄົນ ກ່ຽວກັບບົດບາດທີ່ສຳຄັນ ແລະ ຄວາມຈຳເປັນຕ້ອງຮັກສາມໍລະດົກວັດທະນະທທຳ ເພື່ອໃຫ້ມໍລະດົນນັ້ນຍືນຍົງຄົງຕົວກັບການເວລາ.  ທ່ານ ຫວູກວ໋າງຢຸ໊ງ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າມີຄວາມພາກພູມໃຈ ເພາະວ່າຍັງຄົງມີການສືບທອດ ແລະ ບໍ່ຖືກຕັດຕອນ ແລະ ສູນຫາຍ. ສິ່ງທີ່ຕ້ອງການແມ່ນທາງທ້ອງຖິ່ນຄວນເອົາໃຈໃສ່ຈັດຕັ້ງ ເພື່ອເຮັດແນວໃດມີຖັນແຖວຊາວໜຸ່ມ ເພື່ອໃຫ້ເຂົາເຈົ້າສາມາດສືບທອດ ແລະ ເຂົ້າໃຈກ່ຽວກັບເຄື່ອງດົນຕີພື້ນເມືອງ, ງານບຸນຂອງທ້ອງຖິ່ນ”.

     ດ້ວຍຄວາມກະຕືລືລົ້ນ ຄວາມມານະພະຍາຍາມຮັກສາຂອງບັນດານັກສິລະປະການ, ດົນຕີ 8 ປະເພດ ແລະ ກອງໃນງານບຸນພື້ນເມືອງ ຍັງຄົງໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍໃນຊີວິດວັດທະນະທຳໃນທຸກວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ