ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ

(vovworld) - ໄລ່​ຮອດ​ປີ 1974, ຮ່າ​ໂນ້ຍ​ ພຽງ​ແຕ່​ມີ​ຂົວ​ແຫ່ງ​ດຽວທີ່​​ກ່າຍຂ້າມ​ແມ່ນ້ຳ​ແດງ​ເທົ່າ​ນັ້ນ, ​ຄື​ຂົວລອງ​ບຽນ (ຂົວ Paul Doumer). ຂົວ​ແຫ່ງ​ທຳ​​ອິດນີ້​ໄດ້​ເຊື​່ອມ​ຕໍ່​ນະ​ຄອນຫຼວງ​ກັບ​ບັນ​ດາ​ແຂວ​ງທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອນຳ​ກັນ. ຕໍ່​ມາ, ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໄປ​ມາ​​ກ່າຍຂ້າມ​ແມ່​ນ້ຳ​ແດງ, ທັງອະ​ນຸ​ລັກ​ຮັກ​ສາ​ຄຸນ​ຄ່າ​ສະ​ຖາ​ປັດ​ຕະ​ຕະ​ກຳ​ເດີມ​ຂອງ​ຂົວລອງ​ບຽນ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ການ​ຄ້າກັບ​ບັນ​ດາ​ແຂວງ​ນະ​ຄອນ, ຮ່າ​ໂນ້ຍ ໄດ້​ໃຫ້​ກໍ່​ສ້າງ​ຂົວ​​ຕື່ມ​ອີກ 6 ແຫ່ງ, ໃນ​ນັ້ນ​ມີ​ຂົວເຍິດ​ເຕິນ. ຂົວ​ທັນ​ສະ​ໄໝ​ແຫ່ງນີ້​ເຊື່ອມ​ຕໍ່​​ກັບສາຍທາງ​​ດ່ວນໃນ​​ນະ​ຄອນ, ຫຼຸດ​ຜ່ອນ​ເວ​ລາໄປ​ມາ​ລະ​ຫວ່າງ​ທ່າ​ອາ​ກາດ​ສະ​ຍານໂນ້ຍ​ບ່າຍ​ກັບ​ໃຈ​ກາງ​ນະ​ຄອນຫຼວງ​ລົງ. ປະ​ເທດ​ຊາດ​ໄດ້​ມີ​ການ​ປ່ຽນແປງ, ນະ​ຄອນຫຼວງ​ກໍ່​ມີ​ການ​ຫັນ​ປ່ຽນ​ໄປ​ນຳ. ຮູບ​ພາບ​ຂົວ​ສອງ​ແຫ່ງ, ​ຂົວ​ເກົ່າ ແລະ ​ຂົວ​ໃໝ່, ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ຫັນ​ນະ​ຄອນຫຼວງ​ເປັນ​ທັນ​ສະ​ໄໝ​ໃນ 100 ປີ​ທີ່​ຜ່ານ​ມາ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 1
ວັນທີ 12/9/1898, ຂົວເຫຼັກກ້າແຫ່ງທຳອິດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍບໍລິສັດ Daydé & Pillé ຂອງ ຝລັ່ງອອກແບບ ແລະ ປະມູນກໍ່ສ້າງເລີ່ມລົງມືກໍ່ສ້າງຢ່າງເປັນທາງການ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 2
ປີ 2009, ຂົວເຍິດເຕິນ, ຂົວແຂວນແຫ່ງທຳອິດ ແລະ ທັນສະໄໝທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໂດຍບັນດານັກສະຖາປານິກ, ກຳມະກອນສອງປະເທດ ຫວຽດນາມ-ຍີ່ປຸ່ນກໍ່ສ້າງ, ດ້ວຍແຫຼ່ງທຶນ ODA ຂອງຍີ່ປຸ່ນແລະທຶນສົມທົບຂອງລັດຖະບານຫວຽດນາມ ເລີ່ມລົງມືກໍ່ສ້າງ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 3
ພາຍຫຼັງສາມປີແຫ່ງການກໍ່ສ້າງ. ປີ 1902 ຂົວໄດ້ຮັບການກໍ່ສ້າງສຳເລັດ ແລະ ມີຊື່ວ່າ Paul Doumer.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 4
ຂົວ ເຍິດເຕິນ ແມ່ນໝາກຜົນແຫ່ງການອອກແຮງງານຂອງນາຍຊ່າງສອງປະເທດ ຫວຽດນາມ - ຍີ່ປຸ່ນນັບພັນຄົນໃນຕະຫຼອດ 5 ປີ ແລະໄດ້ຮັບການເປີດສະຫຼອງໃນວັນທີ 4-1-2015. ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາກິດຈະກຳຄົມມະນາຄົມຈຸດສຸມຂອງ ຮ່າໂນ້ຍ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 5
ເພື່ອປະຕິບັດການກໍ່ສ້າງໃຫ້ສຳເລັດ, ບໍລິສັດ Daydé & Pillé ໄດ້ນຳໃຊ້ຫີນ 3.000 m2 ແລະ ໂລຫະ 6.000 ໂຕນ, ດ້ວຍຄ່າໃຊ້ຈ່າຍທັງໝົດແມ່ນ 6.200.000 francs (1,2 ລ້ານ USD).

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 6
ບັນດາເຕັກໂນໂລຢີ ເຕັກນິກກ້າວໜ້າກວ່າໝູ່ຢູ່ໂລກຖືກນຳໃຊ້ເຂົ້າໃນການກໍ່ສ້າງຂົວເຍິດເຕິນ. ພິເສດແມ່ນບັນດາເສົາຄ້ຳຖືກຕັ້ງເທິງພື້ນອ້ອມຮອບເສົາດ້ວຍເຫຼັກກ້າ SPSP ທີ່ທັນສະໄໝ, ເຊິ່ງຖືກນຳໃຊ້ຢູ່ ຫວຽດນາມເປັນຄັ້ງທຳອິດ, ດ້ວຍຍອດຈຳນວນເງິນລົງທຶນ 16.300 ຕື້ດົ່ງ (730 ລ້ານ USD)

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 7
ວັນທີ 28/3/1902, ຜູ້ມີອຳນາດເຕັມອິນດູຈີນ ໄດ້ອອກມະຕິເລກ 953 ເລີ່ມນຳໃຊ້ສາຍທາງລົດໄຟຮ່າໂນ້ຍ - ຢາເລິມ, ລົບລ້າງທ່າບັກທາງນ້ຳ ຮ່າໂນ້ຍ ແລະ ຈັດທາງໄປໃຫ້ລ່ອງຕາມເບື້ອງຊ້າຍຂົວ, ຫາກບໍ່ແມ່ນເບື້ອງຂວາຄືຂົວອື່ນໆ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 8
ຂົວເຍິດເຕິນມີລວງຍາວ 8,3 km. ໃນນັ້ນສ່ວນກ່າຍຂ້າມແມ່ນ້ຳແດງມີລວງຍາວ 1,5 km. ຂົວກວ້າງ 33,2m, ປະກອບດ້ວຍ 8 ແລວ, ອະນຸຍາດໃຫ້ບັນດາພາຫະນະກ່າຍຂ້າມດ້ວຍຄວາມໄວ 80km/h. ປະຈຸບັນ, ບັນດານັກທ່ອງທ່ຽວພຽງແຕ່ເສຍເວລາ 30 ນາທີເທົ່ານັ້ນ ກໍ່ສາມາດໄປຜ່ານເສັ້ນທາງ 15 km ເຂົ້າໃຈກາງນະຄອນໄດ້, ຫຼຸດຜ່ອນເວລາໄປມາລົງເຄິ່ງໜຶ່ງເມື່ອທຽບໃສ່ເສັ້ນທາງເກົ່າ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 9
ເຖິງປີ 1954, ເມື່ອບັນດາທະຫານຝລັ່ງຖອນອອກຈາກຫວຽດນາມ, ຂົວ Paul Doumer ຖືກປ່ຽນຊື່ເປັນຂົວ ລອງບຽນ. ຂົວລອງບຽນໃນປະຈຸບັນມີ 3 ແລ້ວ, ແລວໃຈກາງແມ່ນທາງລົດໄຟ, ສ່ວນ 2 ແລວຍັງເຫຼືອແມ່ນສະຫງວນໃຫ້ລົກຈັກ. ສະເພາະລົດໂອໂຕແມ່ນບໍ່ໄດ້ໄປຜ່ານຂົວນີ້.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 10
ຂົວເຍິດເຕິນ ອະນຸຍາດໃຫ້ລົດຈັກໄປຜ່ານ 2 ແລວ. ສ່ວນ 6 ແລວຢູ່ກາງຂົວແມ່ນສະຫງວນໃຫ້ລົດໂອໂຕ. ສະເພາະລົດກະບະບໍ່ໄດ້ໄປຜ່ານຂົວແຫ່ງນີ້, ຫາກຕ້ອງໄປຕາມທາງທັງລອງເໜືອ - ໂນ້ຍບ່າຍ. ບັນດາພາຫະນະໄປມາຕາມເສັ້ນທາງນີ້ລ້ວນແຕ່ບໍ່ຕ້ອງເສຍຄ່າຂົວທາງ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 11
ຂົວລອງບຽນແມ່ນຂົວໂລຫະທີ່ຕັ້ງເທິງເສົາຄ້ຳຖືກກໍ່ສ້າງແບບຖາວອນ. ຂົວຍາວ 1.862 m, ປະກອບດ້ວຍ19 ຕອນເປັນຂາງເຫຼັກກ້າ, ຕັ້ງເທິງ 20 ເສົາຄ້ຳສູງ 43,50 m.


ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 12
ຂົວເຍິດເຕິນໄດ້ຮັບການອອກແບບທັນສະໄໝ, ດ້ວຍສາຍກາບແຂວນຕໍ່ເນື່ອງກັນ 5 ຕອນ, ແຕ່ລະຕອນມີ 11 ຄູ່ສາຍກາບທີ່ບັນຈຸນ້ຳໜັກພ້ອມກັບບັນດາເສົາຄ້ຳສູງລຽນຕິດກັນ. ນອກນັ້ນຍັງມີລະບົບວັດແທກທິດລົມພັດເພື່ອດັດປັບສາຍກາບແຂວນເມື່ອມີຄວາມຈຳເປັນ ເພື່ອແນໃສ່ຮັບປະກັນຄວາມປອດໄພ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 13
ຍ້ອນຖືກລະເບີດທຳລາຍ, ຂົວລອງບຽນ ໃນປະຈຸບັນຍັງເຫຼືອພຽງ ຕອນໜຶ່ງຢູ່ທິດເໜືອ, ຕອນໜຶ່ງຢູ່ທິດໃຕ້ ແລະ ເຄິ່ງຕອນຢູ່ກາງແມ່ນ້ຳ. ສ່ວນ 6 ຕອນຖືກທຳລາຍໄດ້ຮັບການປ່ຽນແທນແລ້ວ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 14
ຜ່ານການຂຸດຄົ້ນ ແລະ ນຳໃຊ້ເປັນເວລາ 100 ກວ່າປີ, ລາງລົດໄຟກໍ່ ຖືກຊຸດໂຊມ, ດັ່ງນັ້ນຕ້ອງໃຊ້ຂາງໄມ້ເພື່ອຄ້ຳຈູນ, ແລະຕ້ອງກວດກາຂົວ ເປັນປະຈຳເພື່ອຮັບປະກັນຄວາມປອດໄພໃນການຄົມມະນາຄົມ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 15
ຂົວເຍິດເຕິນ, ສ່ວນກ່າຍຂ້າມແມ່ນ້ຳແດງຖືກນຳໃຊ້ເຕັກໂນໂລຢີກ້າວໜ້າຫຼາຍຢ່າງເປັນຄັ້ງທຳອິດຢູ່ ຫວຽດນາມ


ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 16
ລະບົບໄຟເຍືອງທາງຂອງຂົວລອງບຽນແມ່ນງ່າຍດາຍທີ່ສຸດ. ເທິງຂົວພຽງແຕ່ຕິດຕັ້ງບັນດາດອກໄຟທຳມະດາທີ່ຖືກໝ້ຽງໄປຕາມການເວລາແລ້ວ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 17
ຂົວເຍິດເຕິນຕິດຕັ້ງລະບົບໄຟເຍືອງທາງທີ່ທັນສະໄໝດ້ວຍຫຼາຍສີ. ແຕ່ເວລາ 19ໂມງ - 22ໂມງຂອງທຸກວັນ, ຂົວເຍິດເຕິນກໍ່ແຈ້ງສະຫວ່າງດ້ວຍໄຟເຍືອງທາງແຕ່ 6 – 12 ສີ, ສ້າງເປັນບັນດາວົງແສງສີຂະໜາດໃຫຍ່, ເຮັດໃຫ້ແມ່ນ້ຳແດງແຈ້ງເຫຼື້ອມກະຈ່າງ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 18
ຊາວຮ່າໂນ້ຍມີຄວາມລຶ້ງເຄີຍທີ່ສຸດກັບຮູບພາບ ”ໂຕມັງກອນ” ເຫຼັກກ້າກ່າຍຂ້າມແມ່ນ້ຳແດງທີ່ມີມາກ່ອນນີ້ 100 ກວ່າປີ.

ຮ່າໂນ້ຍແລະບັນດາຂົວກ່າຍຂ້າມແມ່ນ້ຳແດງ - ảnh 19
ນັກທ່ອງທ່ຽວຈະມີຄວາມປະທັບໃຈທີ່ສຸດຕໍ່ຮູບພາບເສົາຄ້ຳສູງ 5 ເສົາ, ທີ່ເປັນສັນຍາລັກໃຫ້ປະຕູເຂົ້ານະຄອນຫຼວງ 5 ແຫ່ງ. ໂຄງການຈຸດສຸມແຫ່ງຊາດນີ້ ໄດ້ສ້າງໂສມໜ້າໃໝ່ທາງດ້ານຄົມມະນາຄົມ, ກໍ່ຄືເສດຖະກິດ - ສັງຄົມໃຫ້ນະຄອນຫຼວງ ຮ່າໂນ້ຍເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ