ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ ວັນສຸກ ທີ 31 ມີນາ ຄ.ສ. 2017 | 16:35:48 (vovworld) - ນ້ຳຕົກຕາດບ້ານຢົກແມ່ນຫນຶ່ງໃນບັນດາທັດສະນີຍະພາບທ່ອງທ່ຽວທີ່ມີຊື່ສຽງໂດຍທຳມະຊາດດົນບັນດານໃຫ້ແຂວງ ກາວບັ່ງ. ຢູ່ທາງລຸ່ມກະແສນ້ຳຕົກຕາດ ແມ່ນແມ່ນ້ຳ ກວຍເຊີນ ດ້ວຍນ້ຳຂຽວໃສສະອາດ. ຝັ່ງຂວາ ແມ່ນຜືນແຜ່ນດິນຂອງ ຫວຽດນາມ ແລະ ຝັ່ງຊ້າຍແມ່ນຜືນແຜ່ນດິນຂອງ ຈີນ. ນ້ຳຕົກຕາດບ້ານຢົກຫ່າງຈາກນະຄອນ ກາວບັ່ງ ປະມານ 90 ກິໂລແມັດ ແລະ ຫ່າງຈາກ ຮ່າໂນ້ຍ ປະມານ 400 ກິໂລແມັດ ຂຶ້ນກັບບໍລິເວນ ຕາແສງ ດາມຖູຍ, ເມືອງ ຈູງແຄງ ແຂວງ ກາວບັງ. ນ້ຳຕົກຕາດມີລວງກວ້າງ ປະມານ 208 ແມັດ ແລະ ຄວາມສູງປະມານ 70 ແມັດ. ນ້ຳຕົກຕາດບ້ານຢົກແມ່ນນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນຫນຶ່ງໃນບັນດານ້ຳຕົກຕາດທຳມະຊາດຢູ່ເສັ້ນຊາຍແດນ ໃຫຍ່ທີ 4 ຢູ່ ໃນໂລກ. ນ້ຳຕົກຕາດບ້ານຢົກ ຄືພາບແຕ້ມທິວທັດທຳມະຊາດທີ່ສວຍງາມ. ມາແຫ່ງນີ້ ນັກທ່ອງທ່ຽວຈະໄດ້ຊົມທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ຄວາມຮັກແພງແຂກຄົນຂອງຊາວທ້ອງຖິ່ນ. ສັງເກດທາງໄກ ນ້ຳຕົກຕາດບ້ານຢົກຄືດັ່ງຮູບພາບທີ່ສວຍງາມດັ່ງໃນຝັນ ນ້ຳຕົກຕາດບ້ານຢົກ ມີ 3 ຊັ້ນ, ເຖິງວ່າຢູ່ໃນລະດູໃດ ກະແສນ້ຳກໍ່ໄຫລຕະຫລອດ ຢູ່ ນ້ຳຕົກຕາດບ້ານຢົກ ມີບໍລິການລ່ອງເຮືອເພື່ອຊົມວິວຂອງ ນ້ຳຕົກຕາດບ້ານຢົກ. ກະແສນ້ຳໄຫລຈາກຄວາມສູງເຮັດໃຫ້ທັດສະນີຍະພາບຂອງເຂດພູຜາປ່າໄມ້ທີ່ຮົກເຮື້ອເປົ່າຫວ່າງນີ້ຍິ່ງສວຍງາມກວ່າ ຢືນຢູ່ບ່ອນໃດໃນບໍລິເວນຢູ່ນ້ຳຕົກຕາດນີ້ທ່ານກໍ່ເຫັນໄດ້ຄວາມສວຍງາມພິເສດສະເພາະຂອງມັນ ຮູບພາບນ້ຳຕົກຕາດງາມປຽບເໝືອນດັ່ງຜົມຂອງນາງເທວະດາ ບັນດາຂົວໄມ້ໃຜ່ເພີ່ມຄວາມງາມໃຫ້ທັດສະນີຍະພາບຢູ່ທີ່ນີ້ ໃນລະດູຝົນແຕ່ເດືອນ 6-10 ນຳເຕົກຕາດແມ່ນສວຍງາມທີ່ສຸດ ພິເສດແມ່ນ ເດືອນ 9-10 ນ້ຳມີຫລາຍ. ນ້ຳຕົກຕາດ ບ້ານຢົກ ແຕ່ດົນນານມາແລ້ວ ກາຍເປັນເພື່ອຫົວເລື່ອງປະດິດແຕ່ງໃຫ້ແກ່ບັນດານັກສິລະປິນ ແລະ ແມ່ນສະຖານທີ່ທ່ອງທ່ຽວດູດດື່ມຂອງແຂວງ ກາວບັ່ງ. Tag vovworld vov ທຳມະຊາດ ຕອບກັບ ສົ່ງ ຂ່າວ/ບົດອື່ນ ສະຫວັນນະເຂດ-ເສັ້ນທາງແລກປ່ຽນການຄ້າສຳຄັນຂອງອາຊຽນ ບັນດາການເຄື່ອນໄຫວຂອງນັກແຂ່ງຂັນລາວ 2 ຄົນໃນຂອບເຂດການເຂົ້າຮ່ວມງານປະກວດສຽງເພງ ອາຊຽນ + 3 ຄັ້ງທີ 2 ປີ 2019 ບັນດາຂອງຂວັນບຸນເຕັດສ້າງຄວາມອົບອຸ່ນຕໍ່ທະຫານ,ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ ວັດແຫ່ງຕ່າງໆຢູ່ເມືອງເກາະເຈື່ອງຊາ-ຫລັກໝາຍດ້ານຈິດວິນຍານ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ