ລົດ​ໄຟ​ຟ້າ​ຕອນ​ກາດ​ລິງ - ຮ່າ​ດົງ

(VOVWORLD) - ໂດຍໄດ້ເຂົ້າຮ່ວມການເຄື່ອນໄຫວມາແຕ່ເດືອນພະຈິກປີ 2021, ລົດໄຟຕອນ ກາດລິງ - ຮ່າດົ່ງ ໄດ້ຮັບຖືວ່າແມ່ນວິທີການໜຶ່ງເພື່ອແນໃສ່ແກ້ໄຂສະພາບການລົດຕິດ, ເກີດອຸບັດຕິເຫດທາງຄົມມະນາຄົມ, ມົນລະພິດສິ່ງແວດລ້ອມ, ໄປຄຽງຄູ່ກັນນັ້ນ ສະຖານທີ່ແຫ່ງນີ້ຍັງກາຍເປັນສະຖານທີ່ check in ທີ່ເປັນໜ້າຈັບອົກຈັບໃຈຂອງເພື່ອນໜຸ່ມຫຼາຍຄົນ.
ລົດ​ໄຟ​ຟ້າ​ຕອນ​ກາດ​ລິງ - ຮ່າ​ດົງ - ảnh 1ຜູ້ໂດຍສານຢູ່ໃນລົດໄຟຟ້າຕອນກາດລິງ - ຮ່າດົງ

ໃນອາທິດຜ່ານມາ,ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ,ວິທະຍຸກະຈາຍສຽງຫວຽດນາມສືບຕໍ່ໄດ້ຮັບຈົດໝາຍ,ອີແມວ 515 ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 33 ປະເທດແລະເຂດແຄ້ວນຄື:ແອັດສະປາຍ,ອັງກິດ,ຝຣັ່ງ,ຍີ່ປຸ່ນ,ລາວ…ໃນນັ້ນ,ມີທ່ານຜູ້ຟັງລາວຫຼາຍຄົນໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບການເຄື່ອນໄຫວລະຫວ່າງຫວຽດນາມໃນອາທິດຜ່ານມາ.ໃນລາຍການ“ໂອ້ລົມກັບເພື່ອນລາວ”ມື້ນີ້,ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ,ເນື້ອໃນຈົດໝາຍແລະຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ລາວ ຝາກມາລາຍການໃນອາທິດຜ່ານມາ.

ໃນອີແມວສົ່ງມາຍັງລາຍການຂອງເພື່ອນ ວົງໄຊ ທິບພະວົງ ຢູ່ແຂວງ ບໍ່ແກ້ວ ມີເນື້ອໃນຂຽນວ່າ: “ຫວ່າງແລ້ວນີ້ ຂ້າພະເຈົ້າໄດ້ຊົມບັນດາພາບສາລະຄະດີ (ລາຍການ Media) ທີ່ແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວໃນເວັບໄຊ vovworld.vn. ຂ້າພະເຈົ້າເຫັນວ່າ ບັນດາພາບສາລະຄະດີນີ້ ມີປະໂຫຍດທີ່ສຸດ ໃຫ້ແກ່ບັນດາຜູ້ນິຍົມໄປທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ພາບສາລະຄະດີໄດ້ພັນລະນາ ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ ຢ່າງລະອຽດຈະແຈ້ງ. ເມື່ອໄດ້ຊົມບັນດາພາບສາລະຄະດີເຫຼົ່ານັ້ນ ຂ້າພະເຈົ້າກໍ່ມີຄວາມຮູ້ສຶກຄ້າຍຄືວ່າ ຕົນເອງພວມຢ້ຽມຊົມບັນດາສະຖານທີ່ນັ້ນຢູ່. ຂໍຂອບໃຈທາງລາຍການ ທີ່ໄດ້ແນະນຳບັນດາພາບສາລະຄະດີທີ່ສວຍງາມໃຫ້ຜູ້ຟັງຜູ້ຊົມຄືພວກຂ້າພະເຈົ້າ”.

 ຂອບໃຈເພື່ອນ ວົງໄຊ ທິບພະວົງ ທີ່ໄດ້ມີຄວາມສົນໃຈຕໍ່ລາຍການ, ພິເສດແມ່ນລາຍການ Media. ໃນໄລຍະຈະມາເຖິງ ທາງລາຍການຈະແນະນຳພາບສາລະຄະດີ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ ຕື່ມອີກ. ເຊີນທ່ານຕິດຕາມ ແລະ ປະກອບຄຳຄິດເຫັນ ເພື່ອໃຫ້ລາຍການຂອງພວກເຮົານັບມື້ນັບດີຂຶ້ນກ່ວາ, ມີຄວາມດູດດື່ມກ່ວາເກົ່າ.

ທ່ານພົນສີ, ປັດຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການ ຜ່ານທາງ facebook ດ້ວຍເນື້ອໃນຄືດັ່ງນີ້: ເວລາຕິດຕາມຂ່າວຜ່ານເວັບໄຊ vovworld.vn ຂ້າພະເຈົ້າໄດ້ຮູ້ວ່າ, ໃນໄລຍະຜ່ານມາ ຂະແໜງການທ່ອງທ່ຽວຫວຽດນາມ ມີການຟື້ນຟູຢ່າງປະທັບໃຈ ແລະ ບັນລຸໄດ້ຫຼາຍເປົ້າໝາຍທີ່ວາງອອກ. ດັ່ງນັ້ນໃນຊຸມປີຕໍ່ໄປ, ຫວຽດນາມ ມີການກຳນົດທິດຫຍັງແດ່ເພື່ອພັດທະນາຂະແໜງການທ່ອງທ່ຽວໃຫ້ຫຼາຍກ່ວາອີກ?

ເພື່ອນ ພົນສີ ທີ່ຮັກແພງ, ແມ່ນແລ້ວ, ມາຮອດປັດຈຸບັນ ທຸກຄາດໝາຍກ່ຽວກັບຈຳນວນແຂກທ່ອງທ່ຽວ, ລາຍຮັບທີ່ໄດ້ຈາກການທ່ອງທ່ຽວນັບແຕ່ປີ 2019, ຫວຽດນາມ ລ້ວນແຕ່ບັນລຸໄດ້ເກີນຄາດໝາຍວາງອອກ. ເພາະສະນັ້ນ, ຂະແໜງການທ່ອງທ່ຽວ ຄວນໄດ້ຮັບການກຳນົດທິດການວາງແຜນກຳນົດພັດທະນາດ້ວຍວິໄສທັດທີ່ຍາວໄກ ເພື່ອເປັນບ່ອນອີງໃນການສ້າງບັນດາລາຍການ, ແຜນການ ແລະ ນະໂຍບາຍພັດທະນາການທ່ອງທ່ຽວໃຫ້ເໝະສົມກັບຄວາມຕ້ອງການພັດທະນາໃນໄລຍະໃໝ່.

ຕາມຮ່າງແຜນກສຍກຳນົດລະບົບການທ່ອງທ່ຽວ ຫວຽດນາມ ໄລຍະ 2021 – 2030, ວິໄສທັດ 2045 ແລ້ວ ມີຜະລິດຕະພັນທ່ອງທ່ຽວຫຼັກ ຂອງ ຫວຽດນາມ 4 ຊະນິດ ໃນໄລຍະນີ້ນັ້ນແມ່ນ ການທ່ອງທ່ຽວທະເລໝູ່ເກາະ, ການທ່ອງທ່ຽວວັດທະນະທຳ, ການທ່ອງທ່ຽວຊີວະພາບ, ການທ່ອງທ່ຽວຕົວເມືອງ.

ໃນນັ້ນ, ການທ່ອງທ່ຽວທະເລໝູ່ເກາະສືບຕໍ່ແມ່ນບຸລິມະສິດແຖວໜ້າໃນການກຳນົດທິດພັດທະນາຂອງການທ່ອງທ່ຽວ ຫວຽດນາມ. ສຸມແຫຼ່ງກຳລັງລົງທຶນພັດທະນາບາງສູນພັກຜ່ອນບຳລຸງສຸຂະພາບທະເລລະດັບສູງ, ມີເຄື່ອງໝາຍການຄ້າຢ່າງແຮງໃນຕະຫຼາດສາກົນ.

ນອກຈາກນັ້ນ, ຮ່າງແຜນການກຳນົດໄດ້ສະເໜີພັດທະນາ ການທ່ອງທ່ຽວໃໝ່ ຕື່ມອີກ 3 ແບບ, ລວມມີການທ່ອງທ່ຽວສົມທົບກັບການເບິ່ງແຍງດູແລສຸຂະພາບ, ການປິ່ວປົວສຸຂະພາບ; ການທ່ອງທ່ຽວກະສິກຳ, ຊົນນະບົດ, ການທ່ອງທ່ຽວກິລາ. ໃນນັ້ນການທ່ອງທ່ຽວກະສິກຳ, ຊົນນະບົດຈະຕິດພັນກັບໂຄງການກໍ່ສ້າງຊົນນະບົດໃໝ່, ໝູ່ບ້ານຫັດຖະກຳ ແລະ ໂຄງການ OCOP. ການທ່ອງທ່ຽວກິລາຈະຕິດພັນກັບກິລາທະເລ, ກິລາປະຈົນໄພ, ກິລາ ກອບ. ການທ່ອງທ່ຽວເບິ່ງແຍງດູແລສຸຂະພາບ, ການປິ່ນປົວສົມທົບກັບຊັບພະຍາກອນທຳມະຊາດຈາກດິນຟ້າອາກາດ, ແຫຼ່ງບໍ່ນ້ຳຮ້ອນ… ແລະ ຢາແຜນບູຮານ.

ເພື່ອນ ສຸດາລັດ ປັດຈຸບັນພວມຮຽນຢູ່ມະຫາວິທະຍາໄລສ້າງຄູທ໊າຍງວຽນໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອຢາກຊອກຮູ້ກ່ຽວກັບລົດໄຟຕອນ ກາດລິງ - ຮ່າດົງຢູ່ຮ່າໂນ້ຍ?

ເພື່ອນສຸດາລັດ ທີ່ຮັກແພງ ໂດຍໄດ້ເຂົ້າຮ່ວມການເຄື່ອນໄຫວມາແຕ່ເດືອນພະຈິກປີ 2021, ລົດໄຟຕອນ ກາດລິງ - ຮ່າດົ່ງ ໄດ້ຮັບຖືວ່າແມ່ນວິທີການໜຶ່ງເພື່ອແນໃສ່ແກ້ໄຂສະພາບການລົດຕິດ, ເກີດອຸບັດຕິເຫດທາງຄົມມະນາຄົມ, ມົນລະພິດສິ່ງແວດລ້ອມ, ໄປຄຽງຄູ່ກັນນັ້ນ ສະຖານທີ່ແຫ່ງນີ້ຍັງກາຍເປັນສະຖານທີ່ check in ທີ່ເປັນໜ້າຈັບອົກຈັບໃຈຂອງເພື່ອນໜຸ່ມຫຼາຍຄົນ.

ລົດໄຟຕອນກາດລິງ - ຮ່າດົງ ມີສະຖານີ 12 ແຫ່ງຄື: ສະຖາທີ່ລົດໄຟກາດລິງ, ສະຖານີລົດໄຟ ລາແທັງ, ສະຖານີລົດໄຟ ທ໊າຍຮ່າ, ສະຖານີລົດໄຟ ລ໊າງ, ສະຖານີລົດໄຟ ມະຫາວິທະຍາໄລແຫ່ງຊາດ….

ແຕ່ລະຂະບວນລົດໄຟມີ 4  ຕູ້, ແຕ່ລະຕູ້ມີລວງຍາວປະມານ 19 ແມັດ, ລວງກ້ວາງປະມານ 2,8 ແມັດ, ລວມສູງ ປະມານ 3,8 ແມັດ, ສາດມາບັນລຸຜູ້ໂດຍສານໄດ້ເຖິງ 1000 ຄົນ. ລຳລົດໄຟໄດ້ເຮັດດ້ວຍເຫຼັກກ້າບໍ່ເຂົ້າຂີ້ໝ້ຽງຕາມມາດຖານເອີລົບ. ລົດໄຟຈະຢຸດຢູ່ແຕ່ລະສະຖານີ ເພື່ອໃຫ້ຜູ້ໂດຍສານຂຶ້ນລົງໃນໄລຍະເວລາປະມານ 30 ວິນາທີ.  ລົດໄຟແຕ່ລະຕູ້ລ້ວນແຕ່ໄດ້ປະກອບລະບົບວິທະຍຸສອງສົ້ນ ເຊິ່ງອະນຸຍາດໃຫ້ຜູ້ໂດຍສານສາມາດຕິດຕໍພົວພັນກັບພະນັກງານຂັບລົດໄຟໃນກໍລະນີສຸກເສີນ. ສ່ວນຂັ້ນຕອນການຊື້ປີ້, ຮັບປີ້ໄປຂຶ້ນລົດໄຟຕອນກາດລິງ - ຮ່າດົງ ໄດ້ປະຕິບັດໄວທີ່ທຸດ. ເພື່ອນສາມາດຊື້ປີ້ຢູ່ບ່ອນຂາຍປີ້ ຫຼື ຢູ່ເຄື່ອງຂາຍປີ້ແບບອັດຕະໂນມັດ.

ເພື່ອນສຸດາລັດ ທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງນັ້ນແມ່ນຄຳຕອບພື້ນຖານໃຫ້ແກ່ຄຳຖາມຂອງເພື່ອນຫວັງວ່າຈະເຮັດໃຫ້ເພື່ອນພໍໃຈ.

        ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມານັ້ນແມ່ນເນື້ອໃນຄຳເຫັນແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ.ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ.ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີແມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ