ກຸຍເຍີນ ໄດ້ຄັດເລືອກເອົາແມ່ນສະຖານທີ່ໜ້າມາຢ້ຽມຢາມແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ກຸຍເຍີນ ມີ 2 ລະດູຢ່າງຈະແຈ້ງ ແມ່ນລະດູແລ້ງແຕ່ເດືອນ ມີນາ ຮອດເດືອນ ກັນຍາ ແລະ ລະດູຝົນແຕ່ເດືອນ ຕຸລາ ຫາເດືອນ ກຸມພາ ຂອງປີຕໍ່ໄປ. ອຸນຫະພູມຢູ່ເຂດນີ້ແມ່ນເຢັນສະບາຍຕະຫຼອດປີ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 331 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ.
ກຸຍເຍີນ ໄດ້ຄັດເລືອກເອົາແມ່ນສະຖານທີ່ໜ້າມາຢ້ຽມຢາມແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ວັນຊາດທີ 02 ກັນຍາ (02 ກັນຍາ 1945 – 02 ກັນຍາ 2022)
(ພາບປະກອບ)

ເພື່ອນ ດາວວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍມາຫາລາຍການໂດຍແບ່ງປັນວ່າ: ພິທີສະເຫຼີມສະຫຼອງວັນຊາດແມ່ນໂອກາດສຳຄັນທີ່ສຸດສຳລັບແຕ່ລະປະເທດ ແລະ  ຫວຽດນາມ ກໍເປັນຄືແນວນັ້ນ. ເມື່ອຮອດເດືອນ ກັນຍາ ໃນແຕ່ລະປີ, ປະຊາຊົນ ຫວຽດນາມ ໄດ້ພ້ອມກັນມຸ່ງໄປເຖິງວັນຊາດ ຫວຽດນາມ ທີ 2 ກັນຍາ - ວັນສະຖາປະນາປະເທດ ຫວຽດນາມ ເອກະລາດ, ເສລີພາບ, ເປັນເຈົ້າຕົນເອງ ສະເຫຼີມສະຫຼອງ 77 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 02 ກັນຍາ (02 ກັນຍາ 1945 – 02 ກັນຍາ 2022). ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດາການນຳ, ປະຊາຊົນ ຫວຽດນາມ, ອວຍພອນໃຫ້ ຫວຽດນາມ ຍາດໄດ້ໄຊຊະນະໃໝ່ຫຼາຍກວ່າເກົົ່າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (VOV) (07 ກັນຍາ 1945 – 07 ກັນຍາ 2022), ມີຜູ້ຟັງ ລາວ ຫຼາຍທ່ານໄດ້ສົ່ງຄຳອວຍພອນເຖິງການນຳ, ບັນດາອ້າຍ, ເອື້ອຍ, ນ້ອງບັນນາທິການ, ນັກຂ່າວ, ນັກເຕັກນິກ ທີ່ເຮັດວຽກຢູ່ VOV ເວົ້າລວມ ແລະ ລາຍການພາກພາສາ ລາວ ເວົ້າສະເພາະ. ໃນນັ້ນ, ເພື່ອນ ດວງມາລາ ໄດ້ແບ່ງປັນວ່າ: “ຂໍອວຍພອນ 77 ປີແຫ່ງວັນສ້າງຕັ້ງ VOV. ຂ້າພະເຈົ້ານິຍົມລາຍການຂອງພວກເພື່ອນຫຼາຍ, ລາຍການແມ່ນເປັນໜ້າຈັບໃຈ ແລະ ມີປະໂຫຍດຫຼາຍ. ຂ້າພະເຈົ້າຫວັງວ່າ ຈະໄດ້ຮູ້ຈັກກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງຂອງ VOV ຕື່ມອີກ”.

ເພື່ອນ ບຸນທັນ ໄດ້ສົ່ງອີແມວມາຫາລາຍການໂດຍແບ່ງປັນວ່າ: ວັນທີ 25 ສິງຫາ, ຢູ່ສູນກອງປະຊຸມ ແລະ ວາງສະແດງສາກົນ ລາວ (Lao - Itecc), ນະຄອນຫຼວງ ວຽງຈັນ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ການຄ້າ ລາວ ໄດ້ສົມທົບກັນຈັດພິທີໄຂງານຕະຫຼາດນັດການຄ້າ ຫວຽດນາມ - ລາວ ປີ 2022 ຂຶ້ນ. ງານຕະຫຼາດນັດໄດ້ດຶງດູດເອົາວິສາຫະກິດນັບຮ້ອຍແຫ່ງຂອງ 2 ປະເທດເຂົ້າຮ່ວມ, ດ້ວຍຮ້ານວາງສະແດງຂາຍສິນຄ້າ 250 ຮ້ານ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ. ພາຍຫຼັງ 3 ປີທີ່ຖືກໂຈະໄວ້ຍ້ອນໂລກລະບາດໂຄວິດ-19, ເລື່ອງຈັດງານຕະຫຼາດນັດການຄ້າ ຫວຽດນາມ - ລາວ ໄດ້ຮັບການເຊື່ອມຕໍ່ຄືນໃໝ່, ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ເພື່ອຂໍ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022. ງານຕະຫຼາດນັດຄັ້ງນີ້ຈະແມ່ນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນໃຫ້ແກ່ບັນດາອົງການການຄ້າ, ນັກຜະລິດ, ລົງທຶນຂອງ ຫວຽດນາມ ແລະ ລາວ ໄດ້ພົບປະແລກປ່ຽນບົດຮຽນ, ຊຸກຍູ້ການສົ່ງອອກ - ນຳເຂົ້າ, ເປີດກວ້າງເຄືອຂ່າຍຈຳໜ່າຍສິນຄ້າຂອງ ຫວຽດນາມ ແລະ ລາວ, ຖ່າຍທອດເຕັກໂນໂລຊີ, ການລົງທຶນ…

ເພື່ອນ ບຸນທັດ ມະນີວົງ, ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍຢາກຊອກຮູ້ກ່ຽວກັບວັນບຸນໄຫວ້ພະຈັນຂອງ ຫວຽດນາມ. ໃນວັນບຸນນີ້ ປະຊາຊົນຈະມີການເຄື່ອນໄຫວໃດ?

ເພື່ອນ ບຸນທັດ ມະນີວົງ ທີ່ຮັກແພງ, ວັນທີ 15 ເດືອນ 8 (ໄລ່ຕາມຈັນທະປະຕິທິນ) ແຕ່ລະປີແມ່ນວັນບຸນໄຫວ້ພະຈັນຂອງ ຫວຽດນາມ. ຄຳວ່າ ຈູງທູ ຫຼື ບຸນໄຫວ້ພະຈັນແມ່ນວັນກາງລະດູບານໃບໄມ້ຫຼົ່ນ, ໝາຍຄວາມວ່າແມ່ນວັນເພັງເດືອນ 8 (ໄລ່ຕາມຈັນທະປະຕິທິນ). ວັນບຸນໄຫວ້ພະຈັນ ຫວຽດນາມ ບໍ່ຮູ້ວ່າມີມາແຕ່ຍາມໃດ, ບໍ່ມີປະຫວັດຄວາມເປັນມາທີ່ເວົ້າເຖິງກົກເຄົ້າຂອງວັນເພັງເດືອນ 8 ນີ້.

ໃນວັນບຸນໄຫວ້ພະຈັນ ເຂົາເຈົ້າໄດ້ຈັດພາເຂົ້າດ້ວຍເຂົ້າໜົມຮູບດວງເດືອນ, ຫ້ອຍໂຄມໄຟ, ດອກໄມ້. ມີຫຼາຍແຫ່ງຍັງຈັດການປະກວດພາເຂົ້າ, ແຂ່ງຂັນກັນເຮັດເຂົ້າໜົມຂອງບັນດາເອື້ອຍນ້ອງແມ່ຍິງ. ເດັກນ້ອຍໄດ້ແຫ່ໂຄມໄຟ ແລະ ຄອບຄົວກໍ່ຈັດພາເຂົ້າສະເພາະໃຫ້ແກ່ເດັກນ້ອຍ ດ້ວຍເຂົ້າໜົມ, ໝາກໄມ້ຫຼາຍຊະນິດ… ນອກນັ້ນ, ໃນວັນບຸນໄຫວ້ພະຈັນແຕ່ລະເທື່ອນັ້ນ, ຢູ່ຕາມສະຖານທີ່ເຂດຊຸມຊົນ ຫຼື ສູນການຄ້າໃຫຍ່ ລ້ວນແຕ່ໄດ້ປະດັບປະດາ ແລະ ມີການເຄື່ອນໄຫວສະເພາະໃຫ້ແກ່ເດັກນ້ອຍໄດ້ມາລະຫຼີ້ນ, ຖ່າຍຮູບ. ໃນວັນນີ້, ຕາມຮີດຄອງປະເພນີຂອງຊາວ ຫວຽດນາມ ແລ້ວ, ບັນດາສະມາຊິກໃນຄອບຄົວລ້ວນແຕ່ປາດຖະໜາມໃຫ້ໄດ້ມາເຕົ້າໂຮມກັນຄົບໜ້າຄົບຕາ ພ້ອມກັນເຮັດພາເຂົ້າເພື່ອບູຊາບັນພະບຸລຸດ.

ກຸຍເຍີນ ໄດ້ຄັດເລືອກເອົາແມ່ນສະຖານທີ່ໜ້າມາຢ້ຽມຢາມແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 2ທະເລຢູ່ ກຸຍເຍີນ
(ພາບ: ອີນເຕີເນັດ)

ເພື່ອນ ພອນແສງ, ຢູ່ແຂວງ ບໍລິຄຳໄຊ ໄດ້ສົ່ງຄຳຖາມຜ່ານສື່ສັງຄົມ Facebook ມາຫາລາຍການໂດຍຢາກໄດ້ຮັບຟັງການແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງນະຄອນ ກຸຍເຍີນ, ແຂວງ ບິ່ງດິ້ງ, ຫວຽດນາມ. ເພື່ອນຢາກຮູ້ວ່າ ໄປທ່ອງທ່ຽວຢູ່ເຂດໃນຈຸດເວລາໃດຈຶ່ງສະດວກທີ່ສຸດ?

ເພື່ອນ ພອນແສງ ທີ່ຮັກແພງ, ກຸຍເຍີນ ແມ່ນນະຄອນໃຫຍ່ຢູ່ເຂດແຄ້ມຝັ່ງທະເລທາງທິດໃຕ້ພາກກາງ ຫວຽດນາມ ແລະ ແມ່ນສູນເສດຖະກິດ, ການເມືອງ, ວັດທະນະທຳ, ວິທະຍາສາດເຕັກນິກ ແລະ ທ່ອງທ່ຽວຂອງແຂວງ ບິ່ງດິ້ງ. ວາລະສານທ່ອງທ່ຽວ Rough Guides ຂອງ ອັງກິດ ໄດ້ຄັດເລືອກເອົາ ກຸຍເຍີນ ແມ່ນສະຖານທີ່ໜ້າມາຢ້ຽມຢາມແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້  ແລະ Hostelworld ໄດ້ຈັດ ກຸຍເຍີນ ເຂົ້າໃນ top ສະຖານທີ່ໜ້າມາທ່ອງທ່ຽວແຖວໜ້າໂລກ 20 ແຫ່ງໃນປີ 2020. ນະຄອນ ກຸຍເຍີນ ພວມຄ່ອຍໆກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວເຊິ່ງມີນັກທ່ອງທ່ຽວຫຼາຍຄົນມາຊອກຮູ້, ດ້ວຍວັດທະນະທຳ, ປະຫວັດສາດ ພ້ອມກັບທິວທັດທຳມະຊາດທີ່ສວຍງາມ ແລະ ຮັບປະທານບັນດາເຍື່ອງອາຫານຂອງເຂດນີ້. ບັນດາສະຖານທີ່ຢ້ຽມຊົມ, ທ່ອງທ່ຽວຢູ່ເຂດນີ້ແມ່ນອຸດົມສົມບູນທີ່ສຸດ, ຄື: ທາດ ຈຳ, ມຸຍດ້ຽນ, ເຂດປາກທະເລ ກຸຍເຍີນ, ຫາດຊາຍທະເລ ກີກໍ, ໂນນຊາຍ ເຟືອງມາຍ…

ກຸຍເຍີນ ມີ 2 ລະດູຢ່າງຈະແຈ້ງ ແມ່ນລະດູແລ້ງແຕ່ເດືອນ ມີນາ ຮອດເດືອນ ກັນຍາ ແລະ ລະດູຝົນແຕ່ເດືອນ ຕຸລາ ຫາເດືອນ ກຸມພາ ຂອງປີຕໍ່ໄປ. ອຸນຫະພູມຢູ່ເຂດນີ້ແມ່ນເຢັນສະບາຍຕະຫຼອດປີ ສະນັ້ນເພື່ອນສາມາດໄປທ່ອງທ່ຽວ ກຸຍເຍີນ ໄດ້ໃນທຸກເວລາ. ເຖິງຢ່າງໃດກໍ່ຕາມ, ໃນຊຸມເດືອນທ້າຍປີ, ກຸຍເຍີນ ມັກຈະເກີດພາຍຸ, ຝົນຕົກສະນັ້ນເພື່ອນຕ້ອງຫຼີກລ້ຽງ ຫຼື ພິຈາລະນາກ່ອນທີ່ມາທ່ອງທ່ຽວໃນຈຸດເວລາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ