ໂຮ່ຈີມິນ ແລະ ກຳລັງແຜ່ກະຈາຍຂອງການປະຕິວັດປົດປ່ອຍຊາດ.

(VOVWORLD) -ເດີນທາງອອກຈາກປະເທດຊາດ ຈາກທ່າກ່ຳປັ່ນ ຍ່າຣົ່ງ ເມື່ອປີ 1911 ທ່ານປະທານ ໂຮ່ຈີມິນ ໄດ້ໄປຍັງຝ່າຍຕາເວັນຕົກໄປຮອດປະເທດ ຝຣັ່ງ ເພື່ອຊອກຫາເສັ້ນທາງຕີໂຄ່ນລົ້ມພວກລ່າເມືອງຂື້ນສັກດີນາຍາດຊີງເອົາເອກະລາດ, ອິດສະຫຼະພາບມາໃຫ້ປະເທດຊາດ ແລະ ນຳຄວາມຜາສຸກມາສູ່ປະຊາຊົນ ຫວຽດນາມ. ຜ່ານໄລຍະ 30ປີ, ໄດ້ພົບກັບບັນດາຜູ້ອອກແຮງງານທີ່ທຸກຍາກລຳບາກ ເຖິງວ່າຕ່າງກັນທາງດ້ານຜິວພັນສຽງເວົ້າກໍ່ຕາມ ແຕ່ກໍ່ຢູ່ຮ່ວມສະພາບການຖືກກົດຂີ່ຂົ່ມເຫັງ ພ້ອມກັນມີຄວາມຄາດຫວັງຢາກປົດປ່ອຍຕົນເອງ ຫຼຸດພົ້ນອອກຈາກຊາຕາຊີວິດເປັນຂ້າທາດ, ຍາດເອົາເອກະລາດ ອິດສະຫຼະພາບ ແລະ ກຽວສັກສີຂອງມະນຸດ, ປະທານ ໂຮຈີມິນ ໄດ້ແຜ່ກະຈາຍການປະຕິວັດປົດປ່ອຍຊາດໃນທົ່ວໂລກ
ໂຮ່ຈີມິນ ແລະ ກຳລັງແຜ່ກະຈາຍຂອງການປະຕິວັດປົດປ່ອຍຊາດ. - ảnh 1ປະທານ ໂຮ່ຈີມິນໃນຫ້ອງເຮັດວຽກຢູ່ຖານທີ່ໝັ້ນຫວຽດບັກ

     ກຳລັງແຜ່ກະຈາຍຂອງການປະຕິວັດປົດປ່ອຍຊາດ ຫວຽດນາມ ໂດຍປະທານ ໂຮ່ຈີມິນ ນຳພາ ສຳລັບບັນດາປະຊາດຖືກກົດຂີ່ຂົ່ມເຫັງໃນໂລກ ໄດ້ເລີ່ມມາຈາກທາດແທ້ການປະຕິວັດນັ້ນ, ແລະ ມູນເຊື້ອປະຫວັດສາດທີ່ສະຫງ່າອົງອາດ ບໍ່ຍອມຈຳນົນຂອງຊາດ ຫວຽດນາມ, ດ້ວຍປະຫວັດຄວາມເປັນມາຂອງພັກຄອມມູນິດ ຫວຽດນາມ ແລະ ດ້ວຍພາລະກິດຊີວິດຂອງ ໂຮ່ຈີມິນ, ກຳລັງແຜ່ກະຈາຍນັ້ນມີຄວາມກວ້າງໃຫຍ່ໄພສານ ແລະ ທົນທານຍ້ອນກຳລັງແຮງເຊີດຊູລະດົມໃຈປຸກລຸກສະຕິຕື່ນຕົວ ແລະ ການຊຸກຍູ້ຂອງການປະຕິວັດ ຫວຽດນາມ ທີ່ມີຕໍ່ຂະບວນການຕໍ່ສູ້ຂອງບັນດາປະຊາຊາດຖືກກົດຂີ່ຂູດຮີດ ຕ້ານຈັກກະພັດລ່າເມືອງຂື້ນ. ທ່ານ ຊາດີ ຊາລາມາ ເອກອັກຄະລັດຖະທູດ ປາເລັດສະຕິນ ປະຈຳ ຫວຽດນາມ ໄດ້ຕີລາຄາວ່າ:

        “ປະທານ ໂຮ່ຈີມິນ ເຊິ່ງແມ່ນລູກຮັກທີ່ດີເລີດຂອງຊາດ ຫວຽດນາມ,ເພິ່ນໄດ້ຈົດຊື່ຂອງຕົນເຂົ້າໜ້າປະຫວັດສາດຂອງຊາດ ຫວຽດນາມ ເວົ້າສະເພາະ ແລະ ຂອງໂລກ ເວົ້າລວມ ດ້ວຍບັນດາການອຸທິດສ່ວນຢ່າງໃຫຍ່ຫຼວງ ໃຫ້ແກ່ພາລະກິດຕໍ່ສູ້ຍາດຊີງເອົາເອກະລາດແຫ່ງຊາດ. ເພິ່ນໄດ້ເຄີຍເວົ້າວ່າບໍ່ມີຫຍັງທີ່ປະເສີດເລີດລ້ຳກວ່າເອກະລາດ ອິດສະຫຼະພາບ. ຄຳເວົ້າດັ່ງກ່າວແມ່ນມີຄວາມໝາຍພິເສດ ສຳລັບບັນດາປະຊາຊາດໃນໂລກ ພິເສດແມ່ນຊົນຊາດ ປະເລັດສະຕິນ ຂະນະທີ່ພວກຂ້າພະເຈົ້າພວມຕໍ່ສູ້ຍາດຊີງເອົາເອກະລາດແຫ່ງຊາດ. ປະທານ ໂຮ່ຈີມິນ ແມ່ນຜູ້ໄດ້ຮັບການຈົດຈຳ ດ້ວຍບັນດາຜົນງານອັນໃຫຍ່ຫຼວງ ຕໍ່ພາລະກິດຕໍ່ສູ້ອັນເປັນທຳຂອງຊາດ ຫວຽດນາມ ແລະ ພາລະກິດຕໍ່ສູ້ອັນເປັນທຳຂອງປະຊາຊົນໃນໂລກ”.

      ຈາກບົດຮຽນ ແລະ ແບບຢ່າງ ຫວຽດນາມ ເຊິ່ງປະທານ ໂຮ່ຈີມິນ ແມ່ນວິນຍານ ແມ່ນສັນຍາລັກໃຫ້ແກ່ການເຕົ້າໂຮມສິ່ງທີ່ຍອດຍິ່ງຂອງທຸກຄຸນຄ່າອັນສູງສົ່ງຂອງຊາດ ຂອງຍຸກສະໄໝ, ບັນດາປະຊາຊາດທີ່ຖືກກົດຂີ່ຂູດຮີດ ໄດ້ມີກຳລັງແຮງ ແລະ ຄວາມເຊື່ອໝັ້ນປົດປ່ອຍຕົນເອງ ຈາກຊາຕາຊີວິດເປັນຂ້າທາດຕະຫຼອດຮອດເສລີພາບ ຈາກການເອື່ອຍອີງອາໄສຕະຫຼອດຮອດຄວາມເປັນເຈົ້າ. ບັນດາຂະບວນການປົດປ່ອຍຊາດຢູ່ ອາຊີ ອາຟຣິກກາ ອາເມລິກາລາຕິນ ໃນສະຕະວັດທີ XX ແລະ ໃນໄລຍະປັດຈຸບັນ ໄດ້ມີແຫຼ່ງພະລັງຊີວິດຈາກ ຫວຽດນາມ,ໄດ້ທຳການຕໍ່ສູ້ ຍອມເສຍສະຫຼະຊີວິດເພື່ອເອກະລາດ ອິດສະຫຼະພາບ ຄວາມເປັນລະບຽບຮຽບຮ້ອຍຂອງໂລກໃໝ່ທີ່ຍຸຕິທຳ ມີປະຊາທິປະໄຕ ສິເໝີພາບ ສີວິໄລ... ທ່ານປະທານຄະນະກຳມະການສາມັກຄີ ອາຊີ - ອາຟຣິກກາ ໂນລີ ອັບແດນ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າເຄີຍໄດ້ພົບຜູ້ນຳຫຼາຍທ່ານທີ່ມີຜົນສະທ້ອນໃນທົ່ວໂລກ. ແຕ່ໃນໄລຍະນັ້ນ ປະທານ ໂຮ່ຈີມິນ ແມ່ນຜູ້ນຳເບີໜຶ່ງໃນໂລກ ພາຍຫຼັງສົງຄາມໂລກຄັ້ງທີສອງ ດ້ວຍໄຊຊະນະຂອງກອງທັບແດງ ໂຊຫວຽດ ທ່ານໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ການຕໍ່ສູ້ປົດປ່ອຍຊາດ ແຕ່ທ່ານກໍ່ແມ່ນຜູ້ທີ່ມີຊີວິດ ອັນລຽບງ່າຍ ແລະ ຍາມໃດກໍ່ຮັກແພງປະຊາຊົນ”.

         ຢູ່ຫຼາຍແຫ່ງໃນທົ່ວໂລກ, ປະທານ ໂຮ່ຈີມິນບໍ່ພຽງແຕ່ໄດ້ຮັບການເຊີດຊູດ້ວຍຄວາມເຄົາລົບນັບຖືເທົ່ານັ້ນ ມໍລະດົກຂອງເພິ່ນຍັງໄດ້ຮັບການຮັກສາ ແລະ ເສີມຂະຫຍາຍປຽບເໝືອນສັນຍາລັກຂອງຄວາມຮັກແພງມະນຸດດ້ວຍກັນ ຄວາມເມດຕາກະລຸນາໃນຊີວິດຕົວຈິງ,ໃນຄວາມຄາດຫວັງມຸ່ງໄປສູ່ອະນາຄົດອັນຈົບງາມທີ່ສຸດ. ທ່ານ ໂມແຮັບ ແອນຊຳຣາ ອະດີດເອກອັກຄະລັດຖະທູດ ເອຢິບ ປະຈຳ ຫວຽດນາມ ເນັ້ນໜັກວ່າ:

        “ປະທານ ໂຮ່ຈີມິນ ແມ່ນສັນຍາລັກລະດົມກຳລັງໃຈ ແລະ ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງທີ່ມີຕໍ່ຂະບວນການປົດປ່ອຍຊາດ ຂອງບັນດາປະເທດ ອາຟຣິກກາ, ເອຢິບ ພ້ອມກັບບັນດາປະຊາຊາດໃນໂລກ. ບໍ່ວ່າໃນການຕໍ່ສູ້ປົດປ່ອຍໃດໆ ຂອງບັນດາປະຊາຊາດຢູ່ ອາຊີ ກໍ່ຄືໃນທົ່ວໂລກໃນຄາວນັ້ນ ກໍ່ລ້ວນແຕ່ເອົາຖຶ ຫວຽດນາມ - ໂຮ່ຈີມິນ ເປັນຄັນທຸງ ເພື່ອຕໍ່ສູ້ຍາດເອົາເອກະລາດ”.

        ຄາວຍັງມີຊີວິດຢູ່ ປະທານ ໂຮ່ຈີມິນ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອເຊື່ອມຕໍ່ນ້ຳໃຈມິດຕະພາບ ລະຫວ່າງບັນດາປະຊາຊາດ, ເພິ່ນ ຍາມໃດກໍ່ໃຫ້ການຕ້ອນຮັບເພື່ອນມິດສາກົນຢ່າງລອບຄອບ ແລະ ຈິງໃຈນຳຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ມາໃຫ້ເຂົາເຈົ້າ ແລະ ຊ່ວຍໃຫ້ຫວຽດນາມ ເຂົ້າໃຈໂລກ. ພິເສດເພິ່ນມີຄວາມເອົາໃຈໃສ່ເຖິງບັນດາເຫດການໃຫຍ່ ໃນຂະບວນການປະຕິວັດຂອງປະຊາຊົນໂລກ ເປັນຕົ້ນແມ່ນຂະບວນການປົດປ່ອຍຊາດ ຂອງປະຊາຊົນ ອາຊີ, ອາຟຣິກກາ. ເພິ່ນສະແດງການສະໜັບສະໜູນຕໍ່ໂຄງການການເມືອງຂອງແນວລາວຮັກຊາດ... ປະທານ ໂຮ່ຈີມິນ ເປັນສັນຍາລັກ ແລະ ເປັນແບບຢ່າງອັນໃສແຈ້ງໃຫ້ແກ່ການຕໍ່ສູ້ຂອງປະຊາຊົນບັນດາປະເທດໃນໂລກທີສາມ ເພື່ອປົດປ່ອຍຕົນເອງຫຼຸດພົ້ນອອກຈາກ ແອກກົດໜ່ວງຂອງລັດທິລາເມືອງຂຶ້ນ  ແລະ ລັດທິຈັກກະພັດ. ບັນດາມໍລະດົກຂອງເພິ່ນໄດ້ປະໄວ້ໃຫ້ນັ້ນ ມີກຳລັງແຜ່ກະຈາຍຢ່າງກວ້າງຂວາງ ແລະ ມີຜົນກະທົບຢ່າງເລິກເຊິ່ງໃນທົ່ວໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ