ແມ່ຂາວ ລຽນເຕິມ - ແບບຢ່າງທີ່ໃສແຈ້ງ ໃນການເຄື່ອນໄຫວໂດຍສະໝັກໃຈເພື່ອການກຸສົນ

(VOVWORLD) -       ດ້ວຍຈິດໃຈເມດຕາກະລຸນາ, ແມ່ຂາວລຽນເຕິມເຈົ້າອະທິການວັດບິ໋ວເຕິມຢູ່ບ້ານເຟືອກອານຕາແສງຝູເຕິນເມືອງເຈົາແທັ່ງແຂວງຊັອກຈັງພ້ອມກັບອຳນາດການປົກຄອງທ້ອງຖິ່ນໄດ້ໜູນຊ່ວຍຂອງກິນໃຫ້ແກ່ປະຊາຊົນພວມປະຕິບັດການແຍກຕົວລວມສູນຍ້ອນໂລກລະບາດໂຄວິດ - 19. 
ແມ່ຂາວ ລຽນເຕິມ - ແບບຢ່າງທີ່ໃສແຈ້ງ ໃນການເຄື່ອນໄຫວໂດຍສະໝັກໃຈເພື່ອການກຸສົນ - ảnh 1ແມ່ຂາວລຽນເຕິມ (ຢືນຢູ່ສຸດເບື້ອງຊ້າຍ) ພ້ອມກັບພຸດທະສາສະນິກກະຊົນພວມແຕ່ງຂອງກິນໃຫ້ແກ່ປະຊາຊົນ

    ໂດຍນອນຢູ່ເລິກໃນທາງຮ່ອມທີ່ບ້ານເຟືອກອານຕາແສງຝູເຕິນເມືອງເຈົາແທັ່ງ, ວັດບິ໋ວເຕິມເປັນທີ່ຮູ້ຈັກກັນດີ ຄືດັ່ງສະຖານທີ່ແຫ່ງມະນຸດສະທຳສະຫງວນໃຫ້ແກ່ ບັນດາຜູ້ມີຊາຕາກຳອາພັບ. ໃນຊຸມວັນທີ່ຜ່ານມາເມື່ອທ້ອງຖິ່ນມີຈຳນວນຜູ້ແຍກຕົວລວມສູນເປັນຈຳນວນຫຼາຍຍ້ອນໂລກລະບາດໂຄວິດ - 19 ນັ້ນ,ບັນດາແມ່ຂາວໃນວັດພ້ອມກັບພຸດທະສາສະນິກກະຊົນຜູ້ມີຈິດໃຈສັດທາໄດ້ແບ່ງປັນແບກຫາບພ້ອມກັບທ້ອງຖິ່ນດ້ວຍວິທີແຕ່ງຂອງກິນໂດຍບໍ່ເກັບຄ່າເພື່ອຮັບໃຊ້ພໍ່ແມ່ປະຊາຊົນ. ໜຶ່ງໃນບັນດາສ່ວນບຸກຄົນທີ່ຕັ້ງໜ້າໃຫ້ແກ່ການເຄື່ອນໄຫວວັດທະນະທຳມະນຸດນີ້ແມ່ນແມ່ຂາວລຽນເຕິມເຈົ້າອະທິການວັດບິ໋ວເຕິມ. ຕາມແມ່ຂາວລຽນເຕິມແລ້ວ ຢູ່ຕາແສງຝູເຕິນເຊິ່ງແມ່ນແຫ່ງມີພໍ່ແມ່ພີ່ນ້ອງເຜົ່າຂະແມເປັນສ່ວນຫຼາຍແຕ່ກໍ່ຍັງມີພາກສ່ວນໜຶ່ງມີຊີວິດການເປັນຢູ່ປະສົບກັບຄວາມຫຍຸ້ງຍາກ. ພໍ່ແມ່ພີ່ນ້ອງຫຼາຍຄົນໄດ້ເລືອກເອົາວິທີອອກຈາກບ້ານເກີດເມືອງນອນໄປທຳມາຫາກິນຢູ່ແຂວງແລະ ນະຄອນອື່ນດ້ວຍຄວາມຫວັງຢາກປົວແປງຊີວິດການເປັນຢູ່. ຫຼາຍເດືອນມານີ້ ຍ້ອນຜົນສະທ້ອນຈາກໂລກລະບາດ, ພໍ່ແມ່ພີ່ນ້ອງໄດ້ກັບຄືນມາບ້ານເກີດເມືອງນອນເພື່ອຫຼີກລ້ຽງໂລກລະບາດ. ເພື່ອແບ່ງປັນຄວາມຫຍຸ້ງຍາກພ້ອມກັບພໍ່ແມ່ພີ່ນ້ອງກໍ່ຄືຮ່ວມແຮງຮ່ວມໃຈພ້ອມກັບທ້ອງຖິ່ນເບິ່ງແຍງບັນດາຜູ້ແຍກຕົວລວມສູນ ໃຫ້ເປັນຢ່າງດີນັ້ນ, ວັດບິ໋ວເຕິມໄດ້ແຕ່ງຂອງກິນ ຫຼາຍກວ່າ 600 ພູດໃນແຕ່ລະວັນອັງຄານ, ວັນພະຫັດ, ວັນເສົາປະຈຳອາທິດ. ແມ່ຂາວລຽນເຕິມໃຫ້ຮູ້ວ່າ:

         “ ໃນໄລຍະເກີດໂລກລະບາດນີ້ ພໍ່ແມ່ພີ່ນ້ອງໄດ້ກັບຄືນມາບ້ານເກີດເມືອງນອນ, ດ້ວຍຈິດໃຈເມດຕາກະລຸນາຂອງແມ່ຂາວກໍ່ຄືພຸດທະສາສະນິກກະຊົນ,ຜູ້ໃຈບຸນໃຈກຸສົນກໍ່ໄດ້ແຕ່ງຂອງກິນເພື່ອຊ່ວຍພໍ່ແມ່ພີ່ນ້ອງມີສຸຂະພາບແຂງແຮງ ໄດ້ກັບເມືອເຕົ້າໂຮມກັບຄອບຄົວ. ແຕ່ລະວັນແມ່ຂາວພ້ອມກັບພຸດທະສານິກກະຊົນກໍ່ໄດ້ມາວັດເພື່ອຊ່ວຍໜູນແຕ່ງຂອງກິນໜູນຊ່ວຍພໍ່ແມ່ພີ່ນ້ອງ”.

     ນາງເຈິ່ນຮວິ່ງຮວ່າງອ໊ຽນ ຢູ່ບ້ານເຟືອກເລີ້ຍຕາແສງຝູເຕິນເມືອງເຈົາແທັ່ງກໍ່ໄດ້ມາວັດເພື່ອໜູນຊ່ວຍການແຕ່ງຂອງກິນໂດຍບໍ່ເກັບຄ່າໃຫ້ຮູ້ວ່າ:

      “ຕໍ່ໜ້າສະພາບໂລກລະບາດ, ຢູ່ຕາແສງຝູເຕິນກໍ່ມີເຂດແຍກຕົວຫຼາຍແຫ່ງ, ດັ່ງນັ້ນອັດຕະມາພ້ອມກັບພຸດທະສາສະນິກກະຊົນ ໄດ້ແຕ່ງຂອງກິນຢູ່ວັດບິ໋ວເຕິນເພື່ອໜູນຊ່ວຍປະຊາຊົນເພື່ອມີຄວາມອຸ່ນອ່ຽນໃຈໃນເຂດແຍກຕົວ. ຈາກນັ້ນຜູ້ຖືກແຍກຕົວບໍ່ຕ້ອງເປັນຫວ່ງຫຼາຍກ່ຽວກັບຂອງກິນ”.

       ການແຕ່ງຂອງກິນທີ່ມີຄວາມໝາຍນີ້ ກໍ່ໄດ້ຮັບການສະໜັບສະໜູນໜູນຊ່ວຍຈາກບັນດາສ່ວນບຸກຄົນຜູ້ໃຈບຸນໃຈກຸສົນ. ທ່ານຫງວຽນກ໊ວກຫວຽດ ຜູ້ໃຈບຸນໃຈກຸສົນຢູ່ບ້ານ 10 ນະຄອນຊັອກຈັງໃຫ້ຮູ້ວ່າ:

     “ເມື່ອເກີດໂລກລະບາດໂຄວິດ - 19,ພໍ່ແມ່ພີ່ນ້ອງຈາກນະຄອນໂຮ່ຈີມິນໄດ້ກັບຄືນມາແຂວງຕ່າງໆເປັນຕົ້ນແມ່ນຢູ່ຊັອກຈັງ. ຈາກນັ້ນເຮົາກໍ່ໄດ້ເຂົ້າຮ່ວມການໜູນຊ່ວຍແຕ່ງຂອງກິນຢູ່ເຮືອນຄົວທີ່ຕາແສງຝູເຕິນເພື່ອໜູນຊ່ວຍພໍ່ແມ່ພີ່ນ້ອງເຮົາ ຈາກນະຄອນກັບຄືນມາ ແລະໄດ້ນອນຢູ່ເຂດແຍກຕົວຢູ່ແຫ່ງນີ້”.

      ໃນຊຸມປີທີ່ຜ່ານມາແມ່ຂາວລຽນເຕິມຍັງໄດ້ຮັບເດັກກຳພ້າຫຼືເດັກມີສະພາບ ຫຍຸ້ງຍາກ ມາເປັນລູດລ້ຽງໃນນັ້ນມີເດັກບາງຄົນ ໄດ້ຮັບການເບິ່ງແຍງລ້ຽງດູຮ່ຳຮຽນແລະໄດ້ກາຍເປັນຜູ້ມີປະໂຫຍດຕໍ່ສັງຄົມ. ປັດຈຸບັນວັດບິ໋ວເຕິມຍັງມີເດັກກຳພ້າ 5 ຄົນໃນນັ້ນມີ 4 ຄົນພວມໄປຮຽນ.ນອກຈາກນັ້ນວັດຍັງໄດ້ຮັບລ້ຽງຜູ້ເຖົ້າຜູ້ແກ່ປະມານ 20ຄົນ ຖືກເຈັບເປັນແລະຢູ່ປ່ຽວ. ດ້ວຍການປະກອບສ່ວນຂອງຕົນ ເມື່ອບໍ່ດົນມານີ້ແມ່ຂາວລຽນເຕິມໄດ້ຮັບໃບຍ້ອງຍໍຈາກຄະນະກຳມະການປະຊາຊົນເມືອງເຈົາແທັ່ງຍ້ອນມີບັນດາການປະກອບສ່ວນທີ່ດີເດັ່ນເຂົ້າໃນວຽກງານຕ້ານໂຄວິດ - 19.ແມ່ຂາວລຽນເຕິມກໍ່ເປັນແບບຢ່າງທີ່ດີໃນການເຄື່ອນໄຫວໂດຍສະໝັກໃຈເພື່ອການກຸສົນ ຊ່ວຍເຫຼືອບັນດາຜູ້ທີ່ມີສະພາບຫຍຸ້ງຍາກເປັນພິເສດບືນຕົວຂຶ້ນໃນການດຳລົງຊີວິດຢູ່ທ້ອງຖິ່ນ. 

ຕອບກັບ

ຂ່າວ/ບົດ​ອື່ນ