ເອື້ອຍຄູເວືອງຕວຽດບັງຊ່ວຍນັກຮຽນທີ່ປະສົບກັບຄວາມຫຫຍຸ້ງຍາກບືນຕົວຂຶ້ນ

(VOVWORLD) -ທັງມີຄວາມເກັ່ງກ້າດ້ານວິຊາສະເພາະທັງສຸດຈິດສຸດໃຈກັບອາຊີບທັງມີຄວາມເມດຕາປານີເອື້ອຍຄູເວືອງຕວຽດບັງສັງກັດໂຮງຮຽນປະຖົມເຕິຍຕິ້ວເບເມືອງບັກຕື່ລຽມນະຄອນຮ່າໂນ້ຍໄດ້ຮັບຄວາມນິຍົມນັບຖືຈາກນັກຮຽນ ແລະ ເພື່ອນຮ່ວມອາຊີບຫຼາຍລຸ້ນຄົນ
ເອື້ອຍຄູເວືອງຕວຽດບັງຊ່ວຍນັກຮຽນທີ່ປະສົບກັບຄວາມຫຫຍຸ້ງຍາກບືນຕົວຂຶ້ນ - ảnh 1ເອື້ອຍຄູເວືອງຕວຽດບັງ ແລະ ນັກຮຽນຫງວຽນຮວ່າງເອິນ

     ໂດຍໄດ້ກຳເນີດຂຶ້ນຈາກຄອບຄົວທີ່ທຸກຍາກ,ເອື້ອຍຄູເວືອງຕວຽດບັງ ຍາມໃດກໍ່ມີຄວາມເຫັນອົກເຫັນໃຈກັບບັນດານັກຮຽນທີ່ມີສະພາບຫຍຸ້ງຍາກ, ສຸດຈິດສຸດໃຈຊ່ວຍເຫຼືອສະໜັບສະໜູນນັບທັງທາງດ້ານວັດຖຸແລະຈິດໃຈໃຫ້ແກ່ນັກຮຽນຂອງຕົນ. 30 ກວ່າປີທີ່ຜູກພັນກັບອາຊີບເປັນເອື້ອຍຄູໄດ້ຢັ້ງຢືນໄລຍະເວລາທີ່ເອື້ອຍຄູເວືອງຕວຽດບັງໄດ້ຮັບສອນນອກໂມງຂຶ້ນຫ້ອງໂດຍບໍ່ເກັບຄ່າໃຫ້ແກ່ນັກຮຽນທີ່ທຸກຍາກ. ແຕ່ລະປີເອື້ອຍຄູເວືອງຕວຽດບັງກໍ່ລ້ວນແຕ່ຫັກເງິນເດືອນອອກຈຳນວນໜຶ່ງເພື່ອສະໜັບສະໜູນຊ່ວຍເຫຼືອພວກນັກຮຽນທີ່ປະສົບກັບຄວາມຫຍຸ້ງ. ສຳລັບນ້ອງຫງວຽນຮວ່າງເອິນ ນັກຮຽນຫ້ອງ ປໍ4 ແມ່ນໜຶ່ງໃນບັນດານັກຮຽນໄດ້ຮັບການສິດສອນແລະເບິ່ງແຍງຢ່າງສຸດໃຈຈາກເອື້ອຍຄູບັງ. ເອື້ອຍຄູເວືອງຕວຽດບັງ ຫວນຄືນດ້ວຍຄວາມຕື້ນຕັນໃຈວ່າ:

      “ເອິນແມ່ນນັກຮຽນພິການຖືກຕິດພະຍາດກະດູກແກ້ວ ດັ່ງນັ້ນກະດູກຖຶກຫັກ 6 ຄັ້ງແລ້ວ. ແມ່ ແລະນ້ອງສາວຂອງເອິນກໍ່ຖືກຕິດພະຍາດນີ້ຄືກັນຄອບຄົວຂອງລາວທຸກຍາກທີ່ສຸດຂ້າພະເຈົ້າໄດ້ຕັດສິນຂໍເອິນມາຮຽນຢູ່ໃນຫ້ອງຂ້າພະເຈົ້າເພື່ອເບິ່ງແຍງແລະສິດສອນ.ຂ້າພະເຈົ້າມີຄວາມເປັນຫວ່ງແລະຕື່ນເຕັ້ນທີ່ສຸດຍ້ອນຢ້ານກະດູກຂອງເອິນຖືກຫັກອີກຄັ້ງໜຶ່ງບາງຄັ້ງກໍ່ມີຄວາມພາກພູມໃຈຍ້ອນວ່າເອິນນັບມື້ນັບກ້າວໜ້າຫຼາຍຂຶ້ນ”.

      ວຽກງານທີ່ເຕັມໄປດ້ວຍຄວາມຮັກແພງຂອງເອື້ອຍຄູ ບັງ ໄດ້ແຜ່ກະຈາຍຢ່າງກວ້າງຂວາງສູ່ຄູອາຈານອີກຫຼາຍຄົນໃນໂຮງຮຽນ. ບັນດາອ້າຍຄູເອື້ອຍຄູໄດ້ສະໝັກໃຈສອນນອກໂມງຂຶ້ນຫ້ອງໂດຍບໍ່ເກັບຄ່າໃຫ້ແກ່ນັກຮຽນຫງວຽນຮວ່າງເອິນແລະ ພວກນັກຮຽນທີ່ມີສະພາບຄວາມຫຍຸ້ງຍາກຄົນອື່ນໆ. ທາງໂຮງຮຽນໄດ້ມອບນ້ຳນົມຍົກເວັ້ນຄ່າຮຽນ ຄ່າກິນໃຫ້ແກ່ ເອິນແລະ ຢ້ຽມຍາມຖາມຂ່າວລະດົມກຳລັງໃຈມອບຂອງຂັວນໃຫ້ແກ່ຄອບຄົວຂອງນ້ອງຢ່າງເປັນປະຈຳ. ຍ້ອນມີການຊ່ວຍເຫຼືອຈາກໂຮງຮຽນ ເປັນຕົ້ນແມ່ນການເບິ່ງແຍ່ງຢ່າງລອບຄອບຖີ່ຖ້ວນຂອງເອື້ອຍຄູບັງ , ເອິນໄດ້ມີຄວາມຫ້າວຫັນກວ່າແລະສາມາດມະນຸດສຳພັນພ້ອມກັບໝູ່ຄະນະຫ້ອງຮຽນເປັນຢ່າງດີແລະໃນສົກຮຽນນັ້ນເອິນໄດ້ບັນລຸນາມມະຍົດ “ນັກຮຽນກ້າວໜ້າຢ່າງກະໂດດຂັ້ນສຳລັບວິຊາຄະນິດສາດ”. ນ້ອງຫງວຽນຮວ່າງເອິນເວົ້າວ່າ:

      “ລູກມັກຮຽນທີ່ສຸດແມ່ນວິຊາຄະນິດສາດ, ລູກເຄີຍໄປເຮືອນຂອງເອື້ອຍຄູບັງເພື່ອເພິ່ງຄວາມຊ່ວຍເຫຼືອຈາກເອື້ອຍຄູສອນຮຽນໃຫ້ລູກ. ລູກຮັກແພງເອື້ອຍຄູບັງທີ່ສຸດເພາະວ່າເອື້ອຍຄູຮັກແພງລູກຫຼາຍ. ລູກໝັ້ນໝາຍຈະຮຽນໃຫ້ກ້າວໜ້າກວ່າອີກ, ລູກຖືເອື້ອຍຄູບັງ ປຽບເໝືອນແມ່ຜູ້ທີສອງຂອງລູກ”.

     ນອກຈາກນັກຮຽນ ເອິນ ແລ້ວໃນຫຼາຍປີມານີ້ເອື້ອຍຄູບັງຍັງຮັບຊ່ວຍເຫຼືອນັກຮຽນອີກຫຼາຍຄົນເອື້ອຍຄູໄດ້ໜູນຊ່ວຍຄ່າຮຽນຄ່າກິນມອບປຶ້ມເຄື່ອງນຸ່ງໃຫ້ແກ່ພວກນ້ອງນັກຮຽນ. ເມື່ອເວົ້າເຖິງເອື້ອຍຄູເວືອງຕວຽດບັງ, ເພື່ອນຮ່ວມອາຊີບນັກຮຽນແລະ ບັນດາພໍ່ແມ່ນັກຮຽນຕ່າງກໍ່ມີຄວາມຮັກແພງເຄົາລົບນັບຖືຍ້ອນ ຄວາມເມດຕາປານີຂອງເອື້ອຍຄູ. ນາງຫງວຽນທິແທັ່ງວີ ພະນັກງານພະແນກສຶກສາ ເມືອງບັກຕື່ລຽມໃຫ້ຮູ້ວ່າ:

       “ເອື້ອຍຄູບັງແມ່ນຮູບພາທີ່ມີຊີວິດຊີວາກ່ຽວກັບແບບຢ່າງທີ່ມີຈິດໃຈເມດຕາປານີສຳລັບນັກຮຽນ. ຜ່ານເລື່ອງລາວຂອງເອື້ອຍຄູບັງຂ້າພະເຈົ້າປາດຖະໜາວ່າຈະມີເອື້ອຍຄູອ້າຍຄູອີກຫຼາຍຄົນໄດ້ພວມແລະ ຈະໃຫ້ຄວາມເອົາໃຈໃສ່ຕໍ່ພວກນັກຮຽນຂອງຕົນເພື່ອໃຫ້ພວກນ້ອງບັນເທົາຄວາມຫຍຸ້ງຍາກໃນການດຳລົງຊີວິດ”.

        ສຳລັບເອື້ອຍຄູບັງແລ້ວການເບິ່ງແຍງຊ່ວຍເຫຼືອພວກນັກຮຽນກໍ່ແມ່ນຄວາມມ່ວນຊື່ນທັງແມ່ນຄວາມຮັບຜິດຊອບຕໍ່ສັງຄົມ. ເອື້ອຍຄູບັງຍາມໃດກໍ່ມີຄວາມເປັນຫ່ວງຕ້ອງເຮັດແນວໃດເພື່ອຊ່ວຍນັກຮຽນທຸກຄົນເປັນຕົ້ນແມ່ນພວກນັກຮຽນທີ່ມີສະພາບຫຍຸ້ງຍາກນັກຮຽນພິການ ເອື້ອຍຄູບັງໃຫ້ຮູ້ຕື່ມອີກວ່າ:

     “ສຳລັບພວກນັກຮຽນທຸກຍາກ ນັກຮຽນພິການ, ຂ້າພະເຈົ້າອີຕົນທີ່ສຸດ. ຂ້າພະເຈົ້າຄິດວ່າພຽງແຕ່ມີເສັ້ນທາງຮ່ຳຮຽນກໍ່ຈະຊ່ວຍໃຫ້ນັກຮຽນທຸກຍາກ ນັກຮຽນພິການມີອະນາຄົດທີ່ສະຫວ່າງສະໄຫວກວ່າ”.

      ດ້ວຍບັນດາການປະກອບສ່ວນຢ່າງຕັ້ງໜ້າໃນຂະແໜງການສຶກສາແລະໃຫ້ແກ່ຊຸມຊົນ, ເອື້ອຍຄູ ບັງໄດ້ຮັບການຍ້ອງຍໍຈາກຂະແໜງສຶກສາຂັ້ນຕ່າງໆ. ປີ 2018 ເອື້ອຍຄູບັງໄດ້ຮັບນາມມະຍົດຄົນດີວຽກເດັ່ນຈາກປະທານຄະນະກຳມະການປະຊາຊົນເມືອງບັກຕື່ລຽມ. ສົກຮຽນ 2019 – 2020 ເອື້ອຍຄູໄດ້ກາຍເປັນຄູດີເດັ່ນບັນລຸລາງວັນທີສອງໃນການມອບລາງວັນ “ຄູອາຈານສຸດຈິດສຸດໃຈມີຫົວຄິດປະດິດສ້າງ” ໂດຍຂະແໜງສຶກສາເມືອງບັກຕື່ລຽມມອບໃຫ້. 

ຕອບກັບ

ຂ່າວ/ບົດ​ອື່ນ