ເຫືອງໃຢ໊ຊາປາ ຮັກສາສີສັນວັດທະນະທຳເຜົ່າໃຢ໊

(VOVWORLD) -ໂດຍຖະຫນຸຖະໜອມຕໍ່ບັນດາຄຸນຄ່າວັດທະນະທຳເຜົ່າໃຢ໊ ຂອງຕົນທີ່ພວມມີຄວາມສ່ຽງຖືກສູນຫາຍໄປ,ນາງຫວູທິງອກເຫືອງຊາວເຜົ່າໃຢ໊ ຢູ່ ຊາປາແຂວງລ່າວກາຍໄດ້ສ້າງຊ່ອງຢູທູບ “ເຫືອງໃຢ໊  ຊາປາ” ແຕ່ກາງປີ 2020 ດ້ວຍບັນດາກຣິບວີດີໂອທີ່ມີຊີວິດຊີວາແລະເປັນໜ້າຈັບໃຈເຫືອງໄດ້ແນະນຳບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງເຜົ່າຕົນພ້ອມກັບບັນດາສະຖານທີ່ທ່ອງທ່ຽວທີ່ຮົກເຮື້ອຢູ່ ຊາປາ
ເຫືອງໃຢ໊ຊາປາ ຮັກສາສີສັນວັດທະນະທຳເຜົ່າໃຢ໊ - ảnh 1ນາງຫວູທິງອກເຫືອງ

     ຫວູທິງອກເຫືອງໄດ້ກຳເນີດແລະເຕີບໃຫຍ່ຂຶ້ນຢູ່ບ້ານຕ່າວານໃຢ໊ 2, ຕາແສງຕ່າວານເຊິ່ງແມ່ນຕາແສງທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຫ່າງຈາກເທດສະບານຊາປາ ແຂວງລ່າວກາຍປະມານ 9 ກິໂລແມັດ.  ຮຽນຈົບມະຫາວິທະຍາໄລແຕ່ແທນທີ່ຢູ່ ຮ່າໂນ້ຍເຮັດວຽກດ້ວຍຫຼາຍໂອກາດທີ່ດີແຕ່ ເຫືອງຊ້ຳພັດເລືອກເອົາກັບຄືນບ້ານເກີດເມືອງນອນເພື່ອປະຕິບັດຄວາມໃຝ່ຝັນນັ້ນແມ່ນຮັກສາອະນຸລັກຈຸດຄວາມງາມດ້ານວັດທະນະທຳຂອງເຜົ່າໃຢ໊ຂອງຕົນ.ນາງເຫືອງໃຫ້ຮູ້ວ່າ:

“ຍ້ອນແຕ່ຄາວຍັງນ້ອຍໄດ້ຮຽນໄດ້ຮັບຟັງທຸກໆຄົນເລົ່າກ່ຽວກັບບັນດາເລື່ອງລາວນິທານຂອງເຜົ່າໃຢ໊ ອັນໄດ້ສ້າງຄວາມບັນດານໃຈໃຫ້ນ້ອງກ່ຽວກັບການຮັກສາແລະອະນຸລັກວັດທະນະທຳຂອງເຜົ່າຕົນ. ນ້ອງຫວັງວ່າເຮົາສາມາດເຮັດໄດ້ສິ່ງໃດໜຶ່ງທັງຮັກສາວັດທະນະທຳທັງຊ່ວຍໃຫ້ວົງຄະນາຍາດຂອງຕົນມີລາຍຮັບຈາກການອະນຸລັກຮັກສາວັດທະນະທຳ”.

ນາງເຫືອງເຫັນວ່າມີຫຼາຍຄົນໄປທ່ອງທ່ຽວຊາປາແຕ່ຍັງບໍ່ຮູ້ວ່າຊາປາມີຫຼາຍໝູ່ບ້ານຍັງມີຫຼາຍແຫ່ງເກັບຮັກສາບັນດາຄຸນຄ່າວັດທະນະທຳອັນດີງາມຮົກເຮື້ອ. ດັ່ງນັ້ນເຫືອງໄດ້ຕົກລົງໄດ້ກັບຄືນບ້ານເກີດເມືອງນອນແລະເຮັດວຽກງານທີ່ກ່ຽວຂ້ອງເຖິງວັດທະນະທຳ. ນັບແຕ່ກາງປີນີ້ ນາງຫວູທິງອກເຫືອງໄດ້ເລີ່ມຈັດຕັ້ງບັນດາລາຍການທ່ອງທ່ຽວໃນອອນລາຍ. ແລະໃນແຕ່ລະເດືອນເຫືອງກໍ່ໄດ້ຈັດຈັກລາຍຈີມເທື່ອໜຶ່ງແນ່ໃສ່ຊ່ວຍໃຫ້ຜູ້ຊົມມີໂອກາດຊອກຮູ້ ກ່ຽວກັບຊີວິດວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າໃຢ໊ ແລະບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ ຊາປາ. ນາງເຫືອງໃຫ້ຮູ້ອີກວ່າ:

 “ລາຍການທ່ອງທ່ຽວອອນລາຍຂອງພວກນ້ອງຈະຈັດຕັ້ງອາທິດລະເທື່ອໜຶ່ງຕາມລາຍການທ່ອງທ່ຽວທີ່ມີຢູ່ແລ້ວ,  ສະເລ່ຍກໍ່ມີແຂກທ່ອງທ່ຽວແຕ່ 10 ຫາ 15 ຄົນ, ມີ 80% ຈຳນວນແຂກທ່ອງທ່ຽວກໍ່ຮູ້ສຶກຊົມຊອບກັບລາຍການທ່ອງທ່ຽວນີ້ ເຂົາເຈົ້າຈະເລືອກເອົາໄປທ່ອງທ່ຽວຕົວຈິງເມື່ອມີໂອກາດມາຢາມ ຊາປາ. ແຂກທ່ອງທ່ຽວເມື່ອໄດ້ຊົມ ກຣິບວີດີໂອ ຂອງພວກນ້ອງກໍ່ຮູ້ສຶກຕົກສະເງິເມື່ອເຫັນຊາປາມີຄວາມແຕກຕ່າງກ່ຽວກັບທຳມະຊາດແລະວັດທະນະທຳ”.

ຫົວເລື່ອງທີ່ ເຫືອງ ເດີນຕາມແມ່ນອຸດົມສົມບູນກວ້າງຂວາງແລະມີຄວາມດູດດື່ມຕິດພັນກັບຄວາມເປັນເອກະລັກທາງດ້ານວັດທະນະທຳຂອງຊາວເຜົ່າໃຢ໊ ຢູ່ ຊາປາ. ບັນດາກຣິບວີດີດໂອທີ່ລຽບງ່າຍສັດຊື່ກ່ຽວກັບການດຳລົງຊີວິດ ວັດທະນະທຳຂອງຊາວເຜົ່າໃຢ໊ ຄືການຫໍ່ເຂົ້າຕົ້ມຂອງຊາວເຜົ່າໃຢ໊ ໃນຊຸມວັນລະດູບານໃໝ່, ພາເຂົ້າໄຫວບູຊາ, ຊຸດອາພອນຂອງຊາວເຜົ່າໃຢ໊... ອ້າຍຫງວຽນເຖນາມຢູ່ ຮ່າໂນ້ຍ ເຂົ້າຮ່ວມລາຍການທ່ອງທ່ຽວອອນລາຍຂອງເຫືອງແບ່ງປັນວ່າ:

“ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຜູ້ທີ່ນຳທ່ຽວຫວູທິງອກເຫືອງລາວຍັງໜຸ່ມທີ່ສຸດແລະມີຄວາມກະຕືລືລົ້ນ ແລະຊົມຊອບການທ່ອງທ່ຽວແລະຮັກບ້ານເກີດເມືອງນອນຂອງຕົນ. ເມື່ອເຫືອງ ແນະນຳໃຫ້ທຸກໆຄົນເຂົ້າຮ່ວມລາຍການທ່ອງທ່ຽວ, ບັນດາສະຖານທີ່ທ່ອງທ່ຽວໄດ້ກາຍເປັນແຫຼ່ງດຶງດູດຢ່າງແທ້ຈິງ”.

ໂດຍແມ່ນໜຶ່ງໃນບັນດາຜູ້ນຳໜ້າໃນຂົງເຂດທ່ອງທ່ຽວອອນລາຍຢູ່ ລ່າວກາຍ, ນອກຈາກການປະຕິບັດບັນດາກຣິບວີດີໂອທາງຊ່ອງຢູທູບ “ເຫືອງໃຢ໊ ຊາປາ”, ເຫືອງຍັງເຊື່ອມຕໍ່ກັບບົດຂຽນທາງ blog sapalocal.com ເພື່ອແນະນຳໂຄສະນາຢ່າງກວ້າງເລິກເພີ່ມທະວີການຕອບຮັບ. ນາງຫວູທິຮົ່ງຊາວເຜົ່າໃຢ໊ ຢູ່ບ້ານຕ່າວານ  ຜູ້ໃຫ້ຄຳປຶກສາດ້ານເນື້ອໃນຂອງບັນດາລາຍການທ່ອງທ່ຽວອອນລາຍຂອງເຫືອງໃຫ້ຮູ້ວ່າ:
        “ເຫືອງ ແມ່ນນາງສາວທີ່ມີຄວາມໃຝ່ຝັນຢ່າງແຮງກ້າບໍ່ສະເພາະໃຫ້ແກ່ຕົນເອງເທົ່ານັ້ນຫາກຍັງໃຫ້ແກ່ວົງຄະນາຍາດອີກດ້ວຍ. ພວກນ້ອງສ້າງຈັດຕັ້ງສ້າງລາຍການທ່ອງທ່ຽວອອນລາຍດ້ວຍຄວາມຫວັງຢາກປະກອບສ່ວນເຂົ້າໃນການຮັກສາແລະໂຄສະນາຈຸດຄວາມງາມທາງດ້ານວັດທະນະທຳແລະມະນຸດຂອງຊາປາ.”

 ເມື່ອບໍ່ດົນມານີ້  ຫວູທິງອກເຫືອງໄດ້ຮັບລາງວັນຄຳດ້ວຍໂຄງການ “ທ່ອງທ່ຽວຄົ້ນຫາອອນລາຍພ້ອມກັບຊາວທ້ອງຖິ່ນຊາປາ” ທີ່ງານປະກວດສິ່ງທ້າທາຍຕໍ່ຂໍ້ລິເລີ່ມເຮັດທຸລະກິດ” ປີ 2021 ບໍ່ພຽງແຕ່ຊ່ວຍແຂກເຂົ້າຮ່ວມສາມາດຮັບຊົມທິວທັດທຳມະຊາດແລະວັດທະນະທຳຂອງທ້ອງຖິ່ນເທົ່ານັ້ນ, ໂຄງການຂອງເຫືອງຍັງສະໜອງຂໍ້ມູນຂ່າວສານ ຄວາມຮູ້ ຕົ້ນກຳເນີດທີ່ກ່ຽວຂ້ອງເຖິງສະຖານທີ່ທ່ອງທ່ຽວເພື່ອເພີ່ມຄວາມດູດດື່ມ ໃຫ້ແກ່ການເດີນທາງທ່ອງທ່ຽວແຕ່ລະຄັ້ງ. 

ຕອບກັບ

ຂ່າວ/ບົດ​ອື່ນ