ເລື່ອງທ້າວອາເຢສ້າງແຫລ່ງບັນດານໃຈ ໃຫ້ການເຮັດທ່ອງທ່ຽວຢູ່ເຂດພູສູງ

(VOVWORLD) -ດ້ວຍບັນດາຄວາມມານພະຍາຍາມຜ່າຜ່າຄວາມຫຍຸ້ງຍາກ ເພື່ອນຳການທ່ອງທ່ຽວຊຸມຊົນເຄື່ອນໄຫວຢ່າງມີປະສິດທິຜົນ, ປີ 2021 ທ້າວ ຢ່າງອາເຢ ຢູ່ຕາແສງ ລາປ໊ານເຕິນ ເມືອງ ມູ່ກັງຈ໋າຍ ແຂວງ ອຽນບ໊າຍ ມີຄວາມເປັນກຽດໄດ້ຮັບລາງວັນ “ຊາວໜຸ່ມສ້າງການດຳລົງຊີວິດທີ່ດີງາມ” ໂດຍສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ມອບໃຫ້. ບັນດາການອຸທິດສ່ວນຂອງລາວ ໄດ້ສ້າງແຫຼ່ງບັນດານໃຈ ໃຫ້ການເຮັດທ່ອງທ່ຽວຊຸມຊົນ ເຖິງພໍ່ແມ່ພີ່ນ້ອງເຜົ່າ ມົ້ງ ຢູ່ເຂດພູສູງນີ້.
ເລື່ອງທ້າວອາເຢສ້າງແຫລ່ງບັນດານໃຈ ໃຫ້ການເຮັດທ່ອງທ່ຽວຢູ່ເຂດພູສູງ - ảnh 1ສອງຜົວເມຍທ້າວ ຢ່າງອາເຢ ສອນພາສາອັງກິດໃຫ້ພວກເພື່ອນໜຸ່ມ

        ໂດຍນອນຢູ່ເທິງໂນນພູສູງ ໃນທ່າມກາງເນື້ອທີ່ນາຂັ້ນໄດ ຢູ່ຕາແສງ ລາປ໊ານເຕິນ ເມືອງ ມູ່ກັງຈ໋າຍ ແຂວງ ອຽນບ໊າຍ, ເຂດທ່ອງທ່ຽວຊຸມຊົນທີ່ເປັນ ເອກະລັກ ມີຊື່ວ່າ  “ເຮໂລ ມູ່ກາງຈ໋າຍ” ໄດ້ກາຍເປັນທີ່ຮູ້ຈັກກັນດີ ຈາກແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ນີແມ່ນກິດຈະກຳທ່ອງທ່ຽວ ທີ່ເລີ່ມມາຈາກຄວາມສຸດຈິດສຸດໃຈ ຂອງສອງຜົວເມຍທີ່ຍັງໜຸ່ມແໜ້ນຊາວເຜົ່າ ມົ້ງ ຢ່າງອາເຢ ແລະ ຫວ່າງທິລີ່.

ທ້າວ ຢ່າງອາເຢ ເກີດປີ 1989 ລາວຮຽນຈົບມະຫາວິທະຍາໄລ ແລະ ມີວຽກເຮັດງານທຳເປັນປົກກະຕິຢູ່ວິສາຫະກິດໂທລະຄົມແຫ່ງໜຶ່ງ. ແຕ່ມາເຖິງປີ 2017 ເມື່ອໄດ້ເຫັນວ່າຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ທາງດ້ານການທ່ອງທ່ຽວຢູ່ບ້ານເກີດເມືອງນອນ ດັ່ງນັ້ນທ້າວ ອາເຢ ໄດ້ປຶກສາກັບເມຍ ແລະ ໄດ້ຕົກລົງເຊົາເຮັດວຽກ ເພື່ອຫັນມາເຮັດການທ່ອງທ່ຽວ ຈາກສອງຝາມືເປົ່າ. ຢ່າງອາເຢ ເວົ້າຄວາມໃນໃຈສູ່ຟັງວ່າ ການສ້າງຮູບແບບທ່ອງທ່ຽວ ຢູ່ແຫ່ງທີ່ຫຼາຍປີກ່ອນນີ້ ພຽງແຕ່ແມ່ນບັນດາເນື້ອທີ່ນາທີ່ແຫ້ງແລ້ງ ຖືກປະລະຮົກເຮືອ ແຕ່ລາວໄດ້ຜ່ານຄວາມຫຍຸ້ງຍາກນາໆປະການ. ຢ່າງອາເຢ ເວົ້າວ່າ:

“ທາງຄອບຄົວ ແລະ ໝູ່ບ້ານເຂົາເຈົ້າບໍ່ສະໜັບສະໜູນ. ເຂົາເຈົ້າເວົ້າວ່າ ໂນນພູນີ້ນັບແຕ່ກ່ອນເປັນຕົ້ນມາ ຍັງບໍ່ທັນມີໃຜສາມາດເຮັດໄດ້ ປັດຈຸບັນຖ້າຫາກເຮັດແບບຖາວອນ ແມ່ນເຮັດບໍ່ໄດ້ ອັນໄດ້ສ້າງກຳລັງດັນຢ່າງໃຫຍ່ຫຼວງທີ່ສຸດ”.

ໃນທ່າມກາງຄວາມຫຍຸ້ງຍາກຫຼາຍຢ່າງ, ອາເຢ ມີຄວາມໂຊກດີຍ້ອນມີເມຍຮຽງບ່າຮຽງໄຫຼ່ ສະໜັບສະໜູນ ແລະ ຕັດສິນໃຈພ້ອມກັບລາວປະຕິບັດ. ຈາກການເລືອກເອົາທີ່ດິນເຮັດເຮືອນພັກ, ລະດົມແຫຼ່ງທຶນ, ວິທີຮັບໃຊ້ແຂກ, ວິທີແຕ່ງກິນ, ການຕ້ອນຮັບແຂກ, ການຈັດຕັ້ງລາຍການທ່ອງທ່ຽວ... ສອງຜົວເມຍທັງເຮັດທັງຮຽນຮູ້ ແລະ ຄ່ອຍໆດີຂຶ້ນເທື່ອລະກ້າວ. ດັ່ງນັ້ນພາຍຫຼັງໄລຍະອັນສັ້ນໆ, ໂຮມສະເຕ “ເຮໂລ ມູ່ກາງຈ໋າຍ” ໄດ້ກາຍເປັນທີ່ຮູ້ຈັກກັນດີຈາກແຂກທ່ອງທ່ຽວຫຼາຍຄົນ.  ເມື່ອວຽກງານທຸກຢ່າງໄດ້ຄ່ອຍໆເປັນປົກກະຕິ, ສອງຜົວເມຍ ອາເຢ ໄດ້ຕົກລົງວ່າ ຜົວຢູ່ບ້ານທັງຄຸ້ມຄອງ ແລະ ທັງສ້າງທັດຊະນີຍະພາບໃຫ້ແກ່ໂຮມສະເຕແລະ ທັງຮຽນພາສາ ອັງກິດ ດ້ວຍຕົນເອງ; ສ່ວນເມຍກໍ່ໄປຊາປາແຂວງ ລ່າວກາຍ ເຮັດຮັບໃຊ້ຢູ່ພັດທະຄານ ເພື່ອຮຽນຮູ້ຕື່ມ. ທ້າວ ອາເຢ ເວົ້າວ່າ:

 “ເຮົາກໍ່ຮຽນທັງໃນປຶ້ມ ທັງເຄືອຂ່າຍອິນເຕີເນັດ ແລ້ວກໍ່ຮຽນຄຳສັບນຳແຂກທ່ອງທ່ຽວ. ມາຮອດປັດຈຸບັນເຮົາກໍ່ສາມາດລົມກັນເປັນພາສາ ອັງກິດ ກັບຊາວຕ່າງປະເທດໄດ້ດີແລ້ວ”.

ສ່ວນເມຍຂອງ ອາເຢ ເວົ້າວາ:

“ໃນໄລຍະຮຽນວິທີຮັບໃຊ້ແຂກໃນພັດທະຄານ,  ມີບາງຄັ້ງເຮົາກໍ່ຄິດວ່າມັນລຳບາກທີ່ສຸດ ກໍ່ຢາກກັບເມືອບ້ານ, ແຕ່ສຸດທ້າຍກໍ່ຕັດສິນໃຈຮຽນໃຫ້ສຳເລັດ”.

ມາພັກເຊົາຢູ່ໂຮມສະເຕ “ເຮໂລ ມູ່ກັງຈ໋າຍ” ແຂກທ່ອງທ່ຽວຍໍ່ພຽງແຕ່ໄດ້ພັກຜ່ອນຢ່ອນອາລົມ ເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມປຸງແຕ່ງອາຫານພ້ອມກັບຊາວທ້ອງຖິ່ນ ລົງຫ້ວຍຈັບປາ, ລົງນາຂັ້ນໄດເພື່ອໄຖນາ, ສອນພາສາ ອັງກິດ ໃຫ້ເດັກນ້ອຍໃນໝູ່ບ້ານ. ເພື່ອນ ຫງວຽນຮົ່ງແອັງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:

 “ມາທີ່ນີ້ພວກນ້ອງກໍ່ໄດ້ຄົ້ນຫາການດຳລົງຊີວິດຕົວຈິງຂອງຊາວທ້ອງຖິ່ນ ແມ່ນມີຄວາມເປັນເອກະລັກທີ່ສຸດ  ເປັນຄັ້ງທຳອິດທີ່ເຮົາໄດ້ລົງນາ ໄດ້ຈັບປາມາປີ້ງ. ພວກນ້ອງກໍ່ໄດ້ຮຽນຮູ້ຫຼາຍບົດຮຽນຕົວຈິງ ກ່ຽວກັບວັດທະນະທຳ ຢູ່ທ້ອງຖິ່ນຮັບໃຊ້ຂະແໜງສະເພາະຂອງຕົນ”.

ການເຮັດທ່ອງທ່ຽວບໍ່ພຽງແຕ່ເພີ່ມລາຍຮັບໃຫ້ແກ່ຕົນເອງເທົ່ານັ້ນ ຄວາມຫວັງຂອງສອງຜົວເມຍ ອາເຢ ແມ່ນທຸກໆຄົນໃນໝູ່ບ້ານ ໃນຕາແສງຈະເຫັນໄດ້ຜົນປະໂຫຍດ ແລະ ເຮັດຕາມ ເພື່ອຊ່ວຍບ້ານເກີດເມືອງນອນລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ. ແຜນການຂອງສອງຜົວເມຍ ຢ່າງອາເຢ ໃນໄລຍະທີ່ຈະມາເຖິງ ແມ່ນສືບຕໍ່ເປີດກວ້າງບັນດາການບໍລິການໃໝ່ ເພື່ອຊ່ວຍແຂກທ່ອງທ່ຽວມາຄົ້ນຫາ ເປັນຕົ້ນແມ່ນໃນຍາມລະດູຝົນ ເຊິ່ງແມ່ນຊ່ວງເວລາທີ່ນບັນດາເນື້ອທີ່ນາຂັ້ນໄດສວຍສົດງົດງາມລຶກລັບມະຫັດສະຈັນ ທັງນີ້ກໍ່ເປັນການສືບຕໍ່ສ້າງແຫຼ່ງບັນດານໃຈໃຫ້ແກ່ວົງຄະນາຍາດ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ສ້າງບ້ານເກີດເມືອງໃຫ້ນັບມື້ນັບຮັ່ງມີ ແລະ ສວນງາມກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ