ຮ້ອຍຕີ ຈິ້ງຫິວເດະ - ແບບຢ່າງໜຸ່ມດີເດັ່ນຂອງຕຳຫຼວດ ແຂວງ ກ່າເມົາ.

(VOVWORLD) -ຮ້ອຍຕີ ຈິ້ງຫິວເດະ  ປະຕິບັດງານຢູ່ຕຳຫຼວດຕາແສງ ດົງຮຶງ ເມືອງ ກາຍເນືອກ ແຂວງ ກ່າເມົາ ເມື່ອບໍ່ດົນມານີ້ ໄດ້ໃບຍ້ອງຍໍຈາກລັດຖະມົນຕີກະຊວງຕຳຫຼວດ ຍ້ອນໄດ້ມີຜົນງານດີເດັ່ນ ໃນຂະບວນການແຂ່ງຂັນພິເສດຂອງກຳລັງຕຳຫຼວດຕາແສງ ເທດສະບານເມືອງ ປະກອບສ່ວນປ້ອງກັນຄວາມສະຫງົບແຫ່ງຊາດ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ໝາກຜົນດັ່ກ່າວ ໄດ້ເລີ່ມມາຈາກບັນດາຄວາມມານະພະຍາຍາມ ຢ່າງບໍ່ຢຸດຢັ້ງຂອງອ້າຍໃນການປະຕິບັດໜ້າທີ່ ເຊິ່ງໄດ້ຮັບມອບໝາຍ. 
ຮ້ອຍຕີ ຈິ້ງຫິວເດະ - ແບບຢ່າງໜຸ່ມດີເດັ່ນຂອງຕຳຫຼວດ ແຂວງ ກ່າເມົາ. - ảnh 1ຮ້ອຍຕີ ຈິ້ງຫິວເດະ

      ປີ 2020 ຮ້ອຍຕີ ຈິ້ງຫິວເດະ (ເກີດປີ 1997) ຖືກຫົວໜ້າຕຳຫຼວດແຂວງ ກ່າເມົາ ຈັດສົ່ງຈາກກອງປ້ອງກັນຄວາມສະຫງົບ ຕຳຫຼວດເມືອງ ກ໊າຍເນືອກ ໄປຮັບໜ້າທີ່ວຽກງານຢູ່ຕຳຫຼວດຕາແສງ ດົງຮຶງ ເມືອງ ກ໊າຍເນືອກ ແຂວງ ກ່າເມົາ.ໂດຍເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ ຮ້ອຍຕີ ຈິ້ງຫິວເດະ ໄດ້ເປັນເສນາທິການ ໃຫ້ແກ່ກອງບັນຊາການຕາແສງ ດົງຮຶງ ເພື່ອປະຕິບັດວຽກງານຕໍ່ສູ້ ຕ້ານອາດຊະຍາກຳເປັນຢ່າງດີ ຮັກສາຄວາມສະຫງົບຄວາມເປັນລະບຽບ ຄວາມຮຽບຮ້ອຍ ການເຄື່ອນໄຫວໜູນຊ່ວຍສັງຄົມ ປະກອບສ່ວນຍົກສູງປະສິດທິຜົນຂອງຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບ ຂອງປະເທດຊາດຢູ່ທ້ອງຖິ່ນ. ຮ້ອຍຕີ ເດະ ໄດ້ປະຕິບັດວຽກງານເກັບກ ຳອັບເດດ ດັດແປງຂໍ້ມູນຂອງພົນລະເມືອງໃນບໍລິເວນຕາແສງ ໃຫ້ຖືກຕາມຄວາມຄືບໜ້າທີ່ຂັ້ນເທິງ ໄດ້ວາງອອກ. ຮ້ອຍຕີ ເດະ ໄດ້ເຮັດທັງເວັນ ແລະ ຄືນເພື່ອຮັບປະກັນຄວາມຄືບໜ້າ. ຮ້ອຍຕີ ເດະ ແບ່ງປັນວ່າ:

      “ດ້ວຍຄວາມມານະພະຍາຍາມປະສານສົມທົບ ພ້ອມກັນຊອກຮູ້ຮຽນຮູ້ບັນດາວິທີເຮັດໃໝ່ ມີປະສິດທິຜົນ, ຂ້າພະເຈົ້າພະຍາຍາມອັບເດດ ແລະ ດັດປັບຂໍ້ມູນຂອງພົນລະເມືອງໃນບໍລິເວນຢ່າງຄົບຖ້ວນ ຊັດເຈນ ຮັບປະກັນຂໍ້ມູນສະອາດ ຖືກຕາມແຜນນະໂຍບາຍຂອງກະຊວງຕຳຫຼວດ ເມື່ອຜັນຂະຫຍາຍປະຕິບັດໂຄງການ”. 

      ຮ້ອຍຕີ ຈິ້ງຫິວເດະ ໄດ້ຮັບການຈັດແບ່ງໜ້າທີ່ວຽກງານຈາກຂັ້ນເທິງ ເຊິ່ງເຮັດວຽກຢູ່ພາກສ່ວນປ່ອງດຽວ. ອ້າຍຍາມໃດກໍ່ຈື່ດີຄຳສັ່ງສອນ 6 ຂໍ້ຂອງປະທານ ໂຮ່ຈີມິນ ທີ່ສອນໃຫ້ກຳລັງຕຳຫຼວດປະຊາຊົນ ຕ້ອງເຄົາລົບນັບຖືປະຊາຊົນ ຕ້ອງສຸດຈິດສຸດໃຈຕໍ່ວຽກງານ. ຈາກນັ້ນ ຮ້ອຍຕີ ເດະ ໄດ້ຮັບການຕີລາຄາສູງຈາກຊາວທ້ອງຖິ່ນ ໃນທ່າທີຮັບໃຊ້ປະຊາຊົນ. ອ້າຍ ເລຫວູແອັມ ຊາວທ້ອງຖິ່ນ ແບ່ງປັນວ່າ:

      “ຮ້ອຍຕີ ເດະ ເຮັດວຽກຢູ່ປ່ອງດຽວ ມີທ່າທີໃກ້ຊິດສະໜິດສະໜົມກັບປະຊາຊົນ. ພະນັກງານໜຸ່ມແຕ່ມີທ່າທີຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ. ເມື່ອປະຊາຊົນຍັງບໍ່ເຂົ້າໃຈບັນຫາ ລາວກໍ່ແນະນຳຊ່ວຍປະຊາຊົນປະຕິບັດລະບຽບການໃຫ້ງ່າຍດາຍ”. 

      ພ້ອມກັບໜ້າທີ່ປະຕິບັດຢ່າງເປັນປົກກະຕິ, ຮ້ອຍຕີ ຈິ້ງຫິວເດະ ກໍ່ຍັງເຂົ້າຮ່ວມພ້ອມກັບກອງບັນຊາການຕຳຫຼວດຕາແສງ ຄົ້ນພົບຕໍ່ສູ້ແກ້ໄຂ 5 ຄະດີທີ່ເປັນໄພສັງຄົມ, ເປັນເສນາທິການແກ້ໄຂ 3 ຄະດີ ທຳລາຍຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນໃນປີ 2021. ໃນໄລຍະເກີດໂລກລະບາດ ໂຄວິດ - 19 ຮ້ອຍຕີ ເດະ ໄດ້ເຂົ້າຮ່ວມວຽກງານໃນຕະຫຼອດໄລຍະ. ຮ້ອຍຕີ ເດະ ຍັງເປັນເສນາທິການກ່ຽວກັບການສ້າງຕັ້ງຄຸ້ມຄອງ ແຟນເປດ ດົງຮຶງ 24 ຊົ່ວໂມງ ແນໃສ່ໂຄສະນາທັດສະນະແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ໃຫ້ແກ່ປະຊາຊົນໃນບໍລິເວນເພື່ອຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ຕາມລະບຽບກົດໝາຍ, ພ້ອມນັ້ນກໍ່ຊ່ວຍປະຊາຊົນໄດ້ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ ຢ່າງເປັນທາງການວ່ອງໄວ ທັນເວລາ. ປັດຈຸບັນ ແຟນເປດ ນີ້ຍັງຄົງແມ່ນໜຶ່ງໃນບັນດາຊ່ອງໂຄສະນາ ສະໜອງຂໍ້ມູນຂ່າວສານຢ່າງມີປະສິດທິຜົນ. ບັນດາຄວາມມານະພະຍາຍາມການປະກອບສ່ວນຂອງ ຮ້ອຍຕີ ເດະ ໄດ້ຮັບການຮັບການຮັບຮູ້ຈາກການນຳທ້ອງຖິ່ນ. ທ່ານ ຫງວຽນມິງຍ່າ ປະທານຄະນະກຳມະການປະຊາຊົນ ຕາແສງ ດົງຮຶງ ໃຫ້ຮູ້ວ່າ:

      “ໃນໜ້າທີ່ວຽກງານ ສະຫາຍ ເດະ ແມ່ນຜູ້ເຮັດວຽກງານຢ່າງສຸດໃຈ. ລາວຕ້ອນຮັບປະຊາຊົນແກ້ບັນດາລະບຽບການທີ່ກ່ຽວຂ້ອງເຖິງຕຳຫຼວດ ແມ່ນດ້ວຍຄວາມສຸດຈິດສຸດໃຈ. ໃນການປະຕິບັດປ້ອງກັນຕ້ານໂລກລະບາດ ກໍ່ຄືອອກບັດປະຈຳຕົວຂອງພົນລະເມືອງໃນບໍລິເວນຕາແສງ ສະຫາຍ ເດະ ກໍ່ຫ້າວຫັນທີ່ສຸດ. ພິເສດໃນການອັບເດດຂໍ້ມູນຂ່າວສານ ໃນການປ້ອງກັນຕ້ານໂລກລະບາດທາງເຄືອຂ່າຍ 24 ຊົ່ວໂມງຂອງຕາແສງ ດົງຮຶງ.”

        ປີ 2019 ຮ້ອຍຕີ ຈິ້ງຫິວເດະ ໄດ້ຮັບໃບຍ້ອງຍໍຈາກປະທານຄະນະກຳມະການປະຊາຊົນແຂວງ ກ່າເມົາ ຍ້ອນໄດ້ຮຽນຈົບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນ ແລະ ເປັນນັກສຶກສາຮຽນເກັ່ງ. ພາຍຫຼັງເຮັດວຽກຢູ່ທ້ອງຖິ່ນ ເປັນເວລາ 2 ປີ ອ້າຍໄດ້ຮັບນາມມະຍົດນັກຮົບແຂ່ງຂັນຂັ້ນຮາກຖານ. ແລະ ກໍ່ໃນປີ 2021 ລາວກໍ່ໄດ້ຮັບຍ້ອງຍໍ ຈາກຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຍ້ອນມີຜົນງານດີເດັ່ນ ໃນຂະບວນການຊາວໜຸ່ມຕຳຫຼວດປະຊາຊົນ ຮ່ຳຮຽນປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງປະທານ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ