ອ້າຍບ່າວ ໂຮ່ເກັດ ດ້ວຍເຈດຈຳນົງຜ່ານຜ່າຊາຕາກຳເປັນຄົນພິການ

(VOVWORLD) -ໂຮ່ເກັດເປັນຊາຍໜຸ່ມຄົນພິການຊາວເຜົ່າຄົວຢູ່ເມືອງ ມິງຮວ໊າ ແຂວງ ກວ໋າງບິ່ງ ຫາກໍ່ໄດ້ຮັການເຊີດຊູໃນລາຍການໃນລາຍການ “ມານະຈິດຫວຽດນາມ” ປີ 2022. ໂຮ່ເກັດແມ່ນແບບຢ່າງຊາວໜຸ່ມຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນຜ່ານຜ່າຊາຕາກຳເປັນຄົນພິການແລະເພື່ອບືນຕົວຂຶ້ນຮັກສາແລະເສີມຂະຫຍາຍອາຊີບຫັດຖະກຳຂອງໝູ່ບ້ານເຂດຊາຍແດນ
ອ້າຍບ່າວ ໂຮ່ເກັດ ດ້ວຍເຈດຈຳນົງຜ່ານຜ່າຊາຕາກຳເປັນຄົນພິການ - ảnh 1

ອ້າຍບ່າວ ໂຮ່ເກັດ ເປັນຄົນພິການ ໄດ້ຜ່ານຜ່າຊາຕາກຳອາພັບ


     ໃນເຮືອນຮ້ານຫຼັງໜຶ່ງຄຽງຂ້າງສາຍພູ ຢັງມ່ານ ທີ່ບ້ານ ຣາມາຍ ຕາແສງ ຈ້ອງຮວ໊າ ເມືອງ ມິງຮວ໊າ ແຂວງ ກວ໋າງບິ່ງ, ສອງຝາມືອັນຄ່ອງແຄ້ວຂອງໂຮ່ເກັດ ພວມສານຕອກໄມ້ໄຜ່ແລະຫວາຍເພື່ອສ້າງບັນດາຜະລິດຕະພັນສິລະປະຫັດຖະກຳທີ່ສວຍງາມ. ຄາວຍັງນ້ອຍໂຮ່ເກັດກໍ່ມີສຸຂະພາບປົກກະຕິແຕ່ຮອດປີ 2005 ຄາວມີອາຍຸ 17 ປີໃນການໄປເຮັດໄຮ່ເທື່ອໜຶ່ງໂຮ່ເກັດໄດ້ປະສົບອຸປະຕິເຫດຖືກໄຟດາດສາຫັດແລະໄດ້ກາຍເປັນຄົນພິການ. ຊີວິດຂອງໂຮ່ເກັດຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.ພາຍຫຼັງປະສົບກັບອຸປະຕິເຫດໄຟດາດເປັນເວລາໜຶ່ງປີ, ໂຮ່ເກັດໄດ້ເລີ່ມແອບຍ່າງແລະເຄື່ອນເໜັງສອງຝາມື ສູ້ຊົນຫຼຸດພົ້ນອອກຈາກສະພາບເປັນຄົນພິການ. ໃນເບື້ອງຕົ້ນເກັດໄດ້ແອບເຮັດວຽກບ້ານບາງຢ່າງ. ຫຼັງຈາກນັ້ນລາວກໍ່ໄດ້ກ້າຫານລ້ຽງໄກ່ ລ້ຽງໝູແລະລ້ຽງງົວຕື່ມອີກ.ປີ 2009 ເກັດໄດ້ສ້າງຄອບຄົວ.ປີ 2013 ໂດຍຜ່ານສະມາຄົມເພື່ອການພັດທະນາຂອງຄົນພິການແຂວງກວ໋າງບິ່ງ, ໂຮ່ເກັດໄດ້ເຂົ້າຮ່ວມຊຸດຮຽນວິຊາຊີບເຮັດເຄື່ອງຈັກສານຢູ່ບໍລິສັດວ້ານຊວັນຈຳກັດ.ແລ້ວໂຮ່ເກັດກໍ່ໄດ້ເກີດແນວຄວາມຄິດຂະຫຍາຍອາຊີບເຮັດເຄື່ອງຈັກສານສິລະປະຫັດຖຳກຳຢູ່ດິນແດນບ້ານເກີດເມືອງນອນຂອງຕົນ. ພາຍຫຼັງທີ່ໄດ້ກັບບ້ານໂຮ່ເກັດທັງເຮັດອາຊີບຫັດຖະກຳທັງສອນພໍ່ແມ່ພີ່ນ້ອງຊາວບ້ານປະກອບອາຊີບເຮັດເຄື່ອງຈັກສານແລະໄດ້ ສາມາດເສີມຂະຫຍາຍອາຊີບຫັດຖະກຳນີ້ ຂອງຊາວບ້ານຕົນ. ໂຮ່ເກັດໃຫ້ຮູ້ວ່າ:

      “ເຮົາກໍ່ບໍ່ໂຊກດີທີ່ເປັນຄົນພິການ ແຕ່ດ້ວຍຄວາມມານະພະຍາຍາມຂອງຕົນເອງ ແລະພະຍາຍາມຮ່ຳຮຽນເອົາວິຊາຊີບເພື່ອຫາເງິນລ້ຽງຊີບມາຮອດປັດຈຸບັນອາຊີບເຮັດເຄື່ອງຈັກສານຂອງຕົນ ສາມາດສ້າງລາຍໄດ້ເປັນປົກກະຕິເພື່ອຊ່ວຍລູກແລະເມຍທັງສອນອາຊີບເຮັດເຄື່ອງຈັກສານໃຫ້ພໍ່ແມ່ພີ່ນ້ອງຊາວບ້ານແຫ່ງນີ້”.

    ເພື່ອຊ່ວຍຈຳໜ່າຍຜະລິດຕະພັນໄດ້, ໂຮ່ເກັດເພີ່ມທະວີການເຊື່ອມຕໍ່ ກັບພວກພໍ່ຄ້າຊາວຂາຍແລະຜ່ານສື່ສັງຄົມອອນລາຍຄືເຟດບຸກ, ຊາໂຊເພື່ອຈ່າວຂາຍຜະລິດຕະພັນເຄື່ອງຈັກສານຂອງຕົນຄືພາເຂົ້າ, ກະພາ, ກະຕ່າ, ຕິບເຂົ້າ... ບັນດາຜະລິດຕະພັນຂອງໂຮ່ເກັດ ທີ່ຜະລິດອອກນັ້ນລ້ວນແຕ່ໄດ້ຮັບການຕີລາຄາສູງຈາກລູກຄ້າແລະໄດ້ຖືກຂາຍດີໃຫ້ແກ່ລູກຄ້າທັງຢູ່ພາຍໃນແລະຕ່າງແຂວງນັບທັງແຂກທ່ອງທ່ຽວຕ່າງປະເທດອີກດ້ວຍ. ອ້າຍໂຮ່ທາວ ເລຂາຄະນະຊາວໜຸ່ມຕາແສງຈ້ອງຮວ໊າ ເມືອງມິງຮວ໊າໃຫ້ຮູ້ວ່າ:

    “ໂຮ່ເກັດໄດ້ບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກແລະອາດຈະເວົ້າວ່າໂຮ່ເກັດ ແມ່ນແບບຢ່າງທີ່ດີເດັ່ນ. ໂດຍແມ່ນຄົນພິການປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ຍາມໃດກໍ່ສູ້ຊົນແລະກາຍເປັນແບບຢ່າງເພື່ອໃຫ້ສະມາຊິກຊາວໜຸ່ມອື່ນໆຮຽນຕາມ”.

     ໂດຍຕັ້ງທັບໃນບໍລິເວນຕາແສງຈ້ອງຮວ໊າ ເມືອງ ມິງຮວ໊າ ພະນັກງານນັກຮົບປ້ອມປ້ອງກັນຊາຍແດນນຣາມາຍໄດ້ໃຫ້ການໜູນຊ່ວຍຄອບຄົວໂຮ່ເກັດຢ່າງເປັນປະຈຳຄືໄດ້ຊ່ວຍລາວສ້ອມແປງເຮືອນຊານ,ຊ່ວຍກິດຈະກຳນ້ຳສະອາດ. ພັນຕີ ກາວຊວັນແຮວັ່ງ ກຳມະການການເມືອງ ຮອງຫົວໜ້າປ້ອມປ້ອງກັນຊາຍແດນ ຣາມາຍ ກຳລັງປ້ອງກັນຊາຍແດນແຂວງກວ໋າງບິ່ງໃຫ້ຮູ້ວ່າ:

     “ຄະນະຊາວໜຸ່ມປ້ອມປ້ອງກັນຊາຍແດນຣາມາຍໄດ້ສົມທົບກັບຄະນະຊາວໜຸ່ມຕາແສງ ເຄີຍລະດົມກຳລັງໃຈຍື້ນຍາມຖາມຂ່າວຢ່າງເປັນປະຈຳເຊິ່ງເປັນການຊ່ວຍບັນເທົາຄວາມບົ່ມດ້ອຍໃນຊີວິດຂອງໂຮ່ເກັດ. ເຖິງວ່າເປັນຄົນພິການກໍ່ຕາມແຕ່ ໂຮ່ເກັດໄດ້ມີເຈດຈຳນົງບືນຕົວຂຶ້ນໃນຊີວິດດ້ວຍການປະກອບອາຊີບເຮັດເຄື່ອງຈັກສານ”.

    ດ້ວຍມານະຈິດແລະເຈດຈຳນົງບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ, ໂຮ່ເກັດໄດ້ຮັບກຽດກາຍເປັນໜຶ່ງໃນຈຳນວນຊາວໜຸ່ມພິການດີເດ່ັນ 50 ຄົນໃນທົ່ວປະເທດ ເຊິ່ງໄດ້ຮັບໃບຍ້ອງຍໍແລະເຊີດຊູໃນລາຍການ “ມານະຈິດຫວຽດນາມ” ປີ 2022 ຈາກສູນກາງສະຫະພັນຊາວໜຸ່ມ ຫວຽດນາມ. ນອກຈາກນັ້ນໂຮ່ເກັດຍັງໄດ້ຮັບໃບຍ້ອງຍໍຈາກສະມາຄົມເພື່ອການພັດທະນາຂອງຄົນພິການແຂວງກວ໋າງບິ່ງຍ້ອນໄດ້ຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມແລະຊຸກຍູ້ສິດຂອງຄົນພິການ.

ຕອບກັບ

ຂ່າວ/ບົດ​ອື່ນ