ອ້າຍຄູທີ່ທຸກຍາກ ແລະ ຈິດໃຈຮັກແພງນັກຮຽນ ເຂດບັນດາເຜົ່າສ່ວນໜ້ອຍ

(VOVWORLD) -ໂດຍໄດ້ຕິດພັນກັບໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນເຈື໋ອງໂຕ໋ ທີ່ຕາແສງ ອີອາເຮີດິງ ເມືອງ ກືເມີກາ ແຂວງ ດັກລັກ ເປັນເວລາກວ່າ 20 ປີ, ອ້າຍຄູ ເລືອງຫຶວຫ໋າຍ ເຖິງວ່າແມ່ນຜູ້ທຸກຍາກກໍ່ຕາມ ແຕ່ໄດ້ຊ່ວຍໃຫ້ນັກຮຽນທີ່ທຸກຍາກນັບຮ້ອຍຄົນ ບໍ່ຕ້ອງປະຮຽນ. ບໍ່ພຽງແຕ່ສອນໜັງສືເທົ່ານັ້ນ ອ້າຍຄູຍັງຊ່ວຍພວກນ້ອງນັກຮຽນຢູ່ເຂດຫ່າງໄກ ມີບ່ອນພັກເຊົາໂດຍບໍ່ເສຍຄ່າ, ຂົນຂວາຍການຊ່ວຍເຫຼືອເຄື່ອງນຸ່ງ ປຶ້ມ, ລົດຖີບ ໃຫ້ພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ, ຮັບອຸປະກາລະໃຫ້ແກ່ບັນດານັກຮຽນທີ່ມີສະພາບຫຍຸ້ງຍາກພິເສດ ຊ່ວຍພວກນ້ອງໄປໂຮງຮຽນ ເພື່ອຫລໍ່ລ້ຽງຄວາມໃຝ່ຝັນ. 
ອ້າຍຄູທີ່ທຸກຍາກ ແລະ ຈິດໃຈຮັກແພງນັກຮຽນ ເຂດບັນດາເຜົ່າສ່ວນໜ້ອຍ - ảnh 1ອ້າຍຄູ ເລືອງຫຶວຫ໋າຍ ພວມສອນນັກຮຽນ

    ແຕ່ຫຼາຍປີມານີ້, ແຖວເຮືອນພັກເຊົາ ຕັ້ງຢູ່ສຸດທາງຮ່ອມໃນບ້ານ ອີອາຊາງ ຕາແສງ ອີອາເຮີດິງ ເມືອງ ກືເມີກາ ແຂວງ ດັກລັກ ໄດ້ກາຍເປັນຊາຍຄາທີ່ອົບອຸ່ນຂອງພວກນ້ອງນັກຮຽນ ຊາວເຜົ່າສ່ວນໜ້ອຍທີ່ທຸກຍາກ. ແຖວເຮືອນພັກເຊົາໂດຍອ້າຍຄູ ເລືອງຫຶວຫ໋າຍ ສອນພາສາ ອັງກິດ ຮັບຜິດຊອບກອງເຍົາວະຊົນໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນເຈື໋ອງໂຕ໋  ໄດ້ເຊົານັ້ນ, ບໍ່ພຽງແຕ່ແມ່ນບ່ອນຢູ່ໂດຍບໍ່ເສຍຄ່າສຳລັບນັກຮຽນທີ່ທຸກຍາກ 30 ຄົນເທົ່ານັ້ນ ຫາກຍັງແມ່ນບ່ອນເພື່ອໃຫ້ອ້າຍຄູສອນພາສາ ອັງກິດ ໂດຍບໍ່ເກັບຄ່າໃຫ້ນັກຮຽນປະມານ 150 ຄົນທີ່ມີສະພາບຫຍຸ້ງຍາກ. ນ້ອງ ເຮີບາຊູດີໂມໂລ ແບ່ງປັນວ່າ:

     “ຄອບຄົວນ້ອງປະສົບກັບຄວາມຫຍຸ້ງຍາກທີ່ສຸດ ພໍ່ແມ່ຂອງນ້ອງຕ້ອງໄປເຮັດວຽກຢູ່ໄກ. ສອງເອື້ອຍນ້ອງຕ້ອງຢູ່ນຳປູ່ຍ່າ. ນ້ອງໄດ້ຮັບການຊ່ວຍເຫຼືອຂອງອ້າຍຄູ ຫ໋າຍ ຈາກການກິນການນຸ່ງຖື ນ້ອງກໍ່ຮູ້ບຸນຄຸນທີ່ສຸດ. ນ້ອງຈະພະຍາຍາມຮ່ຳຮຽນໃຫ້ສົມກັບການເບິ່ງແຍງ ຊ່ວຍເຫຼືອຂອງອ້າຍຄູ”.

      ໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນເຈື໋ອງໂຕ໋ ກໍ່ແມ່ນໂຮງຮຽນຢູ່ເຂດບັນເຜົ່າສ່ວນໜ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ແຫ່ງນີ້ ກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ເມື່ອເວົ້າເຖິງບັນດາວຽກງານຂອງຕົນ ອ້າຍຄູ ເລືອງຫຶວຫ໋າຍ ເວົ້າຄວາມໃນໃຈສູ່ຟັງວ່າ:

      “ຂ້າພະເຈົ້າເອງກໍ່ໄດ້ຕິດພັນກັບດິນແດນ ເຕິຍງວຽນ ນັບແຕ່ເວລາຮຽນຫ້ອງ ປໍ3 ປໍ4. ກ່ອນນັ້ນ, ຂ້າພະເຈົ້າກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຮ່ຳຮຽນ. ເມື່ອໄດ້ຮັບການຊ່ວຍເຫຼືອຈາກອ້າຍເອື້ອຍຄູ, ໝູ່ເພື່ອນ. ເມື່ອຂ້າພະເຈົ້າກັບຄືນມານີ້ເປັນອ້າຍຄູ ຂ້າພະເຈົ້າຄິດວ່າຕ້ອງເຮັດສິ່ງໃດສິ່ງໜຶ່ງເພື່ອຕອບບຸນແທນຄຸນຕໍ່ອ້າຍເອື້ອຍຄູ ທີ່ໄດ້ເຄີຍສິດສອນເຮົາ. ແລະ ພິເສດຢູ່ແຫ່ງນີ້ແມ່ນເຂດບັນດາເຜົ່າສ່ວນໜ້ອຍ ດັ່ງນັ້ນພວກນ້ອງນັກຮຽນເຄີຍປະຮຽນຢ່າງຫຼວງຫຼາຍ. ສະນັ້ນຂ້າພະເຈົ້າເຫັນວ່າ ເຮົາຕ້ອງມີຄວາມຮັບຜິດຊອບສ່ວນໃດສ່ວນໜຶ່ງ ເພື່ອໜູນຊ່ວຍພວກນ້ອງນັກຮຽນໄປໂຮງຮຽນເປັນປົກກະຕິ”.

      ທ່ານ ບຸ່ຍດິ່ງຖາວ ຫົວໜ້າອຳນວຍການໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນເຈື໋ອງໂຕ໋ ໃຫ້ຮູ້ວ່າ ຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ຫ່າງໄກສອກຫລີກນີ້, ຄູສອນແຕ່ລະຄົນບໍ່ພຽງແຕ່ສິດສອນນັກຮຽນເທົ່ານັ້ນ ຫາກຍັງມີໜ້າທີ່ຂົນຂວາຍຊ່ວຍເຫຼືອນັກຮຽນໃຫ້ບໍ່ປະຮຽນ. ຫຼາຍປີມານີ້ອ້າຍຄູ ຫ໋າຍ ຍາມໃດກໍ່ແມ່ນຄູສອນທີ່ເປັນແບບຢ່າງນຳໜ້າປະຕິບັດໜ້າທີ່. ທ່ານ ບຸ່ຍດິ່ງທ໋າວ ໃຫ້ຮູ້ວ່າ:

     “ໃນຊຸມປີທີ່ຜ່ານມາ ອ້າຍຄູ ເລືອງຫຶວຫ໋າຍ ໄດ້ມີບັນດາການເຄື່ອນໄຫວລະອຽດ ພິເສດໃນວຽກງານໂຄສະນາຂົນຂວາຍໜູນຊ່ວຍພື້ນຖານດ້ານວັດຖຸ ໃຫ້ພວກນ້ອງນັກຮຽນ ພິເສດແມ່ນນັກຮຽນທີ່ທຸກຍາກ ຜ່ານຜ່າຄວາມຫຍຸ້ງຍາກ ໃນບໍລິເວນຕາແສງ ອີອາເຮີດິງ ເວົ້າລວມ ແລະ ໂຮງຮຽນ ຫງວຽນເຈື໋ອງໂຕ໋ ເວົ້າສະເພາະ.  ອ້າຍຄູ ຫ໋າຍ ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ລາວຢູ່ປ່ຽວຕ້ອງເຊົ່າເຮືອນຢູ່. ອ້າຍຄູ ຫ໋າຍ ໄດ້ເລືອກເອົາເຂດເຮືອນລວມນ້ອຍໆນີ້ ເພື່ອໜູນຊ່ວຍພວກນ້ອງນັກຮຽນທີ່ທຸກຍາກ ບໍ່ມີບ່ອນພັກເຊົາ”.

      ແຕ່ລະປີ ອ້າຍຄູ ຫ໋າຍ ໄດ້ໜູນຊ່ວຍຂົນຂວາຍນັກຮຽນປະມານ 30 ຄົນທີ່ໄດ້ປະຮຽນໃຫ້ກັບຄືນໂຮງຮຽນຄືນໃໝ່. ແຕ່ຕົ້ນສົກຮຽນມານີ້ ອ້າຍຄູ ຫ໋າຍ ໄດ້ຊ່ວຍເຫຼືອປຶ້ມແບບຮຽນນັບພັນຫົວ ພ້ອມກັບເຄື່ອງນຸ່ງ, ລົດຖີບ... ລວມມູນຄ່າເກືອບ 200 ລ້ານດົ່ງ ເພື່ອໜູນຊ່ວຍນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານ ຫງວຽນຫິວເຢິດ ປະທານຄະນະກຳມະການປະຊາຊົນ ຕາແສງ ອີອາເຮີດິງ ໃຫ້ຮູ້ວ່າ:

       “ດ້ວຍບັນດາການເຄື່ອນໄຫວເຊື່ອມຕໍ່ກັບບັນດາສະໂມສອນ ແຫ່ງຄວາມຮັກແພງທັງຢູ່ພາຍໃນ ແລະ ຕ່າງແຂວງ, ອ້າຍຄູໄດ້ສຸມໃສ່ສຳຫຼວດກວດກາພວກນ້ອງນັກຮຽນ ຊາວເຜົ່າສ່ວນໜ້ອຍປະສົບກັບຄວາມຫຍຸ້ງຍາກກ່ຽວກັບປຶ້ມ, ອຸປະກອນການຮຽນ ແລ້ວກໍ່ຮຽກຮ້ອງໃຫ້ການຊ່ວຍເຫຼືອ ເພື່ອການກຸສົນຈາກຫຼາຍພາກສ່ວນ. ໃນວຽກງານຕ້ານໂຄວິດ - 19 ໃນບໍລິເວນໃນໄລຍະທີ່ຜ່ານມາ ອ້າຍຄູກໍ່ເຊື່ອມຕໍ່ກັບບັນດາຜູ້ໃຈບຸນໃຈກຸສົນ ໃຫ້ການຊ່ວຍເຫຼືອເປົ້າໝາຍທີ່ທຸກຍາກ”.

      ດ້ວຍຄວາມຮັກແພງຂອງຕົນ, ອ້າຍຄູ ຫ໋າຍ ໄດ້ລືມວຽກງານສ່ວນຕົວ ເພື່ອຊ່ວຍເຫຼືອພວກນ້ອງນັກຮຽນນັບຮ້ອຍຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ ພວມຫລໍ່ລ້ຽງຄວາມໃຝ່ຝັນໄປໂຮງຮຽນ ກາຍເປັນຜູ້ທີ່ມີປະໂຫຍດຕໍ່ສັງຄົມ. 

ຕອບກັບ

ຂ່າວ/ບົດ​ອື່ນ