ຫງວຽນຮວ່າງຕວນທະຫານລາດສຸດຈິດສຸດໃຈຕໍ່ວຽກງານຕ້ານໂຄວິດ - 19.

(VOVWORLD) -ອ້າຍ ຫງວຽນຮວ່າງຕວນ ຫົວໜ້າໝວດທະຫານລາດປປະຈຳການ ກອງບັນຊາການທະຫານນະຄອນ ກ່າເມົາ ໃນຊຸມປີທີ່ຜ່ານມາ ຍາມໃດກໍ່ມາຍະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອເຮັດສຳເລັດບັນດາໜ້າທີ່ ຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ. ໄລຍະມໍ່ໆມານີ້ ເມື່ອໄດ້ຮັບບັນດາໜ້າທີ່ປ້ອງກັນຕ້ານໂລກລະບາດໂຄວິດ - 19, ອ້າຍ ຕວນ ຍາມໃດກໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຕ້ານໂລກລະບາດ ໃນແຂວງ ກ່າເມົາ
ຫງວຽນຮວ່າງຕວນທະຫານລາດສຸດຈິດສຸດໃຈຕໍ່ວຽກງານຕ້ານໂຄວິດ - 19. - ảnh 1ອ້າຍຫງວຽນຮວ່າງຕວນ ຍາມໃດກໍເຮັດຫຼ້ອນໜ້າທີ່ໄດ້ຮັບມອບໝາຍ

    ເມື່ອໂລກລະບາດໂຄວິດ - 19 ໄດ້ເລີ່ມຜັນແປຢ່າງສັບສົນນັບແຕ່ເດືອນ ພຶດສະພາເປັນຕົ້ນມາ  ອ້າຍ ຫງວຽນຮວ່າງຕວນ ຫົວໜ້າໝວດທະຫານລາດປະຈຳການ ກອງບັນຊາການທະຫານນະຄອນ ກ່າເມົາ ຍາມໃດກໍ່ໄດ້ເຂົ້າຮ່ວມວຽກງານປ້ອງກັນສະກັດກັ້ນໂລກລະບາດຂອງກົມກອງ. ນອກຈາກປະຕິບັດໜ້າທີ່ໃນເຂດແຍກຕົວ, ລາວກໍ່ໄດ້ເວນຍາມຢູ່ຕາມຈຸດກວດກາ. ໂດຍແມ່ນທະຫານຂອງກຳລັງສຳຮອງ, ອ້າຍ ຕວນ ຍາມໃດກໍ່ກຽມພ້ອມຮັບໃຊ້ທຸກວຽກງານ ເມື່ອກົມກອງມີຄວາມຕ້ອງການ. ອ້າຍ ຕວນ ແບ່ງປັນວ່າ:

       “ໂດຍໄດ້ຮັບການມອບໝາຍຈາກການນຳ ໃຫ້ປະຕິບັດວຽກງານປ້ອງກັນຕ້ານໂຄວິດ - 19, ຂ້າພະເຈົ້າໄດ້ກຳນົດວ່າ ນີ້ແມ່ນໜ້າທີ່ສຳຄັນທີ່ສຸດຕ້ອງຕ້ານໂລກລະບາດຄືດັ່ງຕ້ານສັດຕູ ຈາກນັ້ນກໍ່ໄດ້ກຳນົດແຈ້ງເປົ້າໝາຍ ແລະ ຍົກສູງຈິດໃຈຄວາມຮັບຜິດຊອບ ເພື່ອເຮັດຫຼອນໜ້າທີ່. ກ່ອນນີ້ປະຕິບັດໜ້າທີ່ລາດຕະເວນ ກວດກາສາທາລະນະສຸດ ແລ້ວກໍ່ເຮັດອະນາໄມຊີດຢາຂ້າເຊື້ອຊ່ວຍໜູນປະຊາຊົນ ຢູ່ເຂດຖືກຈຳກັດບໍລິເວນ. ນອກຈາກນັ້ນຍັງໄດ້ຮັບໃຊ້ທາງດ້ານສະບຽງອາຫານໃຫ້ແກ່ກົມກອງ  ແລະ ຢູ່ບັນດາເຂດແຍກຕົວລວມສູນ”.

      ໃນໄລຍະທີ່ຜ່ານມາ ອ້າຍ ຕວນ ໄດ້ເຂົ້າຮ່ວມການກະກຽມເຂດແຍກຕົວລວມສູນສອງແຫ່ງ, ເວນຍາມຢູ່ຈຸດກວດກາ ແລະ ຮັບໃຊ້ຢູ່ເຂດແຍກຕົວລວມສູນເປັນເວລາກວ່າ 2 ເດືອນ ແລະ ໄດ້ເຂົ້າຮ່ວມບັນດາວຽກງານຕ້ານໂລກລະບາດອື່ນໆອີກ. ກະໂຕລາວເອງ ຍາມໃດກໍ່ເສີມຂະຫຍາຍບົດບາດເປັນແບບຢ່າງນຳໜ້າ ໃນການປະຕິບັດບັນດາມາດຕະການຕ້ານໂລກລະບາດ ປະກອບສ່ວນຫຼຸດຜ່ອນຄວາມສ່ຽງ ການແຜ່ລະບາດຂອງພະຍາດໂຄວິດ - 19. ອ້າຍ ຕວນ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າໄດ້ໂຄສະນາ ເພື່ອໃຫ້ປະຊາຊົນປະຕິວັດຕາມລະບຽບປ້ອງກັນຕ້ານໂລກລະບາດຢູ່ທ້ອງຖິ່ນເປັນຢ່າງດີ, ປະຊາຊົນມີສະຕິຄວາມຮັບຮູ້ດີກວ່າ ແລະ ໄດ້ປະຕິບັດມາດຕະການປ້ອງກັນ 5 ປະການເປັນຢ່າງດີ. ນອກຈາກນັ້ນກໍ່ຍັງຂົນຂວາຍ ບັນດາຜູ້ຢູ່ໃນເຂດແຍກຕົວຈົ່ງມີຄວາມອຸ່ນອ່ຽນໃຈ ເຊື່ອໝັ້ນປະຕິບັດຕາມລະບຽບການປ້ອງກັນ ແລະ ຕ້ານໂລກລະບາດເປັນຢ່າງດີ. ຂ້າພະເຈົ້າເຫັນວ່າ ມີປະຊາຊົນສ່ວນໜຶ່ງ ກໍ່ຍັງບໍ່ທັນມີຈິດໃຈຄວາມຮັບຜິດຊອບສູງ. ຈາກນັ້ນກໍ່ໄດ້ໂຄສະນາຂົນຂວາຍໃຫ້ແກ່ປະຊາຊົນ ມີສະຕິຄວາມຮັບຮູ້ຫຼາຍກວ່າອີກ ເພື່ອຍູ້ຖອຍໂລກລະບາດ ໃນບໍລິເວນແຂວງ ກ່າເມົາ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມໃຫ້ຖອຍໄປໂດຍໄວ”.

     ດ້ວຍບົດບາດແມ່ນຫົວໜ້າໝວດທະຫານລາດປະຈຳການ, ອ້າຍ ຕວນ ຍັງໂຄສະນາໃຫ້ແກ່ພະນັກງານ ນັກຮົບໃນກົມກອງເປັນປະຈຳ ເພື່ອຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບເນື້ອໃນຈິດໃຈຊີ້ນຳຂອງລັດ ລັດຖະບານໃນວຽກງານຕ້ານໂຄວິດ - 19 ກໍ່ຄືໜ້າທີ່ຂອງກົມກອງ. ພັນຕີ ຫງວຽນເຈື່ອງລາມ ຮອງກຳມະການການເມືອງ ກອງບັນຊາການທະຫານນະຄອນ ກ່າເມົາ ໃຫ້ຮູ້ວ່າ:

      “ເມື່ອຍ້າຍມາປະຕິບັດວຽກງານເປັນທະຫານລາດປະຈຳການ, ກ່ຽວກັບວຽກງານຄຸ້ມຄອງຝຶກແອບ ສັງເກດລວມແລ້ວ, ສະຫາຍໄດ້ປະຕິບັດເປັນຢ່າງດີທີ່ສຸດ. ເມື່ອປະຕິບັດໜ້າທີ່ ລາວຍາມໃດກໍ່ຮັບຜົນງານສູງ ຍາມໃດກໍ່ເປັນແບບຢ່າງໃນບັນດາວຽກງານທີ່ໄດ້ຮັບມອບໝາຍ. ເມື່ອໄດ້ຮັບມອບໝາຍໜ້າທີ່ປ້ອງກັນ ຕ້ານໂລກລະບາດ ໃນເບື້ອງຕົ້ນກໍໄດ້ເຂົ້າຮ່ວມເວນຍາມຢູ່ຕາມເຂດຈຳກັດບໍລິເວນ ຫຼັງຈາກນັ້ນ ກໍ່ໄດ້ເວນຍາມຢູ່ຕາມຈຸດກວດກາ ອ້າຍ ຕວນ ປະຕິບັດເປັນຢ່າງດີທີ່ສຸດ ລາວມີຄວາມຫ້າວຫັນ ພ້ອມກັບບັນດາສະຫາຍ ເພື່ອນຮ່ວມກົມກອງ ຍາມໃດກໍ່ປະຕິບັດສຳເລັດບັນດາໜ້າທີ່ເຊິ່ງຂັ້ນເທິງໄດ້ມອບໝາຍໃຫ້”.

        ໃນໄລຍະປະຕິບັດບັນດາໜ້າທີ່ວຽກງານ, ອ້າຍ ຕວນ ບໍ່ຫວາດຫວັ່ນຕໍ່ຄວາມລຳບາກກາກກຳ ເພື່ອບັນລຸບັນດາໝາກຜົນສູງສຸດ. ພິເສດໃນວຽກງານປ້ອງກັນຕ້ານໂລກລະບາດ. ບັນດາວຽກງານຂອງ ອ້າຍໄດ້ປະກອບສ້າງຮູບພາບ ອ້າຍທະຫານລຸງ ໂຮ່ ທີ່ດີງາມກວ່າ ໃນສາຍຕາຂອງປະຊາຊົນ. ຫວ່າງແລ້ວນີ້ ອ້າຍ ຕວນ ມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍຈາກກະຊວງປ້ອງປະເທດ ຍ້ອນມີຜົນງານໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ