ຫງວຽນຢຸຍແອັງ- ອ້າຍບ່າວປຸກລຸກການເຄື່ອນໄຫວກຸສົນ ໂດຍສະໜັກໃຈຢູ່ທຸກແຫ່ງ

(VOVWORLD) -ໂລກລະບາດໂຄວິດ - 19 ລະເບີດຂຶ້ນຄືນໃໝ່ເປັນຮອບທີສີ່ ອັນໄດ້ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນຖືກຕ່າວປີ້ນແລະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນຕະຫຼອດໄລຍະເກີດໂລກລະບາດຫງວຽນຢຸຍແອັງເກີດປີ 1995 ແມ່ນພະນັກງານໜ່ວຍປ້ອງກັນຕ້ານອາຊະຍາກຳຕຳຫຼວດຕາແສງລອງຮ່ວາເມືອງບິ່ງຖຸ໋ຍແຂວງເກິ່ນເທີໄດ້ນຳໃຊ້ ຊາໂລຄອນເນັກ ເຊື່ອມຕໍ່ແຕ່ລະທີ່ຢູ່ ເພື່ອນຳເຄື່ອງຂອງທີ່ຈຳເປັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ.ຄວາມກະຕືລືລົ້ນຂອງຢຸຍແອັງໄດ້ດຶງດູດບັນດາຜູ້ໃຈບຸນໃຈກຸສົນຫົວໜ່ວຍຕ່າງໆ ຮ່ວມແຮງຮ່ວມໃຈເຄື່ອນໄຫວເພື່ອການກຸສົນໂດຍສະໝັກໃຈເພື່ອຊ່ວຍເຫຼືອພໍ່ແມ່ພີ່ນ້ອງຫຼາຍຄົນ.
ຫງວຽນຢຸຍແອັງ- ອ້າຍບ່າວປຸກລຸກການເຄື່ອນໄຫວກຸສົນ ໂດຍສະໜັກໃຈຢູ່ທຸກແຫ່ງ - ảnh 1ຫງວຽນຢຸຍແອັງ- ອ້າຍບ່າວປຸກລຸກການເຄື່ອນໄຫວກຸສົນໂດຍສະໜັກໃຈຢູ່ທຸກແຫ່ງ

    ແຕ່ລະວັນຫງວຽນຢຸຍແອັງກໍ່ລ້ວນແຕ່ເຂົ້າ ຊາໂລຄອນເນັກ ເພື່ອເບິ່ງຂໍ້ມູນຂ່າວສານແລະຈົດຊື່ບັນດາຜູ້ພວມປະສົບກັບຄວາມຫຍຸ້ງຍາກຕ້ອງການຊ່ວຍໜູນໃນບໍລິເວນເກິ່ນເທີແລະພະນັກງານຕຳຫຼວດຮາກຖານຢູ່ຕາແສງລອງຮວ່າ,ຢຸຍແອັງ ເຂົ້າໃຈແຈ້ງກ່ຽວກັບສະພາບຊາວທ້ອງຖິ່ນໃນໄລຍະເກີດໂລກລະບາດແມ່ນບໍ່ພຽງແຕ່ຕ້ອງຮັກສາສຸຂະພາບເທົ່ານັ້ນຫາກຍັງຕ້ອງການອາຫານເພື່ອມີຊີວິດອີກດ້ວຍ. ການນຳໃຊ້ເຕັກໂນໂລຊີແມ່ນວິທີແທດຈິງ ມີປະສິດທິຜົນທີ່ສຸດເພື່ອຊ່ວຍໜູນພໍ່ແມ່ພີ່ນ້ອງ ກ່ຽວກັບເຄື່ອງຂອງທີ່ຈຳເປັນໃນການດຳລົງຊີວິດ. ຫງວຽນຢຸຍແອັງເວົ້າວ່າ:

      “ຜ່ານການນຳໃຊ້ ຊາໂລ, ເຮົາກໍ່ສາມາດຈຳກັດການຕິດຕໍ່ພົວພັນໂດຍກົງກັບພໍ່ແມ່ນພີ່ນ້ອງ,ສາມາດແບ່ງປັນໃນພາຍຫຼັງຫຼືກ່ອນທີ່ຈະມອບຂອງຂວັນ, ຊອກຮູ້ກ່ຽວກັບສະພາບຂອງເຂົາເຈົ້າ, ບໍ່ສຳຜັດກັບພໍ່ແມ່ພີ່ນ້ອງ, ພຽງແຕ່ຊ່ວຍໜູນແບບວາງຂອງຂັວນຢູ່ໜ້າປະຕູເພື່ອໃຫ້ພໍ່ແມ່ພີ່ນ້ອງໄປເອົາເອງເທົ່ານັ້ນ”.

  ດ້ວຍວິທີນຳໃຊ້ກຳລັງແຮງທີ່ມີມາແຕ່ດົນນານ ຈາກຊື່ສັງຄົມຕ່າງໆຄືເຟດບຸກ, ຊາໂລ,ຫງວຽນຢຸຍແອັງໄດ້ແບ່ງປັນກ່ຽວກັບການເຄື່ອນໄຫວກຸສົນຂອງຕົນ ແລະບໍ່ຮູ້ວ່ານັບແຕ່ເວລາໃດ ລາວໄດ້ກາຍເປັນຂົວເຊື່ອມຕໍ່ລະຫວ່າງບັນດາປະຊາຊົນກັບບັນດາສ່ວນບຸກຄົນ, ຫົວໜ່ວຍ, ຜູ້ໃຈບຸນໃຈກຸສົນ. ເມື່ອໄດ້ຮັບຂອງຂວັນ, ບາງຄົນຢູ່ຕາແສງລອງຮວ່າເມືອງບິ່ງຖຸ໋ຍນະຄອນເກິ່ນເທີແບ່ງປັນວ່າ:

    “ຂອບໃຈນຳພວກອ້າຍຕຳຫຼວດເຊິ່ງໄດ້ມີຄວາມກະຕືລືລົ້ນແລະເອົາໃຈໃສ່ຕໍ່ກັບທີ່ປະສົບກັບຄວາມຫຍຸ້ງຍາກ. ບໍ່ແມ່ນວ່າພວກອ້າຍຕຳຫຼວດໃຫ້ຂອງຂວັນເຮົາເຮົາຈຶ່ງເວົ້າເຊັ່ນນັ້ນດອກ”.

  “ໂດຍໄດ້ຮັບເຄື່ອງຂອງທີ່ຈຳເປັນຈາກຜູ້ໃຈບຸນໃຈກຸສົນໃນທຸກມື້ເກີດໂລກລະບາດ, ຄອບຄົວຂອງຂ້າພະເຈົ້າຂໍຂອບໃຈຢ່າງຈິງໃຈ. ເຮົາກໍ່ບໍ່ຕ້ອງໄປຕະຫຼາດໜຶ່ງອາທິດເພາະວ່າປັດຈຸບັນການໄປຕະຫຼາດກໍ່ມີຄວາມຫຍຸ້ງຍາກຢູ່”.

 ໃນໄລຍະເກີດໂລກລະບາດນອກຈາກການສະຫຼະເວລາໄປຊ່ວຍປະຊາຊົນ, ຮ້ອຍຕີຫງວຽນຢຸຍແອັງຍັງຂ້ອງຄາກັບວຽກງານປ້ອງກັນຕ້ານອາຊະຍາກຳຂອງສຳນັກງານ. ລາວໄດ້ເຂົ້າຮ່ວມຊ່ວຍໜູນການຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາສະຖານທີ່ເອົາຕົວຢ່າງວິໄຈຫາເຊື້ອ, ກວດກາຜູ້ເຂົ້າ-ອອກບໍລິເວນແລະວຽກງານອື່ນໆອີກຫຼາຍຢ່າງ. ບໍ່ພຽງແຕ່ພະນັກງານໜ່ວຍປ້ອງກັນຕ້ານອາຊະຍາກຳ,ຢຸຍແອັງໃນປັດຈຸບັນຍັງເປັນເລຂາໜ່ວຍຊາວໜຸ່ມຕຳຫຼວດຕາແສງລອງຮວ່າເມືອງບິ່ງຖຸ໋ຍ. ຄວາມກະຕືລືລົ້ນຂອງຊາວໜຸ່ມຍາມໃດກໍ່ກະຕຸກຊຸກຍູ້ ຢຸຍແອັງດຳລົງຊີວິດແລະອຸທິດສ່ວນເພື່ອວົງຄະນາຍາດ. ພັນຈັດຕະວາເຈິ່ນກວກຈວ່ຽນຫົວໜ້າຕຳຫຼວດຕາແສງລອງຮວ່າເມືອງບິ່ງຖຸ໋ຍນະຄອນເກິ່ນເທີໃຫ້ຮູ້ວ່າ:

 “ກອງບັນຊາການຕຳຫຼວດຕາແສງກໍ່ໄດ້ລະດົມໃຈສົ່ງເສີມພວກນ້ອງຊາວໜຸ່ມ ເຊິ່ງຕົ້ນຕໍແມ່ນສະຫາຍຢຸຍແອັງ ແມ່ນເລຂາໜ່ວຍຊາວໜຸ່ມເປັນເຈົ້າການໃນວຽກງານນີ້ ຂົນຂວາຍຜູ້ໃຈບຸນໃຈກຸສົນສະໜັບສຸໜູນຊ່ວຍເຫຼືອ. ຕຳຫຼວດຕາແສງຈະແບ່ງປັນຝາກຝັງຄວາມຮັກແພງອາລົມຈິດເຄື່ອງຂອງທີ່ຈຳເປັນໃຫ້ແກ່ພໍ່ແມ່ພີ່ນ້ອງໃນໄລຍະປະສົບກັບຄວາມຫຍຸ້ງຍາກ”.

    ຢຸຍແອັງປຽບເໝືອນແປວໄຟຊຸກຍູ້ການເຄື່ອນໄຫວກຸສົນໂດຍສະໝັກໃຈ.ຈາກຜູ້ໜຶ່ງວເຮັດແລ້ວກໍ່ເພີ່ມຂຶ້ນເປັນສອງຄົນເຮັດແລະທຸກໆກໍ່ຮ່ວມແຮງຮ່ວມໃຈເຮັດຕາມອັນໄດ້ສ້າງເປັນຂະບວນການເຊື່ອມຕໍ່ຄວາມຮັກແພງ. ກ່ຽວກັບການເຄື່ອນໄຫວໃນໄລຍະທີ່ຈະມາເຖິງຢຸຍແອັງເປີດເຜີຍວ່າ:

 “ໃນໄລຍະທີ່ຈະມາເຖິງພວກຂ້າພະເຈົ້າສືບຕໍ່ລົງໃກ້ຊິດຕິດແທດກັບບໍລິເວນເພື່ອໂຄສະນາແນະນຳໃຫ້ແກ່ພໍ່ແມ່ພີ່ນ້ອງ ປະຕິບັດບັນດາລະບຽບການກ່ຽວກັບການປ້ອງກັນຕ້ານໂລກລະບາດ, ການເອົາຕົວຢ່າງວິໄຈຫາເຊື້ອໃນຊຸມຊົນເພື່ອໃຫ້ພໍ່ແມ່ພີ່ນ້ອງປະຕິບັດຢ່າງວ່ອງໄວເພື່ອຍູ້ໂລກລະບາດໃຫ້ຖອຍໄປ”.

 ອ້າຍບ່າວຫງວຽນຢຸຍແອັງ  ຍັງພວມເຮັດວຽກຢ່າງສຸດໃຈເພື່ອເຄື່ອນໄຫວກຸສົນໂດຍສະໝັກໃຈ. ການກະທຳອັນສູງສົ່ງຂອງຢຸຍແອັງພ້ອມກັບເພື່ອນຮ່ວມກົມກອງ, ບັນດາຜູ້ໃຈບຸນໃຈກຸສົນໄດ້ກາຍເປັນແປວໄຟແຫ່ງຄວາມຫວັງຈະຍູ້ໂລກລະບາດຖອຍໄປໂດຍໄວແລະປະຊາຊົນກັບຄືນສູ່ຊີວິດປົກກະຕິແລະເບີກບານມ່ວນຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ