ສາສະດາຈານຫວູຄຽວ-ຜູ້ສ້າງພື້ນຖານໃຫ້ແກ່ການພັດທະນາ ຂອງຂະແໜງສັງຄົມວິທະຍາ ແລະ ປານີດວິທະຍາ ຫວຽດນາມ

(VOVWORLD) -        ນັກຮຽນຮູ້ທີ່ມີຄວາມເກັ່ງກ້າສາມາດ ປັນຍາຊົນທີ່ມີຊື່ສຽງຂອງ ຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ, ຜູ້ກໍ່ຕັ້ງພື້ນຖານໃຫ້ແກ່ການພັດທະນາຂອງຂະແໜງສັງຄົມວິທະຍາ ແລະ ປານີດວິທະຍາ ຫວຽດນາມ... ພ້ອມກັນນັ້ນ ກໍ່ຍັງມີຫຼາຍຖານະນາມອັນສູງສົ່ງອື່ນໆ ເຊິ່ງວົງການນັກຮຽນຮູ້ ແລະ ປະຊາຊົນໄດ້ສະຫງວນໃຫ້ແກ່ເພິ່ນ ເພື່ອເຕື້ອງເຖິງ ສາສະດາຈານ ຫວູຄຽວ ດ້ວຍຄວາມເຄົາລບນັບຖື. ສາສະດາຈານ ຫວູຄຽວ ມີຊື່ສຽງຍ້ອນຄວາມຮູ້ຮອບຕົວ ຈິດວິນຍານອັນດີງາມ ຄຸນລັກສະນະອັນສູງສົ່ງ ແລະ ຄວາມເມດຕາປານີ. ສາສະດາຈານ ໄດ້ສ້າງບັນດາກິດຈະກຳຄົ້ນຄວ້າອັນລ້ຳຄ່າໃນຫຼາຍຂົງເຂດໃຫ້ແກ່ປະເທດຊາດ
ສາສະດາຈານຫວູຄຽວ-ຜູ້ສ້າງພື້ນຖານໃຫ້ແກ່ການພັດທະນາ ຂອງຂະແໜງສັງຄົມວິທະຍາ ແລະ ປານີດວິທະຍາ ຫວຽດນາມ - ảnh 1ສາສະດາຈານ ຫວູຄຽວ

    ສາສະດາຈານ ຫວູຄຽວ ມີຊື່ແທ້ວ່າ ດັ້ງຫວູຄຽວ ເກີດວັນທີ 19 ກັນຍາ ປີ 1916 ຢູ່ບ້ານ ແຮັ່ງທ້ຽນ ຕາແສງ ຊວັນຮົ່ງ ເມືອງ ຊວັນເຈື່ອງ ເຊິ່ງແມ່ນດິນແດນສັກສິດໃຫ້ກຳເນີດບັນດາບຸກຄົນທີ່ມີຊື່ສຽງ ມີຄວາມເກັ່ງກ້າສາມາດ ແລະທັງແມ່ນເຂດມີມູນເຊື້ອອະລິຍະທຳ ແລະ ປະຕິວັດຂອງແຂວງ ນາມດິ້ງ. ໂດຍໄດ້ກຳເນີດໃນຄອບຄົວທີ່ທຸກຍາກ ແຕ່ດ້ວຍຈິດໃຈມັກການຮ່ຳຮຽນ ທ່ານໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກ ເພື່ອຊອກຫາເຖິງພູມປັນຍາ. ສາສະດາຈານ ຫວູຄຽວ ໄດ້ເຂົ້າຮ່ວມການເຄື່ອນໄຫວປະຕິວັດ ແລະ ເຄື່ອນໄຫວໃນຂົງເຂດຕ່າງໆ ຄື ວຽກງານພັກ, ຂົນຂວາຍປະຊາຊົນ, ອຳນາດການປົກຄອງ, ກອງທັບ ແລະ ການພົວພັນການຕ່າງປະເທດ... ບໍ່ພຽງແຕ່ເປັນນັກຮົບໃນແນວຮົບແນວຄິດເທົ່ານັ້ນ ສາສະດາຈານຍັງແມ່ນນັກຮຽນຮູ້ຄົ້ນຄວ້າ ກ່ຽວກັບວັດທະນະທຳ ຫວຽດນາມ ແລະ ແມ່ນໜຶ່ງໃນບັນດາຜູ້ໄດ້ສ້າງພື້ນຖານໃຫ້ແກ່ການພັດທະນາຂອງຂະແໜງວິທະຍາສາດສັງຄົມ ຂອງ ຫວຽດນາມ.  ທ່ານແມ່ນຫົວໜ້າສະຖາບັນຄົນທຳອິດຂອງສະຖານບັນສັງຄົມວິທະຍາ ແມ່ນຜູ້ສ້າງພື້ນຖານໃຫ້ແກ່ການພັດທະນາຂອງຂະແໜງສັງຄົມວິທະຍາ ແລະ ຂະແໜງປານີດວິທະຍາ ຢູ່ ຫວຽດນາມ. ສາສະດາຈານ ຮວ່າງເຈືອງ ແບ່ງປັນວ່າ:

       “ພວກເຮົາມີຄວາມເອກອ້າງທະນົງໃຈ ເມື່ອປະເທດ ຫວຽດນາມ ໄດ້ມີນັກປັນຍາຊົນທີ່ມີຊື່ສຽງ, ນັກວັດທະນະທຳ ນັກປັດຊະຍາທີ່ມີຄວາມເກັ່ງກ້າ.  ນັ້ນແມ່ນບຸກຄົນແຖວໜ້າກ່ຽວກັບການຄົ້ນຄວ້າອະລິຍະທຳ ຫວຽດນາມ. ທ່ານຄົ້ນຄວ້າກ່ຽວກັບຄວາມງາມທາງດ້ານສິລະປະ, ຄວາມງາມນັ້ນຖືກສະແດງອອກຄືແນວໃດ, ຄວາມປານີດຄືແນວໃດ. ທ່ານສະມາດສະຫຼຸບໄດ້ ແລະ ແມ່ນຜູ້ພຽງຄົນດຽວທີ່ໄດ້ສິດສອນພາກວິຊານັ້ນໃຫ້ແກ່ບັນດານັກສິລະປິນ”.

          ໂດຍແມ່ນຜູ້ທີ່ມີຄຸນງາມຄວາມດີໃນການສ້າງຂະແໜງສັງຄົມວິທະຍາຢູ່ ຫວຽດນາມ, ທ່ານໄດ້ປະກອບສ່ວນ ສ້າງການພົວພັນທາງດ້ານຄຸນສົມບັດທີ່ສົດໃສ, ຄຸນທາດຄຸນສົມບັດອັນດີງາມ, ເສີມຂະຫຍາຍລັດທິວິລະຊົນປະຕິວັດໃນການຕໍ່ຕ້ານ ຕ້ານອາເມລິກາກູ້ຊາດ, ມຸ່ງໄປສູ່ວັນນະຄະດີ - ສິລະປະ ມຸ່ງໄປສູ່ຄວາມງາມ ສິ່ງທີ່ສູງສົ່ງ ຕຳນິວິຈານ ແລະ ຂະຈັດປັດເປົ່າອັນຊົ່ວຮ້າຍ. ມີຫຼາຍບົດປະພັນຂອງ ສາສະດາຈານ ຫວູຄຽວ ຍັງຄົງມີຄຸນຄ່າຄົ້ນຄວ້າເໝືອນເດີມຈົນຮອດວັນນີ້. ສາສະດາຈານ ຫວູຄຽວ ຍັງເປັນຜູ້ແຕ່ງປຶ້ມນັບ 100ຊຸດ ໃນຫຼາຍຂົງເຂດວິທະຍາສາດ.  ຈຳນວນບົດປະພັນໂດຍສາສະດາຈານໄດ້ຂຽນ ເປັນຜູ້ຮຽບຮຽງ ບັນນາທິການ ແລະ ໃຫ້ຄຳປຶກສາ ໄດ້ເຮັດໃຫ້ວົງການນັກວິທະຍາສາດຕ້ອງມີຄວາມເຄົາລົບນັບຖື. ວົງການນັກຮຽນຮູ້ຍັງມີຄວາມເຄົາລົບນັບຖື ສາສະດາຈານ ຫວູຄຽວ  ແມ່ນນັກຄົ້ນຄ້ວາ “ທັງລອງວິທະຍາ” ຍ້ອນທ່ານມີບັນດາກິດຈະກຳຄົ້ນຄວ້າ, ບົດປະພັນກ່ຽວກັບການສຶກສາ, ເສດຖະກິດ, ສາສະໜາ, ງານບຸນ, ກິດຈະກຳວັດທະນະທຳ... ຂອງດິນແດນ ທັງລອງ ນັບແຕ່ສະໄໝ ວັນລາງ- ເອົາຫຼາກ, ສະໄໝລາດຊະວົງຫຼີ, ເຈິ່ນ, ເລ, ຈິ້ງ, ຫງວຽນ ຕະຫຼອດຮອດວັນນີ້ ໃນນັ້ນຕ້ອງເຕື້ອງຖືກຊຸດປຶ້ມ “ອະລິຍະທຳທັງລອງ”  ມີຄວາມໜາ 2.400 ໜ້າ ເພື່ອຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 1.000 ປີ ແຫ່ງວັນທັງລອງ-ຮ່າໂນ້ຍ. ສາສະດາຈານ ຟອງເລ ອະດີດຫົວໜ້າສະຖາບັນວັນນະຄະດີ ຫວຽດນາມ ຖືວ່າ:

      “ສາສະດາຈານ ຫວູຄຽວ ແມ່ນໜຶ່ງໃນບັນດາຜູ້ມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບກົກເຄົ້າວັດທະນະທຳຂອງຊາດ, ຈາກນັ້ນທ່ານໄດ້ສະແດງອອກຜ່ານບັນດາຂົງເຂດຄື ວັນນະຄະດີ, ປະຫວັດສາດ, ປັດຊະຍາ, ປານີດວິທະຍາ, ແນວຄິດ ໂຮ່ຈີມິນ... ບັນດາບົດຂຽນ ບົດປະພັນຂອງສາສະດາຈານໄດ້ເຂົ້າສູ່ຈິດໃຈຂອງມະນຸດ ແລະ ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນ”.

       ດ້ວຍບັນດາການອຸທິດສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງຕົນ ສາສະດາຈານໄດ້ຮັບຫຼາຍລາງວັນ ແລະ ນາມມະຍົດອັນສູງສົ່ງຈາກພັກ ແລະ ລັດ ຫວຽດນາມ ຄື ລາງວັນໂຮ່ຈີມິນ, ນັກວິລະຊົນແຮງງານ ໄລຍະປ່ຽນແປງໃໝ່ ປີ 2000, ຫຼຽນໄຊເອກະລາດຊັ້ນໜຶ່ງປີ 2006, ພົນລະເມືອງດີເດັ່ນນະຄອນຫຼວງ ໃນໂອກາດສະເຫຼີມສະຫຼອງ 1.000 ປີ ແຫ່ງວັນ ທັງລອງ ຮ່າໂນ້ຍ. ວັນທີ 30 ກັນຍາ ປີ 2021 ສາສະດາຈານ ຫວູຄຽວ ໄດ້ເຖິງແກ່ມໍລະນະກຳ ລວມອາຍຸ 105 ປີ ບັນດາກິດຈະກຳຄົ້ນຄວ້າວິທະຍາສາດ - ສັງຄົມຂອງທ່ານ ໄດ້ປະກອບສ່ວນເຂົ້າໃນພຶື້ນຖານວິທະຍາສາດຂອງຫວຽດນາມ  ແລະ ເປັນພື້ນຖານຄົ້ນຄວ້າ ເພື່ອໃຫ້ຄົນລຸ້ນຫຼັງສືບທອດ ແລະ ເສີມຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ