ສິລະປິນປະຊາຊົນ ຕວຽດມາຍ - ໂຄສົກສຽງຄຳທາງວິທະຍຸກະຈາຍສຽງຫວຽດນາມ

(VOVWORLD) -ສິລະປິນປະຊາຊົນຕວຽດມາຍເຊິ່ງແມ່ນໂຄສົກສຽງຄຳແລະໜຶ່ງໃນບັນດາໂຄສົກສາມາດສ້າງເຄື່ອງໝາຍໃຫ້ແກ່ VOV. ເຖິງວ່າສິລະປິນປະຊາຊົນຕວຽດມາຍໄດ້ເຖິງແກ່ມໍລະນະກຳແລ້ວກໍ່ຕາມແຕ່ສຳນຽງອ່ານທີ່ເປັນໜ້າຈັບໃຈຂອງນາງຜ່ານບັນດາລາຍການກະຈາຍສຽງແຕ່ດົນນາມາແລ້ວໄດ້ກາຍເປັນສິ່ງທີ່ລື້ງເຄີຍແລະດູດດື່ມສຳລັບຜູ້ຟັງທັງຫຼາຍ
ສິລະປິນປະຊາຊົນ ຕວຽດມາຍ - ໂຄສົກສຽງຄຳທາງວິທະຍຸກະຈາຍສຽງຫວຽດນາມ - ảnh 1ສິລະປິນປະຊາຊົນຕວຽດມາຍ (ເບື້ອງຂວາ) ກັບສິລະປິນດີເດັ່ນ ຮ່າເຟືອງ ໃນຫ້ອງອັດສຽງຂອງ VOV 

     ສິລະປິນປະຊາຊົນຕວຽດມາຍຊື່ຈິງແມ່ນບຸ່ຍທິຖາຍເກີດປີ 1925 ບ້ານເກີດຢູ່ນະຄອນຫ໋າຍຟ່ອງ ນາງມີສຳນຽງອ່ານອ່ອນຫວານໄດ້ມາດຕະຖານພາສາຫວຽດ. ປີ 1958 ເຊິ່ງເປັນຂີດໝາຍບາດລ້ຽວໃນຊີວິດຂອງນາງຂະນະທີ່ສຳນຽງອ່ານຂອງນາງໄດ້ອອກອາກາດຢ່າງເປັນທາງການຜ່ານລາຍການກະຈາຍສຽງແລະໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຟັງທັງຫຼາຍ. ສິລະປິນປະຊາຊົນຕວຽດມາຍ ກໍ່ແມ່ນຜູ້ອ່ານລາຍການຂ່າວກ່ຽວກັບໄຊຊະນະໃນບັ້ນຮົບທຳອິດເຊິ່ງປະກາດພາກໃຕ້ໄດ້ຮັບການປົດປ່ອຍຢ່າງສົມບູນແລະຂ່າວປະທານໂຮ່ຈີມິນເຖິງແກ່ມໍລະນະກຳ... ໂດຍແມ່ນໜຶ່ງໃນບັນດາຜູ້ໄດ້ຮັບການບອກສອນຈາກສິລະປິນປະຊາຊົນຕວຽດມາຍໃນຊຸມມື້ທຳອິດປະກອບອາຊີບ. ສິລະປິນດີເດັ່ນ ຫວຽດຮຸ່ງ ອະດີດຫົວໜ້າພະແນກໂຄສົກ VOV  ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າເຄີຍເອີ້ນນາງຕວຽດມາຍວ່າເອື້ອຍຖາຍທີ່ເປັນໜ້າຮັກແພງຄືດັ່ງໃນຄອບຄົວດຽວ. ເອື້ອຍຖາຍ ແມ່ນເອື້ອຍຄູຂອງພວກຂ້າພະເຈົ້າ, ເອື້ອຍຖາຍໄດ້ບອກສອນໃຫ້ພວກຂ້າພະເຈົ້າວິທີຫາຍໃຈກ່ຽວກັບເຕັກນິກເມື່ອນັ່ງຕໍ່ໄມ, ຕ້ອງຮັບຕ້ອງຮັບປະກັນໄລຍະຫ່າງແລະລະດັບຄວາມໄວໃນການອ່ານຄືແນວໃດ.  ພວກຂ້າພະເຈົ້າມີຄວາມເຄົາລົບນັບຖືເອື້ອຍຖາຍທີ່ສຸດ”.

      ເຖິງວ່າບໍ່ໄດ້ຜ່ານໂຮງຮຽນບຳລຸງກໍ່ສ້າງໂຄສົກກໍ່ຕາມ ແຕ່ເມື່ອເວົ້າເຖິງສິລະປິນປະຊາຊົນຕວຽດມາຍມີຫຼາຍຄົນກໍ່ໄດ້ເຫັນດີວ່າ ສິລະປິນໄດ້ເປີດຊ່ອງທາງໃຫ້ແກ່ວິທີການອ່ານທີ່ເປັນໜ້າປະທັບໃຈເປັນແບບຢ່າງໃຫ້ແກ່ລຸ້ນໂຄສົກໃນພາຍພາກໜ້າ. ເຖິງວ່າແມ່ນປະເພດວິເຄາະດ້ານການເມືອງຫຼືວັນນະຄະດີສິລະປະກໍ່ຕາມແຕ່ນາງລ້ວນແຕ່ໄດ້ສະແດງຜ່ານສຳນຽງອ່ານຢ່າງດີເດັ່ນຄ່ອງຕົວ. ນັກຂ່າວເຈິ່ນດຶກນວຍ ອະອີດຫົວໜ້າພະແນກເລຂາບັນນາທິການແລະຜູ້ຟັງ VOV ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າຕ່າງກໍ່ຮູ້ສຶກວ່າສິລະປິນປະຊາຊົນຕວຽດມາຍນອກຈາກວຽກງານໂຄສົກແລ້ວລາວກໍ່ມີຄວາມຮັກແພງເພື່ອນຮ່ວມອາຊີບ, ມີຄວາມຮັກແພງຕໍ່ຜົວແລະລູກ, ຄອບຄົວດ້ວຍຄວາມລຽບງ່າຍທີ່ສຸດ. ສຳນຽງອ່ານຂອງລາວ ໄດ້ສ້າງຄວາມປະທັບໃຈຢ່າງໂດດເດັ່ນໃນຈິດໃຈຂອງພວກຂ້າພະເຈົ້າ, ເມື່ອອ່ານກ່ຽວກັບການສູ້ຮົບ, ຂ່າວວິເຄາະສະຖານະການ, ສຳນຽງອ່ານຂອງຕວຽດມາຍອາດເວົ້າໄດ້ວ່າເຕັມໄປດ້ວຍພະລັງຊີວິດແຜ່ກະຈາຍແລະກະຕຸກຊຸກຍູ້ຄົນເຮົາ. ເມື່ອອ່ານເລື່ອງສັ້ນນະວະນິຍາຍ, ນາງອ່ານຄືສວມບົດຕົວລະຄອນພວມເວົ້າໃນການດຳລົງຊີວິດຂອງຄົນເຮົາ”.

       ປີ 1984 ນາງໄດ້ຮັບນາມມະຍົດສິລະປິນດີເດັ່ນ. ປີ 1993 ນາງສືບຕໍ່ໄດ້ຮັບນາມມະຍົດສິລະປິນປະຊາຊົນ. ນາງກໍ່ແມ່ນໂຄສົກຂອງ VOV ຄົນທຳອິດໄດ້ຮັບສອງນາມມະຍົດດັ່ງກ່າວຈາກລັດ. ສິລະປິນປະຊາຊົນຕວຽດມາຍມີຄວາມຜູກພັນກັບບັນດາລາຍການກະຈາຍສຽງຄື “ເລົ່າເລື່ອງຍາມເດິກ”; “ສຽງກາຍກອນ”; “ລາຍການກະຈາຍສຽງທີ່ສະຫງວນໃຫ້ແກ່ຊາວຫວຽດນາມອາໄສຢູ່ຕ່າງປະເທດ”. ນາງເຈິ່ນຮົ່ງເວິນຜູ້ຟັງ VOV  ແບ່ງປັນກ່ຽວກັບໂຄສົກສຽງຄຳຕວຽດມາຍວ່າ:

         “ເມື່ອກ່ອນນີ້ ພວກຂ້າພະເຈົ້າພວມແມ່ນນັກຮຽນຊັ້ນອຸດົມ, ເຄີຍຮຽນໃຕ້ແສງໄຟຢູ່ຕາມທາງ, ເວລາ 12 ໂມງກາງຄືນກໍ່ໄດ້ຟັງສຳນຽງຂອງນາງເລົ່າເລື່ອງຍາມເດິກ, ອ່ານກາບກອນ, ສຳນຽງຂອງນາງມ່ວນຫຼາຍສ້າງຄວາມອົບອຸ່ນແລະເປັນໜ້າປະທັບໃຈ”.

     ສິລະປິນປະຊາຊົນຕວຽດມາຍເຄີຍແມ່ນນັກຮ້ອງ ລາວໄດ້ຮຽນຮູ້ດ້ວຍຕົນເອງແລະໄດ້ກາຍເປັນໂຄສົກແຫ່ງເທບນິຍາຍທາງຄື້ນກະຈາຍສຽງຂອງ VOV  ປັດຈຸບັນຄຳຂຶ້ນຕົ້ນບັນດາລາຍການຂອງ VOV  ກໍ່ຍັງນຳໃຊ້ສຳນຽງອ່ານຂອງສິລະປິນປະຊາຊົນຕວຽດມາຍ.ສຳນຽງອ່ານແຫ່ງເທບນິຍາຍຮ່ວມເດີນທາງກັບການເວລາຂອງສິລະປິນປະຊາຊົນຕວຽດມາຍໄດ້ສ້າງຂີດໝາຍບໍ່ມີວັນທີ່ຈະຈືດຈາງ ໃນຈິດໃຈຂອງຜູ້ຟັງVOVທັງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ