ພົນລະເມືອງໜຸ່ມທີ່ດີເດັ່ນ: ປະຈັນບານເພື່ອນະຄອນ ໂຮ່ຈີມິນ

(VOVWORLD) -ທ້າວ ເຈິ່ນດັ້ງວັນຕ່າຍ ນັກສຶກສາປີທີ່ໜຶ່ງ ວິທະຍາໄລເຕັກໂນໂລຊີ ຖູດຶກ ແມ່ນໜຶ່ງໃນເພື່ອນໜຸ່ມ 14 ຄົນ ເຊິ່ງຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຫາກໍ່ເຊີດຊູເປັນ “ພົນລະເມືອງໜຸ່ມທີ່ດີເດັ່ນ ນະຄອນ ໂຮຈີມິນ" ປີ 2021. ທ້າວ ເຈິ່ນດັ້ງວັນຕ່າຍ ບໍ່ພຽງແຕ່ຮຽນດີເທົ່ານັ້ນ ຫາກຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປ້ອງກັນສະກັດກັ້ນໂລກລະບາດ. ນ້ຳໃຈອາສາສະໝັກຮັບໃຊ້ຊຸມຊົນຂອງວັນຕ່າຍ ໄດ້ສະແດງໃຫ້ເຫັນກຳລັງຂອງໜຸ່ມ ຂອງຊາວໜຸ່ມປະຈັນບານ ປະກອບສ່ວນກໍ່ສ້າງນະຄອນ ໂຮຈີມິນ ສີວິໄລທັນສະໄໝ ແລະ ເຕັມໄປດ້ວຍຄວາມຮັກແພງ
ພົນລະເມືອງໜຸ່ມທີ່ດີເດັ່ນ: ປະຈັນບານເພື່ອນະຄອນ ໂຮ່ຈີມິນ - ảnh 1ທ້າວ ເຈິ່ນດັ້ງວັນຕ່າຍ (ຢືນແຖວໜ້າ, ທີ 2 ນັບແຕ່ຊ້າຍຫາຂວາ)

     ໃນຊຸມມື້ນີ້ຫ້ອງພັກເຊົານ້ອຍໆຂອງສອງແມ່ລູກ ເຈິ່ນດັ້ງວັນຕ່າຍ ອາຍຸ 18 ປີ ຢູ່ຕາແສງ ເຟືອກລອງ ນະຄອນ ຖູດຶກ ໄດ້ຍິ່ງຟົດຟື້ນມ່ວນຊື່ນ ຂະນະທີ່ພໍ່ແມ່ພີ່ນ້ອງຢູ່ບ້ານໃກ້ເຮືອນຄຽງໄດ້ຮູ້ຂ່າວດີວ່າ ວັນຕ່າຍ ໄດ້ຮັບການເຊີດຊູເປັນພົນລະເມືອງທີ່ດີເດັ່ນ ນະຄອນ ໂຮ່ຈີມິນ ປີ 2021. ນາງ ເຈິ່ນທິຮ່ຽນ ແມ່ຂອງ ວັນຕ່າຍ ແບ່ງປັນວ່າ ວັນຕ່າຍ ແມ່ນຄວາມປາດຖະໜາຂອງທັງຄອບຄົວ ເພາະວ່າບໍ່ມີໃຜໄດ້ຮ່ຳຮຽນຈົນສຸດກົກສຸດປາຍ. ຄອບຄົວປະສົບກັບຄວາມຫຍຸ້ງຍາກ ແມ່ນເປົ້າໝາຍຄອບຄົວທີ່ທຸກຍາກທ້ອງຖິ່ນແຕ່ວັນຕ່າຍ ເປັນເດັກຄຳຮູ້ ມີຄວາມພະຍາຍາມໃນການຮ່ຳຮຽນ.  ຍ້ອນແມ່ຄ້າຂາຍຍ່ອຍ ດັ່ງນັ້ນໃນຕອນເຊົ້າຂອງແຕ່ລະວັນ ວັນຕ່າຍ ເຄີຍຕື່ນແຕ່ເຊົ້າ ເພື່ອຊ່ວຍແມ່ກະກຽມເຄື່ອງຂອງ ແລ້ວຈຶ່ງໄປໂຮງຮຽນ. ໃນຍາມມີເວລາຫວ່າງ ວັນຕ່າຍໄດ້ເຂົ້າຮ່ວມບັນດາການດຳລົງຊີວິດຍາມລະດູຮ້ອນ ແລະ ໄດ້ກາຍເປັນຮອງເລຂາໜ່ວຍຊາວໜຸ່ມ ຂອງໂຮງຮຽນມັດທະຍົມຕອນປາຍ ເຟືອກລອງເບ ແລະ ໄດ້ຮັບໃບຍ້ອງຍໍຫຼາຍໃບຈາກທ້ອງຖິ່ນ. ໃນເວລາທີ່ຜ່ານມາ ວັນຕ່າຍ ເສັງໄດ້ຄະແນນເຂົ້າມະຫາວິທະຍາໄລ ຄົມມະນາຄົມຂົນສົ່ງ ແລະ ມະຫາວິທະຍາໄລກະສິກຳ ປ່າໄມ້ ນະຄອນ ໂຮ່ຈິມີນ.ແຕ່ດ້ວຍການເລີ່ມມາຈາກຄວາມຊົມຊອບລົດໂອໂຕ ແລະ ບໍ່ຢາກໃຫ້ແມ່ເພີ່ມການແບກຫາບ ຄ່າບໍລິກຫຫານໂຮງຮຽນ ດັ່ງນັ້ນ ວັນຕ່າຍ ໄດ້ເລືອກເອົາຂະແໜງກົນຈັກລົດໂອໂຕ ຂອງວິທະຍາໄລເຕັກນິກໂນໂລຊີ ຖູດຶກ ແລະ ເປັນນັກຮຽນເສັງໄດ້ຄະແນນດີເລີດຂອງໂຮງຮຽນ. ກ່ອນທີ່ກາຍເປັນນັກສຶກສາ ວັນຕ່າຍ ໄດ້ເຂົ້າຮ່ວມວຽກງານປ້ອງ ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ. ວັນຕ່າຍ ໄດ້ເຂົ້າຮ່ວມໃນບັນດາທິມງານເອົາຕົວຢ່າງມາວິໄຈ ຫາເຊື້ອພະຍາດ ແລະ ຊ່ວຍວຽກຢູ່ຕາມສະຖານທີ່ສັກວັກຊິນ. ມີບາງອາທິດ ວັນຕ່າຍວັນ ໄດ້ເຮັດວຽກຕະຫຼອດສາມສີ່ວັນ ແລະ ເຄີຍກັບເມືອເຮືອນໃນຍາມເດິກ. ນາງ ຮ່ຽນ ເລົ່າຄືນສູ່ຟັງວ່າ :

     “ເມື່ອໂລກລະບາດລະເບີດຂຶ້ນ, ວັນຕ່າຍ ຫາກໍ່ສັກເຂັມທີໜຶ່ງ ດັ່ງນັ້ນກໍ່ມີຄວາມເປັນຫ່ວງ ແລະເວົ້ານຳເຮົາວ່າ: ແມ່ຕ້ອງອຸ່ນອ່ຽນໃຈ ລູກກໍ່ຮູ້ຈັກດີ. ບາງມື້ຮອດຍາມເດິກ ກໍ່ບໍ່ເຫັນລູກກັບມາເຮືອນ ຂ້າພະເຈົ້າໄດ້ໂທລະສັບໄປຖາມພວກອ້າຍເອື້ອຍ ເຮັດວຽກນຳ ຕ່າຍ ກໍ່ຕອບວ່າພວມເຮັດວຽກຢູ່ ດັ່ງນັ້ນຂ້າພະເຈົ້າກໍ່ມີຄວາມອຸ່ນອ່ຽນໃຈກວ່າ”.

      ຫວນຄືນໄລຍະເຂົ້າຮ່ວມວຽກງານດັ່ງກ່າວເປັນເວລາ 4 ເດືອນ, ອະນຸສອນທີ່ບໍ່ອາດລືມໄດ້ຂອງ ວັນຕ່າຍ ແມ່ນການໄປໜູນຊ່ວຍເຄື່ອງຂອງຊ່ວຍເຫຼືອ 50 ຖົງ ໃຫ້ແກ່ເຂດເຮືອນພັກເຊົາ 6 ເຂດ ທີ່ມີກຳມະກອນອອກຜູ້ແຮງງານບໍ່ເປັນລະບົບຫຼາຍຄົນ ຢູ່ຕາແສງ ເຕິນຝູ. ເມື່ອເຫັນປະຊາຊົນມີຄວາມດີໃຈ ເມື່ອໄດ້ຮັບການຊ່ວຍເຫຼືອ ພ້ອມກັນແບ່ງປັນຜັກແຕ່ລະມັດ ໄຂ່ແຕ່ລະໜ່ວຍ... ວັນຕ່າຍ ແລະ ບັນດາຜູ້ອາສາສະໝັກ ກໍ່ໄດ້ລືມຄວາມອິດເມື່ອຍ.ວັນຕ່າຍ ແບ່ງປັນວ່າ:

      “ນ້ອງກໍ່ບໍ່ຄິດວ່າ ບັນດາວຽກງານທີ່ເຮົາໄດ້ເຮັດ ຈະນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງ, ນ້ອງພຽງແຕ່ຄິດວ່າ ນັ້ນແມ່ນການປະກອບສ່ວນອັນນ້ອຍໆຂອງຕົນໜູນຊ່ວຍສ່ວນໃດສ່ວນໜຶ່ງ ໃຫ້ແກ່ບັນດາແພດໝໍຢູ່ແນວໜ້າ ກໍ່ຄືກຳລັງປ້ອງກັນຕ້ານໂລກລະບາດ. ເມື່ອໄດ້ຮັບການເຊີດຊູເປັນພົນລະເມືອງ ໜຸ່ມດີເດັ່ນນະຄອນ ໂຮ່ຈີມິນ ນ້ອງມີຄວາມຮູ້ສຶກດີໃຈ ແລະ ມີຄວາມສຸກທີ່ສຸດ”.

      ມາຮອດປັດຈຸບັນຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ນະຄອນ ໂຮ່ຈີມິນ ໄດ້ຫຼຸດລົງຫຼາຍແລ້ວແຕ່ວັນຕ່າຍ ຍັງຄົງເຂົ້າຮ່ວມຊ່ວຍໜູນທິມງານເອົາຕົວຢ່າງວິໄຈຫາເຊື້ອ  ໃຫ້ແກ່ກຸ່ມເປົ້າໝາຍມີຄວາມສ່ຽງສູງ ເຂົ້າຮ່ວມໜ່ວຍແພດໝໍເຄື່ອນທີ່ກວດ ປິ່ນປົວພະຍາດໃຫ້ຜູ້ຕິດເຊື້ອພວມປິ່ນປົວຢູ່ເຮືອນ. ອ້າຍ ເຈືອງມິງເຕືອກງວຽນ ຮອງເລຂາຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໃຫ້ຂໍ້ສັງເກດວ່າ:

     “ຄະນະຊາວໜຸ່ມນະຄອນ ແນະນຳໃຫ້ບັນດາເພື່ອນໜຸ່ມ ນັກຮຽນນັກສຶກສາ ໃນນະຄອນຍາມໃດກໍ່ປະຈັນບານ ມີຫົວຄິດປະດິດສ້າງ ບໍ່ພຽງແຕ່ໃນການຮ່ຳຮຽນເທົ່ານັ້ນ ຫາກຍັງສະໝັກໃຈຮັບໃຊ້ຊຸມຊົນ ແລະ ເພື່ອນ ວັນຕ່າຍ ໄດ້ສາມາດຕອບສະໜອງສອງເນື້ອໃນດັ່ງກ່າວ”.

      ປັດຈຸບັນ ເຈິ່ນດັ້ງວັນຕ່າຍ ຍັງຄົງຜູກພັນກັບບັນດາວຽກງານປະຈຳວັນຄື ຊ່ວຍແມ່ຂາຍເຄື່ອງ ຮຽນທາງໄກ ເຂົ້າຮ່ວມວຽກງານຊາວໜຸ່ມ ແລະ ສືບຕໍ່ພ້ອມກັບກອງອາສາສະໝັກ ໄປຊ່ວຍໜູນຜູ້ອາຍຸສູງສັກວັກຊິນ. ຈິດໃຈອຸທິດສ່ວນຂອງ ຕ່າຍ ຈະເປັນກຳລັງໜູນ ເພື່ອສ້າງບັນດາແບບຢ່າງຊາວໜຸ່ມປະຈັນບານ ເພື່ອຄວາມສະຫງົບສຸກນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ