ຜູ້ອຳນວຍການຫວູຢາລ້ຽນ - ຜູ້ເມົາມົວປະດິດຄິດສ້າງບັນດາຜະລິດຕະພັນເຕັກໂນໂລຊິີທີ່ມີເຄື່ອງໝາຍຫວຽດນາມ

(VOVWORLD) -ໂດຍແມ່ນໜຶ່ງໃນບັນດາຜູ້ທີ່ຍັງໜຸ່ມແໜ້ນ ມີຄວາມເມົາມົວປະດິດຄິດສ້າງບັນດາຜະລິດຕະພັນເຕັກໂນໂລຊີໃໝ່ ທີ່ມີເຄື່ອງໝາຍຫວຽດນາມ, ອ້າຍຫວູຢາລ້ຽນໄດ້ສ້າງຕັ້ງບໍລິສັດຮຸ້ນສ່ວນວິທີແກ້ໄຂເຕັກໂນໂລຊີຂໍ້ມູນຂ່າວສານສາກົນ (Inter IPS) ເຊິ່ງໄດ້ຄົ້ນຄວ້າພັດທະນາບັນດາຜະລິດຕະພັນໂທລະຄົມແລະບັນດາວິທີການແກ້ໄຂນຳໃຊ້ປັນຍາທຽມ (AI) ເຊິ່ງໄດ້ນຳໃຊ້ປະຕິບັດການໂທຫາປະຊາຊົນເພື່ອຢັ້ງຢືນຂ່າວສານທີ່ກ່ຽວຂ້ອງເຖິງການແຈ້ງສຸຂະພາບແລະສ່ອງແສງກ່ຽວກັບພະຍາດໂຄວິດ - 19. ນັກທຸລະກິດໜຸ່ມຫວູຢາລ້ຽນແມ່ນໜຶ່ງໃນ 10 ແບບຢ່າງໜຸ່ມຫວຽດນາມທີ່ດີເດັນໃນປີ 2021 ເຊິ່ງແມ່ນນາມມະຍົດໂດຍສູນກາງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນມອບໃຫ້
ຜູ້ອຳນວຍການຫວູຢາລ້ຽນ - ຜູ້ເມົາມົວປະດິດຄິດສ້າງບັນດາຜະລິດຕະພັນເຕັກໂນໂລຊິີທີ່ມີເຄື່ອງໝາຍຫວຽດນາມ - ảnh 1 ຜູ້ອຳນວຍການ ຫວູຢາລ້ຽນ

     Callbot ເຊິ່ງແມ່ນສູນໃຫ້ຄຳປຶກສາເໝືອນຈິງນຳໃຊ້ AI  ມີຄວາມສາມາດສຳພັນມະນຸດກັບບັນດາຜູ້ຕິດເຊື້ອໂຄວິດ - 19  F0, F1 ຜ່ານການໂອ້ລົມທາງໂທລະສັບດ້ວຍນັບ 100 ກໍລະນີທີ່ແຕກຕ່າງກັນ. ນີ້ແມ່ນຜະລິດຕະພັນເຕັກໂນໂລຊີທີ່ເປັນເອກະລັກນຳມາເຊິ່ງຜົນປະໂຫຍດຂອງຫວູຢາລ້ຽນແລະບໍລິສັດ Inter IPS ຮັບໃຊ້ວຽກງານປ້ອງກັນສະກັດກັ້ນໂຄວິດ - 19. ໃນໄລຍະທີ່ຜ່ານມາໄດ້ມີການໂທຫາກວ່າ 4.000.000 ຄັ້ງ ຈາກສູນCallbot ປະກອບສ່ວນຫຼຸດຜ່ອນວຽກງານຂອງລະບົບສາທາລະນະສຸກຂັ້ນຕ່າງໆ ແລະເກັບກຳຂໍ້ມູນຂ່າວສານກ່ຽວກັບບັນດາກໍລະນີຕິດເຊື້ອຢ່າງຄົບຖ້ວນ. ບໍ່ພຽງແຕ່ເທົ່ານັ້ນຫວູຢາລ້ຽນຍັງສືບຕໍ່ຜັນຂະຫຍາຍບັນດາໂຄງການທີ່ກ່ຽວຂ້ອງເຖິງວຽກງານຂອງສັງຄົມ. ຫວູຢາລ້ຽນເວົ້າວ່າ:

   “ຖັດຈາກລະບົບໜູນຊ່ວຍໂທຫາຜູ້ຕິດເຊື້ອF0, F1ໃນຕະຫຼອດວັນແລະຄືນນັ້ນ, ພວກຂ້າພະເຈົ້າພວມສືບຕໍ່ເຂົ້າຮ່ວມບັນດາໂຄງການສ້າງຕັ້ງບັນດາສູນໜູນຊ່ວຍF0, ໃຫ້ຄຳປຶກສາກ່ຽວກັບຢາວັກຊິນ, ພວກຂ້າພະເຈົ້າກຽມພ້ອມເຂົ້າຮ່ວມບັນດາໂຄງການພິເສດ ທີ່ກ່ຽວຂ້ອງເຖິງວຽກງານຂອງສັງຄົມ”.

   ປັດຈຸບັນວຽກງານ IA ພວມນຳໜ້າທ່າອ່ຽງຍຸກປັດຈຸບັນ.  ມີວິສາຫະກິດພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານນັບ100ແຫ່ງໄດ້ຮັບການສ້າງຕັ້ງຂຶ້ນເຊິ່ງໄດ້ຮຽກຮ້ອງໃຫ້ບໍລິສັດແຕ່ລະແຫ່ງຄວນມີການກຳນົດທິດຈະແຈ້ງເພື່ອບໍ່ຖືກຕົກຢູ່ທາງຫຼັງ. ຜູ້ອຳນວຍການໜຸ່ມຫວູຢາລ້ຽນແບ່ງປັນວ່າເພື່ອສາມາດແກ້ງແຍ້ງກັບບັນດາວິສາຫຫະກິດອື່ນ, ບັນດາວິສະວະກອນຂອງບໍລິສັດຍາມໃດກໍ່ສ້າງແລະພັດທະນາບັນດາຜະລິດຕະພັນທີ່ມີຄວາມຍາກສູງນຳໃຊ້ໃນວົງກວ້າງແລະມີຜົນປະໂຫຍດຕໍ່ວົງຄະນາຍາດ. ວິສະວະກອນຫງວຽນດັງຕ໊ວນໃຫ້ຮູ້ວ່າ:

“ອ້າຍຫງວຽນຢາລ້ຽນແມ່ນຜູ່ທີ່ມີຄວາມກະຕືລືລົ້ນລາວສາມາດເຮັດວຽກຕະຫຼອດວັນແລະຄືນ, ໃນໄລຍະເຮັດວຽກກໍ່ອາດຈະເກີດມີບັນດາແນວຄວາມຄິດ, ຜະລິດຕະພັນໃນແຕ່ລະຊົ່ວໂມງ. ສຳລັບຂ້າພະເຈົ້າແລ້ວກໍ່ຮູ້ສຶກມີວຽກງານໜັກໜາແຕ່ບົນເສັ້ນທາງຍາວນານກໍ່ເຫັນວ່າອ້າຍລ້ຽນຍາມໃດກໍ່ມີການຕັດສິນຢ່າງຖືກຕ້ອງ”.

ກວ່າ 5 ປີທີ່ຜ່ານມາຫວູຢາລ້ຽນພ້ອມກັບບັນດາເພື່ອນຮ່ວມອາຊີບໄດ້ຄົ້ນຄວ້າປະດິດຄິດສ້າງຫຼາຍຜະລິດຕະພັນເຕັກໂນໂລຊີໃໝ່ ໃນນັ້ນມີໃບຢັ້ງຢືນລິຄະສິດປະດິດຄິດສ້າງຜະລິດຕະພັນໃໝ່ 15 ໃບໄດ້ຮັບການນຳໃຊ້ຈາກວິສາຫະກິດນັບ 10.000 ແຫ່ງຢ່າງເປັນປະຈຳ. ສຳລັບອ້າຍຫວູຢາລ້ຽນແລ້ວຜົນສຳເລັດໃນແຕ່ລະບາດກ້າວເດີນສຳລັບບັນດາຜູ້ທີ່ຍັງໜຸ່ມແໜ້ນຍາມໃດກໍ່ໄປພ້ອມກັບຄວາມໃຝ່ຝັນແລະຈິດໃຈກ້າຄິດກ້າທຳ. ຫວູຢາລ້ຽນໃຫ້ຮູ້ອີກວ່າ:

“ໂດຍແມ່ນຜູ້ທີ່ຍັງໜຸ່ມແໜ້ນກໍ່ຕ້ອງມີຄວາມຄາດຫວັງ ກ້າຄິດກ້າທຳແລະກ້າປະເຊີນໜ້າກັບຄວາມສ່ຽງ. ການຄົ້ນຄວ້າປະດິດຄິດສ້າງຕ້ອງກ້າວເດີນບົນເສັ້ນທາງຕ່າງຫາກແຕ່ສຸດທ້າຍແມ່ນເພື່ອຕອບສະໜອງໃຫ້ແກ່ສັງຄົມ,  ເພີ່ມລາຍຮັບສາມາດຊອກຫາເງິນໄດ້ຢ່າງຫຼວງຫຼາຍເພື່ອຊ່ວຍໃຫ້ທຸກສິ່ງທຸກຢ່າງກ້າວຂຶ້ນ”.

ໂດຍຄວາມສຳນຶກຂອງຜູ້ອຳນວຍການໜຸ່ມ, ຫວູຢາລ້ຽນພວມມີຄວາມໃຝ່ຝັນນຳພາວິສາຫະກິດເຕັກໂນໂລຊີຂອງຕົນກ້າວໄປໄກກວ່າແລະສ້າງຈຸດຢືນໃຫ້ແກ່ບັນດາຜະລິດຕະພັນທີ່ມີເຄື່ອງໝາຍຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ