ຜູ້ປະກອບເຫື່ອແຮງຮັກສາຊຸດອາພອນຂອງແມ່ຍິງເຜົ່າມົ້ງ

(VOVWORLD) -ມາຮອດບັນດາໝູ່ບ້ານເຜົ່າມົ້ງຢູ່ເຂດພູສູງເຕິຍບັກໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອຫວຽດນາມແຂກທ່ອງທ່ຽວທັງຫຼາຍສາມາດພົບເຫັນຮູບພາບພວກແມ່ປ້າເອື້ອຍນ້ອງແມ່ຍິງເຜົ່າມົ້ງພວມສະຫຼະເວລາຫວ່າງເພື່ອນັ່ງຫຍິບປັກທັກແສ່ວຕັດຫຍິບຊຸດອາພອນປະຈຳເຜົ່າ. ມີເອື້ອຍນ້ອງແມ່ຍິງເຜົ່າມົ້ງໄດ້ຮູ້ຈັກນຳໃຊ້ທ່າໄດ້ປຽບນີ້ລົງທຶນເປີດຮ້ານຕັດຫຍິບຊຸດອາພອນປະຈຳເຜົ່າທັງເປັນການສ້າງແຫຼ່ງລາຍຮັບໃຫ້ແກ່ຄອບຄົວທັງປະກອບສ່ວນຮັກສາຄວາມງາມທາງດ້ານວັດທະນະທຳຂອງເຜົາຕົນ. ນາງມົ່ວທິຕົງຊາວເຜົ່າມົ້ງຢູ່ບ້ານ ນ່າພ່ຽງຕາແສງເຈື່ອງແຄວເມືອງມາຍເຊີນແຂວງເຊີນລາກໍ່ແມ່ນໜຶ່ງໃນບັນດາບຸກຄົນຄືດັ່ງກ່າວ
ຜູ້ປະກອບເຫື່ອແຮງຮັກສາຊຸດອາພອນຂອງແມ່ຍິງເຜົ່າມົ້ງ - ảnh 1ນາງ ມົ່ວທິຕົງ ພວມຕັດຫຍິບຊຸດອາພອນແມ່ຍິງເຜົ່າມົ້ງ

   ໂດຍແມ່ນຊາວເຜົ່າມົ້ງຮູ້ຈັກປະກອບອາຊີບຫຍິບປັກທັກແສ່ວຕັດຫຍິບເຄື່ອງນຸ່ງ. ປີ 2019 ນາງ ມົ່ວທິຕົງໄດ້ຕົກລົງເປີດຮ້ານຕັດຫຍິບຊຸດອາພອນແມ່ຍິງເຜົ່າມົ້ງ. ໃນເບື້ອງຕົ້ນແມ່ນຮັບໃຊ້ຄອບຄົວແລະພໍ່ແມ່ພີ່ນ້ອງໃນໝູ່ບ້ານເປັນຕົ້ນຕໍ. ນາງຕົງໃຫ້ຮູ້ວ່າເມື່ອກ່ອນນີ້ຊຸດອາພອນຂອງແມ່ຍິງເຜົ່າ ມົ້ງຖືກເຮັດດ້ວຍມືຈາກບັນດາວັດຖຸດິບທຳມະຊາດແຕ່ດ້ວຍວິທີເຮັດນີ້ ກໍ່ຕ້ອງປະກອບເຫື່ອແຮງແລະຕ້ອງໃຊ້ເວລາປະມານ 4 ຫາ 5 ເດືອນຈຶ່ງສຳເລັດຊຸດອາພອນຂອງແມ່ຍິງຊຸດໜຶ່ງສ່ວນສຳລັບສິ້ນທີ່ງາມຕ້ອງເຮັດຢ່າງລະອຽດລະອໍ ຕ້ອງມີສີສັນ ຫຼາກຫຼາຍ ກໍ່ຕ້ອງໃຊ້ເວລາປະມານໜຶ່ງປີລາຄາຂາຍກໍ່ໄດ້ແຕ່ 1.000.000 ຫາ 2.000.000 ດົ່ງ.ດ້ວຍຄວາມເປັນຫວ່ງກ່ຽວກັບວິທີເຮັດແນວໃດສາມາດຫຼຸດຜ່ອນເວລາແລະເຫື່ອແຮງເພື່ອຕັດຫຍິບໃຫ້ໄດ້ບັນດາຊຸດອາພອນປະຈຳເຜົ່າທັງສາມາດທ່ວງທັນກັບທ່າອ່ຽງແຟຊັນໃນປັດຈຸບັນທັງສາມາດຮັກສາຈຸດຄວາມງາມອັນເປັນປະເພນີໄດ້. ນາງຕົງໄດ້ຊື້ປະກອບຈັກຕັດຫຍິບ, ນຳໃຊ້ແຜ່ນແພອຸດສາຫະກຳດ້ວຍການປະດັບປະດາລວດລາຍສວຍງາມ. ນາງຕົງໃຫ້ຮູ້ວ່າ:

     “ເພື່ອຕັດຫຍິບບັນດາຊຸດອາພອນທີ່ສວຍງາມນັ້ນ, ເຮົາຕ້ອງຮຽນຮູ້ບົດຮຽນວິທີຫຍິບປັກທັກແສ່ວ ຕັດຫຍິບການຈັດສັນລວດລາຍເຮັດແນວໃດໃຫ້ແທດເໝາະງາມຕາ. ວຽກງານນີ້ຂ້າພະເຈົ້າຕ້ອງຮຽນເອງແລະຄົ້ນຄວ້າເອງເຮັດຕາມບົດຮຽນຂອງຕົນປະສານສົມທົບກັບວິທີທັກແສ່ວຕັດຫຍິບທີ່ມີມາແຕ່ດົນນານແລະຮຽນຮູ້ຜ່ານເຄືອຂ່າຍອິນເຕີເນັດນີ້ກໍ່ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າແຕ່ລະຄົນ”.

    ວຽກງານຕັດຫຍິບຊຸດອາພອນປະຈຳເຜົ່າແມ່ນຕ້ອງມີຄວາມດຸໝັ້ນຂະຫຍັນພຽງ ຕ້ອງສະຫຼະເວລາຕັດຫຍິບຊຸດນີ້ສຳເລັດ ແລ້ວກໍ່ຮອດຊຸດອື່ນ ຕ້ອງເຮັດຕະຫຼອດມື້ ບໍ່ມີຍາມພັກຜ່ອນ. ສຳລັບການທັກແສ່ວຕັດຫຍິບດ້ວຍການນຳໃຊ້ຈັກຕັດຫຍິບນັ້ນ ບັນດາຜະລິດຕະພັນທີ່ຜະລິດອອກນັ້ນກໍ່ຂາຍໄດ້ດີ  ລາຍຮັບກໍ່ໄດ້ສູງກວ່າເມື່ອທຽບໃສ່ກ່ອນນີ້ ສະເລ່ຍໃນແຕ່ລະເດືອນ ນາງສາມາດຂາຍຊຸດອາພອນໄດ້ປະມານ 25 ຊຸດບັນລຸລາຍຮັບເກືອບ 20 ລ້ານດົ່ງຕໍ່ເດືອນ. ນາງມົ່ວທິຕົງໃຫ້ຮູ້ຕື່ມອີກວ່່າ:

      “ນັບແຕ່ໄລຍະເກີດໂລກລະບາດໂຄວິດ - 19 ແຂກມາຕັດຫຍິບກໍ່ຫຼຸດໜ້ອຍລົງຍ້ອນການແຍກຫ່າງສັງຄົມ. ການຈັດຕັ້ງເຫດການງານບຸນກໍ່ຖືກຈຳກັດດັ່ງນັ້ນພວກເອື້ອຍນ້ອງແມ່ຍິງໃນໝູ່ບ້ານເຄີຍຕັດຫຍິບເຄື່ອງນຸ່ງໃຫ້ແກ່ລູກຫຼານຂອງຕົນເທົ່ານັ້ນ”.

     ນາງມົ່ວທິຕົງ ກໍ່ຍັງສະຫງວນເວລາເພື່ອຖ່າຍທອດບົດຮຽນແນະນຳໃຫ້ເອື້ອຍນ້ອງແມ່ຍິງ 5 ຄົນໃນໝູ່ບ້ານຕາແສງອື່ນ ກ່ຽວກັບວິທີທັກແສ່ວຕັດຫຍິບ ຊຸດອາພອນປະຈຳເຜົ່າເພື່ອມີແຫຼ່ງລາຍຮັບຕື່ມອີກໃນຍາມມີເວລາຫວ່າງບໍ່ຂ້ອງຄາກັບວຽກໄຮ່ການນາ. ນາງຢ່າງທິເກີ໊ ຢູ່ຕາແສງນ່າເອີດເມືອງມາຍເຊີນຜູ້ທີ່ໄດ້ຮັບການຖ່າຍທອດທັກແສ່ວຕັດຫຍິບເຄື່ອງນຸ່ງຈາກນາງຕົງໃຫ້ຮູ້ວ່າ:

    “ນາງຕົງ ແມ່ນຜູ້ທີ່ມີຄວາມຂະຫຍັນຂັນເຄື່ອນຍາມໃດກໍ່ມີຫົວຄິດປະດິດສ້າງໃນການທັກແສ່ວຕັດຫຍິບປະດັບປະດາຊຸດອາພອນຢ່າງສວຍງາມທີ່ສຸດ. ຂ້າພະເຈົ້າໄດ້ການຖ່າຍທອດຈາກນາງຕົງກ່ຽວກັບບັນດາທັກສະທັກແສ່ວຕັດຫຍິບຊຸດອາພອນຂອງເຜົ່າຕົນແລະປັດຈຸບັນຂ້າພະເຈົ້າຮູ້ຈັກຕັດຫຍິບແລະໄດ້ເປີດຮ້ານຊຸດອາພອນປະຈຳເຜົ່າຢູ່ທ້ອງຖິ່ນ.ແຕ່ລະເດືອນຂ້າພະເຈົ້າມີລາຍຮັບເກືອບ 10 ລ້ານດົ່ງ.ຂ້າພະເຈົ້າຂອບໃຈນຳນາງ ຕົງ ຫຼາຍໆ”.

      ດ້ວຍຄວາມມານະພະຍາຍາມຂອງຕົນ ນາງມົ່ວທິຕົງແລະເອື້ອຍນ້ອງແມ່ຍິງເຜົ່າມົ້ງຢູ່ບັນດາໝູ່ບ້ານເຂດພູສູງໃນແຂວງເຊີນລາພວມປະກອບເຮື່ອແຮງ ເພື່ອຮັກສາຄວາມງາມທາງດ້ານວັດທະນະທຳທີ່ມີມາແຕ່ດົນນານແລະຊຸດອາພອນທີ່ເປັນເອກະລັກສະເພາະຂອງເຜົ່າຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ