ປະ​ທານ​ໂຮ່​ຈິ​ມິນ ​ຢູ່​ໃນ​ດວງໃຈ ປ​ຊ​ຊ ບັນ​ດາ​ເຜົ່າ​ໄຕ​ງວຽນ ຕະຫຼອດ​ໄປ

(VOVWORLD) - ຮູບພາບທ່ານປະທານໂຮ່ຈິມິນ ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ຊາດຫວຽດນາມ ຍາມໃດກໍ່ໄດ້ຝັງເລິກໃນດວງໃຈ ປຊຊ ໄຕງວຽນ ແຕ່ລະຄົນ ແລະ ກະຈາຍແສງສະຫວ່າງໄປທົ່ວເຂດບ້ານໄຕງວຽນ. ຊາວເຜົ່າ ເອເດ ຢູ່ໄຕງວຽນ ໄດ້ສະແດງຄວາມຮັກແພງ, ເຄົາລົບນັບຖືຂອງຕົນ ຕໍ່ປະທານໂຮ່ຈິມິນ ຜ່ານບັນດາສຽງຂັບສຽງລຳ ….
ປະ​ທານ​ໂຮ່​ຈິ​ມິນ ​ຢູ່​ໃນ​ດວງໃຈ ປ​ຊ​ຊ ບັນ​ດາ​ເຜົ່າ​ໄຕ​ງວຽນ ຕະຫຼອດ​ໄປ - ảnh 1

 ນັກສິລະປິນ Y-Nguk - H Ƀim ຮ້ອງເພງຍ້ອງຍໍສັນລະເສີນປະທ່ານໂຮ່ຈິມິນ ຢູ່ ໄຕງວຽນ VOV (ພາບ: VOV)

       ນັກສິລະປະກອນ ເຮີລານ ນີເອ ຢູ່ບ້ານບວນກລາ, ຕາແສງໄດຼ, ເມືອງ ກຼົງອານາ, ແຂວງດັກລັກ ໃຫ້ຮູ້ວ່າ ຮູບພາບປະທານໂຮ່ຈິມິນ ໃນບັນດາບົດເພງພື້ນເມືອງເອເດ ປຽບເໝືອນດັ່ງດວງດາວທີ່ໃສແຈ້ງໄດ້ສ່ອງແສງເຍືອງທາງໄປຕາມພັກ, ຕໍ່ສູ້ຍາດເອົາເອກະລາດ ເສລີພາບມາໃຫ້ຊາດຫວຽດນາມ, ປຽບເໝືອນດັ່ງແປວທີ່ໃສແຈ້ງໄຟໃນຕອນກາງຄືນ, ໃຫ້ ປຊຊທສ້າງຊີວິດການເປັນຢູ່ທີ່ອີ່ມໜຳສຳລານຄືດັ່ງທຸກວັນນີ້. ບັນດາບົດເພງພື້ນເມືອງກ່ຽວກັບປະທານໂຮ່ຈິມິນ ສາມາດເຂົ້າໃຈໄດ້ງ່າຍ, ຟັງງ່າຍ, ສະບາຍ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍຄົນ.   ນັກສິລະປະກອນ ເຮີລານ ນີເອ ແບ່ງປັນວ່າ:

   ເມື່ອຮ້ອງເພງກ່ຽວກັບປະທານໂຮ່ຈິມິນ, ບັນດານັກສິລະປິນ ໄດ້ເລົ່າເລື່ອງລາວກ່ຽວກັບເພິ່ນ, ນັ້ນແມ່ນການນຳທີ່ປີຊາສາມາດ. ປະທານໂຮ່ຈິມິນ ໄປຮອດໃສກໍ່ມີຄວາມເສລີພາບຢູ່ບ່ອນນັ້ນ. ເພິ່ນໄດ້ຊ່ວຍໃຫ້ ປຊຊ ຫລຸດພົ້ນອອກຈາກແອກຂ້າທາດຂອງສັດຕູຝະລັ່ງ ແລະ ອາເມລິກາ ໃນເມື່ອກ່ອນ.

ປະ​ທານ​ໂຮ່​ຈິ​ມິນ ​ຢູ່​ໃນ​ດວງໃຈ ປ​ຊ​ຊ ບັນ​ດາ​ເຜົ່າ​ໄຕ​ງວຽນ ຕະຫຼອດ​ໄປ - ảnh 2

 ຊາວເຜົ່າເອເດ ສະແດງຄວາມຮູ້ບຸນຄຸນ, ຄິດຮອດຄິດເຖິງປະທ່ານໂຮ່ຈິມິນ ຜ່ານທຳນອງເພງທີ່ລຽບງ່າຍ (ພາບ: VOV)

      ຊາວເຜົ່າເອເດ  ມີອາລົມຈິດຄວາມຮັກແພງຢ່າງເລິກເຊິ່ງ ຕໍ່ປະທານໂຮ່ຈິມິນ ບໍ່ພຽງແຕ່ຍ້ອນວ່າ ເພິ່ນແມ່ນການນຳຂອງຊາດຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນແບບຢ່າງຂອງການເສຍສະຫຼະທັງຊີວິດໃຫ້ແກ່ປະເທດຊາດ, ໃຫ້ແກ່ ປຊຊ ອີກດ້ວຍ.    ນັກສິລະປະກອນ ອີນຸກ ນີເອ ຢູ່ບ້ານຮຸກບີ, ຕາແສງກືມກາ, ເມືອງ ກືມກາ, ແຂວງດັກລັກ ແບ່ງປັນວ່າ, ຊາວເຜົ່າເອເດ ຍາມໃດກໍ່ໄດ້ບອກເຕືອນກັນຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ ທີ່ວ່າ ປຊຊ ຕ້ອງສາມັກຄີກັນ, ຮັກແພງກັນ, ສ້າງສາບ້ານເມືອງໃຫ້ນັບມື້ນັບຮັ່ງມີສວຍງາມຜ່ານສຽງເພງ. ນັກສິລະປະກອນ ອີນຸກ ນີເອ ໃຫ້ຮູ້ວ່າ:

   ປະທານໂຮ່ຈິມິນ ແມ່ນຜູ້ນຳພາປະເທດຫວຽດນາມ ຕີເອົາຊະນະການຮຸກຮານຂອງພວກລ່າເມືອງຂຶ້ນຝະລັ່ງ, ຈັກກະພັດອາເມລິກາ ແລະ ປະຈຸບັນ ປຊຊ ໄດ້ດຳລົງຊີວິດຢ່າງອີ່ມໜຳສຳລານ, ມີຄວາມຜາສຸກ. ເພິ່ນໄດ້ສັ່ງສອນຊາວເຜົ່າຢູ່ເຂດໄຕງວຽນ ວ່າຕ້ອງຮັກບ້ານເກີດເມືອງນອນ, ເປັນຈິດໜຶ່ງໃຈດຽວໄປຕາມພັກ ແລະ ລັດ, ສ້າງສາບ້ານເມືອງໃຫ້ນັບມື້ນັບຮັ່ງມີ ແລະ ສວຍງາມ. ໃນບົດເພງພື້ນເມືອງເອເດ ແມ່ນບໍ່ສາມາດຂາດໄດ້ກ່ຽວກັບພາລະກິດ ແລະ ຊີວິດຂອງເພິ່ນໄດ້.

   ໃນບົດເພງພື້ນເມືອງເອເດ, ບັນດານັກສິລະປະກອນເອເດ ໄດ້ປຽບທຽບຮູບພາບຂອງປະທານໂຮ່ຈິມິນ ດ້ວຍບັນດາສຽງຂັບສຽງລຳທີ່ລຽບງ່າຍ, ໃສແຈ້ງ ແຕ່ຊ້ອນແຝງໃນນັ້ນ ແມ່ນອາລົມຈິດຄວາມຮັກແພງ, ຄວາມເຄົາລົບນັບຖືຂອງຊາວເຜົ່າເອເດ ທີ່ມີຕໍ່ການນຳຂອງຊາດ. ນັກສິລະປະກອນ ອີເບີຣວາດ ເອບານ, ອາຍຸ 83 ປີ, ຢູ່ບ້ານ ເອອາຊຸດ ເທດສະບານ ເອອາປົກ, ເມືອງກືມກາ, ແຂວງດັກລັກ ໃຫ້ຮູ້ວ່າ ປະທານໂຮ່ຈິມິນ ແມ່ນສັນຍາລັກແຫ່ງຄວາມຄາດຫວັງໃນການດຳລົງຊີວິດ, ຂອງເອກະລາດ, ເສລີພາບ ແລະ ແມ່ນແຫຼ່ງບັນດານໃຈໃຫ້ບັນດານັກສິລະປິນຂັບຮ້ອງເພງພື້ນເມືອງ:

   ປະທານໂຮ່ຈິມິນ ແມ່ນຜູ້ນຳໜ້າປະເທດຊາດຫວຽດນາມ. ຂ້າພະເຈົ້າບໍ່ເຄີຍໄດ້ພົບເພິ່ນຈັກເທື່ອ ແຕ່ວ່າ ໃນເວລາທີ່ຂ້າພະເຈົ້າຮ້ອງເພງໃຫ້ລູກຫຼານຟັງ ຫລືໄປສະແດງໃນງານມະໂຫລານແຕ່ລະເທື່ອນັ້ນ, ຂ້າພະເຈົ້າກໍ່ເຄີຍຮ້ອງບັນດາບົດເພງຍ້ອງຍໍສັນລະເສີນປະທານໂຮ່ຈິມິນ.

     ສຳລັບຊາວເຜົ່າໄຕງວຽນ, ໃນນັ້ນ ມີຊາວເຜົ່າເອເດ ແລ້ວ, ເຖິງວ່າ ປະທານໂຮ່ຈິມິນ ໄດ້ຈາກພວກເຮົາໄປນານແສນນານ ແລ້ວກໍ່ຕາມ ແຕ່ເພິ່ນຍັງໄດ້ຢູ່ໃນດວງໃຈຂອງໝົດທຸກຄົນ. ນັກສິລະປະເອເດ ໄດ້ຮ້ອງເພງສະແດງຄວາມຮັກແພງເພິ່ນ ຜ່ານຈັງຫວະເພງທີ່ເຮັດໃຫ້ຜູ້ຟັງມີຄວາມຕື່ນເຕັ້ນທີ່ສຸດ. ນັກສິລະປະ ເຮີບິມ ກບວນ, ຕາແສງກືມກາ, ເມືອງກືມກາ, ແຂວງດັກລັກ ໃຫ້ຮູ້ວ່າ:

   ພວກເຮົາຄິດຮອດຄິດເຖິງເພິ່ນ ແຕ່ບໍ່ສາມາດພົບເພິ່ນໄດ້ອີກ, ແລ້ວຈະຮ້ອງວ່າ: ລຸງໂຮ່ເອີຍ, ຫຼານກຳລັງຄິດຮອດລຸງ, ຄິດຮອດໃບໜ້າທີ່ໂອບອ້ອມອາລີ          ປະຈຸບັນຫຼານບໍ່ສາມາດພົບລຸງໄດ້ອີກແລ້ວ. ຫຼານຄິດຮອດສຽງເວົ້າສຽງວ່າຂອງລຸງ ເມື່ອລຸງໄດ້ໂອ້ລົມກັບພວກຫຼານ. ລຸງແມ່ນຜູ້ເກັ່ງກ້າສາມາດ, ລຸງໄດ້ສ້າງດວງດາວຄຳທີ່ແຈ້ງສະຫວ່າງເພື່ອສ່ອງແສງເຍືອງທາງ….

  ບັນດາບົດເພງພື້ນເມືອງເອເດ ແມ່ນສຽງເວົ້າຂອງຈິດວິນຍານ, ຂອງດວງໃຈຜູ້ຂັບຮ້ອງ. ຊາວເຜົ່າເອເດ ໄດ້ສະແດງຄວາມຮູ້ບຸນຄຸນ, ຄວາມຮັກແພງຕໍ່ປະທານໂຮ່ຈິມິນ ຜ່ານທຳນອງທີ່ລຽບງ່າຍ. ຈັງຫວະ ແລະ ທຳນອງເພງທີ່ໄດ້ສ້າງຂຶ້ນ ຈາກຄວາມເຄົາລົບນັບຖື ການນຳທີ່ແສນເຄົາລົບຮັກ ທີ່ໄດ້ເສຍສະຫຼະຊີວິດທັງໝົດຂອງຕົນ ໃຫ້ແກ່ຊາດຫວຽດນາມ. ເຖິງວ່າ ບໍ່ທັນໄດ້ໄປຢ້ຽມຢາມເຂດໄຕງວຽນ ກໍ່ຕາມ ແຕ່ຮູບພາບການນຳທີ່ແສນເຄົາລົບຮັກຂອງຊາດ ຍັງຢູ່ໃນດວງໃຈຂອງຊາວເຜົ່າເອເດ ຕະຫຼອດໄປ ຜ່ານບັນດາບົດເພງພື້ນເມືອງທີ່ນີ້ມນວນ, ອ່ອນຫວານ.

 

ຕອບກັບ

ຂ່າວ/ບົດ​ອື່ນ