ນາງ ຫງວຽນທິບິ່ງ ເສດຖີຢູ່ຕີນພູ ຟາດິນ

(VOVWORLD) -ນາງ ຫງວຽນທິບິ່ງ ຜູ້ອຳນວຍການສະຫະກອນ ແຈງແລວ ທັງເປັນຮອງຜູ້ອຳນວຍການສະຫະກອນຜະລິດ ດຳເນີນທຸລະກິດ ແລະ ການບໍລິການສັງລວມ ບິ່ງຖ້ວນ ທີ່ຕາແສງ ຟົ່ງຫຼາຍ ເມືອງ ຖ້ວນເຈົາ ແຂວງ ເຊີນລາ ແມ່ນເສດຖີມີຄວາມຂະຫຍັນຂັນເຄື່ອນ ກ້າຄິດກ້າທຳ ພັດທະນາຮູບແບບສະຫະກອນແບບໃໝ່ ເຄື່ອນໄຫວຢ່າງມີປະສິດທິຜົນ. ໃນໄລຍະທີ່ຈະມາເຖິງນີ້ພ້ອມກັບຮູບແບບເສດຖະກິດນີ້ ນາງຍັງພັດທະນາການທ່ອງທ່ຽວຕື່ມອີກ ແລະ ໝັ້ນໝາຍເປີດທິດພັດທະນາເສດຖະກິດແບບຍຶນຍົງໃຫ້ແກ່ຊາວກະສິກອນໃນເຂດ
ນາງ ຫງວຽນທິບິ່ງ ເສດຖີຢູ່ຕີນພູ ຟາດິນ - ảnh 1

ນາງ ຫງວຽນທິບິ່ງ ເສດຖີຢູ່ຕີນພູ ຟາດິນ

    ໃນຊຸມມື້ນີ້ຊາວກະສິກອນຕາແສງ ຟົ່ງຫຼາຍ ເມືອງ ຖ້ວນເຈົາ ແຂວງ ເຊີນລາ ພວມຟ້າວເກັບກູ້ຊາ ເພື່ອຂາຍໃຫ້ແກ່ສະຫະກອນຜະລິດດຳເນີນທຸລະກິດ ແລະ ການບໍລິການສັງລວມ ບິ່ງຖ້ວນ. ຕ່ອງໂສ້ຜະລິດຊາເຄິ່ງສຳເລັດຮູບຂອງສະຫະກອນ ໄດ້ເຄື່ອນໄຫວຈົນສຸດກຳລັງ ບໍ່ນັບວັນແລະ ຄືນ ກິ່ນຫອມຂອງຊາສົດ ໄດ້ກຸ້ມໄປທົ່ວຕິນພູ ຟາດິນ. ນາງ ຫງວຽນທິບິ່ງ ໄດ້ແບ່ງປັນວ່າ ຊຸມປີ 1960 ພໍ່ແມ່ຂອງນາງຈາກແຂວງ ຖາຍບິ່ງ ໄດ້ຍ້າຍຂຶ້ນສູ່ຕາແສງ ຟົ່ງຫຼາຍ ທີ່ຫ່າງໄກ ເພື່ອບຸກເບີກພື້ນທີ່ສ້າງອາຊີບ. ຮອດປີ 1971 ນາງໄດ້ເກີດຂຶ້ນຢູ່ ຟົ່ງຫຼາຍ ແລະ ໄດ້ມີຄວາມຜູກພັນກັບດິນແດນຢູ່ແຫ່ງນີ້ມາຮອດປັດຈຸບັນ.  ບັນດາທົ່ງຊາຂຽວອຸ່ມທຸ່ມຍາວຢຽດ ໄດ້ຟັງເລິກໃນຄວາມຊົງຈຳແຕ່ຄາວເຍົາໄວ ນີ້ກໍ່ແມ່ນຄວາມເມົາມົວກະຕຸກຊຸກນາງມີຄວາມຜູກພັນ ແລະ ນຳຕົ້ນຊາກາຍເປັນແນວປູກຫຼັກແຫຼ່ງຢູ່ແຫ່ງນີ້. ທ້າຍປີ 2013 ນາງ ບິ່ງ ພ້ອມກັບບັນດາສະມາຊິກ ໄດ້ສ້າງຕັ້ງສະຫະກອນ ບິ່ງຖ້ວນ, ໃນເບື້ອງຕົ້ນສະຫະກອນ ພຽງຜະລິດຊາເຄິ່ງສຳເລັດຮູບ ແລ້ວກໍ່ກ້າວໄປເຖິງການສົ່ງອອກຜະລິດຕະພັນຊາດິບໄປຂາຍໃຫ້ຕະຫຼາດ ໄຕ້ຫວັນ ໂດຍຜ່ານຫົວໜ່ວຍເປັນກາງ, ຄາວນັ້ນກໍ່ແມ່ນຊ່ວງເວລາມອບໂອນຊາ ລະຫວ່າງບໍລິສັດຊາຂອງທ້ອງຖິ່ນ ແລະ ສະຫະກອນ ດັ່ງນັ້ນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ນາງ ບິ່ງ ເວົ້າວ່າ:

      “ເຂດວັດຖຸດິບໃນຄາວນັ້ນ ຍັງຄົງຂຶ້ນກັບບໍລິສັດ ດັ່ງນັ້ນເມື່ອສະຫະກອນໄດ້ເກັບຊື້ ຮັບຈຳໜ່າຍໃຫ້ແກ່ພໍ່ແມ່ພີ່ນ້ອງ, ຫຼັງຈາກນັ້ນສະຫະກອນກໍ່ໄດ້ຢຸດ ບໍ່ເກັບຊື້ອີກ ດັ່ງນັ້ນສົ້ນອອກກໍ່ບໍ່ມີ ດັ່ງນັ້ນພໍ່ແມ່ພີ່ນ້ອງໄດ້ມີຄຳເຫັນຕໍ່ເມືອງ ຫຼັງຈາກນັ້ນເມືອງກໍ່ໄດ້ຊີ້ນຳ ໃຫ້ສະຫະກອນເກັບຊື້ ແລະ ຮັບຈຳໜ່າຍໃຫ້ແກ່ພໍ່ແມ່ປະຊາຊົນ”.

       ພາຍຫຼັງເຄື່ອນໄຫວມາເປັນເວລາເກືອບ 10 ປີ ມາຮອດປັດຈຸບັນຜະລິດຕະພັນຊາຂອງສະຫະກອນໄດ້ຢັ້ງຢືນຄຸນນະພາບຜະລິດຕະພັນບັນລຸ OCOP ສີ່ດາວ ລະດັບແຂວງ ແມ່ນຜະລິດຕະພັນອຸດສາຫະກຳຊົນນະບົດທີ່ດີເດັ່ນຂອງແຂວງ ປີ 2019, ບັນລຸຜະລິດຕະພັນຊົນນະບົດທີ່ດີເດັ່ນລະດັບເຂດ    ປີ 2020 ແລະ ໄດ້ຮັບໃບຢັ້ງຢືນຜະລິດຕະພັນ OCOP ດີເດັ່ນຢູ່ເຂດປະສົບກັບຄວາມຫຍຸ້ງຍາກ ພິເສດໄລຍະ 2018 – 2020 ຈາກສູນກາງ. ຍອດລາຍຮັບຂອງສະຫະກອນໃນ 5 ປີມໍ່ໆມານີ້ ບັນລຸກວ່າ 10 ຕື້ດົ່ງຕໍ່ປີອັນໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນ 30 ຄົນ ແລະ ພິເສດສະຫະກອນໄດ້ຮ່ວມສຳພັນ ຮັບຈຳໜ່າຍຜະລິດຕະພັນໃຫ້ແກ່ຫຼາຍກວ່າ 400 ຄອບຄົວໃນເຂດ ອັນໄດ້ຊ່ວຍພໍ່ແມ່ພີ່ນ້ອງມີຄວາມໝັ້ນໃຈພັດທະນາເສດຖະກິດ ແລະ ສາມາດສ້າງຄວາມຮັ່ງມີຢູ່ທ້ອງຖິ່ນ. ອ້າຍ ເລືອງວັນອິນ ຢູ່ບ້ານ ເຈົ້າຟ້າງ ຕາແສງ ຈ່ຽງຟາ ເມືອງ ຖ້ວນເຈົາ ເຊິ່ງແມ່ນກຳມະກອນຜະລິດຊາໃຫ້ຮູ້ວ່າ:

       “ໃນໄລຍະເກີດໂຄວິດ - 19 ນີ້, ຊາຂອງພວກຂ້າພະເຈົ້າທີ່ຜະລິດອອກມານັ້ນ ກໍ່ຖືກສະຫະກອນເກັບຊື້ ດັ່ງນັ້ນກໍ່ມີລາຍຮັບປົກກະຕິ. ສິ່ງທີສອງ ກະໂຕເຮົາເອງກໍ່ເຮັດວຽກຢູ່ທີ່ນີ້ ກໍ່ເຫັນວ່າວຽກງານກໍ່ເປັນປົກກະຕິ ຜ່ານນັ້ນເຮົາກໍ່ເພີ່ມລາຍຮັບມີຄວາມໝັ້ນໃຈເຮັດວຽກ ແລະ ຂະຫຍາຍຕົ້ນຊາ”.

      ປັດຈຸບັນ, ນາງ ບິ່ງ ພ້ອມກັບບັນດາສະມາຊິກໃນສະຫະກອນ ພວມພັດທະນາເຂດທ່ອງທ່ຽວຊີວະພາບ ດ້ວຍຍອດເນື້ອທີ່ກວ່າ 16 ເຮັກຕາ, ໂດຍນຳໃຊ້ທ່າແຮງທາງດ້ານສິ່ງແວດລ້ອມທຳມະຊາດ ແລະ ວັດທະນະທຳທ້ອງຖິ່ນ.  ພ້ອມກັນນັ້ນ ນາງ ບິ່ງ ກໍ່ມີຄວາມຫ້າວຫັນເຂົ້າຮ່ວມຕອບສະໜອງບັນດາຂະບວນການແຂ່ງຂັນ, ຊ່ວຍໜູນເຮັດທາງຄົມມະນາຄົມ, ລະບົບໄຟຟ້າຂອງຕາແສງ. ນາງ  ບິ່ງ ແບ່ງປັນວ່າ:

       “ຂ້າພະເຈົ້າມີຄວາມໂຊກດີທີ່ສຸດ ເພາະໃນການດຳລົງຊີວິດ ຜົວ ແລະ ລູກ ກໍ່ລ້ວນແຕ່ສະໜັບສະໜູນ. ທັງຄອບຄົວຍາມໃດກໍ່ສ້າງເງື່ອນໄຂໃຫ້ແກ່ຂ້າພະເຈົ້າລົງທຶນຄຸ້ມຄອງບັນດາເຂດດຳເນີນທຸລະກິດ ແລະ ມຸ່ງໄປສູ່ເຂດທ່ອງທ່ຽວນີ້”.

       ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ນາງ ຫງວຽນທິບິ່ງ ໄດ້ຮັບໃບຍ້ອງຍໍຫຼາຍໃບຈາກສະມາຄົມແມ່ຍິງຂັ້ນຕ່າງໆ ແລະ ຂອງຄະນະກຳມະການປະຊາຊົນແຂວງ ເຊີນລາ, ຂອງເມືອງ ຖ້ວນເຈົາ. ນາງແມ່ນແບບຢ່າງແມ່ຍິງສ້າງເສດຖະກິດເກັ່ງ ໃນການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຢູ່ທ້ອງຖິ່ນ. ບັນດາການປະກອນບສ່ວນປະດິດຄິດສ້າງຂອງນາງ ໃນການພັດທະນາເສດຖະກິດທ້ອງຖິ່ນກໍ່ສົມກັບຄຸນທາດຄຸນສົມບັດຂອງແມ່ຍິງ 4 ປະການຂອງແມ່ຍິງ ຫວຽດນາມ ຍຸກປັດຈຸບັນ “ເຊື່ອໝັ້ນຕົນເອງ, ເຄົາລົບຕົນເອງ, ສັດຊື່ບໍລິສຸດ ແລະ ເຮັດຫຼ້ອນວຽກບ້ານການເຮືອນ”.

ຕອບກັບ

ຂ່າວ/ບົດ​ອື່ນ