ນັກສິລະປະການດີເດັ່ນ ເກິ່ມວູຍ - ຜູ້ສຸດຈິດສຸດໃຈກັບວັດທະນະທຳຊົນເຜົ່າ

(VOVWORLD) - ຢູ່ເມືອງ ເມື່ອງລາ ແຂວງ ເຊີນລາ ນັກສິລະປະການດີເດັ່ນເກິ່ມວູຍ ຊາວເຜົ່າ ຜູ້ໄທ ແມ່ນຜູ້ມີຊື່ສຽງ ເປັນຜູ້ສຸດຈິດສຸດໃຈຕໍ່ວັດທະນະທຳຂອງເຜົ່າຕົນ. ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຖ່າຍທອດສິດສອນ ຮັກສາວັດທະນະທຳຊົນເຜົ່າເທົ່ານັ້ນ ທ່ານຍັງກໍ່ສ້າງປັບປຸງຂະບວນການວັດທະນະທຳສິລະປະວັນນະຄະດີຢູ່ທ້ອງຖິ່ນອີກດ້ວຍ.
ນັກສິລະປະການດີເດັ່ນ ເກິ່ມວູຍ - ຜູ້ສຸດຈິດສຸດໃຈກັບວັດທະນະທຳຊົນເຜົ່າ - ảnh 1ນັກສິລະປະການດີເດັ່ນ ເກິ່ມວູຍ - ຜູ້ສຸດຈິດສຸດໃຈກັບວັດທະນະທຳຊົນເຜົ່າ
(ພາບ:Tòng Đức Anh/ VOV)
 
 

ໃນລາຍການປະເທດຊາດ ແລະ ຊາວຫວຽດນາມພາກນີ້ ພວກເຮົາຂໍແນະນຳບົດຂອງ ວີ້ງຟອງ ທີ່ພາດຫົວຂໍ້ວ່າ “ນັກສິລະປະການດີເດັ່ນ ເກິ່ມວູຍ - ຜູ້ສຸດຈິດສຸດໃຈກັບວັດທະນະທຳຊົນເຜົ່າ” ເຊີນທ່ານຕິດຕາມຮັບຟັງ.

ສຳລັບຫຼາຍຄົນທີ່ນິຍົມທຳນອງເພງພື້ນເມືອງເຜົ່າຜູ້ໄທ ໃນແຂວງ ເຊີນລາ ນັ້ນ ທຸກໆຄົນກໍ່ລ້ວນແຕ່ຮູ້ຈັກຊື່ສຽງຂອງນັກສິລະປະການດີເດັ່ນ ເກິ່ມວູຍ ຢູ່ເມືອງ ເມື່ອງລາ ແຂວງ ເຊີນລາ ດ້ວຍສຽງຂັບຮ້ອງເຜົ່າ ຜູ້ໄທ ບາດຂຶ້ນບາດລົງເປັນໜ້າຈັບໃຈຂອງທ່ານ. ທ່ານ ຕ່ອງວັນເຮັຍ ຢູ່ບ້ານ ມ່ອງ  ຕາແສງ ຫົວລາ ນະຄອນ ເຊີນລາ ແຂວງ ເຊີນລາ ໃຫ້ຮູ້ວ່າ:

   “ມີຫຼາຍຄົນໄດ້ຮູ້ຈັກການປະພັນເພງ ຮູ້ຈັກຂັບຮ້ອງ. ແຕ່ລະຄົນກໍ່ມີນ້ຳສຽງຕ່າງຫາກ. ສະເພາະບົດເພງກໍ່ຄືວິທີສະແດງຂອງນັກສິລະປະການ ເກິ່ມວູຍ ນັ້ນກໍ່ມ່ວນທີ່ສຸດ. ຂ້າພະເຈົ້າເອງກໍ່ຊົມຊອບ ບັນດາບົດເພງຂອງທ່ານ ເກິ່ມວູຍປະພນທີ່ສຸດ ກໍ່ຄືຢາກຟັງທ່ານຂັບຮ້ອງ”.

  ໂດຍໄດ້ກຳເນີດຂຶ້ນໃນຄອບຄົວທີ່ມີແມ່ຮູ້ຂັບຮ້ອງເພງເຜົ່າຜູ້ໄທ ພໍ່ແມ່ນອ້າຍຄູສອນຕົວໜັງສືເຜົ່າຜູ້ໄທບູຮານຢູ່ຕາແສງ ເມື່ອງຈາຍ ເມືອງ ເມື່ອງລາ ແຂວງ ເຊີນລານັ້ນ ນັບແຕ່ຄາວຍັງນ້ອຍ ທ່ານ ເກິ່ມວູຍ ໄດ້ຮຽນຕາມແມ່ສອນຂັບຮ້ອງ ຮຽນເປົ່າຂຸ່ຍ ເປົ່າແຄນ ແລະ ຄວາມຮັກວັດທະນະທຳຊົນເຜົ່າ  ໄດ້ຄ່ອຍໆກຳເນີດຂຶ້ນໃນຈິດໃຈຂອງທ່ານນັບແຕ່ຍາມໃດກໍ່ບໍ່ຮູ້. ທ່ານຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວວັດທະນະທຳ ສິລະປະຢູ່ໝູ່ບ້ານຕາແສງ ອັນໄດ້ນຳສຽງຂັບຮ້ອງສຽງແຄນຂອງຕົນ ໄປສະແດງລະດົມກຳລັງໃຈ ແກ່ອອກແຮງງານທຳການຜະລິດ ສ້າງບ້ານແປງເມືອງຂອງພໍ່ແມ່ພີ່ນ້ອງ ແລະ ໄດ້ຮັບການຕອບສະໜອງຈາກພໍ່ແມ່ພີ່ນ້ອງຊາວ້ານທັງຫຼາຍ. ໄລຍະທີ່ເຮັດວຽກຢູ່ຂະແໜງວັດທະນະທຳເມືອງ ເມື່ອງລາ ທ່ານ ເກິ່ມວູຍ ໄດ້ຮັບການສັບຊ້ອນ ໃຫ້ຮັບຜິດຊອບຂະບວນການວັດທະນະທຳ ສິລະປະວັນນະຄະດີຮາກຖານ. ດ້ວຍໜ້າທີ່ຄວາມຮັບຜິດຊອບ ພ້ອມກັບຄວາມເມົາມົວວັດທະນະທຳຊົນເຜົ່າຂອງຕົນ, ທ່ານ ວູຍ ໄດ້ໄປຕາແສງຕ່າງໆໃນເມືອງ ເພື່ອປັບປຸງຂະບວນການວັດທະນະທຳ ສິລະປະວັນນະຄະດີ ເພື່ອໃຫ້ໝູ່ບ້ານຕາແສງໃດ ກໍ່ຕ້ອງມີກອງສິລະປະວັນນະຄະດີ ຮັບໃຊ້ເຫດການຕ່າງໆໃນບ້ານເມືອງ. ໄປຮອດໃສທ່ານກໍ່ສອນຂັບຮ້ອງ ສອນຟ້ອນໃຫ້ແກ່ກອງສິລະປະກອນໝູ່ບ້ານ ໃຜໆກໍ່ຢາກຮຽນໜັງສືຜົ່າຜູ້ໄທ ມັກຊອກຮູ້ເຄື່ອງດົນຕີບັນດາເຜົ່າຄື ວິທີເປົ່າຂຸ່ຍ ເປົ່າແຄນ, ສີຊໍ... ທ່ານກໍ່ພ້ອມແລ້ວ ທີ່ຈະສິດສອນ ແລະ ຖ່າຍທອດຢ່າງສຸດໃຈ. ທ່ານ ເກິ່ມວູຍ ໃຫ້ຮູ້ວ່າ:

“ບໍ່ແມ່ນວ່າຜູ້ໃດກໍ່ຮູ້ຈັກຂັບຮ້ອງເພງຢ່າງຈັບໃຈ ແລະ ເຮັດໃຫ້ຜູ້ຟັງຫຼົງໄຫຼ. ຍ້ອນເຫດນີ້ເອງຜູ້ຂັບຮ້ອງກໍ່ຕ້ອງມີຄວາມເມົາມົວ, ພ້ອມກັບນ້ຳສຽງດີ, ກຳແໜ້ນວິທີຂັບຮ້ອງຕາມຈັງຫວະ ຂອງດົນຕີແຕ່ລະປະເພດ ແລະ ເນື້ອໃນຂອງບົດເພງທີ່ຢາກສົ່ງເຖິງຜູ້ຟັງ”.

ນັກສິລະປະການດີເດັ່ນ ເກິ່ມວູຍ - ຜູ້ສຸດຈິດສຸດໃຈກັບວັດທະນະທຳຊົນເຜົ່າ - ảnh 2ບັນດາໃບຍ້ອງຍໍທີ່ທ່ານໄດ້ຮັບ
(ພາບ:Tòng Đức Anh/ VOV)

   ໂດຍເລີ່ມມາຈາກຄວາມເມົາມົວກັບການຂັບຮ້ອງເພງເຜົ່າຜູ້ໄທ, ໄດ້ພາໃຫ້ທ່ານ ປະພັນເພງຂອງເຜົ່າຕົນ. ບັນດາບົດເພງໂດຍທ່ານປະພັນ ຕົ້ນຕໍແມ່ນ ຍ້ອງຍໍສັນລະເສີມຄວາມຮັກບ້ານເກີດເມືອງນອນປະເທດຊາດ ຍ້ອງຍໍສັນລະເສີນປະທານ ໂຮ່ຈີມິນ. ໄລຍະຕໍ່ມາໄດ້ສະຫງວນເວລາສ່ວນຫຼາຍ ເພື່ອປະພັນບັນດາບົດເພງສ່ອງແສງເຖິງຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ. ມາຮອດປັດຈຸບັນ ທ່ານ ເກິ່ມວູຍ ໄດ້ປະພັນບົດເພງດ້ວຍຫົວເລື່ອງແຕກຕ່າງກັນ ຈຳນວນ 350 ບົດ. ທ່ານ ຫງວຽນວັນສາງ ຫົວໜ້າຂະແໜງວັດທະນະທຳ ຖະແຫຼງຂ່າວ ເມືອງ ເມື່ອງລາ ແຂວງ ເຊີນລາ ໃຫ້ຮູ້ວ່າ: ເມືອງ ເມື່ອງລາ ມີປະມານ 300 ກອງສິລະປະກອນ ແລະ ຜ່ານກອງສິລະປະກກອນເຫຼົ່ານີ້ ບັນດາຜູ້ປະສົການໃນຂົງເຂດວັດທະນະທຳ ຄືທ່ານ ເກິ່ມວູຍ ໄດ້ປະກອບສ່ວນ ອະນຸລັກຮັກສາ ແລະ ພັດທະນາບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງພໍ່ແມ່ປະຊາຊົນ. ທ່ານ ຫງວຽນວັນສາງ ໃຫ້ຮູ້ວ່າ:

 “ນັກສິລະປະການ ເກິ່ມວູຍ ເປັນຜູ້ພິເສດທີ່ສຸດ. ທ່ານສາມາດປະພັນເພງ ຄົ້ນຄວ້າ ເກັບຮັກສາ  ແລະ ເສບເຄື່ອງດົນຕີ ສຳລັບຈຸດວັດທະນະທຳທີ່ເປັນເອກະລັກຫຂອງເຜົ່າຜູ້ໄທ. ທ່ານ ເກິ່ມວູຍ ແມ່ນຜູ້ຫ້າວຫັນຕັ້ງໜ້າເຂົ້າບັນດາການເຄື່ອນໄຫວຂອງເມືອງ ພິເສດແມ່ນໃນການໂຄສະນາລົບລ້າງບັນດາຮີດຄອງປະເພນີຫຼ້າຫຼັງໃນໝູ່ປະຊາຊົນ”.

 ປັດຈຸບັນເຮືອນຂອງນັກສິລະປະການດີເດັ່ນ ເກິ່ມວູຍ ໃນເທດສະບານ ອິດອອງ ເມືອງ ເມື່ອງລາ ໃນປັດຈຸບັນປຽບເໝືອນຫໍສະໝຸດ ຮັດແຄບໜຶ່ງເກັບຮັກສາບັນດາບົດເພງ ໂດຍທ່ານເອງເປັນຜູ້ປະພັນ ພ້ອມກັບປຶ້ມຕົວໜັງສືເຜົ່າຜູ້ໄທບູຮານຫຼາຍຫົວ ທີ່ບັນທຶກບັນດາຮີດຄອງປະເພນີ ພຶື້ນຖານກາບກອນຄຳບູຊາ, ຄຳສັ່ງສອນໃຫ້ມະນຸດພວມມີຄວາມສ່ຽງຖືກສູນຫາຍ ນີ້ກໍ່ແມ່ນຊັບສົມບັດອັນລ້ຳຄ່າ ເຊິ່ງທ່ານ ເກິ່ມວູຍ ໄດ້ ແລະ ພວມສຸມຈິດສຸມໃຈຮັກສາໄວ້ ໃຫ້ແກ່ລູກຫຼານໃນອະນາຄົດ. ທ່ານສົມເປັນນັກສິລະປະການຂອງໝູ່ບ້ານຢ່າງແທ້ຈິງ. 

ຕອບກັບ

ຂ່າວ/ບົດ​ອື່ນ