ນັກສິລະປະການ ອີຖາຍ ເອບານ - ຜູ້ຮັກສາວິນຍານຂອງຮູບແກະຄວັດສະຫຼັກໄມ້ຢູ່ ອີອາຕູ ນະຄອນ ບວນມາທ້ວດ ແຂວງ ດັກລັກ

(VOVWORLD) -  ກວ່າ 30 ປີທີ່ຜ່ານມາ ນັກສິລະປະການ ອີຖາຍ ເອບານ ຊາວເຜົ່າ ເອເດ ຢູ່ນະຄອນ ບວນມາທ້ວດ ແຂວງ ດັກລັກ ໄດ້ສຸມຈິດສຸມໃຈ ເພື່ອຮັກສາ ແລະ ພັດທະນາວຽກງານ ແກະຄວັດສະຫຼັກໄມ້ ຫັນໄມ້ທ່ອນ ກາຍເປັນຜະລິດຕະພັນສິລະປະກຳ. ທ່ານແມ່ນໜຶ່ງໃນຈຳນວນໜ້ອຍນັກສິລະປະການ ຢູ່
ແຂວງ ດັກລັກ ຍັງມີຄວາມເມົາມົວແກະຄວັດສະຫຼັກໄມ້ ແລະ ສ້າງລາຍຮັບຈາກວຽກງານນີ້. 
ນັກສິລະປະການ ອີຖາຍ ເອບານ - ຜູ້ຮັກສາວິນຍານຂອງຮູບແກະຄວັດສະຫຼັກໄມ້ຢູ່ ອີອາຕູ ນະຄອນ ບວນມາທ້ວດ ແຂວງ ດັກລັກ - ảnh 1ນັກສິລະປະການ ອີຖາຍ ເອບານ ກັບບັນດາຮູບແກະຄວັດສະຫຼັກໄມ້

    ໂດຍນັ່ງຢູ່ທ່າມກາງຮູບແກະຄວັດສະຫຼັກໄມ້ ດ້ວຍສີສັນຫຼາກຫຼາຍ ນັກສິລະປະການ ອີຖາຍ ເອບານ ຢູບ້ານ ເກີເມີເຣີງ ປະຣອງ B ຕາແສງ ອີອາຕູ ນະຄອນ ບວນມາທ້ວດ ແຂວງ ດັກລັກ ໄດ້ແນະນຳດ້ວຍຄວາມເມົາມົວ ກ່ຽວກັບຜະລິດຕະພັນຮູບແກະຄວັດສະຫຼັກ “ໝໍພອນ ແລະ ນາງຊ່ວຍວຽກບູຊາ”. ນີ້ແມ່ນໜຶ່ງໃນບັນດາຮູບແກະຄວັດສະຫຼັກ ທີ່ດີທີ່ສຸດຂອງທ່ານ ເຊິ່ງໄດ້ຮັບລາງວັນທີສອງ ທີ່ງານປະກວດຮູບແກະຄວັດສະຫຼັກໄມ້ພື້ນເມືອງຂອງບັນດາເຜົ່າໃນເຂດ ເຕິຍງວຽນ ປີ 2017. ແບ່ງປັນຄວາມເມົາມົວຂອງຕົນ, ນັກສິລະປະການ ອີຖາຍ ຍັງຈື່ດີທີ່ສຸດ ຄາວຍັງນ້ອຍ ທ່ານເຄີຍຕິດຕາມພວກອ່າວ ພວກລຸງ ເຂົ້າໄປປ່າ ເພື່ອເອົາໄມ້ມາແກະຄວັດສະຫຼັກຮູບ ຮັບໃຊ້ປະເພນີຂອງເຜົ່າຕົນ. ຜ່ານໄລຍະເວລາກວ່າ 30 ປີ ອາຊີບແກະຄວັດສະຫຼັກໄມ້ ໄດ້ກາຍເປັນຄວາມເມົາມົວ ແລະ ນຳມາເຊິ່ງຜົນສຳເລັດໃຫ້ທ່ານ ທັງຊ່ວຍທ່ານ ເພີ່ມຄວາມຕັດສິນໃຈ ຮັກສາ ແລະ ພັດທະນາອາຊີບນີ້. ນັກສິລະປະການ ອີຖາຍ ເວົ້າວ່າ:

     “ເມື່ອເກີດແນວຄວາມຄິດ ປະດິດຄິດສ້າງ, ຂ້າພະເຈົ້າກໍ່ເອົາໄມ້ມາເຈາະເລີຍ ບໍ່ຕ້ອງການແຕ້ມອີກ. ເພື່ອອະນຸລັກຮັກສາວັດທະນະທຳຂອງຕົນ ເຮົາກໍ່ຕ້ອງມານະພະຍາຍາມ ຜ່ານຜ່າຄວາມຫຍຸ້ງຍາກ. ຂ້າພະເຈົ້າມີຄວາມເປັນຫວ່ງວ່າ ໃນອະນາຄົດສິລະປະແກະຄວັດສະຫຼັກຮູບໄມ້ຂອງເຜົ່າຕົນຈະຖືກສູນຫາຍໄປ. ດັ່ງນັ້ນໃນປັດຈຸບັນຂ້າພະເຈົ້າຍັງຄົງສືບຕໍ່ຮັກສາເພື່ອບໍ່ໃຫ້ມັນສູນຫາຍໄປໄດ້”.

      ເພື່ອສ້າງວິນຍານໃຫ້ແກ່ບັນດາຮູບແກະຄວັດສະຫຼັກ, ນັກສິລະປະການ ອີຖາຍ ຕ້ອງນຳໃຊ້ ສິ່ວ, ຂວານ, ມີດ. ເມື່ອຫຼຽວເບິ່ງໄມ້ທ່ອນ, ທ່ານສາມາດວາດນຶກ ແລະ ສ້າງຮູບແກະຄວັດສະຫຼັກດ້ວຍຕົນເອງໃຫ້ສຳເລັດ. ຮູບແກະຄວັດສະຫຼັກແຕ່ລະຮູບກໍ່ມີຄວາມໝາຍຕ່າງຫາກ ແມ່ນເລື່ອງລາວເລື່ອງໜຶ່ງ, ແມ່ນຄວາມງາມທາງດ້ານວັດທະນະທຳ ຕິດພັນກັບຊີວິດປະຈຳວັນຂອງຊາວເຜົ່າ ເອເດ. ນາງ ເຮີຢາວ ບີອາ ພັນລະຍາຂອງນັກສິລະປະການ ອີຖາຍ ແບ່ງປັນວ່າ:

    “ລາວສາມາດເຮັດໄດ້ຫຼາຍສິ່ງຫຼາຍຢ່າງດ້ວຍໄມ້ ຈາກຮູບແກະຄວັດສະຫຼັກ ຢູ່ບານປະຕູ ຕະຫຼອດຮອດຮູບແກະຄວັດສະຫຼັກມີຮູບຮ່າງແຕກຕ່າງກັນ. ຂ້າພະເຈົ້າຍາມໃດກໍ່ລະດົມກຳລັງໃຈ ເພື່ອໃຫ້ລາວຖ່າຍທອດໃຫ້ລູກຊາຍສອງຄົນອີກ. ທັງຄອບຄົວຂອງຂ້າພະເຈົ້າຕ່າງກໍ່ສະໜັບສະໜູນລາວ ເພື່ອສືບຕໍ່ຮັກສາວັດທະນະທຳຂອງປູ່ຍ່າຕາຍາຍໄວ້”.

      ແຕ່ດົນນານມາແລ້ວ ປະຊາຊົນໃນເຂດ ຕ່າງກໍ່ຮູ້ຈັກຊື່ສຽງຮຽງນາມ ຂອງນັກສິລະປະການ ອີຖາຍ ດ້ວຍບັນດາຜະລິດຕະພັນປະຕິມາກຳທີ່ປະທັບໃຈ, ແຕ່ມາເຖິງປີ 2015 ເມື່ອງານປະກວດຮູບແກະຄວັດສະຫຼັກຄັ້ງທຳອິດ ຖືກຈັດຕັ້ງຂຶ້ນ ບັນດາຜູ້ນິຍົມຮູບແກະຄວັດສະຫຼັກໄມ້ໃນທົ່ວປະເທດຈຶ່ງຮູ້ເຖິງທ່ານຫຼາຍກວ່າອີກ ແລະ ໄດ້ພາກັນມາສັ່ງຊື້ ຜະລິດຕະພັນຮູບແກະຄວັດສະຫຼັກໄມ້ ທ່ານໄດ້ເປັນຕົວແທນແຂວງ ດັກລັກ ເຂົ້າຮ່ວມ ແລະ ໄດ້ຮັບລາງວັນສູງ ທີ່ງານປະກວດຮູບແກະຄວັດສະຫຼັກໄມ້ພື້ນເມືອງຫຼາຍຄັ້ງທີ່ຈັດຂຶ້ນໃນເຂດ ເຕິຍງວຽນ. ທ່ານ ບຸ່ຍວັນເຮື້ອງ ພະນັກງານວັດທະນະທຳ ຕາແສງ ອີອາຕູ ນະຄອນ ບວນມາທ້ວດ ໃຫ້ຮູ້ວ່າ ນັກສິລະປະການ ອີຖາຍ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັກສາເສີມຂະຫຍາຍສີສັນວັດທະນະທຳພື້ນເມືອງ ຂອງຊາວເຜົ່າ ເອເດ. ທ່ານ ບຸ່ຍວັນເຮື້ອງ ໃຫ້ຮູ້ວ່າ:

       “ນັກສິລະປະການ ອີຖາຍ ໄດ້ຕັ້ງໜ້າເຂົ້າຮ່ວມວຽກງານອະນຸລັກຮັກສາ ແກະຄວັດສະຫຼັກຮູບດ້ວຍໄມ້ ເວົ້າສະເພາະ ແລະ ສີສັນວັດທະນະທຳບັນດາເຜົ່າຂອງຊາວເຜົ່າ ເອເດ ໃນບໍລິເວນຕາແສງເວົ້າລວມ. ນັກສິລະປະການ ອີຖາຍ ໃນປັດຈຸບັນ ພວມສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າ ກ່ຽວກັບການແກະຄວັດສະຫຼັກຮູບຂອງຕົນ ທັງແນະນຳຜະລິດຕະພັນຂອງຕົນ, ທັງຮັບໃຊ້ວຽກງານທ່ອງທ່ຽວໃນອະນາຄົດ”.

      ດ້ວຍຄວາມຖະຫນຸຖະໜອມບັນດາຄຸນຄ່າທີ່ມີມາແຕ່ດົນນານຂອງເຜົ່າຕົນ ນັກສິລະປະການ ອີຖາຍ ຍັງຄົງເມົາມົວສ້າງວິນຍານໃຫ້ແກ່ບັນດາຮູບແກະຄວັດສະຫຼັກໄມ້, ທ່ານໄດ້ຊອກຮູ້, ບັນທຶກເລື່ອງລາວພື້ນເມືອງ ເພື່ອສ້າງຮູບແກະຄວັດສະຫຼັກ ກາຍເປັນເລື່ອງລາວທີ່ເລົ່າໃຫ້ທຸກໆຄົນ. ສຳລັບທ່ານແລ້ວ ການແກະຄວັດສະຫຼັກໄມ້ ແມ່ນວິທີເພື່ອຮັກສາມູນເຊື້ອ ແລະ ຖ່າຍທອດໃຫ້ລຸ່ນຄົນໃນອະນາຄົດ. 

ຕອບກັບ

ຂ່າວ/ບົດ​ອື່ນ