ນັກສິລະປະການ ຈ້ຽວທິໃຍ້ - ຜູ້ຮັກສາວັດທະນະທຳເຜົ່າ ຢ້າວ

(VOVWORLD) -ຢູ່ເມືອງ ລຸກອຽນ ແຂວງ ອຽນບ໊າຍ ນັກສິລະປະການທີ່ດີເດັ່ນ ຈ້ຽວທິໃຍ້ ຊາວເຜົ່າ ຢ້າວ ຢູ່ບ້ານ ຮາຍຕຸກ ຕາແສງ ຟຸກເລີ້ຍ ແມ່ນຜູ້ທີ່ມີຊື່ສຽງຍ້ອນມີຄວາມສຸດຈິດສຸດໃຈກັບການຮັກສາເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງຊົນເຜົ່າ. ບໍ່ພຽງແຕ່ມີຄວາມເມົາມົວກັບການຂັບຮ້ອງ, ສອນ ຂັບປ່າວຢຸງ, ປະພັນຫຼາຍບົດເພງຂອງເຜົ່າ ຢ້າວ ຫຼາຍເທົ່ານັ້ນ, ນາງ ໃຍ້ ຍັງນຳເອົາບັນດາຜະລິດຕະພັນທັກແສ່ວແຜ່ນແພພື້ນເມືອງຂອງເຜົ່າ ຢ້າວ ມາແນະນຳ ແລະ ຂາຍໃຫ້ແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ.      
ນັກສິລະປະການ ຈ້ຽວທິໃຍ້ - ຜູ້ຮັກສາວັດທະນະທຳເຜົ່າ ຢ້າວ - ảnh 1ນາງ ຈ້ຽວທິໃຍ້ (ຢືນທີ 3 ນັບແຕ່ຊ້າຍ) ໃນພິທີຢັ້ງຢືນໝູ່ບ້ານອາຊີບຖັກແສ່ວແຜ່ນແພພື້ນເມືອງ ຮາຍຕຸກ ເມື່ອປີ 2019

   ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ເຂດຊາວເຜົ່າຢ້າວແດງ ຢູ່ແຂວງ ອຽນບ໊າຍ, ແຕ່ຄາວຍັງນ້ອຍ ນາງ ຈ້ຽວທິໃຍ້ ໄດ້ຮັບຮູ້ເຖິງຄວາມອ່ອນຫວານ ແລະ ເລິກເຊິ່ງຂອງບັນດາທຳນອງເພງຊາວເຜົ່າຢ້າວ ຜ່ານສຽງກ່ອມລູກຂອງພວກແມ່ປ້າ. ຄາວອາຍຸ 10 ປີ, ລາວໄດ້ຖືກແມ່ ແລະ ແມ່ຍາຍສອນຂັບ ປ່າວຢຸງ ເຊິ່ງແມ່ນເພງພື້ນເມືອງຂອງເຜົ່າຢ້າວ, ໂດຍຄວາມເປັນຫວ່ງເມື່ອເຫັນວ່າບັນດາທຳນອງເພງພື້ນເມືອງ ວາດຟ້ອນ ບັນດາຊຸດອາພອນປະຈຳເຜົ່າຂອງຊາວເຜົ່າຢ້າວ ນັບມື້ນັບຫຼຸດໜ້ອຍຖອຍລົງໃນຊີວິດປະຈຳວັນ, ນາງ ໃຍ້ ໄດ້ຕັ້ງໜ້າຂົນຂວາຍ ແລະ ແມ່ນສະມາຊິກທີ່ຫຼັກແຫຼ່ງໃນການສ້າງຕັ້ງກອງ ສິລະປະວັນນະຄະດີ ຂອງຕາແສງ ໃນຊຸມປີກ່ອນນີ້ ອັນໄດ້ດຶງດູດຫຼາຍຄົນເຂົ້າຮ່ວມ.  ດ້ວຍຄວາມເຂົ້າໃຈສີສັນວັດທະນະທຳ ພ້ອມກັບການຊອກຮູ້ ຮຽນຮູ້ ນາງໄດ້ກ້າຫານປະດິດຄິດແຕ່ງຫຼາຍວາດຟ້ອນທີ່ເປັນເອກະລັກ, ເຂົ້າຮ່ວມງານສະແດງສິລະປະມະຫາຊົນຢູ່ຫຼາຍທ້ອງຖິ່ນ ໃນທົ່ວປະເທດ. ໃນໄລຍະທັງເປັນປະທານສະມາຄົມແມ່ຍິງຕາແສງ ສະມາຊິກສະພາປະຊາຊົນແຂວງ ທັງແມ່ນສະມາຊິກສະພາແຫ່ງຊາດ ຊຸດທີ XI. ໂດຍໄດ້ໄປຫຼາຍແຫ່ງເຂົ້າຮ່ວມກອງປະຊຸມຫຼາຍຄັ້ງ ແລະ ໄດ້ພົບກັບຫຼາຍຄົນ, ນາງ ຈ້ຽວທິໃຍ້ ຍິ່ງເຂົ້າໃຈ ແລະ ເຫັນວ່າຕົນເອງຕ້ອງມີຄວາມຮັບຜິດຊອບ ໃນການຮັກສາວັດທະນະທຳຊົນເຜົ່າ. ນອກຈາກວຽກງານສັງຄົມແລ້ວ ນາງໄດ້ສະຫງວນເວລາເພື່ອສອນການຂັບລຳທຳເພງພື້ນເມືອງ, ການຂັບກ້ຽວໃຫ້ແກ່ພໍ່ແມ່ພີ່ນ້ອງ ແລະ ບັນດາສະມາຊິກໃນກອງສິລະປະວັນນະຄະດີ, ນອກຈາກນັ້ນ ນາງກໍ່ຍັງໄດ້ປະພັນເພງພື້ນເມືອງຫຼາຍກວ່າ 40 ປີ ກ່ຽວກັບຫົວເລື່ອງຊົມເຊີຍພັກ ຍ້ອງຍໍສັນລະເສີນປະທານ ໂຮ່ຈີມິນ, ສັນລະເສີນຄວາມຮັກບ້ານເກີດເມືອງນອນປະເທດຊາດ. ນາງ ຈ້ຽວທິໃຍ້ ແບ່ງປັນວ່າ:

“ໃນຄາວນັ້ນ ການດຳລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຊາວເຜົ່າຢ້າວ ສ່ວນຫຼາຍກໍ່ຍັງອຶດຫິວທຸກຍາກຢູ່. ດັ່ງນັ້ນກໍ່ມີບໍ່ເທົ່າໃດຄົນທີ່ເອົາໃຈໃສ່ເຖິງສີສັນວັດທະນະທຳເຜົ່າຕົນ. ຍ້ອນສິ່ງນີ້ເອງໄດ້ເຮັດໃຫ້ຂ້າພະເຈົ້າເປັນຫວ່ງ  ແລະ ໄດ້ຕັດສິນໃຈເຮັດສິ່ງນັ້ນໄດ້ ປະກອບສ່ວນອັນນ້ອຍໆຂອງຕົນເຂົ້າໃນການອະນຸລັກຮັກສາສີສັນວັດທະນະທຳຊົນເຜົ່າ”.

    ປີ 1996 ດ້ວຍການຊ່ວຍໜູນຈາກສະມາຄົມແມ່ຍິງແຂວງ ອຽນບ໊າຍ, ນາງ ໃຍ້ ໄດ້ເປີດຊຸດຮຽນຫຍິບປັກທັກແສ່ວ ແລະ ຕັດຫຍິບຊຸດອາພອນປະຈຳ ເຜົ່າຢ້າວ ອັນໄດ້ດຶງດູດເອື້ອຍນ້ອງແມ່ຍິງ 45 ຄົນໃນສະມາຄົມເຂົ້າຮ່ວມ. ນາງ ຈ້ຽວທິຮົ່ງ ຢູ່ບ້ານ ບາຕຸກ ຕາແສງ ຟຸກເລີ້ຍ ເມືອງ ລຸກອຽນ ແຂວງ ອຽນບ໊າຍ ໃຫ້ຮູ້ວ່າ:

“ໂດຍໄດ້ຮັບການບອກສອນທັກແສ່ວລວດລາຍແຜ່ນແພພື້ນເມືອງ ແລະ ຕັດຫຍິບຊຸດອາພອນປະຈຳເຜົ່າຢ້າວ ຈາກນາງ ໃຍ້ ມາຮອດປັດຈຸບັນຂ້າພະເຈົ້າມີຄວາມເຊື່ອໝັ້ນຕົນເອງ ເພື່ອຕັດຫຍິບບັນດາຊຸດອາພອນປະຈຳເຜົ່າ ແລະ ສາມາດເຮັດໄດ້ຜະລິດຕະພັນບາງຢ່າງຄື ໝອນ, ຖົງພາຍ, ກະເປົາເງິນ... ບໍ່ພຽງແຕ່ເທົ່ານັ້ນ ນາງ ໃຍ້ ຍັງສອນເອື້ອຍນ້ອງແມ່ຍິງຮູ້ຂັບ ປ່າວຢຸງ ອັນໄດ້ປະກອບສ່ວນຮັກສາສີສັນວັດທະນະທຳຊົນເຜົ່າ”.

    ປີ 2019 ໝູ່ບ້ານອາຊີບທັກແສ່ວແຜ່ນແພພື້ນເມືອງບ້ານ ຮາຍຕຸກ ໄດ້ຮັບການຮັບຮູ້ຢ່າງເປັນທາງການ ແລະ ນາງ ຈ້ຽວທິໃຍ້ ດ້ວຍບົດບາດເປັນຫຼັກແຫຼ່ງໃນການເຄື່ອນໄຫວຂອງໝູ່ບ້ານອາຊີບ, ນາງບໍ່ພຽງແຕ່ຢາກອະນຸລັກຮັກສາຄວາມງາມ ໃນຊຸດອາພອນປະຈຳເຜົ່າເທົ່ານັ້ນຫາກຍັງສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບສູງ ເພື່ອຂາຍອອກສູ່ຕະຫຼາດ. ນາງ ໃຍ້ ໃຫ້ຮູ້ຕື່ມອີກວ່າ:

    “ພວກຂ້າພະເຈົ້າພະຍາຍາມສູ້ຊົນ ເພື່ອໃຫ້ຜະລິດຕະພັນທັກແສ່ວແຜ່ນແພພື້ນເມືອງກາຍເປັນຜະລິດຕະພັນຂອງໂຄງການ ແຕ່ລະຕາແສງມີຜະລິດຕະພັນໜຶ່ງຂອງແຂວງ. ເຮັດໄດ້ເຊັ່ນນັ້ນ ຜະລິດຕະພັນແຜ່ນແພພື້ນເມືອງຈຶ່ງມີຈຸດຢືນໃນທ້ອງຕະຫຼາດ ແລະ ຈະສາມາດສົ່ງອອກຂາຍໃຫ້ຕ່າງປະເທດ”.

     ເມື່ອຕີລາຄາກ່ຽວກັບນາງ ຈ້ຽວທິໃຍ້, ທ່ານ ເລືອງຮົ່ງງວານ ຮອງປະທານຄະນະກຳມະການປະຊາຊົນຕາແສງ ຟຸກເລີ້ຍ ເມືອງ ລຸກອຽນ ແຂວງ ອຽນບ໊າຍ ໃຫ້ຮູ້ວ່າ:

     “ນັກສິລະປະການ ຈ້ຽວທິໃຍ້ ມີຄວາມສຸມຈິດສຸມໃຈຕໍ່ວຽກງານ  ນາງໄດ້ມີການປະກອບສ່ວນຫຼາຍຢ່າງ ເຂົ້າໃນການຮັກສາ ແລະ ເສີມຂະຫຍາຍສີສັນຂອງເຜົ່າຢ້າວແດງ.  ອັນທີສອງ ນາງໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳສິລະປະວັນນະຄະດີໃນຊຸມປີທີ່ຜ່ານມາ ແລະໄດ້ຮັບຫຼາຍລາງວັນ”.

    ປີ 2018 ນາງ ໃຍ້ ມີຄວາມເປັນກຽດໄດ້ຮັບນາມມະຍົດນັກສິລະປະການດີເດັ່ນຈາກປະທານປະເທດ. ລາງວັນນີ້ແມ່ນການຢັ້ງຢືນແມ່ນແຫຼ່ງລະດົມກຳລັງໃຈ ເພື່ອໃຫ້ນາງເພີ່ມຄວາມເມົາມົວ ປະກອບເຫື່ອແຮງຈົນສຸດຄວາມສາມາດ ເພື່ອຮັກສາອະນຸລັກສີສັນວັດທະນະທຳຊົນເຜົ່າ ໃຫ້ແກ່ລູກຫຼານໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ