ທ່ານໝໍ ເລຕ໊ວນແທັ່ງ-ຜູ້ເຊື່ອມຕໍ່ລະຫວ່າງບັນດາແພດໝໍກັບຜູ້ຕິດເຊື້ອໂຄວິດ - 19 F0

(VOVWORLD) -ກວ່າ 2 ປີທີ່ໂລກລະບາດໄດ້ຜັນແປໄປຢ່າງສັບສົນພ້ອມກັບການເຄື່ອນໄຫວທາງດ້ານວິຊາສະເພາະຄືກວດແລະປິ່ນປົວພະຍາດຢູ່ໂຮງໝໍ,  ປອ - ທ່ານໝໍເລຕ໊ວນແທັ່ງ ຮອງປະທານສະມາຄົມແພດໝໍໝຸ່ມ ຮ່າໂນ້ຍຍາມໃດກໍ່ສຸດຈິດສຸດໃຈມີຫົວຄິດປະດິດສ້າງໃນວິວັດການເບິ່ງແຍງຄົນເຈັບ. ພິເສດ ທ່ານໝໍແທັ່ງໄດ້ພ້ອມກັບເພື່ອນຮ່ວມອາຊີບສ້າງຕັ້ງ ແລະ ບໍລິຫານເຄືອຂ່າຍ“ທ່ານໝໍຮ່ວມເດີນທາງ”  ລະດົມບັນດາແພດໝໍອາສາສະໝັກເຂົ້າຮ່ວມການໃຫ້ຄຳປຶກສາໜູນຊ່ວຍບັນດາຜູ້ຕິດເຊື້ອ  F0 ທີ່ປິ່ນປົວຢູ່ເຮືອນໃນນະຄອນໂຮ່ຈີມິນ, ນະຄອນຫຼວງຮ່າໂນ້ຍ ແລະ ແຂວງບິ່ງເຢືອງ. ປອ -ທ່ານໝໍເລຕ໊ວນແທັ່ງຫາກໍ່ໄດ້ຮັບການຍ້ອງຍໍຊົມເຊີຍແມ່ນທານໝໍໜຸ່ມດີເດັ່ນຫວຽດນາມປີ 2021
ທ່ານໝໍ ເລຕ໊ວນແທັ່ງ-ຜູ້ເຊື່ອມຕໍ່ລະຫວ່າງບັນດາແພດໝໍກັບຜູ້ຕິດເຊື້ອໂຄວິດ - 19 F0 - ảnh 1ປອ - ທ່ານໝໍ ເລຕ໊ວນແທັ່ງ 

    ເດືອນກໍລະກົດປີ 2021 ຂະນະທີ່ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດຢ່າງຮ້າຍແຮງທີ່ນະຄອນໂຮ່ຈີມິນແລະບັນດາແຂວງທາງພາກໃຕ້ ເຊິ່ງໄດ້ພາໃຫ້ລະບົບສາທາລະນະສຸກເຄື່ອນໄຫວເກີນຂອບເຂດ. ເມື່ອເຫັນວ່າປະຊາຊົນມີຄວາມຕ້ອງການດ້ານຂໍ້ມູນຂ່າວສານໃຫ້ຄຳປຶກສາຂອງທ່ານໝໍເພື່ອມີຄວາມອຸ່ນອ່ຽງໃຈປິ່ນປົວພະຍາດຢູ່ເຮືອນ, ປອ - ທ່ານໝໍ ເລຕ໊ວນແທັ່ງ ພ້ອມກັບເພື່ອນຮ່ວມອາຊີບຈຳນວນໜຶ່ງ ໄດ້ມີແນວຄວາມຄິດພ້ອມກັບການໜູນຊ່ວຍຈາກບັນດາບໍລິສັດເຕັກໂນໂລຊີໄດ້ຜັນຂະຫຍາຍເຄືອຂ່າຍ “ທ່ານໝໍຮ່ວມເດີນທາງ” ເຄືອຂ່າຍໄດ້ລະດົມແພດໝໍອາສາສະໝັກນັບ 1.000 ຄົນເຂົ້າຮ່ວມການໃຫ້ຄຳປຶກສາໜູນຊ່ວຍບັນດາຜູ້ຕິດເຊື້ອF0ທີ່ປິ່ນປົວຢູ່ເຮືອນທີ່ນະຄອນໂຮ່ຈີມິນ, ຮ່າໂນ້ຍແລະບິ່ງເຢືອງ. ທ່ານໝໍເລຕ໊ວນແທັ່ງແບ່ງປັນວ່າ:

      “ພວກຂ້າພະເຈົ້າໄດ້ມີການປຶກສາຫາລື, ກໍ່ສ້າງ, ບຳລຸງແພດໝໍໃນການໃຫ້ຄຳປຶກສາແນະນຳໃຫ້ຄົນເຈັບເປັນເວລາ 7 ວັນແລະໄດ້ນຳເຄືອຂ່າຍເຂົ້າສູ່ການເຄື່ອນໄຫວ. ພ້ອມກັນນັ້ນທັງລະບົບຕ້ອງຮັກສາຄວາມລັບດ້ານຂໍ້ມູນຂ່າວສານ ຮັບປະກັນໃຫ້ປະຊາຊົນໄດ້ຕິດຕໍ່ພົວພັນກັບພາລະກອນການແພດຢ່າງວ່ອງໄວທີ່ສຸດ.ຂ້າພະເຈົ້າໄດ້ນອນພຽງສອງສາມຊົ່ວໂມງໃນຕະຫຼອດສາມມື້ເທົ່ານັ້ນ ຍ້ອນວ່າຂ້າພະເຈົ້າເຫັນວ່າພຽງແຕ່ຊັກຊ້າມື້ໜຶ່ງເທົ່ານັ້ນກໍ່ຕ້ອງມີຜູ້ເສຍຊີວິດດັ່ງນັ້ນ ຂ້າພະເຈົ້າພ້ອມກັບອ້າຍນ້ອງມີຄວາມເຮັດວຽກຢ່າງສຸດໃຈເຮັດແນວໃດໃຫ້ໄວທີ່ສຸດເທົ່າທີ່ສາມາດຈະເຮັດໄດ້”.

      ວັນທີ 26 ກໍລະກົດປີ 2021 ເຄືອຂ່າຍ “ທ່ານໝໍຮ່ວມເດີນທາງ” ຖືກນຳເຂົ້າສູ່ການເຄື່ອນໄຫວພາຍໃຕ້ການປະສານງານຂອງສະມາຄົມແພດໝໍໜຸ່ມຫວຽດນາມ. ມາຮອດປັດຈຸບັນໄດ້ມີແພດໝໍອາສາສະໝັກເຂົ້າຮ່ວມດ້ວຍຈຳນວນ ຫຼາຍກວ່າ 10.000 ຄົນ ເຊິ່ງໄດ້ຮັບການໂທຫາຈາກບັນດາຜູ້ຕິດເຊື້ອ F0 ແລະຜູ້ສົງໄສຕິດເຊື້ອ F1 ຜ່ານສູນໂທລະສັບ 1022 ຂອງ 7 ແຂວງ ນະຄອນເຊິ່ງໄດ້ໂທຫາເພື່ອຢື້ຢາມຖາມຂ່າວ ແນະນຳ ການເບິ່ງແຍງສຸຂະພາບໃຫ້ຄົນເຈັບ, ໃຫ້ຄຳຕັດເຕືອນຕາມລະດັບຂອງອາການສຸຂະພາບ. ຜ່ານນັ້ນກໍ່ສາມາດຊ່ວຍຄົນເຈັບຫຼາຍກວ່າ 900.000 ຄົນສາມາດໄດ້ຮັບຄຳປຶກສາດ້ານການແພດເພື່ອປິ່ນປົວພະຍາດ, ທັງນີ້ກໍ່ເປັນການຫຼຸດຜ່ອນຄວາມໜັກໜາໃຫ້ແກ່ໂຮງໝໍ”.

     ໂດຍທັງເຮັດວຽກງານວິຊາສະເພາະຢູ່ໂຮງໝໍ ທັງບໍລິຫານເຄືອຂ່າຍ “ທ່ານໝໍຮ່ວມເດີນທາງ”  ແຕ່ກໍ່ມີຈຸດເວລາທີ່ຈຳນວນຜູ້ຕິດເຊື້ອ F0 ເພີ່ມຂຶ້ນສູງ, ທ່ານໝໍເລຕ໊ວນແທັ່ງກໍ່ແມ່ນຜູ້ເຂົ້າຮ່ວມຮັບສາຍໂທລະສັບຈາກຄົນເຈັບໂດຍກົງ ບໍ່ວ່າໃນຕອນກາງເວັນຫຼືກາງຄືນ. ທ່ານຕ໊ວນແທັ່ງໃຫ້ຮູ້ຕື່ມອີກວ່າ:

  “ເບີໂທລະສັບຂອງຂ້າພະເຈົ້າແມ່ນເບີໂທລະສັບສຸດທ້າຍຂອງເຄືອຂ່າຍ, ຂ້າພະເຈົ້າກໍ່ຮັບສາຍຕະຫຼອດເວລາ,ເມື່ອປະຊາຊົນບໍ່ສາມາດເຊື່ອມຕໍ່ກັບບັນດາແພດໝໍນັ້ນສຸດທ້າຍການໂທຫານັ້ນ ຂ້າພະເຈົ້າກໍ່ໄດ້ຮັບ. ດັ່ງນັ້ນເມື່ອຈຳນວນກໍລະນີF0ເພີ່ມຂຶ້ນສູງບໍ່ວ່າໃນເວລາໃດຂ້າພະເຈົ້າກໍ່ໄດ້ຮັບການໂທຫາຈາກປະຊາຊົນ ເພື່ອລະດົມໃຈໃຫ້ຄຳປຶກສາກ່ຽວກັບລະດັບຄວາມຮູ້ທີ່ກ່ຽວຂ້ອງເຖິງໂຄວິດ-19”.

      ຄວາມກະຕືລືລົ້ນສຸດຈິດສຸດໃຈຂອງທ່ານໝໍ ເລຕ໊ວນແທັ່ງຍາມໃດກໍ່ແມ່ນກຳລັງໜູນເພື່ອໃຫ້ບັນດາສະມາຊິກໃນເຄືອຂ່າຍເຄື່ອນໄຫວເປັນຢ່າງດີ.  ປອ - ນາງໝໍເລທິກີມແອັ໊ງ ສັງກັດມະຫາວິທະຍາໄລສາທາລະນະສຸກຊຸມຊົນເຊິ່ງແມ່ນຜູ້ເຮັດວຽກກັບທ່ານໝໍເລຕ໊ວນແທັ່ງໂດຍກົງໃຫ້ຮູ້ວ່າ:

     “ວິວັດການເຮັດວຽກຕົ້ນຕໍແມ່ນເຮັດວຽກທາງອອນລາຍ, ເຮົາເຫັນວ່າທ່ານໝໍແທັ່ງມີຄວາມສຸດຈິດສຸດຢາກຊອກຮູ້ເພື່ອຊ່ວຍເຫຼືອຄົນເຈັບດັ່ງນັ້ນເຄືອຂ່າຍດ້ວຍຈຳນວນແພດໝໍຫຼາຍກວ່າ 10.000 ຄົນໄດ້ຮັບການສ້າງຕັ້ງຂຶ້ນ. ເພາະວ່າເພື່ອສາມາດຄຸ້ມຄອງລະບົບເຊິ່ງທຸກໆກໍ່ສາມາດເຮັດວຽກທາງອອນໄລຢ່າງຄົບຊຸດ ຕາມຂັ້ນຕອນຢ່າງຖືຕ້ອງກໍ່ບໍ່ແມ່ນງ່າຍຖ້າຫາກບໍ່ມີການສຸມຈິດສຸມໃຈ ແລະເຮັດວຽກຢ່າງເຂັ້ມງວດ”.

        ດ້ວຍບັນດາຄວາມກະຕືລືລົ້ນເຮັດວຽກຢ່າງມີຫົວຄິດປະດິສ້າງພ້ອມກັບຄວາມມານະພະຍາຍາມປະກອບສ່ວນເຂົ້າໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ- 19, ດັ່ງນັ້ນກວ່າ 2 ປີຜ່ານມາທ່ານໝໍເລຕ໊ວນແທັ່ງໄດ້ຮັບໃບຍ້ອງຍໍຫຼາຍໃບຈາກກະຊວງສາທາລະນະສຸກ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ນາມມະຍົດທ່ານໝໍໜຸ່ມຫວຽດນາມດີເດັ່ນປີ 2021

ຕອບກັບ

ຂ່າວ/ບົດ​ອື່ນ