ຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ຊື່ງທ່ານຜູ້ຟັງຜູ້ຊົມໄດ້ສົ່ງເຖິງລາຍການ

(vovworld) - ​ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ​​ໃນ​ຈົດໝາຍ, ທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ​ເຖິງ​ວິວັດ​ການ​ຫັນ​ເປັນໂທລະພາບດີ​ຈີ​ຕອນຢູ່ຫວຽ​ດນາມ, ກໍ່​ຄື​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ຮ່າ​ໂນ້ຍ. ໃນ​ລາຍ​ການ​ໂອ້​ລົ​ມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າ​ຈະ​ຄັດ​ສະ​ເໜີ ​ແລະ ຕອບ​ບາງຈົດໝາຍ, ອີ​ແມວ, ​ໂທລະສັບ ​ເຊິ່ງທ່ານ​ຜູ້​ຟັງ​ທີ່​າກ​ມາ​ລາຍການ.

   ໃນ​ອາທິດ​ຜ່ານ​ມາ, ​ເພື່ອນ ສຸບິນ ທິບ​ພະຈັນ, ຫົວໜ້າຫ້ອງການ​ທ່ອງ​ທ່ຽວ​ເມືອງ​ປາກ​ລາຍ, ແຂວງ​ໄຊຍະບູລີ ​ໄດ​້​ໂທລະສັບ​ມາ​​​ລາຍການ ຢາກ​​​ໄດ້​ຮັບ​ຟັງ​ບົດ​​ເພງ​ກ່ຽວ​ກັບ​ສາຍ​ພົວພັນຫວຽດນາມ - ລາວ ​ໃນ​ໂອກາດ​ບຸນ​ປີ​ໃໝ່ ​ແລະ ​ເພື່ອ​ນກໍ່​ໃຫ້​ຮູ້​ວ່າ, ສັນຍານ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຢູ່​ແຂວງ​ໄຊຍະບູລີ ​ແຈ້ງ​ດີ.

ຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ຊື່ງທ່ານຜູ້ຟັງຜູ້ຊົມໄດ້ສົ່ງເຖິງລາຍການ - ảnh 1
(ພາບປະກອບ)

     ເພື່ອນ ມາ​ດທິດາ ມາ​ໄຊ​ນະ​ວົງ, ຢູ່​ແຂວງ ຫົວພັນ ​ໄດ້​ສົ່ງ​ອີ​ແມວ ມາ​ລາຍ​ການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຍິນ​ຂ່າວ​ວ່າ ຫວຽດນາມ ມີ​​ແຜນການ​ຫັນ​​ເປັນ​ໂທລະ​ພາບດີ​ຈີ​ຕອນ. ​ໂຄງການ​ຫັນ​ເປັນ​ດີ​ຈີ​ຕອນ​ນີ້​ມີ​ຜົນ​ປະ​ໂຫຍ​ດຄືນ​ແນວ​ໃດ? ມັນ​ມີ​ຈຸດ​ທີ່​ແຕກ​ຕາງ​ກັນ​ຄື​ແນວ​ໃດ​ເມື່ອ​ທຽບ​ໄສ​ໂທລະພາບ​ທຳ​ມະ​ດາ? ວິວັດ​ການ​ຫັນ​ເປັນ​ໂທລະພາບດີ​ຈີ​ຕອນ​ຢູ່​ຫວຽດນາມ ຄື​ແນວ​ໃດ?

     ເພື່ອນ ມາ​ດທິດາ ມາ​ໄຊ​ນະ​ວົງ ທີ່​ຮັກ​ແພງ, ​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ອະນຸມັດ​ຜ່ານ​ແຜ​ນຮ່າງ​ຫັນ​​ເປັນໂທລະພາບ​​ດີ​ຈີ​ຕອນ​ຮອດ​ປີ 2020. ​ເຊິ່ງຕາມ​ນັ້ນ​ແລ້ວ, ຜູ້​​ເບິ່ງ​ໂທລະພາບ​​ສາມາດ​ຮັບຊົມ​ບັນດາລາຍການ​ໂທລະພາບ​ດີ​ຈີ​ຕອນດ້ວຍ​ເນື້ອ​ໃນ​ອຸດົມສົມບູນ​ກວ່າ, ມີຄຸນ​ນະພາ​ບກ​ວ່າ ​ແລະ ​ມີ​ຫຼາຍ​ລາຍການ​ກວ່າ​ເມື່ອ​ທຽບ​ໃສ່​​ໂທລະພາບ​ທຳ​ມະ​ດາ. ຕາມ​ແຜນ​ຮ່າງ​ເຊິ່ງ​ນາຍົກລັດຖະມົນຕີ​ໄດ້​ເຊັນອະນຸມັດ​ແລ້ວ, ວິວັດ​ການ​ຫັນ​ເປັນ​​ໂທລະພາບ​ດີ​ຈີ​ຕອນ​ຢູ່​ຫວຽດນາມ ຈະ​ມີ 4 ​ໄລຍະ: ​ໄລຍະ​ທີ 1 ​ແມ່ນ​ຜັນ​ຂະຫຍາຍຢູ່ 5 ​ນະຄອນ​ສູນ​ກາງ​ຄື ຮ່າ​ໂນ້ຍ, ຫາຍ​ຟ່ອງ, ນະຄອນ​ໂຮ່ຈິ​ມິນ, ​ເກີນ​​ເທີ, ດ່າ​ນັ້ງ ​ເຊິ່ງຈະປະຕິບັດ​ສຳ​​ເລັດ​ໃນ​ປີ 2015; ​ໄລຍະ 2: ຈະ​ຜັນ​ຂະຫຍາຍ​ຢູ່ 26 ​ແຂວງ​, ນະຄອນໃນປີ 2016 ; ​ໄລຍະ​ທີ 3 ຈະ​ຜັນ​ຂະຫຍາຍ​ຢູ່ 18 ​ແຂວງ​ໃນປີ 2018, ​ແລະ ສຸດ​ທ້າຍ​ແມ່ນ​ໄລຍະ​ທີ 4 ຈະ​ຜັນ​ຂະຫຍາຍ​ຢູ່ບັນດາ​ແຂວງ, ນະຄອນ ​ແລະ ທ້ອງ​ຖິ່ນ​ຍັງ​ເຫຼືອ​ໃນ​ປີ 2020.

ຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ຊື່ງທ່ານຜູ້ຟັງຜູ້ຊົມໄດ້ສົ່ງເຖິງລາຍການ - ảnh 2
(ສຸ​ສານ​ປະທານ​ໂຮ່ຈິ​ມິນ)

     ເພື່ອນ​ຄຳ​ພັນ ວິ​ໄລ​ຈິດ, ຢູ່​ແຂວງ ຈຳ​ປະ​ສັກ ​ໄດ້​ສົ່ງ​ອີ​ແມວ ມາ​​ລາຍ​ການ​​ໂດຍໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂ້າພະ​ເຈົ້າ​ຈະ​​ໄປ​ທ່ອງ​ທ່ຽວ​ຢູ່​ຮ່​າໂນ້ຍ​. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ມາ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ສະ​ນັ້ນ​, ບໍ່​ຮູ້​ບັນດາສະຖານ​ທີ່​ທ່ອງ​ທ່ຽວ​ເຊິ່ງ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່ພາຍ​ໃນ ​ແລະ ​ຕ່າງປະ​ເທດ ມັກມາ​ຢ້ຽມຢາມ​. ຂ້າພະ​ເຈົ້າ​ຂໍໃຫ້​ທາງວິທະຍຸ​ກະຈາຍສຽງ​ແນະນຳ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ນະຄອນ​ຮ່າ​ໂນ້ຍ ​ເພື່ອ​​ສ​້າງຄວາມ​ສະດວກໃຫ້​ຂ້າພະ​ເຈົ້າ​ໃນ​ການ​ຢ້ຽມຢາມຄັ້ງ​ນີ້. ຂໍ​ຂອບ​ໃຈ.

    ເພື່ອນ​ຄຳ​ພັນ ວິ​ໄລ​ຈິດ ທີ່​ຮັກ​​ແພງ, ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ເພື່ອນ​ໃນ​ການ​ມາ​ຢ້ຽມຢາມ​ຮ່າ​ໂນ້ຍ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຂໍ​ແນະນຳ​ສະຖານ​ທີ່​ທ່ອງ​ທ່ຽວ​ບາງ​ແຫ່ງ​​ທີ່​ເພື່ອນ​ຄວນ​ຢ້ຽມຢາມ ​ແລະ ຄົ້ນ​ຫາ​ນັ້ນ​ແມ່ນ: ວັນ​ມ໋ຽວກ໋ວກຕີ​ຢາມ ​ເຊິ່ງ​ແມ່ນ​ມະຫາວິທະຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ, ​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ, ​ເຂດ​ປູຊະນີຍະສະ​ຖານ​ຄຸກ ຫວາ​ລໍ່, ໜອງ​ຮ່ວາງ​ກ໋ຽມ ​ແລະ ວິຫານຫງອກ​ເຊີນ, ສຸ​ສານ​ປະທານ​ໂຮ່ຈິ​ມິນ, ວັດ​ເສົ້າ​ດຽວ, ລາດ​ຊະ​ວັງທັງ​ລອງ. ສະຖານ​ທີ່​ເຫຼົ່ານັ້ນ​ແມ່ນ​ຢູ່​ໃຈກາງ​ນະຄອນ​ຫຼວງ. ນອກ​ນັ້ນ, ​ເພື່ອນ​ອາດ​ຈະ​ໄປ​ຢ້ຽມຢາມຫໍພິພິດ​ຕະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ, ບ້ານ​ບູຮານ ​ເດື່ອງ​​ເລີມ (ຫ່າງ​ຈາກ​ໃຈກາງ​ນະຄອນຫຼວງ​ປະທານ 50 ກມ), ບ້ານ​ແພ​ໄໝ ຫວ້ານຟຸ໋ກ (ທີ່ຫ່າງ​ຈາກ​ໃຈກາງ​ນະຄອນ​ຮ່າ​ໂນ້ຍ 10 ກມ), ກຳ​ແພງ ​ໂກ​ລວາ ​ແລະ ວິຫານ​ບູຊາ ອານ​ເຍືອງ​ເວື​ອງ (ຫ່າງ​ຈາກ​ໃຈກາງ​ນະຄອນ​ຮ່າ​ໂນ້ຍ 17 ກມ)​... ເພື່ອນ​ຄຳ​ພັນ ວິ​ໄລ​ຈິດ ທີ່​ຮັກ​​ແພງ, ນັ້ນ​ແມ່ນບັນດາ​ສະຖານ​ທີ່ທ່ອງ​ທ່ຽວຢູ່​ຮ່າ​ໂນ້ຍ ​ເຊິ່ງພວກ​ເຮົາແນະນຳ​​​ເພື່ອໃຫ້​ເພື່ອນມາ​ຢ້ຽມຢາມ, ​ຫວັງ​ວ່າການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ຂອງ​ເພື່ອນ​ໃນ​ໄລຍະ​ຈະ​ມາ​ເຖິງ​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ.

       ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື້​ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ລະ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov@yahoo.com.

ຕອບກັບ

ຂ່າວ/ບົດ​ອື່ນ