ເຂດດິນແດນ ໄຕອຽນຕື້ ສ້າງຄວາມປະທັບໃຈໃຫ້ແກ່ບັນດານັກຂ່າວ

(VOVWORLD) - ນະທຳຈິດວິນຍານ - ຊີວະພາບ ໄຕອຽນຕື້ ໃນເນື້ອທີ່ດິນທັງໝົດ 13,8 ເຮັກຕາ, ເຊິ່ງລວມມີ ວັດ 4 ແຫ່ງທີ່ຕັ້ງແບບແຍກເອກະລາດຄື: ວັດ ຈິ່ງ, ວັດ ຈູງ, ວັດເທື້ອງ ແລະ ວັດ ຮ້າ
ເຂດດິນແດນ ໄຕອຽນຕື້ ສ້າງຄວາມປະທັບໃຈໃຫ້ແກ່ບັນດານັກຂ່າວ - ảnh 1ຄະນະນັກຂ່າວໄທ ຢູ່ວັດ ໄຕອຽນຕື້

ຫວ່າງແລ້ວນີ້, ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ບັກຢາງ, ຄະນະສະມາຄົມນັກຂ່າວປະເທດ ໄທ ມີໂອກາດໄປຢ້ຽມຢາມເຂດທ່ອງທ່ຽວຈິດວິນຍານຊີວະພາບ ໄຕອຽນຕື້. ໂດຍເປັນເຂດວັດທະນະທຳທີ່ເປັນມູນເຊື້ອຕິດພັນກັບເສັ້ນທາງເຜີຍແຜ່ສາສະໜາພຸດຂອງ ພະພຸດທະເຈົ້າກະສັດ ເຈິ່ນເຍີນຕົງ (1258 1308) ແລະ ທິວທັດທຳມະຊາດ, ອາກາດທີ່ປອດໂປ່ງຢູ່ທີ່ນີ້ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຄະນະນັກຂ່າວ ໄທ. ເຊີນທ່ານຜູ້ຟັງຮັບຟັງບົດຮຽນຂອງ ຫງວຽນອ໋ຽນ, ນັກຂ່າວ VOV.

ເຖິງວ່າໄດ້ມາຢາມ ຫວຽດນາມ ຫຼາຍເທື່ອແລ້ວກໍ່ຕາມ, ແຕ່ນີ້ເປັນຄັ້ງທຳອິດທີ່ທ່ານ ປະລະເດດ ປິ່ນປຣະທີບ, ສະມາຊິກສະພາສູງ, ສະມາຊິກຄະນະນັກຂ່າວ ໄທ ໄດ້ໄປຢາມແຂວງ ບັກຢາງ ແລະ ໄດ້ໄປຢ້ຽມຢາມເຂດດິນແດນແຫ່ງສາສະໜາພຸດ ໄຕອຽນຕື້. ທິວທັດທຳມະຊາດທີ່ສວຍສົດງົດງາມ, ໃຫຍ່ໂຕມະໂຫຖານ ພ້ອມກັບບັນຍາກາດປອດໂປ່ງຢູ່ທີ່ນີ້ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ທ່ານກ່ຽວກັບເຂດດິນແດນທີ່ມີຊື່ສຽງໃນແຂວງ ບັກຢາງ:

ສຽງທ່ານ ປະລະເດດ ປິ່ນປຣະທີ

 
ເຂດດິນແດນ ໄຕອຽນຕື້ ສ້າງຄວາມປະທັບໃຈໃຫ້ແກ່ບັນດານັກຂ່າວ - ảnh 2ສະມາຊິກໃນຄະນະນັກຂ່າວໄທ

 

ເຂດປູຊະນີຍະສະຖານ - ທິວທັດທຳມະຊາດ ໄຕອຽນຕື້ ລວມມີ: ເຂດອະນຸລັກຮັກສາທຳມະຊາດ ໄຕອຽນຕື້ ແລະ ລະບົບບັນດາເຂດປູຊະນີຍະສະຖານ, ບັນດາສະຖານທີ່ເກືອບທັງໝົດໄດ້ຮັບການກໍ່ສ້າງໃນສະໄໝລາດວະວົງ ລີ້ - ເຈີ່ນ ທີ່ຕິດພັນກັບນິກາຍ ຈຸກເລີມ ໂດຍເຈົ້າຊີວິດ ເຈິ່ນເຍີນຕົງ ກໍ່ຕັ້ງ, ຂຶ້ນກັບບໍລິເວນ ເມືອງ ອຽນຢຸ້ງ, ລຸກນາມ, ລຸກງ້ານ ແລະ ເຊີນດົ້ງ, ແຂວງ ບັກຢາງ, ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 124 ກມ ໄປທາງທິດຕາເວັນອອກສ່ຽງເໜືອ. ປີ 2016, ແຂວງ ບັກຢາງ ໄດ້ເລີ່ມລົງມືກໍ່ສ້າງເຂດທ່ອງທ່ຽວວັດທະ

ນະທຳຈິດວິນຍານ - ຊີວະພາບ ໄຕອຽນຕື້ ໃນເນື້ອທີ່ດິນທັງໝົດ 13,8 ເຮັກຕາ, ເຊິ່ງລວມມີ ວັດ 4 ແຫ່ງທີ່ຕັ້ງແບບແຍກເອກະລາດຄື: ວັດ ຈິ່ງ, ວັດ ຈູງ, ວັດເທື້ອງ ແລະ ວັດ ຮ້າ. ວັດແຫ່ງຕ່າງໆນີ້ເຊື່ອມຕໍ່ກັບວັດ ດົ່ງ, ພະພຸດທະຮູບ ພະພຸດທະເຈົ້າກະສັດ ເຈິ່ນເຍີນຕົງ ໃນ ຍອດພູ ອຽນຕື້. ສະຖານທີ່ແຫ່ງນີ້ມີພູມີສາດທີ່ດີທີ່ສຸດ ເພື່ອພັດທະນາການທ່ອງທ່ຽວວັດທະນະທຳ ຈິດວິນຍານ ຊີວະພາບ, ພັກຜ່ອນບຳລຸງສຸຂະພາບ. ຍ້ອນເຫດນັ້ນ, ນີ້ກໍ່ແມ່ນຈຸດເດັ່ນເຊິ່ງແຂວງ ບັກຢາງ ປາດຖະໜາຢາກແຜ່ຂະຫຍາຍເຄື່ອງໝາຍການທ່ອງທ່ຽວກ່ຽວກັບເຂດດິນແດນສັກກະລະບູຊາ ໄຕອຽນຕື້. ທ່ານ ບັນຫານ ບຸນເກດ, ປະທານ ຄະນະທີ່ປຶກສາສະມາຄົມນັກຂ່າວແຂວງ ເພັດຊະບູນ, ປະເທດ ໄທ ແລະ ທ່ານ ກິດຕິ ວົງຊະຣັດນະວຸດ, ປະທານສະມາຄົມນັກຂ່າວ ພັງງາ, ໄດ້ສະແດງຄວາມພາກພູມໃຈ ແລະ ຕື້ນຕັນໃຈ ເມື່ອໄດ້ມາຢ້ຽມຢາມເຂດດິນແດນສັກສິດ ໄຕອຽນຕື້ວ່າ:

ສຽງທ່ານ ບັນຫານ ບຸນເກດ ແລະ ທ່ານ ກິດຕິ ວົງຊະຣັດນະວຸດ

 

ໂດຍກຳນົດຈະພັດທະນາການທ່ອງທ່ຽວຢ່າງມີຈຸດສຸມນັ້ນ, ແຂວງ ບັກຢາງ ໄດ້ ແລະ ພວມສ້າງສະຖານທີ່ທ່ອງທ່ຽວ ໄຕອຽນຕື້ ຕິດພັນກັບເສັ້ນທາງເຜີຍແຜ່ສາສະໜາພຸດຂອງບັນດາພະພຸດທະເຈົ້າ, ສາສະໜາພຸດນິກາຍ ຈຸກເລີມອຽນຕື້. ດ້ວຍການສ້າງຄວາມປະທັບໃຈໃຫ້ແກ່ຄະນະນັກຂ່າວ ໄທ ພາຍຫຼັງການຢ້ຽມຢາມຢູ່ເຂດທ່ອງທ່ຽວຊີວະພາບຈິດວິນຍານ ໄຕອຽນຕື້, ນີ້ຈະແມ່ນປະຖົມປັດໄຈສຳຄັນ ເພື່ອໃຫ້ແຂວງ ບັກຢາງ ໂຄສະນາ, ເຜີຍແຜ່ ແນະນຳສະຖານທີ່ທ່ອງທ່ຽວຈິດວິນຍານທີ່ມີຊື່ສຽງຂອງແຂວງ ກັບເພື່ອນມິດ ແລະ ແຂກທ່ອງທ່ຽວ ໄທ ກໍ່ຄືແຂກທ່ອງທ່ຽວສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ