ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ: ຊຸກຍູ້ການການພົບປະແລກປ່ຽນວັດທະນະທຳລະຫວ່າງສອງປະເທດ

(VOVWORLD) - ພາຍຫຼັງທີ່ ຫວຽດນາມ ແລະ ອິນໂດເນເຊຍ ສ້າງຕັ້ງການພົວພັນທາງການທູດພຽງ 2 ປິ, ເດືອນສິງຫາ ປີ 1957, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ມີການເຄື່ອນໄຫວຫຼາຍຢ່າງ ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ.

ຜ່ານໄລຍະ 66 ປີແຫ່ງອັນສ້າງຕັ້ງ ແລະ ພັດທະນາ, ຍາມໃດສະມາຄົມກໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ ໃຫ້ເປັນຢ່າງດີ. ເຊີນທ່ານຮັບຟັງບົດຂຽນຂອງ ເຟືອງຖາວ ດ້ວຍຫົວຂໍ້ວ່າ “ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ: ຊຸກຍູ້ການພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດ”.

 
ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ: ຊຸກຍູ້ການການພົບປະແລກປ່ຽນວັດທະນະທຳລະຫວ່າງສອງປະເທດ - ảnh 1ນັກສິລະປະການ ອິນໂດເນເຊຍ ແນະນຳວິທີການແຕ້ມ ລວດລາຍໃນຜ້າ Batik ໃຫ້ຜູ້ເຂົ້ັ້າຮ່ວມ

        ໃນຫ້ອງປະຊຸມທີ່ກ້ວາງເກືອບ 100 ຕາແມັດ ຂອງສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 58 ຖະໜົນ ກວານຊື້, ຮ່າໂນ້ຍ, ນັກສິລະປະການຍິງ Ira Ratna Handayani ມາຈາກ Bogor, ປະເທດ ອິນໂດເນເຊຍ ພວມແນະນຳວິທີແຕ້ມລວດລາຍໃນຜ້າ Batik ດ້ວຍປິກ canting ໃຫ້ບັນດານັກຂ່າວ, ບັນນາທິການ, ພາລະກອນຂອງວິທະຍຸກະຈາຍສຽງ ຫວຽດນາມ ແລະ ບັນດາແຂກຖືກເຊີນ. ການເຄື່ອນໄຫວນີ້ໄດ້ນຳມາເຊິ່ງຄວາມຮູ້ສຶກທີ່ໜ້າຈັບໃຈໃຫ້ບັນດາຜູ້ເຂົ້າຮ່ວມ.

ຍິງ: ຂ້າພະເຈົ້າຮູ້ສຶກມ່ວນຫຼາຍ ຍ້ອນວ່າ, ການເຄື່ອນໄຫວນີ້ແມ່ນໂອກາດເພື່ອຊອກຮູ້ວັດທະນະທຳ ອິນໂດເນເຊຍ. ທີສອງ, ນີ້ກໍ່ແມ່ນຊ່ວງເວລາເພື່ອຜ່ອນຄາຍ ຍ້ອນໄດ້ພ້ອມກັບບັນດານັກສິລະປິນພົບປະແລກປ່ຽນວັດທະນະທຳ.

ຊາຍ: ຂ້າພະເຈົ້າຮູ້ສຶກວ່ານີ້ແມ່ນການເຄື່ອນໄຫວທີ່ຈັບໃຈຫຼາຍ. ເຖິງວ່າໃນຂັ້ນຕອນປະຕິບັດມີຄວາມຫຍຸ້ງຍາກໜ້ອຍໜຶ່ງ ຕ້ອງບັນຊາປິກແຕ້ມໃຫ້ລະອຽດລະອໍເພື່ອໃຫ້ນ້ຳຂີ້ເຜິ້ງໄຫຼໄປຕາມຄວາມຕ້ອງການຂອງເຮົາ. ຂ້າພະເຈົ້າປາດຖະໜາມີໂອກາດໄດ້ໄປ ອິນໂດເນເຊຍ ເພື່ອໄດ້ເຂົ້າຮ່ວມຂັ້ນຕອນຜະລິດໂດຍກົງຂອງປະຊາຊົນທ້ອງຖິ່ນ.

ລາຍການ “ເຂົ້າຮ່ວມ ແລະ ຮັບຟັງການແນະນຳກ່ຽວກັບ Batik ທີ່ເປັນມູນເຊື້ອຂອງ ອິນໂດເນເຊຍ”  ໂດຍສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ (JBRI) ຮ່າໂນ້ຍ ຈັດຂຶ້ນໃນຫວ່າງມໍ່ໆມານີ້ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. ນີ້ກໍ່ແມ່ນການເຄື່ອນໄຫວນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຍຸດທະສາດ ຫວຽດນາມ - ອິນໂດເນເຊຍ (2013 – 2023).

ດ້ວຍທິດນຳ “ຮັດແໜ້ນການພົວພັນມິດຕະພາບ, ເພີ່ມທະວີການພົວພັນເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ”, ສະມາຄົມໄດ້ຈັດການເຄື່ອນໄຫວຫຼາຍຢ່າງຄື: ງານຊຸມນຸມມິດຕິງສະເຫຼີມສະຫຼອງວັນຊາດ ອິນໂດເນເຊຍ, ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ກອງປະຊຸມສຳມະນາ ແລະ ງານວາງສະແດງພາບຖ່າຍເນື່ອງໃນໂອກາດ 60 ປີແຫ່ງວັນປະທານ ໂຮ່ຈີມິນ ໄປຢ້ຽມຢາມ ອິນໂດເນເຊຍ…. ທ່ານ ເຈິ່ນມິງຮູ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ແບ່ງປັນວ່າ:

“ການຊຸກຍູ້ການຮ່ວມມື ຫວຽດນາມ - ອິນໂດເນເຊຍ, ພິເສດແມ່ນການທູດປະຊາຊົນ ແລະ ການພົບປະແລກປ່ຽນວັດທະນະທຳ ແມ່ນໜຶ່ງໃນບັນດາໜ້າທີ່ຂອງສະມາຄົມ ເຊິ່ງພວກຂ້າພະເຈົ້າກຳນົດນັບແຕ່ຫຼາຍອະຍຸການກ່ອນ. ໃນບໍ່ວ່າສະພາບການໃດໆ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຍາມໃດກໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ມິດຕະພາບໃຫ້ເປັນຢ່າງດີ. ປະຈຸບັນ, ສະມາຄົມກໍ່ມີແຜນການຈັດກອງປະຊຸມສຳມະນາເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ ແລະ ເພີ່ມທະວີການພົວພັນຮ່ວມມືໃຫ້ມີປະສິດທິຜົນກ່ວາອີກ, ພິເສດແມ່ນຊຸກຍູ້ດ້ານເສດຖະກິດ ແລະ ວັດທະນະທຳລະຫວ່າງສອງປະເທດ”.

ຕາມທ່ານ ເຈິ່ນມິງຮູ່ງ ແລ້ວ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໄດ້ເອົາໃຈໃສ່ ແລະ ຕັ້ງໜ້າສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ກໍ່ຄື ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ເພື່ອແບ່ງປັນຂໍ້ມູນຂ່າວສານ, ຈັດຕັ້ງ, ຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ. ໄປຄຽງຄູ່ກັນນັ້ນ, ສະມາຄົມກໍ່ໄດ້ສົມທົບກັບ ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ຈັດບັນດາຄະນະຜູ້ແທນໄປຢື້ຢາມຖາມຂ່າວເຊິ່ງກັນ ແລະ ກັນໃນໂອກາດບຸນປີໃໝ່ປະຈຳຊາດຂອງແຕ່ລະຝ່າຍ.

ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ: ຊຸກຍູ້ການການພົບປະແລກປ່ຽນວັດທະນະທຳລະຫວ່າງສອງປະເທດ - ảnh 23 ຜະລິດຕະພັນງານທີ່ສຸດໄດ້ຮັບລາງວັນຈາກຄະນະຈັດຕັ້ງ

ເມື່ອຕີລາຄາກ່ຽວກັບບົດບາດຂອງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ, ທ່ານນາງ Wenny Fabiomarta, ເລຂາເອກ ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ຕີລາຄາສູງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຍ້ອນຜ່ານສະມາຄົມ, ພວກເຮົາຈິ່ງສາມາດສ້າງຕັ້ງການພົວພັນຮ່ວມມືອັນດີງາມ, ພິເສດແມ່ນໃນຂົງເຂດວັດທະນະທຳ - ສັງຄົມ, ຕົວຢ່າງຄືເຫດການນີ້. ເຫດການນີ້ບັນລຸຜົນສຳເລັດຍ້ອນການພົວພັນຮ່ວມມືອັນດີງາມລະຫວ່າງສອງຝ່າຍ. ໃນອະນາຄົດ, ພວກຂ້າພະເຈົ້າຫວັງວ່າ, ສະມາຄົມຈະພັດທະນາກ່ວາອີກ, ສົມທົບກັນກັບສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ຫຼາຍກ່ວາ ເພື່ອຍົກລະດັບການພົວພັນລະຫວ່າງປະຊາຊົນ ອິນໂດເນເຊຍ ກັບ ປະຊາຊົນ ຫວຽດນາມ ກ່ວາອີກ”.

ໃນທິດທາງການເຄື່ອນໄຫວອາຍຸການ 2021 – 2026, ກອງປະຊຸມໃຫຍ່ທົ່ວປະເທດ ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ IV (ເດືອນ ຕຸລາ 2021) ໄດ້ກຳນົດໂຄງການກະທຳແທດຈິງສຳລັບໄລຍະຈະມາເຖິງ. ຕາມນັ້ນແລ້ວ, ກໍ່ໄດ້ສຸມໃສ່ປ່ຽນໃໝ່ເນື້ອໃນ, ວິທີການກະທຳໃນສະພາບການໃໝ່, ຍົກສູງປະສິດທິຜົນ, ລັກສະນະແທດຈິງໃນການພົວພັນມິດຕະພາບ, ການຮ່ວມມືກັບ ອິນໂດເນເຊຍ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບໃຫ້ເປັນປົກກະຕິ, ຂ່ຳນັບຮັບຕ້ອນວັນສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ (1955 – 2025).

ຕອບກັບ

ຂ່າວ/ບົດ​ອື່ນ