ບັ້ນຮົບເສັ້ນທາງເລກ 9 - ພາກໃຕ້ຂອງ ລາວ: ບາດລ້ຽວສຳລັບການປົດປ່ອຍຊາດຂອງ 3 ປະເທດ ອິນດູຈີນ

(VOVWORLD) - ມາຮອດປະຈຸບັນ, ໄຊຊະນະເສັ້ນທາງເລກ 9 - ທາງພາກໃຕ້ຂອງ ລາວ ຍັງໄດ້ຮັບຖືວ່າແມ່ນສັນຍາລັກທີ່ມີຊີວິດຊີວາຂອງນ້ຳໃຈສາມັກຄີແບບພິເສດລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.
ບັ້ນຮົບເສັ້ນທາງເລກ 9 - ພາກໃຕ້ຂອງ ລາວ: ບາດລ້ຽວສຳລັບການປົດປ່ອຍຊາດຂອງ 3 ປະເທດ ອິນດູຈີນ - ảnh 1ໄຊຊະນະນີ້ມີຄວາມໝາຍຢ່າງໃຫຍ່ຫຼວງ, ສົ່ງຜົນກະທົບຢ່າງແຮງຕໍ່ສະພາບການໃນສະໜາມຮົບຂອງ 3 ປະເທດ ອິນດູຈີນ
(ພາບເອກະສານ: TTXVN)

        ກ່ອນນີ້ກວ່າ 50 ປີ, ພາຍຫຼັງ 50 ວັນ ແລະ ຄືນ (ແຕ່ວັນທີ 30 ມັງກອນ - 23 ມີນາ 1971), ທະຫານປະຊາຊົນ ຫວຽດນາມ ໄດ້ສົມທົບກັບປະຊາຊົນບັນດາເຜົ່າ ແລະ ກຳລັງປະກອບອາວຸດປະຕິວັດ ລາວ ໄດ້ດຳເນີນບັ້ນໂຈມຕີຍາດໄດ້ໄຊຊະນະໃນການຕໍ່ສູ້ຢູ່ເສັ້ນທາງເລກ 9 - ທາງພາກໃຕ້ຂອງ ລາວ, ສ້າງບາດລ້ຽວໃໝ່ໃຫ້ແກ່ການພັດທະນາໃນພາລະກິດຕໍ່ສູ້ປົດປ່ອຍຊາດຂອງ 3 ປະເທດ ອິນດູຈີນ.

        ໃນຈຸດເວລານັ້ນ, ພາຍຫຼັງການບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮື້ຂຶ້ນໃນບຸນເຕັດປີ ວອກ 1968 ຂອງທະຫານ ແລະ ປະຊາຊົນ ຫວຽດນາມ, ອຳນາດການປົກຄອງ ອາເມລິກາ ໄດ້ວາງອອກຍຸດທະສາດ “ຫັນ ຫວຽດນາມ ເປັນສົງຄາມ”, ຖືເອົາທະຫານ ໄຊງ່ອນ ເປັນແກ່ນສານ, ມີການສົມທົບຂອງບັນດາກຳລັງຕໍ່ສູ້ຂອງ ອາເມລິກາ ແລະ ອາເມລິກາ ບັນຊາການຜ່ານລະບົບໃຫ້ຄຳປຶກສາດ້ານທະຫານ, ສະໜອງເງິນ, ອາວຸດເຕັກນິກ, ພາຫະນະທຳສົງຄາມທີ່ທັນສະໄໝ. ທ້າຍປີ 1970, ອາເມລິກາ ແລະ ອຳນາດການປົກຄອງ ໄຊງ່ອນ ຕົກລົງເຕົ້າໂຮມກຳລັງເປີດ 3 ບັ້ນການເຄື່ອນທັບຂະໜາດໃຫຍ່ອອກສູ່ເສັ້ນທາງ 9 - ທາງພາກໃຕ້ຂອງ ລາວ, ທິດຕາເວັນອອກສ່ຽງເໜືອ ກຳປູເຈຍ ແລະ ເຂດ 3 ແຍກຊາຍແດນໃນເວລາດຽວກັນ, ດ້ວຍຄວາມຫວັງມ້າງທຳລາຍກຳລັງພະລາທິການ, ຕັດແລວຂົນສົ່ງຍຸດທະສາດຈາກແນວຫຼັງໃຫຍ່ທີ່ສຸດຈາກພາກເໜືອສັງຄົມນິຍົມສົ່ງເຂົ້າພາກໃຕ້ ແນໃສ່ບີບຮັດບັ້ນຕໍ່ຕ້ານຂອງປະຊາຊົນ ຫວຽດນາມ, ການປະຕິວັດຂອງ ລາວ ແລະ ກຳປູເຈຍ. ໃນນັ້ນ “ບັ້ນເຄື່ອນທັບ ລາມເຊີນ 719” ຕີໃສ່ເຂດເສັ້ນທາງເລກ 9 - ທາງພາກໃຕ້ຂອງ ລາວ ມີຂອບຂະໜາດໃຫຍ່ທີ່ສຸດ. ສະນັ້ນ, ກອງທັບ ຫວຽດນາມ - ລາວ ໄດ້ຮ່ວມກັນສູ້ຮົບ ເພື່ອຕ້ານຄືນການບຸກໂຈມຕີດັ່ງກ່າວ. ນັກວິລະຊົນກຳລັງປະກອບອາວຸດ ຫງວຽນຮຸຍຮ້ຽວ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໃຫ້ຮູ້ວ່າ:

        “ໃນການຕໍ່ສູ້ດັ່ງນີ້, ການສົທົບຂອງທະຫານປະເທດລາວ ແລະ ກຳລັງທະຫານປົດປ່ອຍທາງພາກໃຕ້ ຫວຽດນາມ ໄດ້ ຮ່ວມສຳພັນສູ້ຮົບຢ່າງສຳຄັນທີ່ສຸດ. ໃນບັ້ນຮົບເສັ້ນທາງເລກ 9 - ທາງພາກໃຕ້ຂອງ ລາວ, ເລື່ອງປະເທດ ລາວ ສ້າງທ່າແປ້ນຢັນ, ພະລາທິການ, ໜູນຫຼັງໃຫ້ແກ່ກຳລັງຂອງທະຫານເສັ້ນທາງ ເຈື່ອງເຊີນ ກໍຄືກຳລັງຫຼັກແຫຼ່ງ ແລະ ທ້ອງຖຖິ່ນ, ທະຫານປະຊາຊົນກອງຫຼອນ ແມ່ນມີວາມໝາສຳຄັນທີ່ສຸດ”.

ບັ້ນຮົບເສັ້ນທາງເລກ 9 - ພາກໃຕ້ຂອງ ລາວ: ບາດລ້ຽວສຳລັບການປົດປ່ອຍຊາດຂອງ 3 ປະເທດ ອິນດູຈີນ - ảnh 2ທະຫານ ຫວຽດນາມ - ລາວ ຮ່ວມສຳພັນສູ້ຮົບຢູ່ທາງເລກ 9
(ພາບເອກະສານ: baotanglichsu.vn)

        ບັ້ນຮົບໄດ້ດຳເນີນໄປໃນບໍລິເວນກວ້າງ, ດ້ວຍລວງຍາວ 140 ກມ ໄປຕາມທິດ ຕາເວັນອອກ - ຕາເວັນຕົກ, ຈາກ ເກືອຫວຽດ, ດົງຮ່າ (ຫວຽດນາມ) ເຖິງ ເມືອງພິນ, ພະລານ (ລາວ); ລວງກວ້າງ (ຕາມທິດເໜືອ - ໃຕ້) ຈາກ ເມື່ອງເຈືອງ ຮອດ ເມືອງນອງ ປະມານ 60 ກມ. ເພື່ອຕ້ານຄືນການມ້າງທຳລາຍ, ເຂົ້າມາຮຸກຮານຂອງອຳນາດການປົກຄອງ ອາເມລິກາ, ພາຍຫຼັງການພົບປະ, ແລກປ່ຽນ, ທະຫານ 2 ປະເທດ ຫວຽດນາມ - ລາວ ໄດ້ເປັນເອກະພາບກ່ຽວກັບແຜນນະໂຍບາຍຊີ້ນຳ, ນຳພາ, ທະຫານປະຊາຊົນ ຫວຽດນາມ ໄດ້ສົມທົບກັບປະຊາຊົນບັນດາເຜົ່າ ແລະ ກຳລັງປະກອບອາວຸດປະຕິວັດ ລາວ ຢ່າງແໜ້ນແຟ້ນ ເປີດບັ້ນຮົບຕ່າວໂຈມຕີຮ່ວມສຳພັນສູ້ຮົບເຫຼົ່າຮົບຂະໜາດໃຫຍ່. ດ້ວຍຈິດໃຈຕໍ່ສູ້ຢ່າງພິລະອາດຫານ, ທະຫານ ແລະ ປະຊາຊົນ ຫວຽດນາມ - ລາວ ໄດ້ຕີແຕກບັນດາທິດບຸກໂຈມຕີຂອງສັດຕູ. ວັນທີ 23 ມີນາ 1971, ບັ້ນຕ່າວໂຈມຕີເສັ້ນທາງເລກ 9 ທາງພາກໃຕ້ຂອງ ລາວ ໄດ້ສິ້ນສຸດລົງ, ພາຍຫຼັງກວ່າ 50 ວັນ ແລະ ຄືນ ໄດ້ຕີປະລາໄຊການເຄື່ອນທັບ “ລາມເຊີນ 719” ຂອງພວກສັດຕູຢ່າງມີໄຊ. ໄຊຊະນະດັ່ງກ່າວມີຄວາມໝາຍຢ່າງໃຫຍ່ຫຼວງ, ສົ່ງຜົນກະທົບຢ່າງແຮງຕໍ່ສະພາບການໃນສະໜາມຮົບຂອງ 3 ປະເທດ ອິນດູຈີນ, ບຸກຕີໃສ່ຍຸດທະສາດ “ຫັນ ຫວຽດນາມ ເປັນສົງຄາມ” ຂອງ ອາເມລິກາ ຢ່າງແຮງ, ເປີດໄລຍະໃໝ່ - ໄລຍະກອງທັບ ຫວຽດນາມ ຮ່ວມສຳພັນສູ້ຮົບດ້ານການທະຫານທີ່ມີຂອບຂະໜາດໃຫຍ່, ບຸກໂຈມຕີດັບສູນຂອບຂະໜາດໃຫຍ່ຢູ່ສະໜາມຮົບທາງພາກໃຕ້ ຫວຽດນາມ ປະກອບສ່ວນສ້າງເປັນໄຊຊະນະລະດູໃບໄມ້ຫຼົ່ນ ປີ 1975 ໂຮມປະເທດຊາດເປັນເອກກະພາບ, ການປະຕິວັດຂອງ ລາວ ກໍ່ຍາດໄດ້ອຳນາດການປົກຄອງມາໃຫ້ປະຊາຊົນ ໂດຍບໍ່ມີຄວາມເສຍຫາຍຫຼາຍ.

        ເພື່ອແນໃສ່ອາໄລຫາຈາລຶກບຸນຄຸນຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຢູ່ແຫ່ງນີ້ໄດ້ກໍ່ສ້າງອະນຸສາວະລີນັກຮົບ ຫວຽດນາມ ແລະ ລາວ ເພື່ອຕັກເຕືອນໃຫ້ລຸ້ນຕໍ່ໆໄປ ຍາມໃດກໍ່ຈົດຈຳເຖິງບຸນຄຸນຂອງບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ. ເມື່ອຫວນຄືນບັ້ນຮົບດັ່ງກ່າວ, ທ່ານ ຫງວຽນມິງກີ, ອະດີດປະທານຄະນະກຳມະການປະຊາຊົນແຂວງ ກວາງຈີ້, ໜຶ່ງໃນບັນດາຕົວພະຍານໃນປະຫວັດສາດຂອງບັ້ນຮົບ, ໄດ້ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ:

        ບາງເທື່ອແມ່ນນອນໃນຂຸມຄອງດຽວກັນ, ເສຍຊີວິດຍ້ອນລະເບີດນຳກັນ, ມາຮອດປະຈຸບັນມີຫຼາຍຂຸມສົບ ທີ່ພວກເຮົາບໍ່ສາມາດຈຳແນກໄດ້ເລີຍວ່າແມ່ນຄົນຫວຽດ ຫຼື ຄົນລາວ. ສະນັ້ນ, ປະຈຸບັນ ເລືອດເນື້ອກໍ່ແບ່ງໃຫ້ແກ່ກັນ”.

ບັ້ນຮົບເສັ້ນທາງເລກ 9 - ພາກໃຕ້ຂອງ ລາວ: ບາດລ້ຽວສຳລັບການປົດປ່ອຍຊາດຂອງ 3 ປະເທດ ອິນດູຈີນ - ảnh 3

(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ການສູ້ຮົບຢູ່ເສັ້ນທາງເລກ 9 - ທາງພາກໃຕ້ຂອງ ລາວ ໄດ້ສ້າງຂີດໝາຍແຫ່ງການເຕີບໃຫຍ່ຂອງທະຫານ ຫວຽດນາມ ໃນການຮ່ວມສຳພັນສູ້ຮົບຂະໜາດໃຫຍ່, ພ້ອມທັງເປັນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈຄວາມສາມັກຄີໃນການຕໍ່ສູ້ພິເສດລະຫວ່າງທະຫານ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ. ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ເມື່ອປີ 2021, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ກໍ່ໄດ້ແບ່ງປັນກ່ຽວກັບການສູນເສຍກັບບັນດາຄອບຄົວຂອງທະຫານອາສາສະໝັກ ຫວຽດນາມ ທີ່ໄດ້ເສຍສະຫຼະຢູ່ເຂດດິນແດນຂອງ ລາວ:

(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ໄຊຊະນະເສັ້ນທາງເລກ 9 - ທາງພາກໃຕ້ຂອງ ລາວ ໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດ, ແຜນນະໂຍບາຍທີ່ຖືກຕ້ອງ, ສະຫຼາດສ່ອງໄສຂອງສູນກາງພັກກອມູນິດ ຫວຽດນາມ, ສ້າງຂີດໝາຍເຕີບໃຫຍ່ກະໂດດຂັ້ນຂອງກອງທັບ ຫວຽດນາມ ໃນການຮ່ວມສຳພັນສູ້ຮົບ. ມາຮອດປະຈຸບັນ, ໄຊຊະນະເສັ້ນທາງເລກ 9 - ທາງພາກໃຕ້ຂອງ ລາວ ຍັງໄດ້ຮັບຖືວ່າແມ່ນສັນຍາລັກທີ່ມີຊີວິດຊີວາຂອງນ້ຳໃຈສາມັກຄີແບບພິເສດລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ