ນັກ​ປະ​ຫວັດ​ສາດ ກຳ​ປູ​ເຈຍ ເຊີດ​ຊູ​ໄຊ​ຊະ​ນະ ດຽນ​ບຽນ​ຝູ

(VOVWORLD) - ທ່ານຜູ້ຟັງທີ່ເຄົາລົບ. ໃນຊຸມວັນເດືອນພຶດສະພາ ແຫ່ງປະຫວັດສາດນີ້, ຢູ່ຫວຽດນາມ, ທົ່ວປະເທດລ້ວນແຕ່ມຸ່ງໄປເຖິງດຽນບຽນ - ສະຖານທີ່ກ່ອນນີ້ 70 ປີໄດ້ດຳເນີນບັ້ນຮົບດຽນບຽນຝູແລະໄຊຊະນະ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທືອນທົ່ວໂລກ”. ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດຽນບຽນຝູ (07/05/1954-07/05/2024), ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳກຳປູເຈຍໄດ້ມີໂອກາດໂອ້ລົມ ແລະຮັບຟັງທ່ານສາດສະດາຈານ.ປ.ອ Vong So Theara ຫົວໜ້າພະແນກປະຫວັດສາດກຳປູເຈຍແລະອາຊີຕາເວັນອອກສ່ຽງໃຕ້ມະຫາວິທະຍາໄລລາດຊະວົງກຳປູເຈຍແບ່ງປັນແລະຕີລາຄາກ່ຽວກັບໄຊຊະນະ ດຽນບຽນຝູ ນີ້.

ນັກ​ປະ​ຫວັດ​ສາດ ກຳ​ປູ​ເຈຍ ເຊີດ​ຊູ​ໄຊ​ຊະ​ນະ ດຽນ​ບຽນ​ຝູ - ảnh 1ທ່ານສາດສະດາຈານ - ປ.ອ Vong So Theara

ຕາມທ່ານສາດສະດາຈານ - ປ.ອ Vong So Theara ແລ້ວ, ໄຊຊະນະດຽນບຽນຝູ (07/05/1954) ແມ່ນໄຊຊະນະການທະຫານໃຫຍ່ທີ່ສຸດໃນການຕໍ່ສູ້ຕ້ານຝລັ່ງ (1945 - 1954) ຂອງ ຫວຽດນາມ. ດ້ວຍໄຊຊະນະຕັດສິນຊີ້ຂາດນີ້, ກຳລັງກອງທັບ ປະຊາຊົນ ຫວຽດນາມ ໂດຍ ທ່ານພົນເອກ ຫວໍຫງວຽນຢາບ ບັນຊາ ໄດ້ບັງຄັບໃຫ້ພວກລ່າເມືອງຂຶ້ນ ຝລັ່ງ ຍອມຈຳນົນ ແລະ ເຂົ້າຮ່ວມການເຈລະຈາ. ພາຍຫຼັງ ຫວຽດນາມ ຍາດໄດ້ໄຊຊະນະ ດຽນບຽນຝູ (07/05/1954) ນັ້ນ, ໃນວັນທີ 08 ພຶດສະພາ 1954 ຝລັ່ງໄດ້ຕົກລົງເຂົ້າຮ່ວມການເຈລະຈາຢຸດຕິສົງຄາມຢູ່ ອິນດູຈິນ, ອັນໄດ້ສ້າງເປັນສັນຕິພາບໃນພາກພື້ນຄືນໃໝ່.

ການປະລາໄຊຂອງ ຝລັ່ງ ຕໍ່ ຫວຽດນາມ ຢູ່ສະໜາມຮົບ ດຽນບຽນຝູ ມີຄວາມໝາຍສຳຄັນທີ່ສຸດ. ໄຊຊະນະນີ້ ປຽບເໝືອນການນຳທຸງແຫ່ງໄຊຊະນະມາໃຫ້ຫວຽດນາມ ກໍ່ຄືປະຊາຊົນບັນດາປະເທດ ອິນດູຈິນ.

ເຖິງຢ່າງໃດກໍຕາມ, ທ່ານ Vong So Theara ກໍ່ຖືວ່າ ເປັນໜ້າເສຍດາຍຂະນະທີ່ ໄຊຊະນະ ດຽນບຽນຝູ ຍັງບໍ່ທັນນຳສັນຕິພາບມາໃຫ້ພາກພື້ນ ອິນດູຈິນ ຢ່າງສົມບູນ, ຫວຽດນາມ ຍັງຖືກຕັດແຍກເປັນສອງພາກ ເໜືອ - ໃຕ້ ຕາມເສັ້ນຂະໜານເລກທີ 17, ແຕ່ວ່າ ບັ້ນຮົບ ດຽນບຽນຝູ ກໍ່ຍັງແມ່ນການປະລາໄຊທີ່ໜັກໜ່ວງຂອງພວກລ່າເມືອງຂຶ້ນ ຝລັ່ງ. ໄຊຊະນະ ດຽນບຽນຝູ ໄດ້ຢຸດຕິແອກປົກຄອງຂອງລັດທິລ່າເມືອງຂຶ້ນ ຝລັ່ງ ຢູ່ ສາມປະເທດ ອິນດູຈິນ ເປີດວິວັດທະນາການລົ້ມລະລາຍຂອງລັດທິລ່າເມືອງຂຶ້ນແບບເກົ່າໃນທົ່ວໂລກ, ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ປະຫວັດສາດຂອງມວນມະນຸດ. ຈາກໄຊຊະນະອັນຍິ່ງໃຫຍ່ນີ້, ພວກເຮົາກໍ່ສາມາດຖອດຖອນໄດ້ບົດຮຽນປະສົບການອັນລ້ຳຄ່າ, ພິເສດແມ່ນ ຄວາມສາມັກຄີລະຫວ່າງສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ.

ທັງສາມປະເທດພວກເຮົາ ລ້ວນແຕ່ມີສາຍພົວພັນທີ່ສະໜິດຕິດແທດກັນ, ໃນການຕໍ່ສູ້ຕ້ານສັດຕູໂຕດຽວກັນ ພວກເຮົາມີຄວາມສາມັກຄີກັນເປັນກຸ່ມກ້ອນອັນດຽວ. ເມື່ອສາມປະເທດ ສ້າງຕັ້ງກຳລັງປະຕິວັດ ຕ້ານແອກປົກຄອງຂອງລະບົບຫົວເມືອງຂຶ້ນ ພວກເຮົາກໍ່ຍາດໄດ້ຜົນສຳເລັດຈຳນວນໜຶ່ງ, ພິເສດແມ່ນພາຍຫຼັງ ຝລັ່ງ ຖືກປະລາໄຊ ຢູ່ ດຽນບຽນຝູ, ໄດ້ເຮັດໃຫ້ກອງປະຊຸມຢູ່ ເຊີແນວ ປະສົບຜົນສຳເລັດຢ່າງຈົບງາມ. ຝລັ່ງ ຕ້ອງຍອມຮັບເອກະລາດຂອງທັງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຢ່າງເປັນທາງການ.

ໃນດ້ານສາກົນ, ບັ້ນຮົບນີ້ ມີຄວາມໝາຍທີ່ຍິ່ງໃຫຍ່ ແລະ ໄດ້ເຂົ້າໄປໃນປະຫວັດສາດຂອງມວນມະນຸດ, ຍ້ອນວ່າ ນີ້ແມ່ນຄັ້ງທຳອິດທີ່ກອງທັບຂອງປະເທດເຄີຍເປັນຫົວເມືອງຂຶ້ນຢູ່ອາຊີ ຕີຊະນະ ກອງທັບທີ່ທັນສະໄໝ ແລະ ກ້າວໜ້າຂອງປະເທດມະຫາອຳນາດເອີລົບ ທີ່ໄດ້ຮັບການໜູນຊ່ວຍຈາກສຳພັນທະມິດ ເຊິ່ງແມ່ນ ອາເມລິກາ ໃນບັ້ນຮົບກອງທັບໃຫຍ່, ບັງຄັບ ຝລັ່ງ ຕ້ອງເຈລະຈາ ແລະ ຖອນທະຫານອອກຈາກພາກພື້ນ ອິນດູຈິນ. ດ້ວຍຄວາມເຊື່ອໝັ້ນໃນໄຊຊະນະນີ້ ບັນດາປະເທດ ອິນດູຈິນ ແລະ ບັນດາປະເທດຫົວເມືອງຂຶ້ນອື່ນ ໄດ້ລຸກຮື້ຂຶ້ນ ແລະ ຍາດໄດ້ເອກະລາດຈາກ ຝລັ່ງ, ຜ່ານນັ້ນ ກໍ່ຢຸດຕິລະບົບລັດທິລ່າເມືອງຂຶ້ນແບບເກົ່າໃນທົ່ວໂລກ.

ທ່ານສາດສະດາຈານ. ປ.ອ Vong So Theara ໃຫ້ຂໍ້ສັງເກດວ່າ ໄຊຊະນະ ດຽນບຽນຝູ ໃນວັນທີ 07 ພຶດສະພາ 1954 ແມ່ນໄຊຊະນະດັງກ້ອງກັງວານ ສຳລັບລັດທິລ່າເມືອງຂຶ້ນແບບເກົ່າ, ແມ່ນຈຸດເວລາສຳຄັນໃນປະຫວັດສາດຂອງ ຫວຽດນາມ ແລະ ແມ່ນ “ຂີດໝາຍສຳຄັນໃນປະຫວັດສາດຂອງວິວັດຂະບວນການປົດປ່ອຍຊາດໃນທົ່ວໂລກ”. ທ່ານກໍ່ສະແດງຄວາມຫວັງວ່າ ປະຊາຊົນທັງສາມປະເທດ ອິນດູຈິນ ຈະສືບຕໍ່ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນຮ່ວມມືອັນດີງາມນີ້ ໃຫ້ໝັ້ນຄົງທະນົງແກ່ນ ໄປຊົ່ວກາລະນານ.

ຕອບກັບ

ຂ່າວ/ບົດ​ອື່ນ