ຊາວ​ໜຸ່ມ ອາ​ຊຽນ ຕໍ່​ກັບການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ປະ​ຊາ​ຄົມ​ໃນ​ອະ​ນາ​ຄົດ

(VOVWORLD) - ດ້ວຍປະຊາກອນເກືອບ 215 ລ້ານຄົນຊາວໜຸ່ມກວມເອົາ 1/3 ປະຊາກອນອາຊຽນແມ່ນແຫຼ່ງກຳລັງສຳຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດແລະແມ່ນກຳລັງແຮງໃຫຍ່ທີ່ບໍ່ຢຸດຢັ້ງຂອງປະຊາຄົມອາຊຽນຕາມການຄາດຄະເນອັດຕາຊາວໜຸ່ມຈະບັນລຸລະດັບສູງທີ່ສຸດໃນປີ 2038, ເຊິ່ງເປັນສັນຍານແຈ້ງກ່ຽວກັບຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງລຸ້ນຄົນນີ້ໃນການກຳນົດສະພາບການເສດຖະກິດສັງຄົມແລະການເຕີບໂຕຢ່າງຕໍ່ເນື່ອງຂອງພາກພື້ນອາຊຽນນີ້ແມ່ນການແບ່ງປັນຂອງທ່ານເລຂາທິການໃຫຍ່ອາຊຽນທີ່ການໂອ້ລົສົນທະນາລະຫວ່າງທ່ານເລຂາທິການໃຫຍ່ອາຊຽນແລະຊາວໜຸ່ມບັນດາປະເທດອາຊຽນ ດ້ວຍຫົວຂໍ້ “ຊາວໜຸ່ມອາຊຽນ - ອະນາຄົດອາຊຽນບົດບາດຂອງຊາວໜຸ່ມໃນການກຳນົດອະນາຄົດອາຊຽນ” ທີ່ໄດ້ດຳເນີນຫວ່າງມໍ່ໆມານີ້ຢູ່ຮ່າໂນ້ຍນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດຂໍ້ລິເລີ່ມ “ເວທີປາໄສອະນາຄົດອາຊຽນ 2024” ຂອງຫວຽດນາມ.

ຊາວ​ໜຸ່ມ ອາ​ຊຽນ ຕໍ່​ກັບການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ປະ​ຊາ​ຄົມ​ໃນ​ອະ​ນາ​ຄົດ - ảnh 1ການໂອ້ລົມສົນທະນາລະຫວ່າງທ່ານເລຂາທິການໃຫຍ່ອາຊຽນແລະຊາວໜຸ່ມບັນດາປະເທດອາຊຽນ

ຕາມທ່ານເລຂາທິການໃຫຍ່ Kao Kim Hourn ອາຊຽນ ແລ້ວ: ສຽງເວົ້າກໍ່ຄືທັດສະນະຂອງຊາວໜຸ່ມ ອາຊຽນ ບໍ່ພຽງແຕ່ມີຄຸຄ່າເທົ່ານັ້ນ ຫາກຍັງບໍ່ສາມາດຂາດໄດ້ໃນການກຳນົດທິດອະນາຄົດຂອງພາກພື້ນອີກດ້ວຍ. ບັນດາຜູ້ໜຸ່ມ ແມ່ນຜູ້ມີຂໍ້ມູນ ແລະ ຄວາມຮູ້ອັບເດດໃໝ່ທີ່ສຸດ, ກຳແໜ້ນໄດ້ບັນດາທ່າອ່ຽງໃໝ່. ດັ່ງນັ້ນ, ເລື່ອງ ຫວຽດນາມ ຈັດ ການໂອ້ລົມສົນທະນາກັບຊາວໜຸ່ມຄືແນວນີ້ ແມ່ນມີຄວາມໝາຍສຳຄັນທີ່ສຸດ.

ຖະແຫຼງການຂອງບັນດາການນຳ ອາຊຽນ ກ່ຽວກັບ ປີຊາວໜຸ່ມ ຊຽນ ເພື່ອແນໃສ່ເພີ່ມທະວີບົດບາດຂອງຊາວໜຸ່ມໃນການສ້າງປະຊາຄົມ ອາຊຽນ ກໍ່ໄດ້ຍອມຮັບບົດບາດສຳຄັນຂອງຊາວໜຸ່ມວ່າແມ່ນກຳລັງໜູນຫຼັກຂອງການເຕີບໂຕ. ບົນເນື້ອໃນຈິດໃຈນັ້ນ, ຂ້າພະເຈົ້າຕີລາຄາສູງເລື່ອງຫວຽດນາມ ໄດ້ມີບາດກ້າວຢ່າງເປັນເຈົ້າການ ໃນການນຳພາເວທີປາໄສ ຄວາມສະໝັກໃຈ ຊາວໜຸ່ມ ASEAN Plus ແລະ ລາງວັນການແຂ່ງຂັນຊາວໜຸ່ມອາສາສະໝັກ ASEAN Plus. ບັນດາຂໍ້ລິເລີ່ມນີ້ ມີຄວາມສຳຄັນທີ່ສຸດໃນການຊຸກຍູ້ການເຄື່ອນໄຫວອາສາສະໝັກໃນລຸ້ນໜຸ່ມ ຍ້ອນວ່າມັນຮັບຮູ້ບັນດາສ່ວນບຸກຄົນອາສາສະໝັກ ແລະ ອົງການຊາວໜຸ່ມດີເດັ່ນ ຍ້ອນມີການປະກອບສ່ວນທີ່ມີຜົນກະທົບຢ່າງຕັ້ງໜ້າຂອງເຂົາເຈົ້າໃຫ້ສຳລັບປະຊາຄົມ.

ເຂົ້າຮ່ວມການໂອ້ລົມສົນທະນາ, ນອກຈາກທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ແລ້ວ ກໍ່ຍັງມີທ່ານເອກອັຄະລັດຖະທູດ ບັນດາປະເທດ ອາຊຽນ ປະຈຳ ຮ່າໂນ້ຍ, ບັນດາອົງການຈັດຕັ້ງສາກົນ, ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ ພ້ອມກັບນັກສຶກສາ ຫວຽດນາມ ເປັນຈຳນວນຫຼວງຫຼາຍ. ນາງງາມ ຫງວຽນທຸກຖຸຍຕຽນ - ຊາວໜຸ່ມດີເດັ່ນ ຫວຽດນາມ 2021 ຕາໜ້າຊາວໜຸ່ມ ຫວຽດນາມ ກ່າວຄຳເຫັນທີ່ລາຍການ.

ພວກເຮົາບໍ່ສາມາດປະຕິເສດວ່າ ຄຸນຄ່າທາງດ້ານວັດນະທະທຳທີ່ເປັນມູນເຊື້ອ ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພັດທະນາຂອງແຕ່ປະເທດ ເວົ້າສະເພາະ ແລະ ທົ່ພາກພື້ນ ອາຊຽນ ເວົ້າລວມ. ໂດຍຢັ້ງຢືນລະດັບຄວາມສຳຄັນຂອງວັດທະນະທຳ, ປະທານ ໂຮ່ຈີມິນ, ນັກວັດທະນະທຳໂລກ ໄດ້ເວົ້າວ່າວັດທະນະທຳ ເຍືອງທາງໃຫ້ແກ່ປະຊາຊົນເດີນໄປ”. ການຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອນັ້ນ ບໍ່ພຽງແຕ່ເຊີດຊູອະດີດຕະການເທົ່ານັ້ນ, ຫາກຍັງເພື່ອແນໃສ່ສ້າງກາລະໂອກາດໃໝ່ໃຫ້ແກ່ປັດຈຸບັນ ແລະ ອະນາຄົດ, ສ້າງເປັນແຫຼ່ງກຳລັງອັນລ້ຳຄ່າໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມອີກດ້ວຍ.

ສຳລັບບັນດານັກສຶກສາສະຖາບັນການຕ່າງປະເທດແລ້ວ, ພາຍຫຼັງໄດ້ຮັບການແບ່ງປັນຢ່າງສຸດຈິດສຸດໃຈ ຂອງທ່ານເລຂາທິການໃຫຍ່ ອາຊຽນ: “ອະນາຄົດຢູ່ໃນມືຂອງຊາວໜຸ່ມ, ອາຊຽນ ແມ່ນຂອງພວກເພື່ອນ. ຈົ່ງເບິ່ງຄົນລຸ້ນກ່ອນ, ຂະນະທີ່ທຸກສິ່ງຕ່າງກັນກັບປັດຈຸບັນ, ປັດຈຸບັນ ພວກເຮົາໄດ້ຊົມໃຊ້ສັນຕິພາບ ແລະ ວັດທະນາວອນ ແຕ່ບໍ່ຄວນຖືວ່າສິ່ງນີ້ແມ່ນສິ່ງຕ້ອງເປັນໄປ ແຕ່ຈົ່ງສືບຕໍ່ມານະພະຍາຍາມ ເພື່ອຮັບປະກັນສັນຕິພາບ ວັດທະນາຖາວອນ ດ້ວຍການສະຫຼະເວລາ, ເຫື່ອແຮງ ເພື່ອກາຍເປັນສະບັບລຸ້ນໃໝ່ທີ່ດີທີ່ສຸດຂອງພວກເຮົາ”, ນ້ອງ ເລຫວູເຮືອງ ນັກສຶກສາພະແນກການພົວພັນສາກົນ, ສະຖາບັນການຕ່າງປະເທດ ໃຫ້ຮູ້ວ່າ:

ນີ້ແມ່ນການໂອ້ລົມສົນທະນາທີ່ມີປະສິດທິຜົນ ແລະ ເປັນໂຫຍດທີ່ສຸດ ສຳລັບຊາວໜຸ່ມສະຖາບັນການຕ່າງປະເທດ ເວົ້າສະເພາະ ແລະ ຊາວໜຸ່ມ ອາຊຽນ ເວົ້າລວມ. ນັ້ນແມ່ນເປົ້າໝາຍຂອງການໂອ້ລົມສົນທະນາມື້ນີ້. ນັ້ແມ່ນແນະນຳບັນດາຊາວໜຸ່ມຈະຮູ້ຈັກເຖິງເປົ້າໝາຍໃນການສ້າງອາຊຽນ ພັດທະນາຢ່າງເຂັ້ມແຂງ, ມີສະຖຽນລະພາບ, ເພື່ອອາຊຽນ, ເພື່ອປະຊາຊົນ ອາຊຽນ ແລະ ເພື່ອໃຈກາງອາຊຽນ.

ທ່ານ ຫງວຽນເຕື່ອງເລິມ ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ເຈາະຈິ້ມບັນດາມາດຕະການເພື່ອໃຫ້ຊາວໜຸ່ມ ອາຊຽນ ເສີມຂະຫຍາຍໄດ້ບົດບາດ ແລະ ໜ້າທີ່ຮັບຜິດຊອບປະຈັນບານ ແລະ ອະນາຄົດຂອງປະຊາຄົມ ອາຊຽນ:

ສຳລັບ ຊາວໜຸ່ມ, ພວກເພື່ອນຕ້ອງມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບບົດບາດຂອງຕົນ ແລະ ການກະທຳປະຈັນບານ, ຕັ້ງໜ້າເປັນເຈົ້າການ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາຂອງພາກພື້ນ ຜ່ານການຍົກສູງລະດັບການສຶກສາ ແລະ ຄວາມຮູ້, ຄົ້ນຫາກາລະໂອກາດໃນການຮ່ຳຮຽນ ແລະ ເຮັດວຽກໃນພາກພື້ນ ອາຊຽນ, ເຂົ້າຮ່ວມບັນດາເຫດການຊາວໜຸ່ມ, ກອງປະຊຸມສຳມະນາ, ເວທີປາໄສ ແລະ ບັນດາການເຄື່ອນໄຫວແລກປ່ຽນເພື່ອ ພົປະແລກປ່ຽນ, ຮ່ຳຮຽນ ແລະ ແບ່ງປັນບົດຮຽນປະສົບການ, ຜ່ານນັ້ນ ອາດຈະສ້າງເຄືອຂ່າຍ ແລະ ສ້າງການຮ່ວມສຳພັນກັບຊາວໜຸ່ມອື່ນໆໃນພາກພື້ນ.

ປະຊາຄົມ ອາຊຽມີຄວາມສະໜິດຕິດພັນດ້ານການເມືອງ, ມີຄວາມໝັ້ນຄົງເຂັ້ມແຂງດ້ານເສດຖະກິດ ແລະ ກວມລວມ, ແບ່ງປັນເຊິ່ງກັນ ແລະ ກັນລະຫວ່າງບັນດາປະເທດ, ປະກອບສ່ວນຳ ອາຊຽນ ໃຫ້ພັດທະນາ ແລະ ຮັກສາທີ່ຕັ້ງສຳຄັນບົນເວທີສາກົນ. ນັ້ນບໍ່ພຽງແຕ່ແມ່ນຄວາມປາດຖະໜາຂອງບັນດາການນຳ ອາຊຽນ ເທົ່ານັ້ນ ຫາກຍັງແມ່ນຄວາມປາດຖະໜາລວມຂອງ ຊາວໜຸ່ມ ອາຊຽນ ອີກດ້ວຍ. ບັນດາໝາກຜົນແລກປ່ຽນ, ປຶກສາຫາລືທີ່ການໂອ້ລົມສົນທະນານີ້ ໂດຍທ່ານເລຂາທິການໃຫຍ່ ແລະ ບັນດາການນຳ ມີຄວາມສົນໃຈ, ຖືເປັນສຳຄັນໃນການເໜີທີ່ກອງປະຊຸມການນຳ ອາຊຽນ ຄັ້ງຕ່າງໆ ເພື່ອນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ, ຜົນສຳເລັດໃນໄລຈະມາເຖິງ ເພື່ອການພັດທະນາຂອງຊາວໜຸ່ມໃນພາກພື້ນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ