ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ

(VOVWORLD) - ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມກັນ ແລະ ມີການພົວພັນທີ່ເປັນມູນເຊື້ອ, ສະໜິດແໜ້ນມາແຕ່ດົນນານ. ການພົວພັນນີ້ໄດ້ປະຊາຊົນເພີ່ມພູນຄູນສ້າງ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າລວມຂອງສອງຊາດ.
ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ - ảnh 1ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ

 ໄລຍະທາງກ່ວາເຄິ່ງສະຕະວັດຜ່ານມາແມ່ນຫຼັກຖານພິສູດຢ່າງມີຊີວິດຊີວາໃຫ້ແກ່ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານຍາວນານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. ເຊີນທ່ານຮັບຟັງບົດຂຽນດ້ວຍຫົວຂໍ້ “ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ” ຂອງ ເລຮຸ່ງ, ນັກຂ່າວ VOV.

ໃນຊຸມປີຜ່ານມາ, ເຖິງວ່າສະພາບການໂລກ, ພາກພື້ນມີການຜັນແປສັບສົນ,  ແຕ່ດ້ວຍຄວາມມານະພະຍາຍາມຂອງສອງຝ່າຍ, ການພົວພັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ສືບຕໍ່ມີບັນດາບາດກ້າວພັດທະນາສຳຄັນທັງລວງກ້ວາງ ແລະ ລວງເລິກ, ກາຍເປັນປັດໄຈສຳຄັນ ປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຍາວນານ ເພື່ອຍູ້ແຮງການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທີ່ຕັ້ງບົດບາດຂອງແຕ່ລະປະເທດ, ປະກອບສ່ວນຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

ການພົວພັນດ້ານການເມືອງລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ເພີ່ມທະວີ, ຮັກສາບົດບາດແກ່ນສານ, ກຳນົດທິດສັງລວມໃນການພົວພັນສອງປະເທດ. ສອງຝ່າຍໄດ້ລົງນາມເອກະສານຫຼາຍສະບັບ ເປັນພື້ນຖານເພື່ອໃຫ້ການພັດທະນາການຮ່ວມມືຮອບດ້ານ. ສອງຝ່າຍໄດ້ດຳເນີນການຢ້ຽມຢາມ, ພົບປະແລກປ່ຽນ, ສຳຜັດລະຫວ່າງການນຳຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ ຜ່ານບັນດາຮູບແບບມີໄຫວພິບ, ນັບທັງໃນໄລຍະເກີດໂລກລະບາດໂຄວິດ -19. ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 20 ຂອງຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກ, ທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າຕີລາຄາສູງການພັດທະນາການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ ຜ່ານຊ່ອງພັກ, ລັດ, ປະຊາຊົນ, ພິເສດແມ່ນການພົບປະຂັ້ນສູງລະຫວ່າງສອງພັກ ໃນວັນທີ 18 ກຸມພາ ຜ່ານມາ, ນີ້ແມ່ນເຂັ້ມຊີ້ທິດເພື່ອປັບປຸງການພັດທະນາສາຍພົວພັນສອງຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ແລະ ປະຊາຊົນສອງປະເທດ. ສະເໜີໃຫ້ບັນດາອົງການກ່ຽວຂ້ອງສອງປະເທດ ສ້າງເງື່ອນໄຂອຳນວຍຄວາມສະດວກກ່ຽວກັບການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ ເພື່ອແນໃສ່ຊຸກຍູ້ຮ່ວມມືດ້ານການຄ້າເຂດຊາຍແດນສອງຝ່າຍ, ສົ່ງເສີມປະຊາຊົນ ແລະ ວິສາຫະກິດສອງປະເທດແລກປ່ຽນສິນຄ້າເຂດຊາຍແດນ”.

ບົນພື້ນຖານການພົວພັນດ້ານການເມືອງອັນດີງາມ, ບັນດາຂົງເຂດຮ່ວມມືສອງຝ່າຍ ຫວຽດນາມ - ກຳປູເຈຍ ໃນຊຸມປີມໍ່ໆມານີ້ ໄດ້ຮັບການຍູ້ແຮງ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແມ່ນເສົາຄ້ຳສຳຄັນໃນການພົວພັນສອງປະເທດ. ສອງຝ່າຍສົມທົບກັນຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຮ່ວມມືກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຮັບປະກັນຮັກສາສະຖຽນລະພາບທາງການເມືອງ, ສັງຄົມຢູ່ແຕ່ລະປະເທດ, ຄວາມໝັ້ນຄົງ, ຄວາມປອດໄພຊາຍແດນທາງບົກ ແລະ ທາງທະເລ.

ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ - ảnh 2ທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ

ປີ 2022, ວົງເງິນການຄ້າສອງຝ່າຍ ຫວຽດນາມ - ກຳປູເຈຍ ບັນລຸໄດ້ 10,57 ຕື້ USD, ເພີ່ມຂຶ້ນເກືອບ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ຫວຽດນາມ ກາຍເປັນປະເທດຄູ່ຮ່ວມມືການຄ້າໃຫຍ່ທີສາມຂອງ ກຳປູເຈຍ ໃນກຸ່ມ ອາຊຽນ. ມາຮອດປະຈຸບັນ, ຫວຽດນາມ ມີ 205 ໂຄງການລົງທຶນທີ່ຍັງມີຜົນສັກສິດຢູ່ ກຳປູເຈຍ ດ້ວຍຍອດວົງເງິນ 2,94 ຕື້ USD, ຢື່ນອັນດັບໜຶ່ງໃນກຸ່ມ ອາຊຽນ ແລະ ນອນໃນ top 5 ປະເທດມີເງິນລົງທຶນໂດຍກົງໃຫຍ່ສຸດຢູ່ ກຳປູເຈຍ. ໃນຂະນະນັ້ນ, ການສົ່ງອອກຂອງ ກຳປູເຈຍ ໄປຍັງ ຫວຽດນາມ ກໍ່ໄດ້ເພີ່ມຂຶ້ນຢ່າງແຮງໃນໄລຍະຜ່ານມາ, ສະແດງລັກສະນະຕັ້ງໜ້າຂອງການຄ້າສອງຝ່າຍ ກໍ່ຄືການພັດທະນາຢ່າງບໍ່ຢຸດຢັ້ງ ກ່ຽວກັບກຳລັງການຜະລິດຂອງກຳປູເຈຍ. ເມື່ອເຕື້ອງເຖິງການເພີ່ມທະວີການຮ່ວມມືສອງຝ່າຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ:

“ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນແລ້ວ, ຂ້າພະເຈົ້າສະເໜີສອງຝ່າຍສຸມໃສ່ມານະພະຍາຍາມເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ ກ່ຽວກັບການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ເຊື່ອມຕໍ່ດ້ານລະບອບນະໂຍບາຍ. ສົມທົບກັນແໜ້ນແຟ້ນ ເພື່ອສ້າງສຳເລັດການວາງແຜນຜັງສັງລວມການເຊື່ອມຕໍ່ສອງພື້ນຖານເສດຖະກິດຮອດປີ 2030. ປະຕິບັດກ່ຽວກັບແຜນການເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນໃຫ້ມີປະສິດທິຜົນ, ສືບຕໍ່ຜັນຂະຫຍາຍສັນຍາສົ່ງເສີມອາລັກຂາການລົງທຶນ ຫຼີກລ້ຽງການເກັບພາສີຊ້ອນຢ່າງມີປະສິດທິຜົນ. ຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າສະເໜີໃຫ້ຝ່າຍ ກຳປູເຈຍ ສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ເຄື່ອນໄຫວຢູ່ ກຳປູເຈຍ ໃນການລົງທຶນເປີດກ້ວາງອັດຕາສ່ວນກວມຢູ່ ກຳປູເຈຍ, ພິເສດແມ່ນບັນດາໂຄງການປຸງແຕ່ງສະບຽງອາຫານ, ຜະລິດຝຸ່ນ, ທະນາຄານ, ການເງິນ, ເຕັກໂນໂລຊີຂໍ້ມູນຂ່າວສານ, ສື່ສານດ້ານການແພດ ແລະ ປູກກະສິກຳປອດສານພິດ ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດດ້ານພາສີໂດຍໄວ”.

ໃນໄລຍະທາງກ່ວາ 55 ປີຜ່ານມາ, ນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ດ້ວຍທິດນຳຖານບ້ານໃກ້ເຮືອນຄຽງອັນດີງາມ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ, ດ້ວຍບັນດາການກຳນົດທິດ ແລະ ຂອບເຂດຮ່ວມມືໃນໄລຍະໃໝ່, ພ້ອມກັບຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນສອງປະເທດ, ການພົວພັນ ຫວຽດນາມ - ກຳປູເຈຍ ຈະສືບຕໍ່ພັດທະນາ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອການດຳລົງຊີວິດທີ່ອິ່ມໜຳສຳລານຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ